Homeຂ່າວພາຍ​ໃນອາ​ຊຽນ​ຮັບ​ຮອງ​ການ​ຫັນ­ປ່ຽນ​ຈາກ​ຈ້າງ​ງານ​ນອກ​ລະ­ບົບສູ່​ການ​ຈ້າງ​ງານ​ໃນ​ລະ­ບົບ

ອາ​ຊຽນ​ຮັບ​ຮອງ​ການ​ຫັນ­ປ່ຽນ​ຈາກ​ຈ້າງ​ງານ​ນອກ​ລະ­ບົບສູ່​ການ​ຈ້າງ​ງານ​ໃນ​ລະ­ບົບ

Published on

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ແຮງງານອາ​ຊຽນ ຄັ້ງ​ທີ 24 ແລະ ລັດ­ຖະ­ມົນ­ຕີອາ​ຊຽນ​ບວກ 3 ຄັ້ງ​ທີ 9 ໄດ້​ໄຂ​ຂຶ້ນ​ຢ່າງເປັນ​ທາງ​ການ​ໃນ​ວັນ​ທີ 15 ພຶດ­ສະ­ພາ 2016 ທີ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລັດ ນະຄອນ​ຫຼວງ​ວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມຂອງ ທ່ານ ດຣ. ສອນ​ໄຊ ສີ​ພັນ​ດອນ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ, ພ້ອມ​ດ້ວຍ​ບັນ­ດາ​ລັດ­ຖະ­ມົນ­ຕີ​ແຮງ​ງານອາ​ຊຽນ ແລະ​ ອາ​ຊຽນ​ບວກ 3, ທ່ານ​ທູດ, ຕາ​ນຸ​ທູດ ແລະ​ບັນ­ດາ​ຜູ້​ແທນ​ກອງ​ປະ­ຊຸມຈາກ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ ດຣ. ສອນ​ໄຊ ສີ​ພັນ​ດອນ ໄດ້ກ່າວ​ວ່າ: ການ​ສ້າງ​ປະ­ຊາ​ຄົມ​ເສດ­ຖະ­ກິດອາ​ຊຽນ​ແມ່ນ​ຈຸດ­ປະ­ສົງ ແລະ​ມີ​ເປົ້າ​ໝາຍ ເພື່ອ​ລວມ​ຕົວ​ກັນ​ເພີ່ມ​ຄວາມ​ສາ­ມາດແຂ່ງ­ຂັນ​ຂອງ​ອາ​ຊຽນ​ສູ່​ເວ­ທີ​ສາ­ກົນ​ໃນ ທຸກ​ດ້ານ ລວມ​ເຖິງ​ຄວາມ​ສາ­ມາດ​ໃນການ​ຮັບ​ມື​ກັບ​ບັນ­ຫາ​ໃໝ່​ທີ່​ເກີດ​ຂຶ້ນ​ລະ­ດັບພາກ​ພື້ນ ແລະ​ສາ­ກົນ, ພ້ອມ​ກັນ​ນັ້ນ​ປະຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ໄດ້​ພະ­ຍາ­ຍາມສ້າງ​ຄວາມ​ເຂັ້ມ­ແຂງ ແລະ​ຊ່ວຍ­ເຫຼືອ ເຊິ່ງ​ກັນ ແລະ​ກັນ, ໃຫ້​ບັນ­ດາ​ປະ­ເທດ​ສະມາ​ຊິກ​ອາ​ຊຽນ​ມີ​ສະ­ພາບ​ຊີ­ວິດ​ການ​ເປັນຢູ່​ທີ່​ດີ ແລະ​ມີ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ, ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ແມ່ນ​ຕິດພັນ​ກັນ​ຢ່າງ​ສະ­ໜິດ​ແໜ້ນກັບ​ຜົນ​ປະ­ໂຫຍດ​ລວມ​ຂອງ​ແຕ່​ລະ​ປະເທດ​ນັບ​ມື້​ນັບ​ກວ້າງ​ອອກ ເພື່ອ​ກ້າວ​ໄປສູ່​ການ​ເປັນ​ຕະ­ຫຼາດ ແລະ​ຖານ​ການ​ຜະລິດ​ໜຶ່ງ​ດຽວ​ທີ່​ມີ​ການ​ໄຫຼ​ວຽນ​ຢ່າງ​ເສລີຂອງ​ສິນ­ຄ້າ, ການ​ບໍ­ລິ­ການ, ການ​ລົງ­ທຶນ, ການ​ໄຫຼ​ວຽນ​ຢ່າງ​ເສລີ​ຂອງ​ທຶນ, ແຮງງານ​ທີ່​ມີ​ສີ­ມື ແລະ​ການ​ເປັນ​ພາກ​ພື້ນ​ທີ່​ມີການ​ແຂ່ງ­ຂັນ​ສູງ​ທາງ​ດ້ານ​ເສດ­ຖະ­ກິດ.

ພ້ອມ​ກັນ​ນັ້ນ ກອງ​ປະ­ຊຸມ​ໃນ​ເທື່ອ​ນີ້ຈະ​ເປັນ​ເວ­ທີ​ໃຫ້​ແກ່​ການ​ທົບ​ທວນ​ຄວາມຄືບ​ໜ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງານ ຂອງ​ລັດ­ຖະ­ມົນ­ຕີ​ແຮງ​ງານ​ອາ​ຊຽນ, ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ແຮງ​ງານອາ​ຊຽນ ແລະ​ບັນ­ດາ​ໂຄງ­ການ​ຮ່ວມ​ມືລະ­ຫວ່າງ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ແລະ​ອາ​ຊຽນ​ບວກ 3, ພ້ອມ​ນັ້ນ​ກອງ​ປະຊຸມ​ຈະ​ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື ແລະ​ຮັບ ຮອງ​ເອົາ​ບັນ­ດາ​ເນື້ອ​ໃນ​ສຳ­ຄັນ​ທີ່​ຕິດ​ພັນ ກັບ​ຫົວ­ຂໍ້​ທີ່​ກອງ​ປະ­ຊຸມ​ໄດ້​ຕັ້ງ​ຂຶ້ນ ໂດຍ ສະ­ເພາະ​ຮ່າງ​ຖະ­ແຫຼງ­ການ​ວຽງ​ຈັນ ວ່າ​ດ້ວຍ “ການ​ຫັນ­ປ່ຽນຈາກ​ການ​ຈ້າງງານ​ນອກ​ລະ­ບົບໄປ​ສູ່​ການ​ຈ້າງ​ງານ​ໃນລະ­ບົບ ເພື່ອ​ກ້າວ​ໄປ​ການ​ສົ່ງ­ເສີມ​ວຽກ​ທີ່​ມີ​ຄຸນ­ຄ່າ ແລະ​ເປັນ​ທຳ” ທີ່​ຈະ​ເປັນ​ການປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ­ຈັດ­ຕັ້ງຜັນ​ຂະ­ຫຍາຍ​ວິ­ໄສ​ທັດ​ປະ­ຊາ​ຄົມ​ອາ​ຊຽນ ຮອດ​ປີ 2025 ແລະ​ເປົ້າ​ໝາຍ​ການ​ພັດທະ​ນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015  ຂອງ​ອົງ ການ​ສະ­ຫະ​ປະ­ຊາ​ຊາດ​ກ່ຽວ​ກັບ​ການ ເຕີບ​ໂຕ​ເສດ­ຖະ­ກິດ​ທຸກ​ດ້ານ​ທີ່​ຍືນ​ຍົງ ແລະ​ການ​ຈ້າງ​ງານ, ຜະ­ລິດ​ຕະ​ພາບ ແຮງ​ງານ​ຢ່າງ​ເຕັມ​ສ່ວນ ແລະ​ການ​ເຮັດ ວຽກ​ທີ່​ມີ​ຄຸນ­ຄ່າ ແລະ​ເປັນ​ທຳ​ສຳ­ລັບ​ທຸກ ຄົນ​ໃຫ້​ເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ​ແນ­ໃສ່ ສົ່ງ­ເສີມ​ການ​ຮຽນ​ຮູ້​ຕະ­ຫຼອດ​ຊີ­ວິດ ແລະ ການ​ພັດ­ທະ­ນາ​ທັກ​ສະ​ພ້ອມ​ທັງ​ສະ­ໜັບສະ​ໜູນ​ຂະ­ແໜງ­ການ​ພາກ​ລັດ-ເອ­ກະ​ຊົນ  ແລະ​ຊຸມ​ຊົນ​ພັດ­ທະ­ນາ​ລະ­ບົບ​ການ​ຝຶກອົບ­ຮົມ​ຢ່າງ​ຕໍ່​ເນື່ອງ ແລະ​ການ​ຝຶກ​ອົບ­ຮົມຄືນ​ຂອງ​ຜູ້​ອອກ­ແຮງ​ງານ​ໃນ​ທຸກ​ລະ­ດັບ.

ນອກ​ນັ້ນ​ການ​ຫັນ­ປ່ຽນ​ການ​ຈ້າງງານ​ນອກ​ລະ­ບົບ​ໄປ​ສຸ່​ການ​ຈ້າງ​ງານ​ໃນລະ­ບົບ ເພື່ອ​ກ້າວ​ໄປ​ການ​ສົ່ງ­ເສີມ​ວຽກ​ທີ່ມີ​ຄຸນ­ຄ່າ ແລະ​ເປັນ​ທຳ​ຈະ​ເປັນ​ສ່ວນ​ໜຶ່ງທີ່​ສຳ­ຄັນ​ໃນ​ການ​ສ້າງ​ໂອ­ກາດ​ໃຫ້​ແກ່ການ​ຈ້າງ​ງານ​ໃນ​ລະ­ບົບ​ຫຼາຍ​ຂຶ້ນ, ທັງເປັນ​ການ​ແກ້​ໄຂ​ຄວາມ​ບໍ່​ດຸນ​ດ່ຽງ​ໃນການ​ພັດ­ທະ­ນາ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊົນ­ນະ­ບົດ, ທັງ​ເປັນ​ການ​ເສີມ​ຂະ­ຫຍາຍທ່າ­ແຮງ​ຂອງ​ຜູ້​ປະ­ກອບ​ການ, ແນວ​ຄວາມຄິດ​ປະ­ດິດ​ສ້າງ, ຄວາມ​ຫຼາກ​ຫຼາຍ, ສີ­ມືແຮງ​ງານ ແລະ​ຄວາມ​ອາດ​ສາ­ມາດໃໝ່​ຂອງ​ຜູ້​ອອກ­ແຮງ​ງານ ແລະ​ ຫົວ­ໜ່ວຍເສດ­ຖະ­ກິດ​ໃນ​ລະ­ບົບ ເພື່ອ​ສ້າງ​ຊ່ອງ​ທາງໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ທີ່​ມີ​ຫຼາຍຮູບ​ແບບ ເພື່ອ​ສືບ­ຕໍ່​ປະ­ກອບ­ສ່ວນ​ເຂົ້າ​ໃນການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ບັນ­ດາປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ໃຫ້​ຫຼຸດ​ລົງເທື່ອ​ລະ​ກ້າວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...