spot_img
Homeຄວາມງາມຫຼຸດຄວາມອ້ວນດ້ວຍ “ຖົ່ວເຫຼືອງ”

ຫຼຸດຄວາມອ້ວນດ້ວຍ “ຖົ່ວເຫຼືອງ”

Published on

ຫຼຸດນໍ້າໜັກດ້ວຍຖົ່ວເຫຼືອງ (e-magazine)

     ທ່ານເຄີຍສົງໄສບໍ່ວ່າ ເປັນຫຍັງຫຼາຍຄົນຄືມີນໍ້າໜັກເພີ່ມໃນເທສະການກິນເຈ ທັງທີ່ບໍ່ໄດ້ກິນຊີ້ນສັດ ຊຶ່ງທ່ານຮູ້ຫຼືບໍ່ວ່າ ເຫດທີ່ເຮັດໃຫ້ຮູບຮ່າງງາມໆຂອງທ່ານຕ້ອງມາເສຍ ນັ້ນອາດເປັນເພາະການບໍລິໂພກແຕ່ແປ້ງນັ້ນເອງ ແລະເບິ່ງຂ້າມຂອງດີໆເຊັ່ນ ໝາກຖົ່ວເຫຼືອງ ນອກຈາກຈະນຳມາປຸງອາຫານໃຫ້ມີລົດຊາດແຊບແລ້ວ ໝາກຖົ່ວເຫຼືອງນີ້ຈະເປັນຕົວຊ່ວຍໃຫ້ທ່ານມີຊວດຊົງອົງແອວທີ່ດີໄດ້.

“ຖົ່ວເຫຼືອງ”: ເປັນແຫຼ່ງລວມໂປຣຕີນທີ່ມີຄຸນນະພາບສູງພໍສົມຄວນ ເພາະມີໄຂມັນບໍ່ອີ່ມຕົວ ແລະບໍ່ມີໂຄເຣດສເຕີລອນ ຊຶ່ງປະກອບດ້ວຍສານສຳຄັນຕ່າງໆຫຼາຍຢ່າງເຊັ່ນ:

ສານໄອໂຊຟລາໂວນ

ຊຶ່ງມີສ່ວນຊ່ວຍຫຼຸດການສະສົມໄຂມັນໃນຮ່າງກາຍໄດ້ ແລະຍັງຊ່ວຍເພີ່ມມວນກ້າມເນື້ອຈາກການເຮັດກິດຈະວັດປະຈຳວັນໄດ້ເປັນຢ່າງດີ.

ສານຊາໂພນິນໃນຖົ່ວເຫຼືອງ

ມີຄຸນສົມບັດບໍ່ລະລາຍໃນເລືອດ ແລະບໍ່ເປັນສານພິດຕໍ່ຮ່າງກາຍ ຊ່ວຍປ້ອງກັນນໍ້າຕານທີ່ຮ່າງກາຍດູດຊຶມ ບໍ່ແປສະພາບເປັນໄຂມັນ ເຮັດໃຫ້ເຫຍື່ອບຸລຳໄສ້ເຮັດວຽກໄດ້ດີຂຶ້ນ ແລະການດູດຊຶມອາຫານສົມບູນຫຼາຍຂຶ້ນອີກດ້ວຍ.

ເສັ້ນໃຍອາຫານທີ່ບໍ່ລະລາຍນໍ້າ

ຍັງສາມາດຍ່ອຍໄດ້ໂດຍຈຸລິນຊີໃນລຳໄສ້ຂອງຄົນເຮົາ ແລະເກີດເປັນພະລົງງານທີ່ບໍ່ສາມາດລວມຕົວກັບໄຂມັນຂອງທ່ານ ຊ່ວຍເຮັດໃຫ້ຮູ້ສຶີ່ມ.

“ຖົ່ວເຫຼືອງ” ມີໂປຣຕີນ, ຄາໂບໄຮເດດສ, ວິຕາມິນ B1, B6, B12 ວິຕາມິນ C, D, E ໂພເທັກຊຽມ ແລະຟົດສະຟໍ ໝາກຖົ່ວ 100 ກຣາມ ມີໂປຣຕີນ 38 ກຣາມ, ໄຂມັນ 18 ກຣາມ ແລະໃຫ້ພະລັງງານສູງເຖິງ 355 ແຄລໍຣີ ໃນຂະນະທີ່ຊີ້ນ 100 ກຣາມ ໃກ້ໂປຣຕີນພຽງ 9 ກຣາມ ແລະພະລັງງານ 195 ແຄລໍຣີ ຈະເຫັນຊັດເຈນເລີຍວ່າ ໃນກໍລະນີທີ່ນໍ້າໜັກເທົ່າກັບຊີ້ນໃຫ້ໂປຣຈີນນ້ອຍກວ່າໝາກຖົ່ວເຫຼືອງຫຼາຍ ແລະໃຫ້ແຄລໍຣີທີ່ໜ້ອຍກວ່າ ດັ່ງນັ້ນ ການກິນໝາກຖົ່ວເຫຼືອງ ຈອງຈະເຮັດໃຫ້ບໍ່ອ້ວນໄດ້ ໂດຍສະເພາະນົມຖົ່ວເຫຼືອງ 200 ມີລີລິດ ຊຶ່ງເຮັດໃຫ້ໂປຣຕີນເທົ່າກັບນົມງົວ ແຕ່ໃຫ້ພະລັງງານປະມານ 80 ແຄລໍຣີເທົ່ານັ້ນເອງ.

ສຳລັບທ່ານໃດທີ່ຕ້ອງການຫຼຸດນໍ້າໜັກ ທ່ານນັ້ນສາມາດໃຊ້ວິທີດື່ມນົມຖົ່ວເຫຼືອງໄດ້ ແຕ່ການດື່ມນົມຖົ່ວເຫຼືອງ ອາດຈະໄດ້ຮັບສານອາຫານບໍ່ຄົບຖ້ວນຕໍ່ຮ່າງກາຍເທົ່າໃດ ໂດຍສະເພາະແຄວຊຽມ ຊຶ່ງພົບໜ້ອຍກວ່າໃນນົມງົວ ຈິ່ງຄວນຈະຮົບປະທານກັບອາຫານທີ່ເສີມກັນເຊັ່ນ ຜັກກາດນາ ທີ່ໃຫ້ພະລັງງານຕໍ່າເໝາະກັບຜູ້ຕ້ອງການຫຼຸດນໍ້າໝັກ ແລະນອກຈາກນີ້ ທ່ານຄວນລະວັງໃນການເລືອກທານຜະລິດຕະພັນຈາກໝາກຖົ່ວເຫຼືອງທີ່ໃຫ້ລົດຊາດຫວານອີກດ້ວຍ ແນວໃດກໍ່ຕາມສຳລັບຜູ້ທີ່ເປັນໂລກຕ່ອມໄທຣອຍ ບໍ່ກໍ່ບໍ່ຄວນຮັບປະທານໝາກຖົ່ວເຫຼືອງ ລວມໄປຮອດອາຫານປະເພດ ຜັກກະຫລໍ່າ, ໝາກຖົ່ວດິນອີກດ້ວຍ ເພາະມີລາຍງາຍວ່າ ໝາກຖົ່ວເຫຼືອງຈະເຂົ້າໄປຂັດຂວາງການເຮັດວຽກຂອງຕ່ອມໄທຣອຍຂອງທ່ານນັ້ນເອງ ໂດຍເຂົ້າໄປກັ້ນໄອໂອດີນທີ່ຈຳເປັນຕໍ່ຕ່ອມໄທຣອຍ ຊຶ່ງອາດສົ່ງຜົນໃຫ້ທ່ານນໍ້າໜັກເພີ່ມ, ອ່ອນເພຍ, ອາລົມປ່ຽນແປງໄດ້.

ທີ່ມາຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...