Homeສຸຂະພາບ ແລະ ສີ່ງແວດລ້ອມວິທີຮັກສາ ແລະ ປ້ອງກັນ ຫູອັກເສບ

ວິທີຮັກສາ ແລະ ປ້ອງກັນ ຫູອັກເສບ

Published on

ຫຼາຍຄົນອາດເຄີຍມີອາການປວດຫູໂດຍບໍ່ຮູ້ສາເຫດ ເຮັດໃຫ້ຕ້ອງທົນກັບອາການເມື່ອເວລາປວດຫູ ເລື່ອງນີ້ສັນນິຖານໄດ້ເລີຍວ່າ ທ່ານອາດເປັນໂຣກຫູອັກເສບ ວັນນີ້ພວກເຮົາເລີຍຈະພາທຸກທ່ານມາຮູຈັກ ວິທີຮັກສາ ແລະ ປ້ອງກັນ ຫູອັກເສບ

ການຮັກສາ ຫູອັກເສບ 

ຫາກທ່ານສຳຫຼວດແລ້ວພົບວ່າ ທ່ານເຂົ້າຂ່າຍເປັນໂຣກຫູອັກເສບ ຫຼື ເປັນຫູອັກເສບແລ້ວ ເຮົາມີຄຳແນະນຳ ແລະ ວິທີຮັກສາດັ່ງນີ້

ຫູອັກເສບຊັ້ນນອກ ສາມາດຮັກສາໄດ້ດ້ວຍການເຮັດຄວາມສະອາດຫູ ແລະ ມີການດູດໜອງອອກ ຈາກນັ້ນເຊັດດ້ວຍ ປະຕິຊີວະນະ ຄວນປຶກສາແພດ ແລະ ຫຼື ລ່ຽງແກະຂໍ້ຫູດ້ວຍຂອງແຂງ ຄວນໃຊ້ສຳລີຄ່ອຍຜັນທີ່ຫູແທນ

ຫູອັກເສບ ຊັ້ນກາງ ຄວນໄປພົບແພດ ເພື່ອຮັກສາດ້ວຍການກິນຢາປະຕິຊີວະນະຕາມອາການເຊັ່ນ: ຢາຫລຸດນ້ຳມູກ, ຢາແກ້ປວດ, ຢາລະລາຍຂີ້ຫະເທີ່ ເປັນຕົ້ນ ແລະ ຫາກມີອາການໜັກແພດຕ້ອງເຮັດການເຈາະແກ້ວຫູເພື່ອລະບາຍໜອງອອກ

ຫູນ້ຳໜວກ ຕ້ອງຟ້າວໄປພົບແພດ ເພື່ອປ້ອງກັນໂຣກແຊກຊ້ອນທີ່ຮ້າຍແຮງ ບາງຄົນອາາດຕ້ອງມີການຜ່າຕັດ ເຊິ່ງໃນປັດຈຸບັນມີການພັດທະນາການຜ່າຕັດດ້ວຍກ້ອງຈຸລະທັດແລ້ວ

ການປ້ອງກັນ ຫູອັກເສບ 

ຫຼີກລ່ຽງສະຖານທີ່ມີມົນລະຜິດທາງອາກາດ

ງົດສູບຢາ ແລະ ບໍ່ຢູ່ໃກ້ຄົນສູບຢາ

ຫາກມີໂຣກພູມແພ້ ເປັນໂຣກປະຈຳຕົວ ຕ້ອງໄດ້ຮັບການຮັກສາຢ່າງຖືກຕ້ອງ

ດູແລສຸຂະພາບຮ່າງກາຍໃຫ້ແຂງແຮງ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...