Homeຂ່າວການພັດທະນາອຸດົມໄຊ ມີ 85 ໂຄງການທີ່ຂັ້ນແຂວງຮັບຜິດຊອບ

ອຸດົມໄຊ ມີ 85 ໂຄງການທີ່ຂັ້ນແຂວງຮັບຜິດຊອບ

Published on

ອີງ​ຕາມ​ຂໍ້​ມູນ​ພະ​ແນກ​ແຜນການແລະ​ການ​ລົງ­ທຶນ​ຂອງ​ແຂວງເປີດ­ເຜີຍ​ໃຫ້​ຮູ້​ວ່າ: ໂຄງ­ການ​ທີ່ ແຂວງ​ຮັບ­ຜິດ­ຊອບ​ມີ 85 ໂຄງ­ການລວມ​ມູນ​ຄ່າ​ໂຄງ­ການ​ທັງ​ໝົດ 557 ຕື້​ກວ່າ​

ກີບ, ໃນ​ນັ້ນ ຊຳ­ລະ​ໃນ ສົກ​ປີ 2011-2015 ຈຳ­ນວນ 133 ຕື້ ກວ່າ​ກີບ, ເປັນ​ທຶນ​ພາຍ​ໃນ 90 ຕື້​ກວ່າ​ກີບ ແລະ​ທຶນ​ຕ່າງ­ປະ­ເທດ 43 ຕື້​ກວ່າ​ກີບ, ມູນ​ຄ່າ​ຍັງ​ຄ້າງ ແລະ​ຈະ​ໄດ້​ສຶບ​ຕໍ່​ຊຳ­ລະ​ຕາມ​ສັນ­ຍາ​ມີ ທັງ​ໝົດ 329 ຕື້​ກວ່າ​ກີບ, ໃນ​ນັ້ນ ເປັນ​ທຶນ​ພາຍ​ໃນ 305 ຕື້​ກວ່າ​ກີບ ແລະ​ທຶນ​ຕ່າງ­ປະ­ເທດ 24 ຕື້​ກວ່າ ກີບ, ຊຶ່ງ​ການ​ລົງ­ທຶນ​ໄດ້​ແຍກ​ອອກ​ເປັນ​ທຶນ​ດັ່ງ­ນີ້:

ທຶນ​ປົກ­ກະ­ຕິ ແລະ​ຊຳ­ລະ​ໜີ້​ມີ 62 ໂຄງ­ການ ມູນ​ຄ່າ 374 ຕື້​ກວ່າ ກີບ, ຊຳ­ລະ​ຜ່ານ​ມາ​ທັງ​ໝົດ 201 ຕື້​ກວ່າ​ກີບ, ໃນ​ນັ້ນ ທຶນ​ປົກ­ກະ­ຕິ​ມີ 55 ໂຄງ­ການ ມູນ​ຄ່າ 322 ຕື້​ກວ່າ​ກີບ, ຊຳ­ລະ​ຜ່ານ​ມາ 149 ຕື້​ກວ່າ​ກີບ, ໃນ​ນັ້ນ ຊຳ­ລະ​ໃນ​ສົກ​ປີ 2014-2015 ຈຳ­ນວນ 111 ຕື້​ກວ່າ​ກີບ, ເປັນ​ທຶນ​ພາຍ​ໃນ 68 ຕື້​ກວ່າ​ກີບ ແລະ​ທຶນ​ຕ່າງ­ປະ­ເທດ 43 ຕື້​ກວ່າ​ກີບ, ມູນ​ຄ່າ​ຍັງ​ຄ້າງ ຊຳ­ລະ 172 ຕື້​ກວ່າ​ກີບ, ໃນ​ນັ້ນ ທຶນ​ພາຍ​ໃນ 148 ຕື້​ກວ່າ​ກີບ ແລະ ທຶນ​ຕ່າງ­ປະ­ເທດ 42 ຕື້​ກວ່າ​ກີບ ແລະ​ທຶນ​ຊຳ­ລະ​ໜີ້ 35% ມີ 7 ໂຄງ­ການ​ມູນ​ຄ່າ 52 ຕື້​ກວ່າ​ກີບ, ຊຳ­ລະ​ຜ່ານ​ມາ 52 ຕື້​ກວ່າ​ກີບ, ໃນ​ນັ້ນ ຊຳ­ລະ​ໃນ​ສົກ​ປີ 2014-2015 ຈຳ­ນວນ 4 ຕື້​ກວ່າ​ກີບ.

ທັງ​ນີ້ ທຶນ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ລົບ​ລ້າງ​ຄວາມ­ທຸກ​ຍາກ​ມີ 15 ໂຄງ­ການ (ບໍ່​ໄດ້​ປະ­ຕິ­ບັດ 1 ໂຄງ­ການ), ແຕ່​ອວ່າຍ​ທຶນ​ໄປ​ຊຳ ລະ​ຄ່າ​ສຳ​ຫຼວດ ແລະ​ອອກ​ແບບ, ໄດ້​ປະ­ຕິ­ບັດ 14 ໂຄງ­ການ ມູນ​ຄ່າ 174 ຕື້​ກວ່າ​ກີບ, ຊຳ­ລະ​ຜ່ານ​ມາ 21 ຕື້​ກວ່າ​ກີບ, ໃນ​ນັ້ນ ຊຳ­ລະ​ໃນ ສົກ​ປີ 2014-2015 ຈຳ­ນວນ 13 ຕື້​ກວ່າ​ກີບ ແລະ​ທຶນ​ພາຍ​ໃນ ຍັງ​ຄ້າງ​ຊຳ­ລະ 153 ຕື້​ກວ່າ​ກີຍ.

ພ້ອມ​ກັນ​ນັ້ນ ທຶນ​ຈັດ​ສັນ​ພູມ​ລຳ ເນົາ ແລະ​ບ່ອນ​ທຳ​ມາ​ຫາ​ກິນ​ຖາ ວອນ ມີ 4 ໂຄງ­ການ ມູນ​ຄ່າ 5 ຕື້​ກວ່າ​ກີບ, ຊຳ­ລະ​ຜ່ານ​ມາ 3 ຕື້ ກວ່າ​ກີບ, ໃນ​ນັ້ນ ຊຳ­ລະ​ໃນ​ສົກ​ປິ​ີ 2014-2015 1,9 ຕື້​ກວ່າ​ກີບ,ມູນ​ຄ່າ​ຍັງ​ຄ້າງ​ທີ່​ຈະ​ໄດ້​ສືບ­ຕໍ່​ຊຳ ລະ 1,7 ຕື້​ກວ່າ​ກີບ.

ນອກ​ນັ້ນ ໂຄງ­ການ​ນອກ​ແຜນ ຍ້ອນ​ມີ​ຄວາມ​ຈຳ­ເປັນ​ແຂວງ ສ້າງ​ຂຶ້ນ ມີ 4 ໂຄງ­ການ ມູນ​ຄ່າ 3 ຕື້​ກວ່າ​ກີບ, ໃນ​ນັ້ນ ໃຊ້​ເງິນ​ເກີນ ແຜນ​ຂອງ​ແຂວງ ສົກ​ປີ 2013-2014 ຊຳ­ລະ 1,4 ຕື້​ກວ່າ​ກີບ ແລະ​ມູນ​ຄ່າ​ຍັງ​ຄ້າງ​ຈະ​ຕ້ອງ​ສືບ­ຕໍ່ ຊຳ­ລະ 1,5 ຄື້​ກວ່າ​ກີບ.

ສຳ­ລັບ​ໂຄງ­ການ​ຂັ້ນ​ສູນ​ກາງ ຮັບ­ຜິດ­ຊອບ ແລະ​ມາ​ຈັດ​ຕັ້ງ​ປະ­ຕິ ບັດ​ຢູ່​ແຂວງ​ມີ 20 ໂຄງ­ການ, ໃນ​ນັ້ນ ເປັນ​ທຶນ​ໂຄງ­ການ​ເປົ້າ​ໝາຍ ສະ­ເພາະ 4 ໂຄງ­ການ ແລະ​ທຶນ ຟື້ນ​ຟູ​ໄພ­ພິ­ບັດ 16 ໂຄງ­ການ, ລວມ ມູນ​ຄ່າ ທັງ​ໝົດ 720 ຕື້​ກວ່າ ກີບ (ເປັນ​ທຶນ​ພາຍ​ໃນ​ທັງ​ໝົດ), ຊຳ­ລະ​ຜ່ານ​ມາ​ທັງ​ໝົດ 358 ຕື້ ກວ່າ​ກີບ ແລະ​ຈະ​ໄດ້​ສຶບ​ຕໍ່​ຊຳ­ລະ ທັງ​ໝົດ 362 ຕື້​ກວ່າ​ກີບ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...