HomeມູມໄອທີລາວGoogle ໄດ້ສິດທິບັດ ແກ້ວຕາອັດສະລິຍະ

Google ໄດ້ສິດທິບັດ ແກ້ວຕາອັດສະລິຍະ

Published on

ກູດກີລ(Google) ແມ່ນສັນຍາລັກທີ່ເກືອບວ່າທຸກຄົນຈະຮູ້ຈັກກັນດີ ໃນນາມຂອງການເປັນບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງປະເທດອາເມລິກາ ເຊິ່ງໃຫ້ບໍລິການທາງດ້ານອິນເຕິເນັດ ການຊອກຂໍ້ມູນ ການສ້າງອີເມວ, ເວບໄຊ ແລະ ອື່ນໆ ແຕ່ໃນປະຈຸບັນເບິ່ງຄືວ່າ google ຈະຫັນມາໃຫ້ຄວາມສົນໃຈໃນການພັດທະນາເຕັກໂນໂລຊີກ່ຽວກັບແກ້ວຕາຫຼາຍຂຶ້ນ.

ນັບຕັ້ງແຕ່ປີ 2014 ຫຼັງຈາກທີ່ GooGle ໄດ້ຮັບການຈົດສິດທິບັດຄອນແທກເລນອັດສະລິຍະເຊິ່ງຈະຝັງສັນຍານ Wireless ຢູ່ພາຍໃນແກ້ວຕາ ແລະ ສາມາດສາຍສະແດງພາບໄດ້ເຊິ່ງມີຊື່ວ່າ: GooGle Glass ແຕ່ອາດບໍ່ຄ່ອຍປະສົບຜົນສຳເລັດຢ່າງທີ່ຄາດການໄວ້ແຕ່ ກູເກິລ ກໍ່ຍັງບໍ່ຍອມແພ້ທີ່ຈະພັດທະນາເຕັກໂນໂລຊີໃນດ້ານນີ້ ແລະ ໃນປະຈຸບັນເບິ່ງຄືຈະຕອກຍຳ້ຄວາມສົນໃຈຂອງ ກູເກິລ ຫຼາຍຂຶ້ນເມື່ອທາງ ກູເກິລ ໄດ້ປະກາດຮ່ວມມືກັບຜະລິດຕະພັນເບິ່ງແຍງສຸຂະພາບຊື່ວ່າ Novartis, ເຊິ່ງໄດ້ຮ່ວມກັນພັດທະນະແກ້ວຕາອັດສະລິຍະທີ່ມີຊື່ວ່າ Smart Lenses ຂຶ້ນ ເຊິ່ງແກ້ວຕາລຸ້ນນີ້ຈະມີການຝັງແກ້ວຕາທຽມເຂົ້າໄປໃນດວງຕາແທນແກ້ວຕາທຳມະຊາດເພື່ອຫວັງໃຫ້ມີຄຸນສົມບັດສາມາດຊ່ວຍເຫຼືອໄດ້ຫຼາຍກວ່າພຽງແຕ່ການແກ້ບັນຫາທາງສາຍຕາ ໂດຍອຸປະກອນນ້ອຍໆນີ້ປະກອບໄປດ້ວຍແກ້ວຕາໄຟຟ້າທີ່ມີພື້ນທີ່ຄວາມຈຸ ເຊັ່ນເຊີໃນການກວດຈັບ, ແບັດເຕີລີ ແລະ ແຜງນຳສັນຍານເພື່ອຮັບສົ່ງຂໍ້ມູນໄດ້ ທັງນີ້ພາຍໃນແກ້ວຕາຍັງມີສາຍອາກາດນ້ອຍໆເພື່ອດູດພະລັງງານຮອບຕົວເຊິ່ງຍັງບໍ່ມີການເປິດເຜີຍລາຍລະອຽດທີ່ຊັດເຈນ ແລະ ໃນໄລຍະບໍ່ດົນມານີ້ທາງ GooGle ໄດ້ຮັບການຈົດສິດທິບັດແກ້ວຕາອັດສະລິຍະ Smart Lenses ແລ້ວ.

 

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...