Homeປ່ອງຢ້ຽມດວງດາວNASA ປະກາດພົບດາວເຄາະດວງໃໝ່ 1,284 ດວງ ແລະ 9 ດວງ ລຸ້ນອາດມີສິ່ງທີ່ມີຊີວິດຢູ່

NASA ປະກາດພົບດາວເຄາະດວງໃໝ່ 1,284 ດວງ ແລະ 9 ດວງ ລຸ້ນອາດມີສິ່ງທີ່ມີຊີວິດຢູ່

Published on

ໃນວັນທີ 12 ພຶດສະພາ 2016 (ວານນີ້) ອົງການ NASA ເປີດເຜີຍວ່າ ກ້ອງໂທລະພາບເຄປເລີຣ (Kepler) ຂອງນາຊາ ໄດ້ຄົ້ນພົບດາວເຄາະນອກລະບົບ (Exoplanet) ດວງໃໝ່ ເປັນຈຳນວນຫຼາຍເຖິງ 1,284 ດວງ ນັບວ່າເປັນການປະກາດຄົ້ນພົບດາວເຄາະໃໝ່ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

nasa2

ໂດຍ ເອລເລນ ສໂຕແຟນ ຫົວໜ້າວິທະຍາສາດປະຈຳສູນໃຫຍ່ນາຊາ ລະບຸວ່າ: ນັບຕັ້ງແຕ່ມີການສຳຫຼວດດາວເຄາະນອກລະບົບມາ ກ້ອງໂທລະພາບ ເຄປເລີຣ ໄດ້ພົບວັດຖຸຄາດວ່າເປັນດາວເຄາະໄປແລ້ວເກືອບ 5,000 ດວງ ແຕ່ຈຳນວນນີ້ໄດ້ຮັບການຢືນຢັນວ່າເປັນ “ດາວເຄາະ” ມີພຽງສ່ວນໜຶ່ງເທົ່ານັ້ນ ແລະ ອີກສ່ວນໜຶ່ງຕ້ອງລໍຖ້າການສຶກສາເພີ່ມເຕີມວ່າເປັນດາວເຄາະແທ້ ຫຼື ບໍ່ ຂະນະທີ່ການປະກາດພົບດາວເຄາະໃໝ່ຄັ້ງລ່າສຸດ ໄດ້ເຮັດໃຫ້ຈຳນວນດາວເຄາະນອກລະບົບສຸລິຍະທີ່ໄດ້ຮັບການຢືນຢັນແລ້ວເພີ່ມຂຶ້ນເປັນ 2,325 ດວງ

ສຳລັບການຄົ້ນພົບດາວເຄາະນອກລະບົບສຸລິຍະໃນຊຸດນີ້ ນັກວິທະຍາສາດພົບວ່າມີດາວເຄາະຈຳນວນ 9 ດວງ ທີ່ມີສະພາບໃກ້ຄຽງກັບໂລກເຮົາຫຼາຍທີ່ສຸດ ແລະ ມີຄວາມເປັນໄປໄດ້ວ່າຈະມີສິ່ງທີ່ມີຊີວິດຢູ່ເທິງດາວຈຳພວກນັ້ນ
ພາບຈາກ: NASA/W. Stenzel

ຂ່າວ: http://www.kapook.com/

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...