Homeຂ່າວພາຍ​ໃນລັດ​ອະ­ນຸ­ມັດ​ງົບຕື້​ກວ່າ​ກີບ ຄວບ​ຄຸມ​ຕັກ­ແຕນ​ລະ­ບາດຢູ່​ແຂວງ​ພາກ​ເໜືອ ເວ­ລາ​ນີ້​ເລີ່ມ​ຂະ​ບວນ​ການ​ແລ້ວ

ລັດ​ອະ­ນຸ­ມັດ​ງົບຕື້​ກວ່າ​ກີບ ຄວບ​ຄຸມ​ຕັກ­ແຕນ​ລະ­ບາດຢູ່​ແຂວງ​ພາກ​ເໜືອ ເວ­ລາ​ນີ້​ເລີ່ມ​ຂະ​ບວນ​ການ​ແລ້ວ

Published on

ລະ­ດູ­ຝົນ​ປີ​ນີ້ລັດ­ຖະ­ບານ​ໄດ້​ເອົາໃຈ​ໃສ່​ເປັນ​ພິ­ເສດ​ຕໍ່​ການ​ຄວບ​ຄຸມ​ການລະ­ບາດ​ຂອງ​ຕັກ­ແຕນ​ຝູງໂດຍ​ໄດ້​ອະ­ນຸ ມັດ​ງົບ​ບ້ວງ​ແກ້​ໄຂ​ໄພ­ພິ­ບັດ​ຈຳ­ນວນ 1,56 ຕື້​ກີບ​ໃສ່​ຂະ​ບວນ​ການ​ປາບ​ປາມແຕ່​ຫົວ­ທີ ທັງ​ນີ້ກໍ​ເພື່ອ​ຫຼີກ­ເວັ້ນ​ບັນ­ຫາຄວາມ​ເສຍ​ຫາຍ​ດ້ານ​ຜົນ​ຜະ­ລິດ​ປະ­ຊາ­ຊົນໂດຍ​ຂະ­ນະ​ນີ້​ພະ­ນັກ­ງານ​ກ່ຽວ­ຂ້ອງ​ຂອງກົມ​ປູກ­ຝັງ​ກຳ­ລັງ​ເຂັ່ງ​ຮ້ອນ​ສົມ­ທົບ​ກັບທ້ອງ­ຖິ່ນ​ໃນ​ເຂດ​ລະ­ບາດ 11 ເມືອງ 3 ແຂວງ​ພາກ​ເໜືອ​ດ້ວຍ​ການ​ລະ­ດົມ​ປະ­ຊາ­ຊົນ​ສີດ​ຢາ​ຢ່າງ​ເປັນ​ຂະ​ບວນຊຶ່ງ​ຄາດ​ວ່າ​ທ້າຍ​ເດືອນ​ກໍ­ລະ­ກົດ​ໃຫ້​ສຳ­ເລັດ​ໃນ 140 ຈຸດ​ເປົ້າ​ໝາຍ.

ຂໍ້​ມູນ​ເປີດ­ເຜີຍ​ຈາກ​ກົມ​ປູກ­ຝັງ​ກະຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້​ລະ­ບຸ​ວ່າ: ຕັກ ແຕນ ຫຼື ຕັກ­ແຕນ​ຝູງ, ຕັກ­ແຕນ​ໄມ້­ປ່ອງ (ຕັກ­ແຕນ​ຂີ) ແມ່ນ​ສັດ­ຕູ​ພືດ​ຊະ­ນິດ​ໜຶ່ງ​ທີ່ເກາະ​ກິນ​ໃບ​ພືດ​ເປັນ​ຫຼັກ​ແລ້ວ​ສ້າງ​ຄວາມເສຍ​ຫາຍ​ໃຫ້​ແກ່​ຜົນ​ຜະ­ລິດ​ພືດ​ຢ່າງ​ຫຼວງຫຼາຍ, ຕັກ­ແຕນ​ຝູງ​ມີ​ຊື່​ສາ­ມັນ​ວ່າ Yellow-spined bamboo Locust ແລະ ມີ​ວິ­ທະ­ຍາ­ສາດ​ວ່າ: Ceracris kiangus Tsai ( 1929 ) ພົບ​ເຫັນ​ການ​ທຳ­ລາຍ ຄັ້ງ​ທຳ​ອິດ​ຂອງ​ຕັກ­ແຕນ​ຊະ­ນິດ​ນີ້​ແມ່ນ​ຢູ່ ພາກ​ໃຕ້​ຂອງ​ປະ­ເທດ​ຈີນຊຶ່ງ​ຈະ​ມີ​ການທຳ­ລາຍ​ພືດ​ຫຼາຍ​ກວ່າ 25 ຊະ­ນິດ ແຕ່​ພືດຫຼັກໆ​ທີ່​ພວກ​ມັນ​ທຳ­ລາຍ​ແມ່ນ​ໄມ້­ປ່ອງ (ຕະ­ກູນ​ໄມ້­ໄຜ່) ເມື່ອ​ກິນ​ໃບ​ໄມ້­ປ່ອງຍັງ ເຫຼືອ​ແຕ່​ກິ່ງ​ກ້ານ ແລ້ວ​ພວກ​ມັນ​ກໍ່​ຈະ​ລົງໄປ​ກັດ​ກິນ​ໃບ​ເຂົ້າ, ໃບ​ສາ­ລີ ແລະ​ພືດອື່ນໆ​ພວກ​ມັນ​ມັກ​ອາ­ໄສ​ຢູ່​ຕາມ​ລຽບແຄມ​ແມ່­ນ້ຳ​ເຂດ​ທີ່​ມີ​ຄວາມ​ສູງ​ຈາກ​ລະດັບ​ໜ້າ­ນ້ຳ​ທະ­ເລ​ປະ­ມານ 350-1300 ແມັດ ແລະ​ອຸນ­ຫະ­ພູມ​ສະ­ເລ່ຍ​ປະ­ມານ 30 ອົງ­ສາ.

ຂະ­ນະ​ທີ່​ຂໍ້​ມູນ​ທີ່​ອົງ­ການ​ອາ­ຫານ ແລະ​ການ​ກະ­ເສດ (FAO) ໄດ້​ລາຍ​ງານໃນ​ວັນ​ທີ 27 ມີ­ນາ 2013 ຮູ້​ວ່າ: ໄດ້​ມີການ​ລະ­ບາດ​ຂອງ​ຕັກ­ແຕນ​ຝູງ​ຊະ­ນິດ​ນີ້ຄັ້ງ​ໃຫຍ່​ຢູ່ສາ­ທາ­ລະ­ນະ​ລັດມາ­ລາ​ກັດສະ­ກາ ຊຶ່ງ​ຄາດ​ວ່າ­ການ​ລະ­ບາດ​ຄັ້ງ​ນັ້ນຈະ​ສົ່ງ​ຜົນ​ເຮັດ​ໃຫ້​ປະ­ຊາ­ກອນ​ຈຳ­ນວນ 60% ຫຼື ປະ­ມານ 22 ລ້ານ​ຄົນ ຂອງ​ປະເທດ​ປະ​ເຊີນ​ໜ້າ​ກັບ​ພາ­ວະ​ຄວາມ​ຂາດແຄນ​ອາ­ຫານ, ສຳ­ລັບ​ບັນ­ດາ​ເຂດ​ປະ­ເທດໃກ້​ຄຽງ​ພວກ​ເຮົາ​ກໍ່​ເຄີຍ​ມີ​ການ​ລະ­ບາດເຊັ່ນ​ກັນ​ເຊັ່ນ: ລະ­ບາດ​ຢູ່​ປະ­ເທດ​ຫວຽດນາມ 3 ຄັ້ງ​ຄື: ປີ 2008, 2012 ແລະ ປີ 2015 ປະ­ເທດ​ຈີນ.

ສຳ­ລັບ ສປປ ລາວ ມີ​ການ​ລາຍ​ງານການ​ລະ­ບາດ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ຕຸ­ລາ 2014 ຢູ່​ເມືອງ​ໂພນ​ທອງ​ແຂວງ​ຫຼວງພະ​ບາງ ແລະ​ຄັ້ງ​ທີ​ສອງ​ແມ່ນ​ເດືອນ​ເມສາ​ປີ​ຕໍ່​ມາ​ທີ່​ເມືອງ​ໂພນ​ທອງ ແລະ​ເມືອງ ວຽງ​ຄຳ ແຂວງ​ຫຼວງ​ພະ​ບາງ, ເມືອງ ຊອນ, ເມືອງ​ຊຳ​ເໜືອ ແລະ​ເມືອງ​ຫົວ ເມືອງ ແຂວງ​ຫົວ­ພັນ, ເມືອງ​ໃໝ່ ແລະ ເມືອງ​ຂວາ ແຂວງ​ຜົ້ງ​ສາ­ລີ ເຮັດ​ໃຫ້­ການຜະ­ລິດ​ເຂົ້າ­ໄຮ່, ເຂົ້າ­ນາ​ປີ, ສາ­ລີ ແລະ​ພືດ ສວນ​ເສຍ​ຫາຍ​ຢ່າງ​ໜັກ­ໜ່ວງ​ເຮັດ​ໃຫ້ເກີດ​ຜົນ​ກະ­ທົບ​ດ້ານ​ຜົນ​ຜະ­ລິດ​ຂອງ​ປະຊາ​ຊົນ ໃນ​ຈຳ­ນວນ 339 ໝູ່​ບ້ານ, 3.359 ຄອບ­ຄົວ, ເນື້ອ­ທີ່​ເສຍ​ຫາຍ​ທັງ​ໝົດ 3.651 ເຮັກ­ຕາ.

ຕໍ່​ບັນ­ຫາ​ດັ່ງ­ກ່າວ​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້ ກໍ​ຄື​ກົມ​ປູກ­ຝັງ​ໄດ້​ສົມ­ທົບ​ກັບອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ແຂວງ, ຂັ້ນເມືອງ​ມີ​ມາດ​ຕະ­ການ​ໃນ​ການ​ແກ້​ໄຂ ແລະ​ຕອບ​ໂຕ້​ຢ່າງ​ເລັ່ງ​ດ່ວນ​ດ້ວຍ​ການ­ຈັດ­ຕັ້ງປະ­ຕິ­ບັດ​ຕາມ​ກົດ­ໝາຍ​ປ້ອງ​ກັນ​ພືດ​ຢ່າງ ເຂັ້ມ​ງວດ, ໄດ້​ອອກ​ແຈ້ງ​ການ​ຫາ​ລະ­ດັບ ທ້ອງ­ຖິ່ນ ເພື່ອ​ປະ­ກາດ​ເປັນ​ເຂດ​ການ​ກຳຈັດ ແລະ​ຄວບ​ຄຸມ​ການ​ລະ­ບາດ​ຂອງ​ຕັກແຕນ​ຝູງ, ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການສະ­ເພາະ​ກິດ​ຂັ້ນ​ທ້ອງ­ຖິ່ນ ແລະ​ຂັ້ນ​ສູນ ກາງ, ໄດ້​ແຕ່ງ­ຕັ້ງ​ພະ­ນັກ­ງານ​ວິ­ຊາ​ການ​ລົງ​ປະ­ຈຳ​ຢູ່​ພື້ນ​ທີ່​ລະ­ບາດ.

001

ຄຽງ​ຄູ່​ກັນ​ນັ້ນ​ຍັງ​ໃດ້​ຕອບ​ໂຕ້​ທາງ ດ້ານ​ວິ­ຊາ​ການ​ດ້ວຍ​ການ​ຈູດ​ໄຟ​ຮົມ​ຄວັນໄລ່, ເກັບ​ຕັກ­ແຕນ​ມາ​ເຜົາ​ທຳ­ລາຍ, ນຳ​ໃຊ້ວິ­ທີ​ການ​ພົ່ນ​ຢາ​ທີ່​ມີ​ຜົນ​ກະ­ທົບ​ໜ້ອຍ​ທີ່ສຸດ, ຈັດ​ຝຶກ​ອົບ­ຮົມ​ດ້ານ​ເຕັກ­ນິກ​ວິ­ຊາ​ການຕ່າງໆ​ທີ່​ກ່ຽວ­ຂ້ອງ​ພ້ອມ​ທັງ​ປະ­ສານ​ສົມທົບ​ກັບ​ອົງ­ການ​ອາ­ຫານ ແລະ​ການ​ກະເສດ (FAO) ແລະ ສປ ຈີນ ໃນ​ການ​ສຳຫຼວດ ແລະ​ວາງ​ແຜນ­ການ​ກຳ­ຈັດ​ໃນ​ໄລຍະ​ສັ້ນ, ໄລ­ຍະ​ກາງ ແລະ​ໄລ­ຍະ​ຍາວ.

ສຳ­ລັບ​ລະ­ດູ­ຝົນ​ປີ 2016 ທີ່​ຈະ​ມາເຖິງ​ນີ້, ລັດ­ຖະ­ບານ​ໄດ້​ເອົາ­ໃຈ­ໃສ່​ເປັນພິ­ເສດ ເພື່ອ​ຄອບ​ຄຸມ​ຕັກ­ແຕນ​ບໍ່​ໃຫ້​ແຜ່​ກະຈາຍ​ອອກ​ໄປ​ເປັນ​ວົງ​ກວ້າງ​ດ້ວຍ​ການ​ອະ­ນຸ­ມັດ​ໃຫ້​ນຳ​ໃຊ້​ງົບ­ປະ­ມານ​ບ້ວງ​ແກ້​ໄຂ​ໄພ­ພິ­ບັດ​ຈຳ­ນວນ 1,56 ຕື້​ກີບ ເຂົ້າ​ສູ່ວຽກ​ງານ​ດັ່ງ­ກ່າວ​ໃຫ້​ມີ​ປະ​ສິດ­ທິ​ຜົນ, ພ້ອມ​ທັງ​ການ​ຮ່ວມ​ມື​ຈາກ​ອົງ­ການ​ອາຫານ ແລະ​ການ​ກະ­ເສດ (FAO) ໃຫ້ການ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ວິ­ຊາ​ການ, ຊ່ຽວ­ຊານ, ເຊົ່າ​ລົດ​ລົງ​ພາກ​ສະ­ໜາມ​ຈຳນວນ 24 ຄັນ ແລະ​ສະ­ໜອງ​ວັດ­ຖຸ​ອຸ­ປະກອນ​ທີ່​ຈຳ­ເປັນ​ຈຳ­ນວນ​ໜຶ່ງ​ຄິດ​ເປັນ​ມູນຄ່າ​ທັງ​ໝົດ 328.811 ໂດ​ລາ ແລະ ໄດ້​ຮັບການ​ຊ່ວຍ­ເຫຼືອບັ້ງ​ສີດ​ຢາຈຳ­ນວນ 200 ບັ້ງ ແລະ​ຢາ​ປາບ​ສັດ­ຕູ​ພືດຈຳ­ນວນ 18 ພັນ​ກິ​ໂລ​ຈາກ ສປ ຈີນ.

ເພື່ອ​ໃຫ້​ໄປ​ຕາມ​ແຜນ­ການ​ທີ່​ວາງ​ໄວ້ມາ​ຮອດ​ປະ­ຈຸ​ບັນ​ກົມ​ປູກ­ຝັງ​ແມ່ນ​ກຳ­ລັງຂຸ້ນ​ຂຽວ​ເປີດ​ຂະ​ບວນ​ການ​ປາບ​ປາມ ແລະ ຄອບ​ຄຸມ​ການ​ລະ­ບາດ​ຂອງ​ຕັກ­ແຕນ​ຝູງດັ່ງ­ກ່າວ​ຢ່າງ​ເຂັ່ງ​ຮ້ອນໂດຍ​ການ​ຈັດ​ສົ່ງພະ­ນັກ­ງານ​ລົງ​ໄປ​ປະ­ສານ​ສົມ­ທົບ​ກັບພະ­ນັກ­ງານ​ວິ­ຊາ​ການ​ຂັ້ນ​ແຂວງ, ຂັ້ນເມືອງ ແລະ​ອຳ­ນາດ​ການ​ປ້ອງ​ຄອງ​ບ້ານຕ່າງໆ​ໃນ​ເຂດ​ມີ​ການ​ລະ­ບາດ​ຈຳ­ນວນທັງ​ໝົດ 500 ກວ່າ​ຄົນ ເພື່ອ​ລະ­ດົມ​ຂົນຂວຍ​ພໍ່​ແມ່​ປະ­ຊາ­ຊົນ​ສີດ​ຢາ​ໃນ​ຈຸດ​ທີ່​ຕັກແຕນ​ວາງ​ໄຂ່ຊຶ່ງ​ເປັນ​ເຂດ​ຄອຍ​ຊັນ​ຫຍຸ້ງຍາກ​ຕໍ່​ການ​ເຂົ້າ​ເຖິງ, ປະ­ຈຸ​ບັນ​ສຳ­ເລັດການ​ສີດ​ຢາ​ໄປ​ແລ້ວ​ປະ­ມານ 30% ຂອງ ແຜນ­ການ​ທັງ​ໝົດ 140 ຈຸດ ແລະ​ຄາດວ່າ​ຈະ​ໃຫ້​ສຳ­ເລັດ​ການ​ສີດ​ຢາ​ທັງ​ໝົດ​ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ​ທີ່​ຈະ​ມາ​ເຖິງ​ນີ້.

ໂດຍ​ພື້ນ​ທີ່​ຕັກ­ແຕນ​ລະ­ບາດ​ໃນ​ປີ​ນີ້ ລວມ​ມີ​ທັງ​ໝົດ 11 ເມືອງ​ໃນ 3 ແຂວງ ພາກ​ເໜືອ​ຄື: ເມືອງ​ງອຍ, ວຽງ​ຄຳ, ປາກແຊງ, ໂພນ​ທອງ, ໂພນ​ໄຊ, ປາກ​ອູ ແຂວງ ຫຼວງ​ພະ​ບາງ; ເມືອງ​ໃໝ່ ແຂວງ​ຜົ້ງ​ສາ­ລີ ເມືອງ​ຮ້ຽມ, ຊ່ອນ, ຫົວ​ເມືອງ ແລະ​ເມືອງ ຊຳ​ເໜືອ ແຂວງ​ຫົວ­ພັນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...