Homeຂ່າວຕ່າງປະເທດສະຫະລັດຯ-ເອີຣົບ ປະກາດສະໜູນສະໜູນ ສະຖາບັນການເງິນ ແລະ ນັກລົງທຶນ ກັບຄືນເຮັດທຸລະກິດຢູ່ອີຣ່ານ!

ສະຫະລັດຯ-ເອີຣົບ ປະກາດສະໜູນສະໜູນ ສະຖາບັນການເງິນ ແລະ ນັກລົງທຶນ ກັບຄືນເຮັດທຸລະກິດຢູ່ອີຣ່ານ!

Published on

ສຳນັກຂ່າວ AFP ລາຍງານໃນວັນທີ 20 ພຶດສະພານນີ້ວ່າ ສະຫະລັດອາເມຣິກາ ແລະ ບັນດາປະເທດມະຫາອຳນາດ ໃນເອີຣົບ ໄດ້ອອກມາປະກາດ ໃຫ້ການສະໜັບສະໜູນ ສະຖາບັນການເງິນ ແລະ ນັກລົງທຶນຕ່າງປະເທດ ໃຫ້ກັບເຂົ້າໄປລົງທຶນ ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ ໃນປະເທດອີຣ່ານ ພາຍຫລັງທີ່ເຈົ້າໜ້າທີ່ລັດຖະບານ ຂອງສະຫະລັດອາເມຣິກາ ໄດ້ຫາລືກັນກັບ ສະຫະພາບເອີຣົບ, ຝຣັ່ງ, ອັງກິດ ແລະ ເຢຍລະມັນ ຊຶ່ງເປັນຜົນຈາກ ການບັນລຸຂໍ້ຕົກລົງຄວບຄຸມນິວເຄລຍ ລະຫວ່າງກຸ່ມມະຫາອຳນາດ P5+1 ທີ່ມີການລົງນາມໃນປີກາຍນີ້ ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນເດືອນກຸມພາ 2016 ຜ່ານມາ.

ການບັນລຸຂໍ້ຕົກລົງຄວບຄຸມນິວເຄລຍ ແລະ ການອອກມາປະກາດ ສະໜັບສະໜູນດ້ານເສດຖະກິດ ຂອງບັນດາປະເທດມະຫາອຳນາດດັ່ງກ່າວນີ້ ໄດ້ເຮັດໃຫ້ມາດຕະການຂວ້ຳບາດທາງເສດຖະກິດ ທີ່ບັນດາປະເທດຕ່າງໆວາງອອກ ຕໍ່ກັບລັດຖະບານອີຣ່ານ ໄດ້ຮັບການຜ່ອນຄາຍລົງອີກລະດັບໜຶ່ງ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...