ດວງ​ດີ​ກໍ່­ສ້າງຈະ​ທຸ່ມ 2 ພັນ​ຕື້​ກີບ ພັດ­ທະ­ນາ​ເຂດເສດ­ຖະ­ກິດ ວັງ​ເຕົ່າ-ໂພນ​ທອງ

0
5583

ແລງ​ວັນ​ທີ 12 ພຶດ­ສະ­ພາ 2016  ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດເພື່ອ​ຄຸ້ມຄອງ​ເສດ­ຖະ­ກິດ​ພິ­ເສດ ແລະ ​ເຂດ​ເສດ​ຖະກິດ​ສະ­ເພາະ (ຄຂພສ) ໄດ້​ຈັດ​ພິ­ທີ​ເຊັນສັນ­ຍາ ​ວ່າດ້ວຍ​ການ​ພັດ­ທະ­ນາ​ເຂດ​ເສດຖະ​ກິດວັງ​ເຕົ່າ-ໂພນ​ທອງ ແຂວງ​ຈຳ­ປາສັກ ໃຫ້​ເປັນ​ເຂດ​ພັດ­ທະ­ນາ​ພາຍ​ໃຕ້​ນະໂຍ​ບາຍ ຂພສ ຢູ່​ສປປ ລາວ ທີ່​ຂຶ້ນ​ກັບເຂດ​ເສດ­ຖະ­ກິດ​ພິ­ເສດ ແຂວງ​ຈຳ­ປາ​ສັກ ຂຶ້ນ​ຢ່າງ​ເປັນ​ທາງ​ການ​ທີ່​ໂຮງ­ແຮມ​ດອນຈັນ​ພາ​ເລດ ນະ­ຄອນ­ຫຼວງ​ວຽງ​ຈັນ​ໂດຍໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກລັດ­ຖະ­ມົນ­ຕີ, ຕາງ­ໜ້າ​ລັດ­ຖະ­ບານ​ຮ່ວມ​ລົງ​ນາມ​ຂອງ ທ່ານ ນາງ ບົວ​ທາ ຂັດ​ທິ​ຍະ ຮອງ​ລັດຖະ​ມົນ­ຕີ, ຫົວ­ໜ້າ​ກອງ​ເລ­ຂາ ຄຂພສ ແລະ​ທ່ານ ສຸດ​ລິດ ແກ້ວ​ດວງ​ດີ ຮອງ​ຜູ້ອຳ­ນວຍ​ການ​ບໍ­ລິ­ສັດ​ດວງ​ດີ​ກໍ່­ສ້າງ​ຂົວ- ທາງ ຈຳ­ກັດ​ຜູ້​ດຽວ ຕາງ­ໜ້າ​ໃຫ້​ບໍ​ລິ​ຜູ້​ພັດທະ​ນາ ແລະ​ເຊັນ​ເປັນ​ພິ­ຍານ​ໂດຍ ທ່ານ ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າ­ແຂວງໆ​ຈຳປາ​ສັກ ແລະ​ທ່ານ ອຸ­ດອນ ແກ້ວ​ດວງ​ດີ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ດວງ​ດີ​ກໍ່­ສ້າງ ຂົວ-ທາງ ຈຳ­ກັດ​ຜູ້​ດຽວ ທ່ານ ເຂີງ​ຄຳ ແກ້ວ​ໜູ​ຈັນ ຮອງ​ຫົວ­ໜ້າ​ກອງ​ເລ­ຂາ​ເພື່ອ ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ​ເຂດ ເສດ­ຖະ­ກິດ​ສະ­ເພາະ, ພ້ອມ​ດ້ວຍ​ເຈົ້າເມືອງໆ​ໂພນ​ທອງ ແລະ​ພາກ­ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ເຂິງ​ຄຳ ແກ້ວ​ໜູ​ຈັນກ່າວ​ວ່າ: ການ​ເຊັນ​ສັນ­ຍາ​ສະ­ບັບ​ນີ້ເປັນ​ການ​ຍົກລະ­ດັບ​ເອົາ​ເຂດ​ຫ່າງ​ໄກ​ສອກ­ຫຼີກ​ໃຫ້ກາຍ­ເປັນ​ເຂດ​ຈຸດ​ສຸມ​ພັດ­ທະ­ນາ​ອີກ​ແຫ່ງໜຶ່ງ​ພາຍ​ໃຕ້​ນະ­ໂຍ­ບາຍ, ກົນ​ໄກ​ການ​ຄຸ້ມຄອງ ແລະ​ບໍ­ລິ­ຫານຂພສ ທີ່​ເປັນ​ວຽກງານ​ບຸກ​ທະ­ລຸ​ໃນ​ໄລ­ຍະ​ໃໝ່​ທີ່​ໄດ້​ກຳ­ນົດໄວ້​ໃນ​ນິ­ຕິ​ກຳວ່າ​ດ້ວຍ​ການ​ພັດ­ທະ­ນາແລະ​ຄຸ້ມ​ຄອງ ຂພສ ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ໂດຍ​ຜ່ານ​ການຄຸ້ມຄອງ​ບໍ­ລິ­ຫານ ຕາມ​ກົນ​ໄກ​ກາ​ປະ​ທັບ​ດຽວ, ຫັນ​ເປັນ​ອຸດສາ​ຫະ​ກຳ ແລະ​ທັນ​ສະ­ໄໝດ້ວຍ​ການນຳ​ໃຊ້​ລະ­ບົບເອ​ເລັກ​ໂຕຼ​ນິກ​ເຂົ້າ​ໃນ​ການຄຸ້ມ​ຄອງ​ບໍ­ລິ­ຫານ​ທີ່​ຮັບ­ປະ­ກັນ​ການ​ໂປ່ງໃສ ແລະ​ສາ­ມາດ​ກວດ​ສອບ​ໄດ້ເພື່ອ​ຊຸກຍູ້ ແລະ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່ການ​ດຳ­ເນີນ​ທຸ­ລະ​ກິດ, ການ​ບໍ­ລິ­ການ​ຢູ່ພາຍ​ໃນ​ເຂດ​ກໍ​ຄື​ການ​ພັດ­ທະ­ນາ​ເຂດ​ໃຫ້ບັນ­ລຸ​ຕາມ​ຈຸດ­ປະ­ສົງ​ເປົ້າ​ໝາຍ​ທີ່​ວາງໄວ້ເພື່ອ​ປະ­ກອບ­ສ່ວນ​ໃຫ້​ແກ່​ການ​ພັດ ທະ​ນາ​ເສດ­ຖະ­ກິດ​ຂອງ​ທ້ອງ­ຖິ່ນ ແລະ ຂອງ​ຊາດ​ໃຫ້​ຂະ­ຫຍາຍ­ຕົວ.

ເຂດ​ພັດ­ທະ­ນາ​ເສດ­ຖະ­ກິດວັງ​ເຕົ່າ-ໂພນ​ທອງ ມີ​ຊື່​ຫຍໍ້​ວ່າ: “ຂວ​ພ” ຊຶ່ງ ເຂດ​ດັ່ງ­ກ່າວ​ແມ່ນ​ຈະ​ນຳ​ໃຊ້​ທຶນ​ເຂົ້າ ໃນ​ການ​ພັດ­ທະ­ນາ​ທັງ​ໝົດ​ຈຳ­ນວນ 250 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 2 ພັນ​ຕື້​ກີບ ໃນ​ເນື້ອ­ທີ່​ສຳ​ປະ­ທານ 253 ເຮັກ­ຕາ, ຕັ້ງ​ຢູ່​ບໍ­ລິ­ເວນ​ດ່ານ​ສາ­ກົນ​ວັງເຕົ່າເມືອງ​ໂພນ​ທອງ ທີ່​ມີ​ອາ­ຍຸ​ສຳ​ປະທານ 99 ປີ, ໂດຍ​ແມ່ນ​ລັດ­ຖະ­ບານ​ຖື ຮຸ້ນ 30% ແລະ​ບໍ­ລິ­ສັດ​ຜູ້​ພັດ­ທະ­ນາ​ຖື​ຮຸ້ນ 70%, ຊຶ່ງ​ຈຸດ­ປະ­ສົງ​ຂອງ​ການ​ສ້າງ­ຕັ້ງເຂດ​ນີ້ ແມ່ນ​ເພື່ອ​ໃຫ້​ກາຍ­ເປັນ​ເຂດ​ເສດຖະ​ກິດທີ່​ມີ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກໃຫ້​ແກ່​ນັກ​ລົງ­ທຶນທັງ​ພາຍ​ໃນ ແລະ​ຕ່າງປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ໃນ​ບັນ­ດາ​ກິດ​ຈະການ​ຕ່າງໆ​ເຊັ່ນ: ສູນ​ການ​ຄ້າ, ຮ້ານ​ຄ້າປອດ​ພາ­ສີ, ຕະ­ຫຼາດ​ຊາຍ​ແດນ, ການທ່ອງ​ທ່ຽວ, ໂຮງ­ແຮມ ແລະ​ບ້ານ​ຈັດສັນ, ສາງ​ພັກ​ສິນ­ຄ້າ, ທະ­ນາ­ຄານ-ສະຖາ​ບັນ​ການ​ເງິນ, ໂຮງ­ງານ​ຜະ­ລິດເພື່ອສົ່ງ​ອອກຊຶ່ງ​ຈະ​ເຮັດ​ໃຫ້​ພື້ນ­ຖານ​ເສດ​ຖະກິດ​ມີ​ຄວາມ​ເຂັ້ມ­ແຂງ, ຕິດ​ພັນ​ກັບ​ວັດ​ທະນະ​ທຳ-ສັງ­ຄົມ​ສີ­ວິ­ໄລ, ເສີມ​ສ້າງ​ອະ­ລິຍະ​ທຳ, ວັດ­ທະ­ນະ­ທຳ​ຂອງ​ຊາດ, ມີການ​ພັດ­ທະ­ນາ​ແບບ​ຍືນ​ຍົງ, ຫັນ​ໄປ​ສູ່ ການ​ບໍ­ລິ­ຫານ ແລະ​ຄຸ້ມ​ຄອງ​ແບບ​ອຸດສາ​ຫະ​ກຳ​ທີ່​ທັນ​ສະ­ໄໝ, ໂປ່ງ​ໃສ ແລະ​ສາມາດ​ກວດ​ສອບ​ໄດ້ພ້ອມ​ທັງ​ສ້າງ​ວຽກເຮັດ​ງານ​ທຳ​ທີ່​ໝັ້ນ­ຄົງ​ໃຫ້​ປະ­ຊາ­ຊົນພາຍ​ໃນ​ທ້ອງ­ຖິ່ນ ແລະ​ອ້ອມ​ຂ້າງ​ຂອງໂຄງ­ການ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ­ປະ­ກັນ​ໃນ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ, ທ່ານ ເຂິງ​ຄຳແກ້ວ​ໜູ​ຈັນກ່າວ​ຕື່ມ​ວ່າ.

ທີ່ມາ: logo