spot_img
Homeຂ່າວການພັດທະນາບັນດາໂຮງງານອຸດສາຫະກຳປຸງແຕ່ງ ກາຍເປັນທ່າແຮງສຳຄັນ ໃນການພັດທະນາປະເທດ!

ບັນດາໂຮງງານອຸດສາຫະກຳປຸງແຕ່ງ ກາຍເປັນທ່າແຮງສຳຄັນ ໃນການພັດທະນາປະເທດ!

Published on

ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ປັດຈຸບັນເສດຖະກິດຂອງປະເທດເຮົາ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊັ່ນດຽວກັບວຽກງານຜະລິດ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ກໍ່ສືບຕໍ່ຂະຫຍາຍຕົວເຊັ່ນກັນ, ສະເພາະປີຜ່ານມາ ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ກວມເອົາ 4% ຂອງມູນຄ່າການຜະລິດອຸດສາຫະກຳ ແລະ ຫັດຖະກຳທັງໝົດ, ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ປັດຈຸບັນທົ່ວປະເທດ ມີເຂດອຸດສາຫະກຳຫຼາຍກວ່າ 60 ເຂດ ແລະ ມີໂຮງງານອຸດສາຫະກຳຫຼາຍກວ່າ 40 ພັນຫົວໜ່ວຍ, ໃນນັ້ນມີໂຮງງານຂະໜາດໃຫຍ່ ຫຼາຍກວ່າ 450 ຫົວໜ່ວຍ ແລະ ຂະໜາດກາງຫຼາຍກວ່າ 580 ຫົວໜ່ວຍ, ຂະຫາຍນ້ອຍ 10 ພັນກວ່າຫົວໜ່ວຍ ແລະ ໂຮງງານແບບຄອບຄົວ ຫຼາຍກວ່າ 27 ພັນຫົວໜ່ວຍ, ພົ່ນເດັ່ນກວ່າໝູ່ແມ່ນ ໂຮງງານເບຍລາວ, ໂຮງງານແປ້ງມັນຕົ້ນ, ຢາສູບ, ຢາງພາລາ ແລະ ໂຮງງານປຸງແຕ່ງຈາກພືດກະສິກຳ ຈຳນວນໜຶ່ງ, ຊຶ່ງເປັນທ່າແຮງທາງດ້ານເສດຖະກິດຂອງປະເທດຄື: ປີ 2015 ຜ່ານມາ ຈຳນວນໂຮງງານອຸດສາຫະກຳປຸງແຕ່ງ ໄດ້ເພີ່ມຂຶ້ນຫຼາຍສົມຄວນ ແລະ ສ່ວນຫຼາຍແມ່ນໂຮງງານຂະໜາດນ້ອຍເຊັ່ນ: ໂຮງສີເຂົ້າ, ໂຮງງານນ້ຳດື່ມ, ໂຮງງານເສັ້ນລ້ອນ-ໝີ, ໂຮງການດິນຈີ່-ດິນບ໋ອກ ແລະ ອື່ນໆ, ສ່ວນຫັດຖະກຳທີ່ເປັນທ່າແຮງໃນໃນປັດຈຸບັນມີ: ຫັດຖະກຳຕ່ຳຫູກ- ຕ່ຳແຜນ, ຍ້ອມສີທຳມະຊາດ, ຈັກສານ ແລະ ແກະສະຫຼັກໄມ້ ທີ່ພວມມີການຂະຫາຍຕົວຢ່າງກ້ວາງຂວາງ, ຊຶ່ງນອກຈາກ ຈະສ້າງວຽກເຮັດງານທຳໃຫ້ສັງຄົມແລ້ວ, ຍັງຊ່ວຍສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ປະເທດຊາດອີກດ້ວຍ.

ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ຈາກການເພີ່ມຂື້ນຂອງອຸດສາຫະກຳ ໄດ້ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າຂອງລາວ ເພີ່ມຂຶ້ນໃນແຕ່ລະປີ ແລະ ການນຳເຂົ້າກໍເພີ່ມຂື້ນເຊັ່ນກັນ, ຍ້ອນຄວາມຕ້ອງການວັດຖຸດິບທີ່ເພີ່ມຫຼາຍຂຶ້ນເຊັ່ນ: ພາຫະນະ, ນ້ຳມັນເຊື້ອໄຟ, ອາຍແກ໋ສ , ອຸປະກອນກໍ່ສ້າງ ແລະ ອື່ນໆ, ສຳລັບການພົວພັນດ້ານການຄ້າກັບສາກົນ ກໍສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພົ້ນເດັ່ນທີ່ສຸດແມ່ນ ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີ 2015 ຊຶ່ງໄດ້ເປີດໂອກາດທີ່ຫຼາກຫຼາຍດ້ານການຄ້າຂອງລາວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...