spot_img
Homeຂ່າວຕ່າງປະເທດເມືອງຫົວເມືອງ ຢຶດຖືອາຊີບກະສິກໍາ ປູກຝັງ-ລ້ຽງສັດ ເປັນຕົ້ນຕໍ

ເມືອງຫົວເມືອງ ຢຶດຖືອາຊີບກະສິກໍາ ປູກຝັງ-ລ້ຽງສັດ ເປັນຕົ້ນຕໍ

Published on

ຂປລ. ​ ໃນ​ຊຸມ​ປີຜ່ານມາ ປະຊາຊົນ ເມືອງ​ຫົວ​ເມືອງ​​ ​ແຂວງ​ຫົວພັນ ໄດ້​ຢຶດຖືອາຊີບ​ ການປູກຝັງ-ລ້ຽງ​ສັດ ເປັນ​ອັນດັບ​ຕົ້ນ​, ການ​ຄ້າ-ການ​ບໍລິການ​ ​​ເປັນສໍາຮອງ. ປັດ​ຈຸ​ບັນ ມີ​ເນື້ອ​ທີ່​ນາ​​ປູກ​ເຂົ້າ 900 ​ກວ່າເຮັກ​ຕາ, ສະ​ເລ່ຍ ສະມັດ​ຕະພາບ​ໄດ້ 4,6 ​ໂຕນ​ຕໍ່​ເຮັກຕາ, ​ເນື້ອ​ທີ່​ປູກ​ເຂົ້າ​ເນີນສູງ ​ມີ 280 ​ກວ່າເຮັກຕາ, ສະ​ມັດ​ຕະພາບ 2,8 ​ໂຕນ​ຕໍ່​ເຮັກຕາ. ສະ​ເລ່ຍ​ປະຊາຊົນ​ ໄດ້​ຮັບ​ເຂົ້າ​ເປືອກ 365 ກິ​ໂລ​ຕໍ່ຄົນ​ຕໍ່​ປີ; ສ່ວນວຽກ​ງານ​​ຮັບປະກັນ​ ສະບຽງ​ອາຫານ ກໍ​ຄືການ​ຜະລິດ​ ເປັນ​ສິນຄ້າ ທີ່​ເປັນທ່າ​ແຮງ​ຕົ້ນຕໍ ​ແມ່ນການ​ປູກ​ສາລີ, ໝາກ​ເດືອຍ​ ​ແລະ​ ຂີງ. ​

ທ່ານ ອ້ອມ ສຸລິນທອນ ຫົວໜ້າຫ້ອງການ ​ກະສິກໍາ​-ປ່າ​ໄມ້ ເມືອງ​ຫົວ​ເມືອງ ​ແຂວງ​ຫົວພັນ​ ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​​ ເມື່ອ​ບໍ່​ດົນ​ນີ້ວ່າ: ເມືອງ​ຫົວ​ເມືອງ ປະກອບ 10 ກຸ່ມ​ບ້ານ, ມີ 75 ບ້ານ, ມີ​ພົນລະ​ເມືອງ​ ທັງ​ໝົດ 32.000 ຄົນ, ມີ​ 4.815 ຄອບຄົວ. ສຳລັບປີ​ນີ້​ ມີເນື້ອ​ທີ່​ປູກ​ສາລີ 4.000 ​ກວ່າເຮັກຕາ, ເກັບ​ກູ້​​ແລ້ວເກືອບ 100%, ຜົນ​ຜະລິດ​ໄດ້ ປະມານ 14 ພັນ​ກວ່າ​ໂຕນ; ​ເນື້ອ​ທີ່​ປູກ​ໝາກ​ເດືອຍ ​ມີປະມານ 700 ​ເຮັກຕາ ​ໄລຍະ​ນີ້​ ແມ່ນ​ກໍາລັງ​ເກັບ​ກູ້​ ​ແລະ​ ເນື້ອ​ທີ່​ປູກ​ຂີງ​ ປະມານ 500 ກວ່າ​ເຮັກຕາ, ​ສາມາດ​ເກັບ​ກູ້​ໄດ້ 100%. ​ເມືອງ​ຫົວ​ເມືອງ​ ໄດ້ມີ​ການ​ຜູກ​ພັນ​ສັນຍາ​ ກັບ​ນັກທຸລະກິດ 23 ຫົວໜ່ວຍ​ ມາ​ເກັບ​ຊື້​ຜົນ​ຜະລິດ​ ຈາກ​​ກະສິກອນ ​ໂດຍ​ສະ​ເພາະ​ ແມ່ນ​ໝາກ​ເດືອຍ ​ກັບ​ສາລີ. ນອກຈາກ​ ການ​ປູກຝັງ​ແລ້ວ, ​ ເມືອງ​ຫົວ​ເມືອງ​ ມີ​ທ່າ​ແຮງ​ພູມ​ສັນຖານ​ ເໝາະ​ກັບ​ການ​ ລ້ຽງສັດ​ໃຫຍ່, ປັດຈຸບັນ ​ທົ່ວ​ເມືອງ​ມີງົວ 11 ພັນ​ກວ່າ​ໂຕ, ຄວາຍ 2.000 ກວ່າ​ໂຕ, ໝູ 54 ພັນ​ກວ່າ​ໂຕ, ​ແບ້ 4.000 ກວ່າ​ໂຕ ​ແລະ ​ສັດ​ປີກ​ຈໍານວນ​ໜຶ່ງ.

ທ່ານ ​ຫົວໜ້າ​ຫ້ອງການ ​ກະສິກໍາ​-ປ່າ​ໄມ້ ເມືອງ​ ໃຫ້​ຮູ້​ຕື່ມ​ວ່າ: ການ​ຊຸກຍູ້​ ປູກ​ພືດ​ລະດູ​ແລ້ງ​ ເມືອງ​ຫົວ​ເມືອງ​ ຖ້າ​ທຽບ​ໃສ່​ເມືອງ​ອື່ນໆ​ ​ເຫັນ​ວ່າຍັງ​ບໍ່​ທັນ​ເປັນ​ ຂະ​ບວນການພໍ​ປານ​ໃດ ອີງ​ໃສ່​ສະ​ພາບ​ພື້ນທີ່​ ບໍ່​ເໝາະ​ສົມ, ປີ​ນີ້​ປະຊາຊົນ ​​ປູກ​ພືດ​ລະດູ​ແລ້ງ​ໄດ້ 54 ​ເຮັກຕາ ​ເປັນຕົ້ນແມ່ນ ປູກໝາກ​ໂມ, ຜັກ​ບົ່ວ, ຜັກທຽມ ​ແລະ ​ພືດ​ຜັກ​ອື່ນໆ, ປັດຈຸບັນ​ ສາມາດ​ເກັບ​ກູ້​ ຜົນ​ຜະລິດ​ໄດ້​ກວ່າ 80%. ຢ່າງ​ໃດ​ກໍ​ຕາມ ການ​ພັດທະນາ​ກະສິກໍາ​ ຢູ່​ເມືອງ​ຫົວ​ເມືອງ ຍັງ​ພົບສິ່ງ​ທ້າ​ທາຍ ເຖິງ​ວ່າ​ມີ​ຫົວໜ່ວຍ ​ທຸລະ​ກິດ​ມາ​ລົງທຶນ ​ແຕ່ຕະຫລາດ ​ຈໍາໜ່າຍ​ສິນຄ້າ​ ຍັງ​ບໍ່​ທັນ​ແນ່ນ​ອນ, ລາຄາ​ຕົກ​ຕໍ່າ​ ​ໂດຍ​ສະ​ເພາະ ລາຄາ​ສາລີ​​ ປີ​ນີ້​ຕົກ​ຕໍ່າ​ກວ່າທຸກໆ​ປີ ໃນ​ຮອບ 5 ປີ ສະ​ເລ່ຍ 750 ກີບ​ຕໍ່​ກິ​ໂລ, ຂີງ​ລາຄາ​ຂາຍ 1.000 ກີບ/ກິ​ໂລ ຍັງ​ບໍ່​ມີ​ຕະຫລາດ, ໝາກ​ເດືອຍ ​ເຖິງ​ວ່າ​ຈະ​ມີ​ໂຮງງານ​ອົບ ​ແຕ່​ຂອດ​ການ​ຊື້-​ຂາຍ​ ຍັງ​ບໍ່​ເປັນ​ທີ່​ຍອມຮັບ​ ຂອງ​ປະຊາຊົນ ລາຄາ​ຂຶ້ນ​ລົງ​ບໍ່​ແນນ​ອນ, ເມືອງ​ຫົວ​ເມືອງ ​ບໍ່​ມີ​ທາງ​ຫລວງ​ແຫ່ງ​ຊາດ ​ຜ່ານແຕ່ມີ​ຫລາຍ​ທາງ​ອອກ ​ເຮັດ​ໃຫ້​ຜູ້​ປະກອບ​ການ ​ຫລື​ ນັກ​ທຸລະ​ກິດ​ສວຍ​ໂອກາດ ລັກລອບ​ຊື້​-ຂາຍ ​ແລະ ສິ່ງ​ສຳຄັນ ເມືອງ​ຫົວ​ເມືອງ ມີສະພາບ​ພື້ນຖານ​ ເປັນ​ເຂດ​ຫ້ວຍ​ເລິກ​ພູ​ສູງ ​ເຮັດ​ໃຫ້​ການ​ຜະລິດ ​ເປັນ​ສິນຄ້າ​ ພົບ​ຄວາມ​ຫຍຸ້ງຍາກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...