Homeລວມກົດຫມາຍລາວການມອບຮັບ, ຍົກຊັບທາງປາກເປົ່າ ຖືວ່າເປັນພິໄນກຳໄດ້ບໍ່?

ການມອບຮັບ, ຍົກຊັບທາງປາກເປົ່າ ຖືວ່າເປັນພິໄນກຳໄດ້ບໍ່?

Published on

ການ​ມອບ​ຊັບ, ຍົກ​ຊັບທາງ​ປາກ​ເປົ່າ​ຖື​ວ່າ​ເປັນ​ພິ​ໄນ​ກຳ​ໄດ້ບໍ່? ນີ້​ແມ່ນ​ກໍ­ລະ­ນີ​ໜຶ່ງ​ທີ່​ເປັນ​ກໍ​ລະ ນີ​ທີ່​ໜ້າ​ສົນ­ໃຈ​ພໍ​ສົມ­ຄວນ ແລະ​ກໍລະ​ນີ​ດັ່ງ­ກ່າວ​ນີ້

​ກໍ່​ອາດ​ຈະ​ເປັນ​ປະເດັນ​ທີ່​ຖືກ​ຍົກ​ຂຶ້ນ​ມາ​ຖົກ​ຖຽງ​ກັນ ໃນ​ກຸ່ມ​ຄົນ​ຢູ່​ຫຼາຍ​ຄັ້ງ​ດັ່ງ­ນັ້ນ​ມື້​ນີ​ີ​ຜູ້ຂຽນ​ຈະ​ໄດ້​ລົງ​ເລີກ ແລະ​ອະ­ທິ ບາຍ​ປະ­ເດັນ​ທີ່​ໜ້າ​ສົນ­ໃຈ​ນີ້​ໃຫ້​ກະຈ່າງ​ແຈ້ງ​ຂຶ້ນ​ຕາມ​ຫຼັກ​ຂອງ​ກົດໝາຍ​ແລ້ວ​ການ​ເຮັດ​ພິ​ໄນ​ກຳ​ບໍ່ ພຽງ​ແຕ່​ຈະ​ເຮັດ​ຂຶ້ນ​ເປັນ​ລາຍ​ລັກ ອັກ­ສອນ​ເທົ່າ​ນັ້ນ, ພິ​ໄນ​ກຳ​ບາງ ພິ​ໄນ​ກຳ​ຖືກ​ເຮັດ​ຂຶ້ນ​ທາງ​ປາກ​ເປົ່າ ດັ່ງ­ນັ້ນ, ຈິ່ງ​ມີ​ຄຳ​ຖາມ​ຕໍ່​ໄປ​ວ່າ​ເປັນ ຫຍັງ​ຈິ່ງ​ເຮັດ​ພິ​ໄນ​ກຳ​ທາງ​ປາກ ເປົ່າ ແລະ​ພິ​ໄນ​ກຳ​ທາງ​ປາກ​ເປົ່າ ນີ້​ຈະ​ມີ​ຜົນ​ສັກ­ສິດ​ເທົ່າ​ທຽມ​ກັນ ກັບ​ພິ​ໄນ​ກຳ​ທີ່​ເປັນ​ລາຍ​ລັກ​ອັກ ສອນ ຫຼື ບໍ່? ຄຳ​ຕອບ​ກໍ່​ຄື: ການ ເຮັດ​ພິ​ໄນ​ກຳ​ທາງ​ປາກ​ເປົ່າ​ນັ້ນ ແມ່ນ​ເຮັດ​ຂຶ້ນ​ຍ້ອນ​ເຈົ້າ​ມູນ​ມໍ​ລະ ດົກ​ມີ​ຄວາມ​ຈຳ­ເປັນ​ບາງ​ປະ­ການ ທີ່​ເຮັດ​ໃຫ້​ເຈົ້າ​ມູນ​ມໍ­ລະ­ດົກ​ບໍ່​ສາ ມາດ​ເຮັດ​ພິ​ໃນ​ກຳ​ທີ່​ເປັນ​ລາຍ​ລັກ​ອັກ­ສອນ​ຂຶ້ນ​ມາ​ໄດ້ ແລະ​ພິ​ໄນ​ກຳ ທາງ​ປາກ​ເປົ່າ​ນີ້​ກໍ່​ສາ­ມາດ​ໃຊ້​ໄດ້ ຫຼື ທີ່​ເອີ້ນ​ກັນ​ວ່າ​ມີ​ຜົນ​ສັກ­ສິດ​ເທົ່າ ທຽມ​ກັນ​ກັບ​ພິ​ໄນ​ກຳ​ທີ່​ເປັນ​ລາຍ ລັກ​ອັກ­ສອນ.

ໂດຍ​ອີງ​ຕາມ​ມາດ­ຕາ 28 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ສືບທອດ​ມູນ​ມໍ­ລະ­ດົກ​ຄື​ພິ​ໄນ​ກຳ​ທາງ ປາກ​ເປົ່າ​ທີ່​ໄດ້​ລະ­ບຸ​ໄວ້​ວ່າ​ເຈົ້າ​ຂອງ ຊັບ​ທີ່​ບໍ່​ມີ​ຄວາມ​ສາ­ມາດ​ທີ່​ຈະ​ເຮັດ ພິ​ໄນ​ກຳ​ເປັນ​ລາຍ​ລັກ​ອັກ­ສອນ​ໄດ້ຍ້ອນ​ຕົກ​ຢູ່​ໃນ​ສະ­ພາບ​ທີ່​ອັນ​ຕະ ລາຍ​ທີ່​ໃກ້​ຈະ​ເສຍ​ຊີ­ວິດ​ຍ້ອນ​ສຸ​ຂະ ພາບ, ອ່ອນ­ເພຍ ຫຼື ຍ້ອນ​ສາ­ເຫດ ອື່ນ​ນັ້ນ​ສາ­ມາດ​ເຮັດ​ພິ​ໄນ​ກຳ​ທາງ ປາກ​ເປົ່າ​ກໍ່​ໄດ້, ແຕ່​ຕ້ອງ​ຊ້ອງ​ໜ້າ ພະ­ຍານ​ຢ່າງ​ໜ້ອຍ​ສາມ​ຄົນ ຊຶ່ງ ພະ­ຍານ​ດັ່ງ­ກ່າວ​ຕ້ອງ​ແຈ້ງ​ຂໍ້­ຄວາມ ທັງ​ໝົດ​ທີ່​ເຈົ້າ​ມູນ​ມໍ­ລະ­ດົກ​ໄດ້​ສັ່ງ ໄວ້​ຕໍ່​ສຳ­ນັກ­ງານ​ທະ­ບຽນ​ສານ ຫຼື ອົງ­ການ​ປົກ­ຄອງ​ບ້ານ​ໃນ​ທັນ­ໃດ ແລະ​ຊີ້​ແຈງ​ສາ­ເຫດ​ທີ່​ພາ­ໃຫ້​ເຈົ້າ ຂອງ​ສັບ​ດັ່ງ­ກ່າວ​ນັ້ນ​ບໍ່​ສາ­ມາດເຮັດ​ພິ​ໄນ​ກຳ​ທີ່​ເປັນ​ລາຍ​ລັກ​ອັກ ສອນ​ໄດ້​ແຕ່​ເຖິງ​ຢ່າງ­ໃດ​ກໍ່​ຕາມ​ພິ​ໄນ​ກຳ​ທາງ​ປາກ​ເປົ່າ​ຈະ​ບໍ່​ມີ​ຜົນ ສັກ­ສິດ​ໃຊ້​ໄດ້​ຖ້າ​ຫາກ​ກາຍ​ກຳ­ນົດໜຶ່ງ​ເດືອນ​ນັບ​ແຕ່​ວັນ​ເຈົ້າ​ຂອງ​ຊັບ ໄດ້​ກັບ​ຄືນ​ສູ່​ສະ­ພາບ​ປົກ­ກະ­ຕິ,ນີ້​ກໍ່ ແມ່ນ​ກົດ­ໝາຍ​ທີ່​ກຳ­ນົດ​ໄວ້​ໃນ​ມາດຕາ 28 ຂອງ​ກົດ­ໝາຍ​ວ່າ​ດ້ວຍການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ທີ່​ສະ ແດງ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ກໍ່​ສາ ມາດ​ເຮັດ​ພິ​ໄນ​ກຳ​ທາງ​ປາກ​ເປົ່າ ຂຶ້ນ​ໄດ້​ແຕ່​ໃນ​ຄວາມ​ຄິດ​ເຫັນ​ຂອງຜູ້​ຂຽນ​ຄິດ​ວ່າ­ການ​ເຮັດ​ພິ​ໄນ​ກຳ ທາງ​ປາກ​ເປົ່າ​ນີ້​ຕ້ອງ​ຮັບ­ປະ­ກັນ ວ່າ​ພະ­ຍານ​ຕ້ອງ​ແມ່ນ​ບຸກ­ຄົນ​ທີ່​ໄວ້ເນື້ອ​ເຊື່ອ​ໃຈ​ໄດ້, ຕ້ອງ​ມີ​ຄວາມ​ຈົດຈຳ ຫຼື ຈື່​ຈຳ​ຕໍ່​ຄຳ​ສັ່ງ​ຂອງ​ເຈົ້າ​ມູນມໍ­ລະ­ດົກ ຊຶ່ງ​ເວ­ລາ​ທີ່​ໄປ​ແຈ້ງ​ສຳນັກ​ງານ​ທະ­ບຽນ​ສານ ຫຼື ອົງ­ການປົກ­ຄອງ​ບ້ານ​ກໍ່​ໃຫ້​ມີ​ຄວາມ​ຖືກຕ້ອງ​ຕາມ​ຄວາມ​ຈິງ ແລະ​ການ ບອກ​ດັ່ງ­ກ່າວ​ນັ້ນ​ກໍ່​ຕ້ອງ​ໃຫ້​ມີຄວາມ​ເປັນ​ເອ­ກະ​ພາບ​ກັນ ແລະນອກ­ຈາກ​ນີ້​ກໍ່​ຍັງ​ຕ້ອງ​ເປັນ​ບຸກ­ຄົນ ທີ່​ພໍ​ຈະ​ຮູ້​ໄດ້​ເຖິງ​ກົດ­ໝາຍ ຫຼື ລະບຽບ​ການ​ວ່າ​ເມື່ອ​ເຈົ້າ​ມູນ​ມໍ­ລະ­ດົກໄດ້​ເສຍ​ຊີ­ວິດ​ລົງ​ໄປ​ແລ້ວ​ນັ້ນ​ພວກ ຕົນ​ຕ້ອງ​ມີ­ໜ້າ​ທີ່ ຫຼື ພັນ­ທະ​ທີ່​ຕ້ອງບອກ​ກ່າວ ຫຼື ແຈ້ງ​ຕໍ່​ພາກ­ສ່ວນ​ທີ່ ກ່ຽວ­ຂ້ອງ​ໃຫ້​ຮັບ​ຮູ້​ເຖິງ​ຂໍ້­ຄວາມ​ທີ່ເຈົ້າ​ມູນ​ມໍ­ລະ­ດົກ​ໄດ້​ກ່າວ​ໄວ້ ຫຼື ສັ່ງໄວ້​ນັ້ນ, ບໍ່​ດັ່ງ­ນັ້ນ, ການ​ເຮັດ​ພິ​ໄນ ກຳ​ທາງ​ປາກ​ເປົ່າ​ກໍ່​ຈະ​ເກີດ​ມີ​ບັນຫາ ຫຼື ບໍ່​ສົມ­ບູນ​ຕາມ​ທີ່​ກົດ­ໝາ ໄດ້​ກຳ­ນົດ​ເອົາ​ໄວ້.

ທີ່ມາຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...