Homeນານາສາລະດື່ມແນວໃດໃຫ້ນານເມົາ?...ຢາກຮູ້!...ຕ້ອງອ່ານ

ດື່ມແນວໃດໃຫ້ນານເມົາ?…ຢາກຮູ້!…ຕ້ອງອ່ານ

Published on

ວັນນີ້ເຮົາຈະມາເອົາໃຈຄົນຄໍອ່ອນກັນແນ່ຈັກໜ່ອຍ ສຳລັບຄົນທີ່ບໍ່ແມ່ນຄໍທອງແດງໃນການດື່ມເຫຼົ່າ, ເບຍ ແລະ ບໍ່ໄດ້ດື່ມປະຈຳດົນໆ ຈະມີງານສ້າງສັນກັບໝູ່ເພື່ອນ ພໍໃຫ້ແອລກໍຮໍໄດ້ແລ່ນຜ່ານລົງຄໍ ຢາກດື່ມໃຫ້ສົມໃຈກັບໝູ່ກໍ່ດື່ມບໍ່ໄດ້ ດື່ມດ້າມຈອກສອງຈອກກໍ່ຕາລາຍແລ້ວ ວັນນີ້ເຮົາເລີຍມີເຄັດລັບດີໆມານຳສະເໜີໃຫ້ລອງເຮັດເບິ່ງ

ກິນອາຫານຮອງທ້ອງໄວ້ກ່ອນເລັກໜ້ອຍ

ຂໍ້ນີ້ຫ້າມເບິ່ງຂ້າມເດັດຂາດ ເພາະເຫັນມາຫຼາຍຄົນແລ້ວ ເມື່ອເວລາທ້ອງວ່າງແລ້ວໄປດື່ມ ບຶດໜຶ່ງກໍ່ເມົາ ທ່ານຄວນກິນອາຫານກ່ອນດື່ມສິ່ງມຶນເມົາ ມັນຈະຊ່ວຍໃຫ້ທ່ານານເມົາໃນລະດັບໜຶ່ງໄດ້

ດື່ມນົມເຄືອບກະເພາະໄວ້ກ່ອນ

ໃນກໍລະນີແບບກະທັນຫັນ ແລ້ວໃນເວລາຊຸມແຊວບໍ່ມີຂອງແກ້ມເລີຍຈັກຢ່າງ ທ່ານຄວນໄປຊອກນົມມາດື່ມເຄືອບລຳໃສ້ແທນກໍ່ໄດ້ ດືກ່ວາດື່ມແອລກໍຮໍໃນເວລາທ້ອງວ່າງ

ດື່ມນ້ຳລ້າເລື້ອຍໆ

ທັງກ່ອນດື່ມ ແລະ ໃນເວລາດື່ມ ແລະ ຫຼັງດື່ມແອລກໍຮໍ ແນະນຳໃຫ້ດື່ມນ້ຳລ້າເລື່ອຍໆ ເພື່ອຢັບຢັ້ງການດູດຊຶມແອລກໍຮໍ ຮວມເຖິງເປັນການເວັ້ນຈັງຫວະໃຫ້ທ່ານໄດ້ວາງມືຈາກຈອກເຫຼົ້າ, ເບຍນຳອີກດ້ວຍ

ຄ່ອຍໆດື່ມເທື່ອລະໜ້ອຍ

ຫາກບໍ່ຢາກເມົາຈົນໂງຫົວບໍ່ຂຶ້ນ ຕ້ອງຄ່ອຍໆດື່ມ ເພາະຄົນທີ່ດື່ມເປັນບໍ່ແມ່ນຄົນທີ່ດື່ມໝົດຈອກບາດດຽວ ແຕ່ແມ່ນຄົນທີ່ດື່ມແລ້ວຍັງມີສະຕິກັບເຮືອນໄດ້ຕ່າງຫາກທີ່ເຂົາເອີ້ນວ່າຄົນດື່ມເປັນ

ຖ້າຮູ້ຕົວວ່າເມົາຫຼາຍແລ້ວ ຢ່າຟ້າວອອກໄປເຕັ້ນ

ເຄື່ອງດື່ມ ແລະ ການເຕັ້ນລຳເປັນຂອງຄູ່ກັນໃນງານລ້ຽງ ແຕ່ຖ້າດື່ມຈົນເມົາແຮງຢືນແລ້ວຮູ້ສຶກຫົວໝູນ ແນະນຳໃຫ້ນັ່ງພັກ ແລະ ຢຸດດື່ມກ່ອນດີກວ່າ

ກິນຂີງເວລາເມົາ

ເມື່ອໃດທີ່ທ່ານຮູ້ສຶກວ່າບໍ່ໄຫວແລ້ວ ໃຫ້ກິນຂີງໄດ້ເລີຍ ອາການມຶນຫົວ ແລະ ປວກຮາກຈະຄ່ອຍໆຫລຸດລົງທັນທີ

ໝັ່ນໄປເຂົ້າຫ້ອງນ້ຳ

ການໄປຂັບປັດສະວະອອກເລື້ອຍໆໃນເວລາດື່ມແອລກໍຮໍຈະເຮັດໃຫ້ທ່ານນານເມົາໄດ້ ເພາະນອກຈາກຈະຊ່ວຍໃຫ້ລະບາຍແອລກໍຮໍອອກຈາກຮ່າງກາຍໄດ້ໄວແລ້ວ ຍັງຊ່ວຍໃຫ້ເວັ້ນໄລຍະການດື່ມໄດ້ອີກດ້ວຍ

ສິ່ງທີ່ກ່າວມາຂ້າງເທິງນັ້ນກໍ່ເປັນພຽງວິທີທີ່ຊ່ວຍໃຫ້ທ່ານດື່ມນານເມົາ ແຕ່ສິ່ງທີ່ສຳຄັນແມ່ນຕົວຂອງທ່ານເອງກໍ່ຕ້ອງມີສະຕິກັບການກິນ, ການດື່ມຂອງທ່ານທຸກຄັ້ງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...