HomeມູມໄອທີລາວMicrosoft ປະກາດຂາຍທຸລະກິດຟີເຈີໂຟນໃຫ້ກັບ Foxconn ຢ່າງເປັນທາງການແລ້ວໃນມູນຄ່າ 350 ລ້ານໂດລາ!!

Microsoft ປະກາດຂາຍທຸລະກິດຟີເຈີໂຟນໃຫ້ກັບ Foxconn ຢ່າງເປັນທາງການແລ້ວໃນມູນຄ່າ 350 ລ້ານໂດລາ!!

Published on

ຫຼັງຈາກທີ່ເຮົາໄດ້ສະເໜີຂ່າວໄປແລ້ວເມື່ອ 3 ມື້ກ່ອນວ່າມີຂ່າວລືຈາກປະເທດຈີນລະບຸວ່າ Microsoft ກຽມທີ່ຈະຖິ້ມຕະຫຼາດຟີເຈີໂຟນ ແລະຂາຍຊື່ Nokia ໃຫ້ກັບ Foxconn ແລະມື້ນີ້ຂ່າວລືດັ່ງກ່າວກໍເປັນຄວາມຈິງແລ້ວ, ເມື່ອ Microsoft ປະກາດອອກມາຢ່າງເປັນທາງການວ່າໄດ້ເຮັດຂໍ້ຕົກລົງເລື່ອງການຊື້ຂາຍທຸລະກິດຟີເຈີໂຟນ ກັບ Foxconn ໃນມູນຄ່າ 350 ລ້ານໂດລາສະຫະລັດ!!

ສຳລັບສ່ວນໜຶ່ງຂອງການຕົກລົງຊື້ຂາຍຄື: Foxconn ຈະໄດ້ຮັບສິດຢ່າງຖືກຕ້ອງໃນການໃຊ້ຊື່ Nokia ໃນການເຮັດຕະຫຼາດສຳລັບຟີເຈີໂຟນ, ບໍລິສັດຍັງສາມາດຄວບຄຸມເລື່ອງຊ໋ອບແວຣ໌ ແລະ ບໍລິການຂອງໂນເກຍຟີເຈີໂຟນ, ລວມເຖິງຂໍ້ຕົກລົງສັນຍາທີ່ສຳຄັນ ແລະ ສັນຍາອະນຸຍາດຂອງລູກຄ້າ.

ນອກຈາກນນີ້ແລ້ວ Foxconn ຍັງຈະສາມາດໃຊ້ໂຮງງານຜະລິດຂອງ Microsoft ທີ່ຮາໂນຍ ປະເທດຫວຽດນາມອີກນຳ. ລວມໄປເຖິງພະນັກງານ 4,500 ຄົນຈາກທີ່ຖືກປົດອອກຍັງມີໂອກາດທີ່ຈະໄດ້ເຂົ້າຮ່ວມເຮັດວຽກກັບບໍລິສັດ Foxconn ຫຼື ບໍລິສັດລູກ. ໂດຍ Microsoft ຍັງກ່າວອີກວ່າການຊື້ຂາຍນີ້ຈະສຳເລັດໃນໃນຊ່ວງເຄິ່ງຫຼັງຂອງປີນີ້.

ໃນຂະນະທິ່ສະມາດໂຟນຈາກ Microsoft ທິ່ໃຊ້ລະບົບ Windows 10 Mobile ນັ້ນກໍຍັງຈະມີການພັດທະນາຕໍ່ໆໄປ ເຊັ່ນ: Lumia 950, 950 XL ແລະ 650, ແນ່ນອນວ່າບໍລິສັດອື່ນທີ່ເປັນສ່ວນຮ່ວມກໍຍັງຄົງໃຫ້ການສະໜັບສະໜູນອີກຕໍ່ໄປ ເປັນຕົ້ນແມ່ນ Acer, HP, Alcatel, VAIO ຫຼື Trinity

image

ປິດທ້າຍດ້ວຍການກັບມາອິກຄັ້ງຂອງຕຳນານຍັກໃຫຍ່ໃນວົງການໂທລະສັບມືຖຶນັ້ນກໍຄື Nokia ເຊິ່ງຈະເຂົ້າມາມີສ່ວນຮ່ວມໃນຕະຫຼາດສະມາດໂຟນ ແລະແທັບເລັດອີກຄັ້ງໃນໄວໆນີ້ ໂດຍຈະໃຊ້ລະບົບປະຕິບັດການ Android ເປັນຫຼັກໃນການບຸກຕະຫຼາດ.

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...