spot_img
Homeຂ່າວພາຍ​ໃນນາຍົກ​ອອກ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງປະເທດ ຢ່າງ​ເດັດຂາດ

ນາຍົກ​ອອກ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງປະເທດ ຢ່າງ​ເດັດຂາດ

Published on

ເພື່ອເປັນການສະ­ກັດກັ້ນ, ຕ້ານ ແລະ ແກ້ໄຂປະ­ກົດການຫຍໍ້ທໍ້ດ້ານຕ່າງໆໃນຂົງ­ເຂດວຽກງານປ່າ­ໄມ້ໃຫ້ຫຼຸດລົງ ແລະ ຫມົດໄປເທື່ອລະກ້າວທ່ານນາ­ຍົກລັດຖະມົນ­ຕີໄດ້ອອກຄຳສັ່ງໃຫ້ພາກສ່ວນທີ່ກ່ຽວ­ຂ້ອງທຸກຂັ້ນໃນທົ່ວປະ­ເທດ ເພີ່ມທະ­ວີການ­ຈັດ­ຕັ້ງປະຕິບັດວຽກງານຄຸ້ມຄອງປ່າ­ໄມ້ ໂດຍສະ­ເພາະແມ່ນໃຫ້ຢຸດ­ຕິການສົ່ງອອກໄມ້ທ່ອນໄປຕ່າງປະ ເທດໃນທຸກກໍ­ລະ­ນີຢ່າງເດັດ­ຂາດ ລວມທັງໄມ້ທີ່ລັດ­ຖະ­ບານໄດ້ອະນຸມັດຜ່ານມາແຕ່ຍັງບໍ່ທັນໄດ້ຈັດຕັ້ງປະ­ຕິ­ບັດ.

ອີງຕາມຄຳສັ່ງຂອງນາ­ຍົກລັດ­ຖະ­ມົນ­ຕີທີ່ລົງລາຍເຊັນໂດຍ ທ່ານ ທອງລຸນ ສີສຸລິດ ນາ­ຍົກລັດຖະມົນ­ຕີແຫ່ງ ສປປ ລາວ ສະ­ບັບ ເລກທີ 15/ນຍ, ນະ­ຄອນ­ຫຼວງວຽງຈັນ, ວັນທີ 13 ພຶດສະ ພາ 2016 ຮູ້ວ່າ: ເພື່ອເປັນການເພີ່ມທະວີໃນການ­ຈັດ­ຕັ້ງປະ­ຕິ­ບັດວຽກງານຄຸ້ມຄອງປ່າ­ໄມ້, ການທຸ­ລະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງ ແລະ ຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດ­ຫມາຍ ແລະລະ­ບຽບການຕ່າງໆທີ່ລັດ­ຖະ­ບານ ໄດ້ວາງອອກໃຫ້ມີຄວາມສັກ­ສິດ, ທັງເປັນການສະ­ກັດກັ້ນ, ຕ້ານ ແລະແກ້ໄຂປະ­ກົດການຫຍໍ້­ທໍ້ດ້ານຕ່າງໆໃນຂົງ­ເຂດວຽກງານປ່າ­ໄມ້ໃຫ້ຫຼຸດລົງ ແລະຫມົດໄປເທື່ອລະກ້າວ, ແມ່ນໃຫ້ພາກ­ສ່ວນທີ່ກ່ຽວຂ້ອງທຸກຂັ້ນໃນທົ່ວປະ­ເທດເພີ່ມທະ­ວີຄວາມເອົາ­ໃຈ­ໃສ່ ແລະຄວາມຮັບຜິດ ຊອບໃນການປະ­ຕິ­ບັດຫນ້າ­ທີ່ໃຫ້ຖືກ­ຕ້ອງຕາມກົດ­ຫມາຍ ແລະລະ­ບຽບການຕ່າງໆ ທີ່ໄດ້ກຳ­ນົດອອກ ໂດຍສະ­ເພາະກົດ­ຫມາຍ ແລະລະ­ບຽບການທີ່ກ່ຽວ­ຂ້ອງກັບການຄຸ້ມຄອງປ່າ­ໄມ້, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸ­ລະກິດໄມ້.

ໃນນີ້ ຫ້າມເດັດ­ຂາດການສົ່ງອອກໄມ້ທ່ອນ, ໄມ້ຕີບຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫຼື ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າ­ໄມ້ ແລະໄມ້ຢືນຕົ້ນ ຫຼື ໄມ້ປະ­ດັບທີ່ຂຸດຄົ້ນອອກຈາກປ່າທຳມະຊາດໄປຕ່າງ­ປະ­ເທດໃນທຸກກໍ­ລະ­ນີ ລວມທັງໄມ້ທີ່ລັດ­ຖະ­ບານໄດ້ອະ­ນຸ­ມັດຜ່ານມາແຕ່ຍັງບໍ່ທັນໄດ້ຈັດຕັ້ງປະ­ຕິ­ບັດ, ໃຫ້ປຸງແຕ່ງເປັນຜະ­ລິດຕະພັນສຳ­ເລັດຮູບຕາມມາດຕະຖານທີ່ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການຄ້າວາງອອກ ແລ້ວຈຶ່ງອະ­ນຸ­ຍາດ ໃຫ້ສົ່ງອອກ, ຫ້າມນຳໄມ້ ແລະເຄື່ອງປ່າຂອງດົງທີ່ບໍ່ຖືກ­ຕ້ອງຕາມກົດ­ຫມາຍ ແລະລະ­ບຽບການຈາກຕ່າງ­ປະ­ເທດມາ ຜ່ານເພື່ອສົ່ງໄປປະ­ເທດທີສາມ, ໃຫ້ສືບຕໍ່ປະ­ຕິ­ບັດຕາມຄຳສັ່ງຂອງນາ­ຍົກລັດຖະມົນ­ຕີສະ­ບັບເລກທີ 31/ນຍ, ລົງວັນທີ 5 ພະ­ຈິກ 2013.

ໃນເຂດພັດ­ທະ­ນາກໍ່­ສ້າງພື້ນ­ຖານໂຄງລ່າງ, ເຂດຂຸດຄົ້ນແຮ່ທາດ ແລະເນື້ອທີ່ທຳການຜະ­ລິດຕ່າງໆທີ່ລັດຖະບາຍັງບໍ່ທັນໄດ້ອະ­ນຸ­ມັດແມ່ນຫ້າມບໍ່ໃຫ້ດຳ­ເນີນການສຳຫຼວດ ແລະຂຸດຄົ້ນໄມ້ຢ່າງເດັດຂາດ. ໃຫ້ຢຸດ­ຕິການສະ­ເຫນີ ແລະ ອະ­ນຸຍາດເກັບກູ້, ທ້ອນ­ໂຮມໄມ້ກິ່ງງ່າ, ໄມ້ທ່ອນສັ້ນ, ໄມ້ນອນຂອນຕາຍ ແລະບໍ່ອະນຸຍາດໃຫ້ເອົາໄມ້ແກ້ໄຂນະ­ໂຍ­ບາຍໃຫ້ ແກ່ບຸກ­ຄົນໃດບຸກ­ຄົນຫນຶ່ງ, ໃຫ້ກະ­ຊວງກະ­ສິ­ກຳ ແລະປ່າ­ໄມ້ເປັນ­ໃຈກາງສົມ­ທົບກັບຂະ­ແຫນງ­ການກ່ຽວ­ຂ້ອງ ແລະທ້ອງຖິ່ນກວດ­ກາ ແລະເກັບກຳຂໍ້ມູນລະ­ອຽດ ເຊັ່ນ: ຈຳ­ນວນ, ບໍລິມາດໄມ້ ແລະພັນ­ທະຄ້າງຢູ່ສະ­ຫນາມ 2 ທີ່ໄດ້ຮັບອະ­ນຸ­ຍາດໃຫ້ຂຸດຄົ້ນຈາກລັດ­ຖະ­ບານໃນໄລ­ຍະຜ່ານ ເພື່ອລາຍງານລັດ­ຖະ­ບານພິ­ຈາ­ລະ­ນາ ໂດຍມອບໃຫ້ຂະ­ແຫນງ­ການກ່ຽວ­ຂ້ອງປະ­ມູນຂາຍແກ່ສະ­ມາ­ຄົມອຸດສະ­ຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະສະ­ມາ­ຄົມເຟີນິເຈີລາວ ຫຼື ຜູ້ປະ­ກອບການອື່ນໆ ເພື່ອນຳມາປຸງແຕ່ງເປັນຜະ­ລິດຕະພັນສຳ­ເລັດຮູບຂາຍຢູ່ພາຍໃນ ຫຼື ສົ່ງອອກ.

ສຳ­ລັບໄມ້ທີ່ຂຸດຄົ້ນເກີນແຜນ­ການທີ່ລັດ­ຖະ­ບານອະ­ນຸ­ມັດແມ່ນໃຫ້ຢຶດເປັນຂອງລັດ ແລ້ວດຳ­ເນີນຄະ­ດີຕໍ່ຜູ້ກະ­ທຳຜິດຢ່າງເຂັ້ມງວດ, ສ່ວນໄມ້ທີ່ຂຸດຄົ້ນໂດຍບໍ່ໄດ້ຮັບອະ­ນຸ­ຍາດ, ຜິດຕໍ່ລະ­ບຽບກົດ­ຫມາຍ ແລະຍັງຄ້າງຢູ່ສະ­ຫນາມ 1 ແມ່ນບໍ່ໃຫ້ເກັບກູ້ ຫຼື ທ້ອນ­ໂຮມອີກ ເພາະຈະເປັນຊ່ອງ ວ່າງໃຫ້ແກ່ການລັກ­ລອບຕັດໄມ້ຕໍ່ໄປ, ການຂຸດຄົ້ນໄມ້ເພື່ອແຫຼ່ງພະ­ລັງ­ງານ ເຊັ່ນ: ໄມ້ຟືນ, ໄມເຮັດຖ່ານ, ໄມ້ຫຼັກຮົ້ວ, ໄມ້ຄໍ້າແບບ ແມ່ນອະ­ນຸ­ຍາດໃຫ້ເອົາສະເພາະທີ່ຄຸ້ມຄອງຂອງປະຊົນ ແລະ ປ່າຊົມໃຊ້ຂອງບ້ານທີ່ໄດ້ຜ່ານການມອບດິນ- ມອບປ່າ ຫຼື ເອົາຈາກເຂດກໍ່­ສ້າງພື້ນ­ຖານ ໂຄງລ່າງທີ່ໄດ້ຮັບອະ­ນຸ­ມັດຈາກລັດຖະບານ, ໃຫ້ຄົ້ນ­ຄວ້າ ແລະສົ່ງ­ເສີມການລົງທຶນໃສ່ການຂຸດຄົ້ນໄມ້ ໂດຍນຳໃຊ້ທ່າແຮງຂອງພາກລັດ ແລະ ຜູ້ປະ­ກອບການ ເພື່ອສ້າງໃຫ້ມີການ­ຈັດ­ຕັ້ງ ຫຼື ກອງຂຸດຄົ້ນໄມ້ທີ່ເປັນຫນ່ວຍງານເຄື່ອນໄຫແບບວິ­ຊາຊີບເປັນປົກ­ກະ­ຕິຕໍ່ເນື່ອງປະ­ສົມປະສານໄປກັບການປົກປັກຮັກ­ສາ, ບູ­ລະ­ນະປ່າ­ໄມ້ ໂດຍພາຍໃຕ້ການຄຸ້ມຄອງຂອງອຳ­ນາດການປົກ­ຄອງ ແລະຂະ­ແຫນງການກ່ຽວ­ຂ້ອງຂອງທ້ອງ­ຖິ່ນ, ໃຫ້ກະຊວງອຸດສະ­ຫະກຳ ແລະການຄ້າ ເປັນ­ໃຈ ກາງສົມ­ທົບກັບຂະ­ແຫນງ­ການກ່ຽວ­ຂ້ອງ ແລະທ້ອງ­ຖິ່ນ ຮີດຮ້ອນດັດ­ສົມໂຮງ­ງານປຸງແຕ່ງໄມ້ໃຫ້ສຳ­ເລັດໂດຍໄວ ພ້ອມດຽວກັນກໍໃຫ້ຊີ້ນຳສະ­ມາ­ຄົມອຸດສະ­ຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະສະ­ມາ­ຄົມເຟີນິເຈີປັບ­ປຸງພາ­ລະບົດ­ບາດ ແລະກົນໄກການ­ເຄື່ອນ­ໄຫວວຽກງານຂອງຕົນໃຫ້ມີຄວາມເຂັ້ມ­ແຂງ ເພື່ອປະ­ຕິ­ບັດນະໂຍບາຍສົ່ງ­ເສີມການປຸງແຕ່ງໄມ້ຢູ່ພາຍໃນ ໃຫ້ສາ­ມາດສ້າງມູນຄ່າເພີ່ມ ແລະມີຄຸນນະພາບຕາມຄວາມຕ້ອງ­ການຂອງຕະຫຼາດພາຍໃນ ແລະຕ່າງ­ປະ­ເທດ.

ໃຫ້ກະ­ຊວງກະ­ສິ­ກຳ ແລະ ປ່າ­ໄມ້, ສົມທົບກັບກະຊວງປ້ອງກັນປະ­ເທດ ແລະຂະ ແຫນງການກ່ຽວ­ຂ້ອງ ແລະທ້ອງ­ຖິ່ນລາດຕະ­ເວນເຂດລຽບຕາມຊາຍແດນທີ່ຫຼໍ່ແຫຼມ, ມີການລັກຂຸດຄົ້ນໄມ້, ສະ­ຖານທີ່ຂຸດຄົ້ນໄມ້, ເສັ້ນ­ທາງຂົນ­ສົ່ງໄມ້, ສະຫນາມໄມ້, ໂຮງເລື່ອຍ, ໂຮງ­ງານປຸງແຕ່ງໄມ້, ໂຮງ­ງານເຟີນິເຈີ, ສາງເກັບມ້ຽນ, ໂຮງ­ງານທີ່ນຳໃຊ້ໄມ້ເປັນພະ­ລັງ­ງານ ແລະສະ­ຖານ­ທີ່ກ່ຽວ­ຂ້ອງອື່ນໆຕາມ ການລາຍງານມາແລ້ວ, ຖ້າມີການລະເມີດ ຫຼື ການກະ­ທຳຜິດແມ່ນໃຫ້ດຳ­ເນີນການສອບສວນ-ສືບ­ສວນເພື່ອມີມາດຕະ­ການທາງແພ່ງ ແລະ ທາງອາ­ຍາ, ພ້ອມດຽວກັນກໍໃຫ້ດຳ­ເນີນການກວດກາການນຳເຂົ້າ, ການຊື້-ຂາຍການມີໄວ້ໃນຄອບຄອງ ແລະການນຳໃຊ້ເຄື່ອງ­ມືອຸ­ປະ­ກອນ, ເຄື່ອງຈັກ ແລະພາ­ຫານະຂຸດ ຄົ້ນໄມ້ທີ່ບໍ່ໄດ້ຮັບອະ­ນຸ­ຍາດຈາກຂະ­ແຫນງການກ່ຽວ­ຂ້ອງ, ຖ້າມີການຊຸກ­ເຊື່ອງ ເພື່ອລັກ­ລອບນຳໃຊ້ແມ່ນໃຫ້ຢຶດໄວ້ແລ້ວດຳເນີນຄະ­ດີຕໍ່ຜູ້ກະ­ທຳຜິດຢ່າງເຂັ້ມງວດ, ທີ່ສຳ­ຄັນໃຫ້ເອົາ­ໃຈ­ໃສ່ປະ­ຕິ­ບັດຫນ້າ­ທີ່ຂອງ ໃຜ­ລາວຢ່າງຈິງຈັງ, ເຂັ້ມງວດ ແລະມີຄວາມໂປ່ງໃສ, ເດັດ­ດ່ຽວປົກປ້ອງສົ່ງເສີມຜູ້­ດີມີຄວາມສັດ­ຊື່ ແລະ ມີຄວາມສາມາດ.

ສຳ­ລັບດ່ານຫ້າມບັນ­ດາດ່ານສາ­ກົນ, ດ່ານທ້ອງ­ຖິ່ນ, ດ່ານປະ­ເພ­ນີ ແລະ ບັນ­ດາດ່ານຕ່າງໆຢູ່ຊາຍແດນອະ­ນຸ­ຍາດ ຫຼື ອຳນວຍຄວາມສະ­ດວກໃນການສົ່ງອອກໄມ້ ແລະເຄື່ອງປ່າຂອງດົງຢ່າງເດັດ­ຂາດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....