Homeຂ່າວພາຍ​ໃນສະຫະລັດເຜີຍໄອເອສເສຍພື້ນທີ່ໄປເຄິ່ງໜຶ່ງຈາກທີ່ເຄີຍຍຶດຄອງໃນອີຣັກ

ສະຫະລັດເຜີຍໄອເອສເສຍພື້ນທີ່ໄປເຄິ່ງໜຶ່ງຈາກທີ່ເຄີຍຍຶດຄອງໃນອີຣັກ

Published on

ໂຄສົກກະຊວງປ້ອງກັນປະເທດສະຫະລັດເປີດເຜີຍວ່າ ກຸ່ມຣັດອິສລາມ (ໄອເອສ) ສູນເສຍພື້ນທີ່ທີ່ເຄີຍຢຶດຄອງໄວ້ທົ່ວອີຣັກ ແລະ ຊີເຣຍແບບຕໍ່ເນື່ອງ ຊຶ່ງລວມເຖິງພື້ນທີ່ເກືອບເຄິ່ງໜຶ່ງຈາກທີ່ເຄີຍຢຶດຄອງໄວ້ໃນອີຣັກ.

ກ່ອນໜ້ານີ້ ກະຊວງປ້ອງກັນປະເທດສະຫະລັດຄາດວ່າ ກຸ່ມຕິດອາວຸດໄອເອສສູນເສຍພື້ນທີ່ໄປ 40% ຈາກທີ່ຢຶດຄອງໄວ້ໃນອີຣັກ ແລະ 10% ໃນຊີເຣຍ ຊຶ່ງເມື່ອໄວໆນີ້ ພື້ນທີ່ຢຶດຄອງຂອງກຸ່ມໄອເອສໜ້ອຍລົງໄປແບບໄວວາ ໂດຍໃນຊີເຣຍຫຼຸດລົງໄປປະມານ 16-20% ກຸ່ມຕິດອາວຸດໄອເອສຢຶດພື້ນທີ່ຫຼາຍແຫ່ງໃນອີຣັກ ແລະ ຊີເຣຍມາຕັ້ງແຕ່ຕົ້ນປີ 2014 ໂດຍທີ່ກອງກຳລັງຮັກສາຄວາມໝັ້ນຄົງອີຣັກບໍ່ສາມາດຕ້ານທານໄວ້ໄດ້ ແລະ ຍັງສວຍປະໂຫຍດຈາກພາວະຈະລາຈອນໃນສົງຄາມເມືອງຊີເຣຍ ຖະແຫຼງການສະຫະລັດລະບຸວ່າ ນັບຕັ້ງແຕ່ທີ່ສະຫະລັດ ແລະ ກອງກຳລັງພັນທະມິດນຳປະຕິບັດການປັບປາມເມື່ອເດືອນສິງຫາ 2014 ສາມາດຕອບໂຕກັບກຸ່ມໄອເອສໄດ້ ໂດຍໃຊ້ການໂຈມຕີທາງອາກາດ ຮ່ວມກັບກອງກຳລັງສະໝັບສະໜູນທ້ອງຖິ່ນ ຈົນໄອເອສສູນເສຍພື້ນທີ່ຢຶດຄອງຫຼາຍແຫ່ງແຕ່ຍັງຄວບຄຸມເມືອງສຳຄັນໄວ້ເຊັ່ນ ໂມຊູລ ແລະ ຟັລລູຈາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...