spot_img
Homeມູມໄອທີລາວ5 ຂັ້ນຕອນ ເລັ່ງໃຫ້ອິນເຕີເນັດໄວກ່ວາເກົ່າ

5 ຂັ້ນຕອນ ເລັ່ງໃຫ້ອິນເຕີເນັດໄວກ່ວາເກົ່າ

Published on

ການໃຊ້ອິນເຕີເນັດ ເປັນສິ່ງທີ່ຫຼາຍຄົນໃຊ້ຢູ່ໃນຊີວິດປະຈຳວັນ ເຄີຍສັງເກດກັນບໍ່ວ່າບາງຄັ້ງກໍ່ເກີດບັນຫາເລື່ອງຄວາມໄວ, ການເຊື່ອມຕໍ່, ສິ່ງເຫຼົ່ານີ້ມີໂອກາດເກີດຂຶ້ນໄດ້ສະເໝີ ວັນນີ້ພວກເຮົາເລີຍມີຂັ້ນຕອນການເລັ່ງຄວາມໄວຂອງອິນເຕີເນັດມານຳສະເໜີໃຫ້ທຸກທ່ານໄດ້ລອງເຮັດເບິ່ງເພື່ອອາດຈະຊ່ວຍໃຫ້ອິນເຕີເນັດຂອງທ່ານໄວຂຶ້ນ

Speedup-Internet_1

1.Speed up 

ເຊິ່ງວິທີນີ້ເປັນການແກ້ໄຂພື້ນຖານ ທີ່ບໍ່ສົ່ງຜົນກະທົບຕໍ່ການໃຊ້ງານແຕ່ຢ່າງໃດ ວິທີການງ່າຍໆຄື ໃຫ້ເຂົ້າສູ່ລະບົບລັອກອິນ Administrator ກ່ອນ

  • ເລີ່ມຕົ້ນຈາກການຮຽກເມນູ Run ຂຶ້ນມາ ຈາກນັ້ນໃຫ້ພິມຄຳວ່າ gpedit.msc ຈະປະກົດໜ້າຕ່າງ Local group policy editor ຂຶ້ນມາ
  • ຈາກນັ້ນໃຫ້ກົດທີ່ເຄື່ອງໝາຍ + ໜ້າຫົວຂໍ້ Administrative Template > Network > QoS Packet Scheduler
  • ເບິ່ງທີ່ໜ້າຕ່າງທາງຂວາມື ໃຫ້ດັບເບີຣຄລິກທີ່ Limit reservable bandwith
  • ເມື່ອໜ້າຕ່າງ Limit reservable bandwith ສະແດງຂຶ້ນມາ ໃຫ້ຄລິກໜ້າຫົວຂໍ້ Enable ຈາກນັ້ນລົງໄປທີ່ຫົວຂໍ້ Options ດ້ານລຸ່ມ ໃຫ້ປັບຄ່າ Bandwidth limit (%) ໃຫ້ເປັນ 0 ຈາກນັ້ນຄລິກ OK

Speedup-Internet_2

2. ປັບຄ່າ bps ຫຼື Bits per second 

ວິທີການປັບຄ່າໃຫ້ມີການ Receive buffer ໃຫ້ມີປະສິດທິພາບຫຼາຍຂຶ້ນ ໂດຍໃຫ້ເຂົ້າໄປທີ່ My Computer ແລ້ວຄລິກຂວາເລືອກທີ່ Properties ຈາກນັ້ນຄລິກທີ່ແທັບ Hardware

  • ໃຫ້ຄລິກທີ່ + ດ້ານໜ້າ Ports (COM & LPT) ຈາກນັ້ນດັບເບີຣຄລິກພອດທີ່ໃຊ້ໃນການຕໍ່ໂມເດັມ ໂດຍປົກກະຕິຈະເປັນ Com2
  • ເມື່ອປະກົດໜ້າຕ່າງ Communications Port Properties ຂຶ້ນມາ ໃຫ້ຄລິກທີ່ Port Settings
  • ຈາກນັ້ນໃຫ້ຕັ້ງຄ່າ Bits per second ຈາກເດີມທີ່ເປັນ 9600 ໃຫ້ໄປຢູ່ທີ່ 57600 ຫຼື ຫຼາຍກ່ວານັ້ນ ແຕ່ທາງທີ່ດີບໍ່ຄວນໃສ່ຄ່າຕົວເລກສູງເກີນໄປ
  • ເມື່ອເຮັດແລ້ວໃຫ້ຄລິກທີ່ Flow Control ໃຫ້ເປັນ Hardware ຈາກນັ້ນຄລິກທີ່ Advance ແລ້ວຕັ້ງຄ່າ Receive Buffer ໃຫ້ສູງທີ່ສຸດ

Speedup-Internet_3

3. ປັບແກ້ Registry ສຳລັບໂຫລດໜ້າເວັບ

ເປັນອີກວິທີງ່າຍໆ ສຳລັບຊ່ວຍໃຫ້ການຄົ້ນຫາ ແລະ ການໂຫລດເວັບໄວຍິ່ງຂຶ້ນ

  • ເລີ່ມດ້ວຍການຮຽກເມນູ Run ຂຶ້ນມາ ຈາກນັ້ນພິມຄຳວ່າ regedit ແລ້ວກົດ OK
  • ຈາກນັ້ນໃຫ້ເລືອກໄປທີ່ HKEY_LOCAL_MACHINE > SYSTEM > CurrentControlSet > Services > Tcpip > ServiceProvider
  • ໃຫ້ເບິ່ງໜ້າຕ່າງດ້ານຂວາມື ແລ້ວໃຫ້ປ່ຽນຄ່າເທິງຕົວແປຕ່າງໆເຫຼົ່ານີ້ ໃຫ້ກາຍເປັນ 1 ທັງໝົດ ເຊິ່ງປະກອບດ້ວຍ

Class: 1

DnsPriority : 1?

HostsPriority : 1

LocalPriority : 1??

NetbtPriority : 1

Speedup-Internet_4

4.ກຳນົດຄ່າ MTU ກຳນົດຄ່າການຮັບ-ສົ່ງຂໍ້ມູນ

ເປັນການຕັ້ງຄ່າໃຫ້ເຄືອຂ່າຍມີການຄົ້ນຫາ Maximum Transmission Unit ໃຫ້ອັດຕະໂນມັດຜ່ານລະບົບເຄືອຂ່າຍ

  • ໃຫ້ຮຽກເມນູ Run ຂຶ້ນມາ ຈາກນັ້ນພິມ regedit ແລ້ວກົດ OK
  • ຈາກນັ້ນໃຫ້ໄປທີ່ HKEY_LOCAL_MACHINE > SYSTEM > CurrentControlSet > Services > Tcpip > Parameters > interfaces
  • ໃຫ້ຄລິກທີ່ຫນ້າ Interface ໃຫ້ຄລິກຂວາທີ່ໂຟລເດີທຳອິດ ແລ້ວເລືອກ new > DWORD Value > ຕັ້ງຊື່ເປັນ MTU
  • ສຳເລັດແລ້ວໃຫ້ດັບເບີຣຄລິກ ແລ້ວໃສ່ຄ່າເປັນ 0 ໃນຫົວຂໍ້ຕໍ່ໄປນີ້ ຫາກໃຊ້ເປັນ dial-up Connection ໃຫ້ໃສ່ຄ່າ 576?? ຫາກໃຊ້ເປັນ PPP Broadband Connecting ໃຫ້ໃສ່ຄ່າ 1492?? ຫາກເປັນ Ethernet, DSL, Cable Broadband Connection ໃຫ້ໃສ່ຄ່າ 1500

Speedup-Internet_5

5.ລົບໄຟລ໌ໃນ Cache ໃຫ້ໝົດ

ເປັນການລົບຂໍ້ມູນຂີ້ເຫຍື້ອ ຮວມເຖິງບັນດາ Cache file ຕ່າງໆ ອອກໄປຈາກລະບົບ ເຊິ່ງກໍ່ຈະຊ່ວຍໃຫ້ລະບົບເຄື່ອນໄຫວໄດ້ສະດວກຂຶ້ນ ເຊິ່ງຮວມເຖິງບຣາວເຊີທີ່ໃຊ້ໃນການທຳງານເຊັ່ນດຽວກັນ ສາມາດເຮັດໄດ້ຫຼາຍວິທີບໍ່ວ່າຈະເປັນການໃຊ້ Disk Cleanup ຫຼືການລົບຈາກ Web Browser > Internet Option > Delete > Delete Browsing History

 

ທີ່ມາ: http://notebookspec.com/

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...