spot_img
HomeມູມໄອທີລາວApple ຍຸກໃໝ່ພາຍໃຕ້ການນຳຂອງ Ahrendts

Apple ຍຸກໃໝ່ພາຍໃຕ້ການນຳຂອງ Ahrendts

Published on

ຕອນນີ້ Apple ໄດ້ຜູ້ບໍລິຫານຄົນໃໝ່ ອະດີດຊີອີໂອສິນຄ້າຫຼູແບບ Burberry ມາຄຸມຝ່າຍຄ້າປີກຂອງບໍລິສັດ ຈຶ່ງເປັນທີ່ຈັບຕາກັນຫຼາຍວ່າ ບໍລິສັດທີ່ເຄີຍວາງຮາກຖານລະບົບຄ້າປີກໄວ້ຢ່າງດີ ຈະເປັນແນວໃດຕໍ່ໄປ

ກິດຈະການຄ້າປີກຂອງ Apple ເລີ່ມຕັ້ງແຕ່ຕອນ Jobs ຢາກໃຫ້ Apple ມີຮ້ານຄ້າປີກຂອງຕົນເອງ ເນື່ອງຈາກວ່າທາງບໍລິສັດນັ້ນຂາຍເຄື່ອງທີ່ບໍ່ຄືກັບຄົນອື່ນ (ແລະແພງກວ່າອີກ) ເຮັດໃຫ້ Jobs ຄິດວ່າຮອດເວລາທີ່ Apple ຕ້ອງມີການຄ້າປີກທີ່ເປັນ solution ຂອງບໍລິສັດເອງ ໂດຍທີ່ບໍ່ຕ້ອງໄປເພິ່ງພາຕົວແທນຈຳໜ່າຍຫຼາຍເກີນໄປ

ຜູ້ທີ່ສານຝັນ Jobs ສຳເລັດກໍຄື Ron Johnson ຮ້ານຄ້າປີກຂອງ Apple ສາຂາທຳອິດຢູ່ທີ່ລັດເວີຈິເນຍເປີດໂຕໃນນປີ 2001 ແຕ່ Ron Johnson ກໍໄດ້ລາອອກຈາກບໍລິສັດໄປເປັນຊີອີໂອຂອງ JC Penney ໃນປີ 2011 (ປີນັ້ນຮຸ້ນ JC Penney ສູງເຖິງ 12%)

ຜູ້ຮັບຕຳແໜ່ງຕໍ່ມາກໍຄື John Browett ແລະຫຼັງຈາກທີ່ລາວຮັບຕຳແໜ່ງໄດ້ພຽງ 6 ເດືອນ ລາວໄດ້ຫຼຸດເວລາການເຮັດວຽກຂອງພະນັກງານລົງ ແລະຢຸດຈ້າງພະນັກງານບາງສ່ວນເພື່ອຫຼຸດການໃຊ້ຈ່າຍ ເຮັດໃຫ້ຜູ້ໃຊ້ໄດ້ຮັບປະສົບການທີ່ບໍ່ດີຫຼາຍ ຜົນກໍຄື Browett ຖືກໄລ່ອອກໄປພ້ອມກັບ Scott Forstall ເມື່ອທ້າຍປີ 2012 ໂດຍຊ່ວງນັ້ນ Tim Cook ເປັນຜູ້ເຂົ້າມາເບິ່ງແຍງງານຄ້າຍປີກເອງ

ການຄ້າປີກຂອງ Apple ນັ້ນ ເປັນສິ່ງທີ່ຄູ່ແຂ່ງຕ່າງກໍຈັບຕາເບິ່ງກັນຫຼາຍ ເນື່ອງຈາກວ່າການຕົບແຕ່ງຮ້ານທີ່ສະຫງ່າງາມ ເຊິ່ງເປັນໜຶ່ງໃນສັນຍະລັກຂອງ Apple ໄປແລ້ວ ແລະການທີ່ Apple ຈະກ້າວຕໍ່ໄປໃນຕະຫຼາດຄ້າປີກຂອງສິນຄ້າເຕັກໂນໂລຊີທັງຫຼາຍ Apple ກໍຕ້ອງໄດ້ຫາເສັ້ນທາງໃໝ່

ແລະເບິ່ງຄືວ່າ Tim Cook ຈະເຫັນດີກັບແນວທາງນີ້

– resume ຂອງ Ahrendts ຜູ້ບໍລິຫານຝ່າຍຄ້າປີກຄົນໃໝ່ໜ້າປະທັບໃຈຫຼາຍ ເພາະວ່າຊ່ວງເວລາທີ່ລາວເປັນຊີອີໂອຂອງ Burberry ນັ້ນ ຍອດຂາຍສິນຄ້າເຕີຍໃຫຍ່ຕະຫຼອດເລີຍ


– ຕະຫຼອດໄລຍະເວລາກວ່າ 3 ອາທິດທີ່ລາວຢູ່ໃນຕຳແໜ່ງ Ahrendts ໄດ້ປ່ຽນແປງທີມງານບໍລິຫານດ້ານການຄ້າປີກ, ໄປຊົມຮ້ານ Apple Store ຫຼາຍແຫ່ງ ແລະໂທໄປລົມກັບຜູ້ຈັດການຮ້ານຂອງຕົນເອງ ລາວໄດ້ກຳນົດວິໄສຍະທັດການຄ້າປີກໄວ້ 3 ຂໍ້ ຄືການໃຫ້ຄວາມສຳຄັນກັບລະບົບຈ່າຍເງິນມືຖື, ປະສົບການຜູ້ໃຊ້ ແລະ ຕະຫຼາດຈີນ

– ຂໍ້ມູນຈາກພະນັກງານ Apple ທີ່ Ahrendts ໄດ້ສະແດງວິໄສຍະທັດຂອງລາວຄື ການເປັນຜູ້ນຳໃນຕະຫຼາດຄ້າປີກຈີນແມ່ນເປັນເປົ້າໝາຍຂອງລາວ ລາວເຊື່ອວ່າປະສົບການການຄ້າກັບລູກຄ້າຄົນຈີນນັ້ນເປັນສ່ວນສຳຄັນກັບການຄ້າໂລກ ນອກຈາກຈີນແລ້ວ Apple ກໍຍັງໄດ້ເນັ້ນໃນຕະຫຼາດປະເທດທີ່ກຳລັງພັດທະນານຳ

– ປັດຈຸບັນ Apple Store ໃນຈີນມີຢູ່ 10 ແຫ່ງ ມີແຜນທີ່ຈະສ້າງໃຫ້ໄດ້ 30 ແຫ່ງໃນປີ 2016

– Ahrendts ໄດ້ເດີນທາງໄປຫາ Apple Store ຫຼາຍແຫ່ງ ລາວຍ່າງໄປເບິ່ງສ່ວນຕ່າງໆ ຂອງຮ້ານ ຕັ້ງແຕ່ສ່ວນຫຼັກຂອງຮ້ານທີ່ຂາຍສິນຄ້າ Apple, ຮ້ານຂາຍອຸປະກອນເສີມຈົນຮອດບ່ອນແປງສິນຄ້າແອັບເປີ້ນຢູ່ຫຼັງຮ້ານ ພະນັກງານທີ່ໄດ້ພົບລາວໄດ້ບອກວ່າລາວເປັນຄົນທີ່ອົບອຸ່ນ, ເບິ່ງໃຈດີ, ແລະເປັນຄົນທີ່ເລິກເຊິ່ງ

– ພະນັກງານຈາກ Apple Store ຫຼາຍແຫ່ງບອກວ່າພວກເຂົາໄດ້ຕັ້ງຕາຖ້າການຕິດຕໍ່ຈາກ Ahrendts ກ່ຽວກັບເລື່ອງແຜນການຂອງລາວໃນການປັບປຸງຮ້ານຄ້າ

– ປະຕິສຳພັນຂອງ Ahrendts ຕໍ່ພະນັກງານ Apple Store ກົງກັນຂ້າມກັບ John Browett ຢ່າງສິ້ນເຊີງ ເພາະວ່າ Browett 
ມັກຈະເຂົ້າມາຊົມຢູ່ທີ່ຮ້ານພຽງບໍ່ຮອດນາທີແລ້ວກໍອອກໄປ ເຊິ່ງມາດຂອງ Browett ເປັນໄດ້ພຽງແຕ່ນັກທຸລະກິດ ແຕ່ເປັນຄົນຂອງ Apple ບໍ່ໄດ້

– Ahrendts ເຂົ້າມາເຮັດວຽກທີ່ Apple ກໍພ້ອມທີ່ຈະໂທປະຊຸມທາງໄກກັບຜູ້ຈັດການການຄ້າທົ່ວໂລກ ໂດຍຜູ້ຈັດການຮ້ານຄ້າຄົນໜຶ່ງບອກວ່າ “ເຖິງຈະເປັນພຽງການລົມໂທລະສັບ ແຕ່ປຽບສະເໝືອນກັບວ່າລາວກຳລັງລົມນຳຢູ່ຕໍ່ໜ້າເລີຍ”

ດ້ວຍບຸກຄະລິກຂອງ Ahrendts ທີ່ມີວິໄສຍະທັດຊັດເຈນ, ເຂົ້າກັບວັດທະນະທຳ Apple ໄດ້ ແລະຄວາມເປັນມິດກັບພະນັກງານ ທັງຍັງມີແຮງສະໜັບສະໜູນຈາກພະນັກງານນຳ ເຮັດໃຫ້ພະນັກງານທັງຫຼາຍເຊື່ອວ່າ ລາວຈະສາມາດນຳ Apple Store ຍຸກເກົ່າທີ່ Steve Jobs ແລະ Ron Johnson ໄດ້ປູພື້ນຖານໄວ້ ມາສູ່ຍຸກໃນອະນາຄົດ Apple ຈະເຂົ້າສູ່ຍຸກແຫ່ງອຸປກອນສມໃສ່ໄດ້

ລາວກ່າວວ່າ “ຂ້ອຍໄດ້ຮັບປະລິນຍາ MBA ທີ່ Burberry ແຕ່ຂ້ອຍຈະມາຮັບປະລິນຍາເອກທີ່ Apple”

ທີ່ – 9to5Mac

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...