Homeຂ່າວການສຶກສາຕະຫຼາດຫຼັກຊັບລາວ ຈັບມືຄະນະເສດຖະສາດຯ ມ.ຊ ເປີດຫຼັກສູດການລົງທຶນຢ່າງມືອາຊີບ ຊຸດທີ 4!

ຕະຫຼາດຫຼັກຊັບລາວ ຈັບມືຄະນະເສດຖະສາດຯ ມ.ຊ ເປີດຫຼັກສູດການລົງທຶນຢ່າງມືອາຊີບ ຊຸດທີ 4!

Published on

ຂປລ. ຕະຫລາດ​ຫລັກ​ຊັບ​ລາວ (ຕລຊລ) ຮ່ວມກັບຄະນະເສດຖະສາດ-ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ເອພີເອັມ-ລາວ ​ເປີດ​ອົບຮົມ​ຫລັກສູດ “ແຜນລາຍການ ຝຶກອົບຮົມ-ການທະນາຄານ ເພື່ອການລົງທຶນຢ່າງມືອາຊີບລາວ” ຊຸດທີ 4 ໃນວັນທີ 7 ພຶດສະພາ 2016 ທີ່ຕະຫລາດຫລັກຊັບລາວ ​ໃຫ້​ບຸກຄົນ​ທີ່ຕ້ອງການ ໃບຢັ້ງຢືນວິຊາຊີບທຸລະກິດຫລັກຊັບ, ທັງ​ນີ້​ກໍ ເປັນການສ້າງບຸກຄະລາກອນມືອາຊີບຂອງ ຕະຫລາດຫລັກຊັບລາວ ໃນຍຸກເຊື່ອມໂຍງສາກົນ ແລະ ຍຸກ AEC ​ເຊິ່ງ ຊຸດອົບຮົມຄັ້ງນີ້ ຈະໃຊ້ເວລາ 8 ອາທິດ ຈຶ່ງ​ຈະ​ສຳ​ເລັດ.

ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕລຊລ  ກ່າວວ່າ: ຕະຫລາດຫລັກຊັບ ເປັນວຽກໃໝ່ ທີ່​ຫລາຍ​ຄົນ ຕ້ອງມີ​ຄວາມຮູ້-ຄວາມເຂົ້າໃຈໃນວຽກງານດັ່ງກ່າວ, ​ເຊິ່ງຜູ້​ເຂົ້າ​ຮ່ວມ​ຝຶກອົບຮົມ ຈະ​ໄດ້​ຮັບ​ຟັງການນໍາສະເໜີ ກ່ຽວກັບພາບລວມການພັດທະນາຕະຫລາດທຶນລາວ, ຄວາມສໍາຄັນຂອງວຽກງານກວດສອບພາຍນອກ, ກົດໝາຍວ່າດ້ວຍຫລັກຊັບ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຫລັກຊັບ ລວມໄປເຖິງການນໍາສະເໜີ ພາບລວມຂອງການພັດທະນາ ຕະຫລາດທຶນຂອງປະເທດໄທ ແລະ ຜົນປະໂຫຍດຂອງ ການຈົດທະບຽນໃນຕະຫລາດ​ຫລັກຊັບ ນັບແຕ່ປີ 2014 ເປັນຕົ້ນມາ 3 ພາກສ່ວນດັ່ງກ່າວ ໄດ້ດໍາເນີນ ການຈັດຕັ້ງເປີດຮຽນ ແລະ ສອນຫລັກສູດແຜນລາຍການ ຝຶກອົບຮົມ-ການທະນາຄານ ເພື່ອການລົງທຶນ ຢ່າງມືອາຊີບລາວ ສໍາລັບບຸກຄົນທົ່ວໄປ ທີ່ຕ້ອງການໃບຢັ້ງຢືນ ວິຊາຊີບທຸລະກິດຫລັກຊັບ ເພື່ອນໍາໄປປະກອບ ວິຊາຊີບທາງດ້ານ ນາຍໜ້າຄ້າຂາຍຫລັກຊັບ ມາໄດ້ 3 ຊຸດ ໂດຍມີຜູ້ເຂົ້າຝຶກອົບຮົມ ທັງໝົດ 179 ຄົນ ໃນນີ້ສາມາດ ສອບຜ່ານຫລັກສູດ ໄດ້ພຽງແຕ່ 64 ຄົນ ແລະ ມາເຖິງມື້ນີ້ ໄດ້ມີການຝຶກອົບຮົມ ໃນຫຼັກສູດດັ່ງກ່າວ ເປັນເທື່ອທີ 4.            

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...