ຄົນເຮົາໃນສັງຄົມສ່ວນໃຫຍ່ ຖືວ່າອາຊີບກຳມະກອນ ເປັນຕົ້ນ: ກຳມະກອນກໍ່ສ້າງ, ຊ່າງໄຟຟ້າ, ຊ່າງສ້ອມແປງເຄື່ອງກົນຈັກ, ຊ່າງຕັດຫຍີບ, ເສີມສວຍ ແລະ ອື່ນໆ ເປັນອາຊີບທີ່ບໍ່ມີກຽດ, ບໍ່ມີຄວາມຮູ້, ຕ້ອງ ອອກແຮງງານທາງຮ່າງກາຍ ຫລາຍກວ່າມັນສະໝອງ ແຕ່ໄດ້ຄ່າຕອບແທນບໍ່ສູງ, ດັ່ງນັ້ນ ຄົນສ່ວນຫລາຍຈຶ່ງ ບໍ່ນິຍົມປະກອບອາຊີບນີ້ ຈາກຄ່ານິຍົມດັ່ງກ່າວ ຈຶ່ງເຮັດໃຫ້ປະເທດເຮົາ ຂາດແຮງງານໃນຂະແໜງວິຊາຊີບ ຫລື ອາຊີວະ. ກົງກັນຂ້າມ ໃນຍຸກການເຊື່ອມໂຍງດ້ານເສດຖະກິດອາຊຽນ (AEC), ບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນຂະແໜງອຸດສາຫະກຳ ຊ້ຳພັດຕ້ອງການແຮງງານໃນຂະແໜງການນີ້ ເປັນຈຳນວນຫລວງຫລາຍ ແລະ ຖ້າຫາກເປັນຜູ້ທີ່ມີສີມືແຮງງານ ກໍຈະໃຫ້ຄ່າຈ້າງແຮງງານທີ່ສູງກວ່າ ທຽບໃສ່ພະນັກງານຫ້ອງແອ.
ດັ່ງທີ່ ທ່ານ ຄຳແກ້ວ ພະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ໃນຍຸກການເຊື່ອມໂຍງ ເປັນປະຊາຄົມເສດຖະກິດອາຊຽນ, ບັນຫາທີ່ທ້າທາຍທີ່ສຸດ ຂອງຂະແໜງແຮງງານ ແມ່ນຍັງຂາດບຸກຄະລາກອນ ທີ່ມີສີມືແຮງງານດ້ານວິຊາຊີບ ເຊິ່ງຜ່ານມາ ກໍໄດ້ຈັດງານຕະ ຫລາດນັດແຮງງານຂຶ້ນ ໂດຍມີຈຸດປະສົງ ເພື່ອຮັບສະໝັກແຮງງານໃນສາຍນີ້ ແຕ່ຊ້ຳພັດມີຜູ້ມາສະໝັກ ໃນສາຍວິຊາຊີບພຽງ 2 ຄົນ, ກົງກັນຂ້າມ ໃນສາຍບໍລິຫານ ພັດມີຄົນມາສະໝັກ 100 ກວ່າຄົນ.
ສິ່ງດັ່ງກ່າວສະແດງໃຫ້ເຫັນແລ້ວວ່າ: ນັກຮຽນ–ນັກສຶກສາຢູ່ບ້ານເຮົາ ບໍ່ນິຍົມຮຽນໃນສາຍວິຊາຊີບ ຫລື ອາຊີວະ, ລວມເຖິງຜູ້ປົກຄອງ ກໍບໍ່ສົ່ງເສີມໃຫ້ລູກຫລານຮຽນໃນສາຍດັ່ງກ່າວ ເພາະຄິດວ່າເປັນວຽກບໍ່ມີກຽດ, ເຮັດວຽກໜັກ ແຕ່ໄດ້ຄ່າຕອບແທນຕໍ່າ ຈຶ່ງຍາກໃຫ້ລູກຫລານຮຽນແຕ່ສາຍບໍລິຫານ: ເຊັ່ນ: ທະນາຄານ, ບັນຊີ, ການຄ້າ, ທ່ອງທ່ຽວ ແລະ ອື່ນໆ ຈຶ່ງໄດ້ເຮັດວຽກສະບາຍຢູ່ໃນຫ້ອງແອ, ເຮັດໃຫ້ນັກສຶກສາທີ່ຮຽນຈົບສາຍບໍລິຫານ ໃນແຕ່ລະປີ ມີຈຳນວນຫລວງຫລາຍ ແລະ ເກີດມີບັນຫາຫວ່າງງານ. ກົງກັນຂ້າມ ກັບນັກສຶກສາທີ່ຮຽນຈົບ ສາຍອາຊີວະ ຫລື ວິຊາຊີບພັດມີວຽກເຮັດງານທຳ, ມີລາຍຮັບທີ່ແນນອນ ແລະ ໝັ້ນຄົງ ເນື່ອງຈາກວ່າ ໃນປັດຈຸບັນຫົວໜ່ວຍທຸລະກິດ ໃນຂະແໜງອຸດສາຫະກຳຢູ່ປະເທດເຮົາ ມີທ່າຂະຫຍາຍຕົວ ແລະ ຕ້ອງການແຮງງານດ້ານນີ້ ເປັນຈຳນວນຫລວງຫລາຍ ບັນດາຫົວໜ່ວຍທຸລະກິດເຫລົ່ານັ້ນ ຈຶ່ງເຮັດສັນຍາ ການຮ່ວມມືກັບວິທະຍາໄລອາຊີວະ, ສູນຝຶກວິຊາຊີບແຫ່ງຕ່າງໆ ເພື່ອຮັບເອົານັກສຶກສາເຂົ້າຝຶກງານ ແລະ ເມື່ອມີສີມືແລ້ວ ກໍຈະຮັບເຂົ້າບັນຈຸໃນຂະແໜງການນັ້ນເລີຍ ເຖິງຢ່າງໃດກໍຕາມ ແຕ່ລະປີນັກສຶກສາ ທີ່ຮຽນຈົບສາຍນີ້ ກໍຍັງບໍ່ພຽງພໍກັບຄວາມຕ້ອງການ ຂອງຜູ້ປະກອບການຂະແໜງອຸດສາຫະກຳເທື່ອ.
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!