Homeຂ່າວພາຍ​ໃນນັກປະຫວັດສາດຕ່າງແດນ ກັງວົນພະທາດອົງໄຫ ເມືອງຍອດອູ ຖືກບູລະນະແບບບໍ່ຖືກຕ້ອງ ຮ້ອງຂໍພາກລັດຊ່ວຍຄຸ້ມຄອງ!

ນັກປະຫວັດສາດຕ່າງແດນ ກັງວົນພະທາດອົງໄຫ ເມືອງຍອດອູ ຖືກບູລະນະແບບບໍ່ຖືກຕ້ອງ ຮ້ອງຂໍພາກລັດຊ່ວຍຄຸ້ມຄອງ!

Published on

ມໍລະດົກວັດທະນະທຳ ດ້ານສະຖາປັດຕະຍະກຳ ຂອງວັດວາອາຮາມອັນເກົ່າແກ່ຫລາຍແຫ່ງ ທີ່ມີເອກະລັກສະເພາະ ແລະ ມີຄຸນຄ່າທາງປະຫວັດສາດ ກຳລັງຖືກທຳລາຍຈາກຄວາມຫວັງດີ ຂອງປະຊາຊົນໃນທ້ອງຖິ່ນ ດ້ວຍການບູລະນະ ແລະ ປະຕິສັງຂອນ ແບບບໍ່ມີການຄຸ້ມຄອງຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ຊຶ່ງຜົນໄດ້ຮັບແມ່ນການທຳລາຍ ຄຸນລັກສະນະເດີມຂອງມໍລະດົກ ທີ່ຄວນແກ່ການອະນຸລັກ ໂດຍທີ່ບໍ່ຮູ້ສຶກຕົວ, ຫລ້າສຸດ ໄດ້ມີສຽງຮຽກຮ້ອງ ຈາກນັກປະຫວັດສາດຕ່າງແດນ ມາຍັງພາກລັດຂອງລາວ ໃຫ້ຊ່ວຍເຂົ້າໄປຄຸ້ມຄອງພະທາດອຸງໄຫ ຫລື ພະທາດອົງໄຫ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ຢ່າງຮີບດ່ວນ ກ່ອນທີ່ຈະມີການບູລະນະໂດຍປະຊາຊົນໃນທ້ອງຖິ່ນ ດ້ວຍຄວາມເປັນຫ່ວງ ຢ້ານສູນເສຍເອກະລັກເດີມ ທີ່ມີຄຸນຄ່າຫາອັນປຽບບໍ່ໄດ້.

13177618_10153419021406386_639594419570735838_n
ພະທາດອົງໄຫ ຕັ້ງຢູ່ເທິງຍອດພູສູງ ແຄມຝັ່ງແມ່ນ້ຳອູ ເມືອງຍອດອູ ແຂວງຜົ້ງສາລີ

ທ່ານ ກາຍ ອິນທະຣະໂສພາ ນັກປະຫວັດສາດຊາວໄທເຊື້ອສາຍລາວ ຜູ້ທີ່ໄດ້ກິ້ງເກືອກລີເລືອ, ສຶກສາຄົ້ນຄ້ວາ ປະຫວັດສາດ ແລະ ສີລະປະວັດທະນະທຳຂອງຊົນຊາດລາວ ຊຶ່ງໄດ້ເດີນທາງເຂົ້າມາສຶກສາຄົ້ນຄ້ວາ ກ່ຽວກັບຮ່ອງຮອຍປະຫວັດສາດ ແລະ ວິຖີຊີວິດ, ວັດທະນະທຳຂອງປະຊາຊົນລາວບັນດາເຜົ່າ ຢູ່ຫລາຍແຂວງ ໄດ້ສະແດງຄວາມເປັນຫ່ວງຂອງຕົນ ດ້ວຍການຂຽນໂພສຕ໌ລົງທາງເຟສບຸກສ່ວນຕົວ Kay Intarasopa ເມື່ອວັນທີ 15 ພຶດສະພາ 2016 ຜ່ານມານີ້ ຮຽກຮ້ອງມາຍັງເຈົ້າເມືອງຍອດອູ, ເຈົ້າແຂວງຜົ້ງສາລີ, ລັດຖະມົນຕີ (ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ) ຕະຫລອດຮອດເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລາວ ໃຫ້ເຂົ້າໄປຄຸ້ມຄອງ ແລະ ອະນຸລັກຮັກສາ ເຂດບູຮານສະຖານພະທາດອົງໄຫ ຫລື ວັດອົງໄຫ ທີ່ຕັ້ງຢູ່ເມືອງຍອດອູ ແຂວງຜົ້ງສາລີ ຢ່າງຮີບດ່ວນ, ເນື່ອງຈາກພະທາດອົງນີ້ ເປັນພະທາດທີ່ສຳຄັນຂອງເມືອງ ແລະ ເປັນທີ່ສັກກາລະບູຊາ ຂອງປະຊາຊົນເຜົ່າລື້ ພາຍໃນທ້ອງຖິ່ນດັ່ງກ່າວ, ອົງພະທາດ ມີຮູບແບບດ້ານສີລະປະອັນງົດງາມ ທີ່ມີເອກະລັກສະເພາະບໍ່ຄືແຫ່ງອື່ນໆ ສ້າງຂຶ້ນຢູ່ເທິງຍອດພູສູງ, ພ້ອມກັນນັ້ນ ພາຍໃນວັດດັ່ງກ່າວ ຍັງມີບໍ່ນ້ຳສັກສິດທີ່ປະຊາຊົນເຄົາລົບບູຊາ ໄຫລລິນຢູ່ຕະຫລອດປີອີກດ້ວຍ.

13237835_10153419075041386_7819750798385194886_n
ບໍ່ນ້ຳສັກສິດ ພາຍໃນວັດອົງໄຫ

ທັງນີ້ ເນື່ອງຈາກນັກປະຫວັດສາດທ່ານດັ່ງກ່າວ ໄດ້ຮັບຂ່າວມາວ່າ ເຈົ້າອາວາດວັດຫລວງ ແລະ ປະຊາຊົນໃນທ້ອງຖິ່ນ ກຳລັງມີແຜນການທີ່ຈະບູລະນະພະທາດແຫ່ງນີ້ ພາຍຫລັງທີ່ພວກເພິ່ນ ໄດ້ທຳການບູລະນະສິມວັດຫລວງ ດ້ວຍການຮື້ຖອນ ສະຖາປັດຕະຍະກຳສີລະປະລື້ບູຮານ ອາຍຸຫລາຍຮ້ອຍປີ ເມື່ອເດືອນເມສາ ປີ 2015 ຜ່ານມາ ແລ້ວສ້າງສິມໃໝ່ຂຶ້ນໃສ່ແທນ ຊຶ່ງເປັນສິ່ງທີ່ໜ້າເສຍດາຍຫລາຍ ທີ່ມໍລະດົກທາງດ້ານວັດທະນະທຳ ອັນເປັນເອກະລັກຂອງທ້ອງຖິ່ນ ຖືກທຳລາຍລົງ ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ຊຶ່ງເກີດຈາກຄວາມຫວັງດີຂອງຄົນໃນທ້ອງຖິ່ນ ທີ່ຕ້ອງການບູລະນະ ແຕ່ຂາດການຄຸ້ມຄອງຮັກສາ ໂດຍຜູ້ຊ່ຽວຊານສະເພາະດ້ານ.

” ຂ້າພະເຈົ້າ ບໍ່ຮຽກການກະທຳອັນເກີດຈາກຄວາມຫວັງດີນັ້ນວ່າ ການບູລະນະປະຕິສັງຂອນ ເພາະການບູລະນະ ຄືການສ້ອມແຊມຂອງເດີມໃຫ້ສະພາບດີ, ແຕ່ກໍລະນີວັດຫລວງ ຄືການຮື້ຂອງເດີມຖິ້ມ ແລະ ສ້າງຂອງໃໝ່ຂຶ້ນ  ” ທ່ານ ກາຍ ລະບຸໃນເຟສບຸກຂອງຕົນ.

13102791_10153411032606386_7912387060775452943_n
ສິມວັດຫລວງ ຫລື ວັດຫລວງອູເໜືອ ເມືອງຍອດອູ ແຂວງຜົ້ງສາລີ ຖືກສ້າງຂຶ້ນໃໝ່ ດ້ວຍການຮື້ຖອນສິມເກົ່າ ທີ່ມີອາຍຸຫລາຍຮ້ອຍປີ.

ແນວໃດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ເກີດການທຳລາຍເພີ່ມຂຶ້ນ ແລະ ເພື່ອປົກປັກຮັກສາມໍລະດົກແຫ່ງຊາດນັ້ນ, ເວົ້າສະເພາະແມ່ນ ວັດອົງໄຫ ທີ່ກຳລັງຕົກຢູ່ໃນສະພາວະສ່ຽງໃນປັດຈຸບັນ ແມ່ນມີຄວາມຈຳເປັນຢ່າງຮີບດ່ວນ ທີ່ອົງການຈັດຕັ້ງພາກລັດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ຂັ້ນສູນກາງ ກໍຄືຢູ່ແຂວງຜົ້ງສາລີ ແລະ ເມືອງຍອດອູ ຈະຕ້ອງໄດ້ເອົາໃຈໃສ່ ເຂົ້າໄປດຳເນີນການຄຸ້ມຄອງ ເພື່ອເຮັດໃຫ້ການບູລະນະ ແລະ ປະຕິສັງຂອນ ທີ່ກຳລັງຈະເກີດຂຶ້ນໃນອານາຄົດ ເປັນໄປຢ່າງຖືກຕ້ອງ ຕາມກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ຢ່າງເຂັ້ມງວດ.

13092104_10153411031451386_5762207778846480497_n
ສິມວັດຫລວງ ຫລັງເດີມ ຖືກຖ່າຍໄວ້ບໍ່ດົນ ກ່ອນຖືກຮື້ຖອນຖິ້ມ ແລ້ວສ້າງຫລັງໃໝ່ຂຶ້ນໃສ່ແທນ (ພາບ: Sontaya Khamboonrueang)
13102840_10153411032801386_3117865719132511486_n
ລວດລາຍປູນປັ້ນເກົ່າ ສີລະປະເດີມຂອງເຜົ່າລື້ ທີ່ວິຈິດງົດງາມ ຢູ່ສິມວັດຫລວງ ຖືກຮື້ຖອນຖິ້ມ
13139012_10153411032201386_6411931311626082016_n
ສິມວັດຫລວງຫລັງໃໝ່ ພາຍຫລັງກໍ່ສ້າງສຳເລັດ ໂດຍນາຍຊ່າງສະໄໝໃໝ່ ພາຍໃຕ້ແຮງສັດທາຂອງພະສົງ ແລະ ປະຊາຊົນໃນທ້ອງຖິ່ນ.
13220808_10153411031796386_8348990514007662512_n
ອີກມູມໜຶ່ງຂອງສິມວັດຫລວງ ທີ່ມີການບູລະນະ ດ້ວຍການສ້າງຂຶ້ນໃໝ່ໝົດຫລັງ
13221742_10153419054891386_4459457673979806856_n
ບັນໄດທາງຂຶ້ນສູ່ພະທາດອົງໄຫ ມີທັງໝົດ 465 ຂັ້ນ
13092157_10153419073196386_7177633334591790204_n
ອາຮາມພາຍໃນເຂດວັດອົງໄຫ ເມືອງຍອດອູ ແຂວງຜົ້ງສາລີ
13240111_10153419021211386_8692226168352763325_n
ພະທາດອົງໄຫ ເມືອງຍອດອູ ແຂວງຜົ້ງສາລີ ທີ່ກຳລັງຈະຖືກບູລະນະ
Capturກe
ຂໍ້ຄວາມໂພສຕ໌ລົງທາງເຟສບຸກຂອງ ທ່ານ ກາຍ ອິນທະຣະໂສພາ ເມື່ອວັນທີ 15 ພຶດສະພາ 2016.
13244715_10153419064486386_6230859568137340334_n
ທ່ານ ກາຍ ອິນທະຣະໂສພາ ນັກປະຫວັດສາດຊາວໄທເຊື້ອສາຍລາວ ໄດ້ເດີນທາງໄປສຶກສາຄົ້ນຄ້ວາ ຢູ່ພະທາດອົງໄຫ
13240509_10153419075221386_389289664297304915_n
ແຜ່ນຈາລຶກປະຫວັດຫຍໍ້ ພະທາດອົງໄຫ ຈາລຶກເປັນຕົວອັກສອນລື້

ຟັງປະຫວັດຫຍໍ້ ພະທາດອົງໄຫ ທີ່ຂຽນຈາລຶກເປັນພາສາລື້ (ວີດີໂອຈາກ ເຟສບຸກ Kay Intarasopa)

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...