Homeຂ່າວການສຶກສາສົນໃຈໂຄງການໄປແລກປ່ຽນ ກັບຊາວໜຸ່ມ ເນເທີແລນ ແລະ ASEAN ທີ່ປະເທດ ມະເລເຊຍ ອ່ານທາງນີ້ !

ສົນໃຈໂຄງການໄປແລກປ່ຽນ ກັບຊາວໜຸ່ມ ເນເທີແລນ ແລະ ASEAN ທີ່ປະເທດ ມະເລເຊຍ ອ່ານທາງນີ້ !

Published on

ຖ້າທ່ານ ເປັນນັກຮຽນ ຫຼື ຊ່ຽວຊານໜຸ່ມນ້ອຍ ຈາກປະເທດລາວ, ທ່ານສາມາດສະຫມັກເຂົ້າຮ່ວມງານ Orange ASEAN Circular Economy ທີ່ປະເທດ ມາເລເຊຍ, ໂດຍຈະມີ ຊາວໜຸ່ມ ແລະ ຊ່ຽວຊານ ຈາກປະເທດ ເນເທີແລນ ຈໍານວນ 10 ຄົນ ແລະ ຊາວໜຸ່ມ ແລະ ຊຽວຊານ ຈາກປະເທດໃນ ASEAN (ລວມທັງປະເທດລາວ) ຈໍານວນ 20 ຄົນ ເຂົ້າຮ່ວມ.
ປິດຮັບສະໝັກ: ວັນທີ: 17/7/2016
ວິທີການສະຫມັກ: ທ່ານ ມີຄວາມຈໍາເປັນຕ້ອງໄດ້ຂຽນ ຈົດໝາຍສະແດງເຈດຈໍານົງ ແລະ ແຮງບັນດານໃຈທີ່ຢາກເຂົ້າຮ່ວມ (Motivation letter), ໃບຊີວະປະຫວັດ (CV) ແລະ ໃບຄະແນນ ຈາກມະຫາວິທະຍາໄລ ທີ່ທ່ານຮຽນ (University Grade) ເຂົ້າມາທີ jesse.arnon@therockgroup.biz
– ຖ້າທ່ານ ຖືກຄັດເລືອກ ໃນຮອບທໍາອິດ ຈະມີການເສັງສໍາພາດ ຮອບທີສອງ ປະມານ 30 ນາທີ ໂດຍທາງຄະນະກໍາມະການ ຈະເປັນຜູ້ໂທໂລະສັບ ອອນລາຍ ມາຫາທ່ານ.
– ໃນໃບສະຫມັກຂອງທ່ານ ທ່ານຕ້ອງຂຽນເຈດຈໍານົງວ່າ ຢາກຈະສະຫມັກເອົາທຶນປະເທດ (Fully Funded) ເພື່ອມີໂອກາດ ໄດ້ເຂົ້າຮ່ວມຟຣີ. ອາດຈະມີກໍລະນີ ທີ່ທ່ານສະຫມັກໄດ້ ແຕ່ ມີຄວາມຈໍາເປັນຈະຕ້ອງໄດ້ຈ່າຍ ສະເພາະ ການເດີນທາງ ມາທີ່ປະເທດ ມາເລເຊຍ.
ລາຍລະອຽດເພີ່ມຕື່ມ: http://www.orangeasean.com/
ຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...