ການຮຽກຮ້ອງ ຫຼື ທວງເອົາມູນມໍລະດົກກໍຕ້ອງມີໄລຍະເວລາ ຫຼື ທີ່ເອີ້ນກັນໃນທາງກົດໝາຍກໍຄືອາຍຸຄວາມໃນການຮ້ອງຟ້ອງ ເອົາມູນມໍລະດົກ
ຫຼາຍໆຄົນກໍຄົງຈະຍັງບໍ່ຮູ້ ຫຼື ບໍ່ເຂົ້າໃຈເຖິງເລື່ອງດັ່ງກ່າວນີ້ເທື່ອຈິ່ງເຮັດໃຫ້ເກີດຂໍ້ຂັດແຍ່ງກ່ຽວກັບບັນຫານີ້ຂຶ້ນຫຼາຍພໍສົມຄວນໃນສັງຄົມ, ອີງຕາມມາດຕາ 40 ຂອງກົດໝາຍວ່າດ້ວຍການສືບທອດມູນມໍລະດົກຄືອາຍຸ ຄວາມໃນການຮ້ອງຟ້ອງເອົາມູນມໍລະດົກໄດ້ລະບຸວ່າການຮ້ອງຟ້ອງເອົາມູນມໍລະດົກສາມາດເຮັດຂຶ້ນໄດ້ພາຍໃນກຳນົດເວລາສາມປີນັບແຕ່ວັນທີເຈົ້າມູນມໍລະດົກໄດ້ເສຍຊີວິດເປັນຕົ້ນໄປ, ຖ້າຫາກກາຍກຳນົດດັ່ງກ່າວສິດໃນການ ຮ້ອງຟ້ອງຈະຕົກໄປເວັ້ນເສຍແຕ່ ໃນກໍລະນີທີ່ຜູ້ສືບທອດມູນມໍລະດົກນັ້ນອາຍຸບໍ່ເຖິງ 18 ປີ ພາຍຫຼັງ ເຈົ້າມູນມໍລະດົກເສຍຊີວິດ ຫຼື ມີ ເຫດຜົນອື່ນທີ່ພຽງພໍ.
ຍົກຕົວຢ່າງ ທ້າວ ອັງຄານ ມີລູກຊາຍສອງຄົນ, ຜູ້ທຳອິດແມ່ນ ມີອາຍຸ 22 ປີ ແລະຜູ້ທີສອງແມ່ນມີອາຍຸ 20 ປີ ຊຶ່ງທ້າວ ອັງຄານ ແມ່ນມີຊັບສິນທັງໝົດຄືເຮືອນ ແລະດິນໜຶ່ງຕອນ ແລະລົດອີກໜຶ່ງຄັນ, ກ່ອນທີ່ຈະເສຍຊີວິດລາວບໍ່ ໄດ້ເຮັດພິໄນກຳມອບຊັບ ຫຼື ຍົກຊັບໃຫ້ແກ່ໃຜ ດັ່ງນັ້ນໃນກໍລະນີນີ້ີ ຈິ່ງຕົກຢູ່ໃນກໍລະນີການສືບທອດມູນມໍລະດົກຕາມກົດໝາຍ ຊຶ່ງພາຍຫຼັງທີ່ທ້າວ ອັງຄານ ໄດ້ເສຍຊີວິດໄປແລ້ວຜູ້ທີ່ເປັນລູກຊາຍກົກ ກໍໄດ້ແຕ່ງດອງ ແລະຍ້າຍຄອບຄົວອອກໄປຢູ່ເຮືອນຕ່າງຫາກ ໂດຍປ່ອຍໃຫ້ນ້ອງຊາຍເປັນຜູ້ຄຸ້ມຄອງເຮືອນ ແລະລົດທີ່ເປັນມູນມໍລະດົກຂອງພໍ່ໄວ້ໂດຍບໍ່ມີການທວງ ທາວໃດໆ.
ຫຼັງຈາກນັ້ນ 5 ປີຕໍ່ມາຜູ້ທີ່ເປັນອ້າຍກົກກໍມາທວງທາວເອົານຳນ້ອງຊາຍຄື ຢາກໃຫ້ທາງນ້ອງ ຊາຍແບ່ງຊັບສິນທີ່ເປັນມູນຂອງພໍ່ ນັ້ນໃຫ້ຕົນເຄິ່ງໜຶ່ງ, ແຕ່ນ້ອງຊາຍຊ້ຳພັດປະຕິເສດບໍ່ແບ່ງປັນເຮືອນ ແລະລົດຄັນດັ່ງກ່າວນັ້ນໃຫ້ແກ່ອ້າຍ ໂດຍອ້າງວ່າອ້າຍໝົດສິດ ໃນການຮ້ອງຟ້ອງ ຫຼື ທວງທາວ ເອົາຊັບສິນທີ່ເປັນມູນຂອງພໍ່ນັ້ນແລ້ວ ຊຶ່ງອີງໃສ່ມາດຕາ 40 ຂອງກົດໝາຍວ່າດ້ວຍການສືບ ທອດມູນມໍລະດົກ, ໃນກໍລະນີນີ້ຖືວ່າ ຜູ້ເປັນອ້າຍກົກນັ້ນໝົດສິດໃນການທວງທາວ ຫຼື ຮຽກຮ້ອງເອົາມູນມໍ ລະດົກນັ້ນແລ້ວຕາມກົດໝາຍ, ເນື່ອງຈາກວ່າໃນກົດໝາຍເອງກໍ່ ລະບຸອາຍຸຄວາມໃນການຮ້ອງຟ້ອງພຽງແຕ່ 3 ປີເທົ່ານັ້ນ, ເວັ້ນ ເສຍແຕ່ຜູ້ທີ່ເປັນນ້ອງຊາຍນັ້ນຈະ ສະໝັກໃຈແບ່ງປັນຊັບສິນທີ່ເປັນ ມູນມໍລະດົກຂອງພໍ່ໃຫ້ແກ່ອ້າຍ.
ແຕ່ໃນທາງທີ່ກົງກັນຂ້າມ, ຫາກ ຫຼັງຈາກທີ່ພໍ່ໄດ້ເສຍຊີວິດແລ້ວ, ຜູ້ເປັນອ້າຍກໍໄດ້ລົ້ມປ່ວຍກະທັນຫັນເຮັດໃຫ້ບໍ່ສາມາດທີ່ຈະຮູ້ສຶກ ຕົວ ຫຼື ເຄື່ອນໄຫວໄປມາໄດ້, ຕ້ອງ ໄດ້ຮັບການຮັກສາຢູ່ໃນໂຮງໝໍ ຫຼື ຕ້ອງໄດ້ຮັບການເບິ່ງແຍ່ງດູແລຈາກບຸກຄົນອື່ນຕະຫຼອດເວລາ ໃນກໍລະນີນີ້ ຜູ້ທີ່ເປັນອ້າຍໜ້າຈະມີ ເຫດຜົນພຽງພໍໃນການທວງທາວ ຫຼື ຮ້ອງຟ້ອງທວງເອົາມູນມໍລະດົກສ່ວນທີ່ເປັນຂອງຕົນ, ເຖິງ ແມ່ນວ່າອາຍຸຄວາມ 3 ປີຜ່ານໄປ ແລ້ວກໍຕາມ ແຕ່ເຖິງຢ່າງໃດກໍຕາມໃນມາດຕາ 40 ຂອງກົດໝາຍການສືບທອດມໍລະດົກທີ່ໄດ້ເວົ້າ ເຖິງເລື່ອງການມີເຫດຜົນທີ່ພຽງພໍ ຂອງຜູ້ທວງທາວນັ້ນ, ໃນກົດໝາຍເອງກໍບໍ່ໄດ້ອະທິບາຍກ່ຽວກັບບັນ ຫາດັ່ງກ່າວນີ້ໄວ້ຢ່າງລະອຽດແຕ່ ຢ່າງໃດ ດັ່ງນັ້ນຜູ້ຂຽນມີຄຳເຫັນ ວ່າໜ້າຈະແມ່ນດຸນພິນິດຂອງຜູ້ພິພາກສາວ່າປະເດັນໃດ ຫຼື ບັນຫາ ທີ່ໃດຈິ່ງເປັນປະເດັນ ຫຼື ບັນຫາທີ່ຖື ໄດ້ວ່າຜູ້ຮ້ອງຟ້ອງເພື່ອທວງເອົາ ມູນມໍລະດົກໃນໄລຍະທີ່ກາຍອາຍຸຄວາມ 3 ປີນັ້ນມີເຫດຜົນພຽງພໍ.
ດັ່ງນັ້ນ, ທຸກຄົນຄວນຮຽນຮູ້ເຖິງເລື່ອງຂອງກົດໝາຍ, ບັນຫາກົດໝາຍຕ່າງໆໄວ້ເພື່ອຈະເປັນແນວທາງ ຫຼື ປ້ອງກັນບໍ່ໃຫ້ຂໍ້ຂັດ ແຍ່ງຕ່າງໆນັ້ນເກີດຂຶ້ນໄດ້, ເພາະຖືວ່າທຸກໆຄົນໃນສັງຄົມນັ້ນຮູ້ຈັກກົດໝາຍກັນໝົດແລ້ວ ແລະຈະບໍ່ ມີບຸກຄົນໃດທີ່ຈະສາມາດມາອ້າງ ວ່າຕົນບໍ່ຮູ້ກົດໝາຍເພື່ອມາປະຕິ ເສດ ຫຼື ແກ້ຕົວຈາກສິ່ງທີ່ຜິດພາດໄດ້.
ທີ່ມາ: ເສດຖະກິດ-ສັງຄົມ