ການໄດ້ຮັບມູນມໍລະດົກ ຈາກເຈົ້າມູນມໍລະດົກ ນອກຈາກຈະໄດ້ຮັບຕາມກົດໝາຍແລ້ວຍັງມີອີກທາງໜຶ່ງນັ້ນກໍຄືການໄດ້ຮັບ ໂດຍທາງພິໄນກຳ
ຖ້າຈະເວົ້າໂດຍທົ່ວໄປແລ້ວການໄດ້ມາ ເຊຶ່ງມໍລະດົກຂອງລູກຫຼານຈາກເຈົ້າມູນມໍລະດົກນັ້ນ ຢູ່ໃນສັງຄົມເຮົາສ່ວນ ຫຼາຍແມ່ນໄດ້ມາໂດຍກົດໝາຍ ດັ່ງນັ້ນ ຈິ່ງຖືວ່າການໄດ້ຮັບມໍລະ ດົກໂດຍພິໄນກຳນັ້ນຍັງບໍ່ທັນໄດ້ ຫຼາຍເທື່ອ ຖ້າທຽບໃສ່ກັບປະເທດ ອື່ນໆ.
ມູນມໍລະດົກ ທີ່ລູກຫຼານໄດ້ຮັບ ຈາກຜູ້ເປັນພໍ່, ແມ່ ຫຼື ປູ່ຍ່າ, ຕາຍາຍ ໂດຍທາງພິໄນກຳນັ້ນ ຖືວ່າເປັນ ມູນມໍລະດົກທີ່ເຈົ້າມູນມໍລະດົກມີ ລູກປະສົງຈະມອບໃຫ້ບຸກຄົນໃດ ບຸກຄົນໜຶ່ງ ຫຼື ບຸກຄົນກຸ່ມໃດກຸ່ມ ໜຶ່ງ ໂດຍສະເພາະເຈາະຈົງ ກ່ອນ ທີ່ຈະເສຍຊີວິດ ໂດຍຂຽນເປັນໜັງ ສືເອົາໄວ້ ຫຼື ສັ່ງຄວາມເອົາໄວ້ ກ່ອນຈະເສຍຊີວິດ ໂດຍອີງຕາມ ມາດຕາ 24,25 ວ່າດ້ວຍການສືບ ທອດມູນມໍລະດົກຄືສິດໃນການ ມອບຊັບ, ຍົກຊັບ ຫຼື ການເຮັດພິ ໄນກຳ ແລະຂອບເຂດສິດໃນການ ມອບຊັບ, ຍົກຊັບ ແລະການເຮັດ ພິໄນກຳໃນສອງມາດຕາດັ່ງກ່າວ ນີ້ແມ່ນອະທິບາຍເຖິງວ່າເຈົ້າມູນ ມໍລະດົກມີສິດມອບຊັບ ຫຼື ຍົກຊັບ ຂອງຕົນໃຫ້ແກ່ບຸກຄົນໃດແດ່? ແລະສາມາດໃຫ້ໄດ້ລາຍໜ້ອຍ ເທົ່າໃດ ຊຶ່ງມາດຕາ 25 ອາດຈະມີ ຄວາມແຕກຕ່າງກັບຫຼັກການຂອງ ກົດໝາຍຂອງຕ່າງປະເທດແດ່ ເນື່ອງຈາກວ່າຢູ່ຕ່າງປະເທດເຈົ້າ ມູນມໍລະດົກມີສິດທີ່ຈະມອບ ຫຼື ຍົກຊັບຂອງຕົນກ່ອນເສຍຊີວິດໃຫ້ ແກ່ບຸກຄົນໃດໜຶ່ງ ຫຼື ອົງການໃດ ໜຶ່ງເຊັ່ນ ຍົກໃຫ້ ຫຼື ມອບໃຫ້ມູນນິ ທິ ທັງໝົດກໍໄດ້ ໂດຍບໍ່ກ່ຽວກັບວ່າ ເຈົ້າມູນມໍລະດົກນັ້ນຈະມີລູກ ຫຼື ບໍ່ ກໍຕາມ.
ອີງຕາມມາດຕາ 25 ວ່າດ້ວຍ ຂອບເຂດໃນການມອບ, ຍົກຊັບ ຫຼື ການເຮັດພິໄນກຳທີ່ລະບຸໄວ້ວ່າ ຖ້າຫາກເຈົ້າມູນມໍລະດົກ ຫາກມີ ລູກໜຶ່ງຄົນ ແມ່ນບໍ່ໄດ້ເກີນເຄິ່ງ ໜຶ່ງຂອງຊັບທັງໝົດ ຖ້າເຈົ້າມູນມໍ ລະດົກຫາກມີລູກສອງຄົນ ແມ່ນບໍ່ ໄດ້ເກີນໜຶ່ງສ່ວນສາມຂອງຊັບທັງ ໝົດ ແລະຖ້າຫາກເຈົ້າມູນມໍລະດົກ ຫາກມີລູກສາມຄົນຂຶ້ນໄປ ແມ່ນບໍ່ ໃຫ້ກາຍໜຶ່ງສ່ວນສີ່ຂອງຊັບທັງ ໝົດ ແລະຖ້າຫາກວ່າການມອບ ຊັບ, ຍົກຊັບ ຫຼື ການເຮັດພິໄນກຳ ດັ່ງກ່າວນັ້ນ ຫາກໄດ້ເຮັດເກີນຈຳ ນວນທີ່ໄດ້ກ່າວມານີ້ ກໍໃຫ້ຖືວ່າ ການມອບຊັບ, ຍົກຊັບ ຫຼື ເຮັດພິໄນ ກຳໃນສ່ວນທີ່ເກີນນັ້ນເປັນໂມຄະ ແລ້ວໃຫ້ນຳມາແບ່ງປັນຕາມການ ສືບທອດຕາມກົດໝາຍ.
ຍົກຕົວຢ່າງຄື ທ້າວພະຫັດ ມີ ຊັບສິນທັງໝົດທີ່ຕີເປັນມູນຄ່າແລ້ວ ເປັນເງິນຢູ່ຈຳນວນໜຶ່ງຮ້ອຍ ລ້ານກີບ ດ້ວຍຄວາມຕ້ອງການ ຢາກຊ່ວຍເຫຼືອຄົນທຸກຍາກ ດັ່ງ ນັ້ນ ກ່ອນຈະເສຍຊີວິດ ທ້າວພະຫັດ ໄດ້ເຮັດພິໄນກຳຂຶ້ນ ໜຶ່ງສະ ບັບ ໂດຍໄດ້ລະບຸໃນພິໄນກຳນັ້ນ ວ່າ ຈະມອບຊັບສິນທັງໝົດຂອງ ຕົນຄື ເປັນຈຳນວນໜຶ່ງຮ້ອຍລ້ານ ກີບນັ້ນໃຫ້ແກ່ອົງກອນໜຶ່ງທີ່ຮັບ ຜິດຊອບກ່ຽວກັບການເບິ່ງແຍງ ຄົນທຸກຍາກ ແຕ່ໃນຄວາມເປັນຈິງ ທ້າວ ພະຫັດມີລູກຢູ່ສອງຄົນ ດັ່ງ ນັ້ນ ຖືວ່າພິໄນກຳຂອງທ້າວພະ ຫັດທີ່ເຮັດຂຶ້ນໃນສ່ວນທີ່ເກີນນັ້ນ ເປັນໂມຄະ ຊຶ່ງທ້າວພະຫັດຈະບໍ່ມີ ສິດມອບຊັບ, ຍົກຊັບ ຫຼື ເຮັດພິໄນ ກຳໃຫ້ແກ່ບຸກຄົນໃດ ຫຼື ພາກສ່ວນ ໃດໄດ້ທັງໝົດ ຖ້າຫາກວ່າທ້າວ ພະຫັດຍັງມີລູກຢູ່ສອງຄົນ ໃນກໍລະນີຍົກຕົວຢ່າງທ້າວພະຫັດນີ້ກໍຄື ທ້າວຫະຫັດສາມາດເຮັດພິໄນກຳ ມອບຊັບສິນຂອງຕົນເອງໃຫ້ແກ່ອົງກອນທີ່ຮັບຜິດຊອບເບິ່ງແຍງ ຄົນທຸກຍາກໃຫ້ພຽງແຕ່ໜຶ່ງສ່ວນ ສາມຂອງຈຳນວນເງິນໜຶ່ງຮ້ອຍ ລ້ານກີບເທົ່ານັ້ນ ຄືຈຳນວນສາມ ສິບລ້ານສາມແສນສາມສິບພັນ ສາມຮ້ອຍສິບສາມກີບ ແຕ່ສ່ວນທີ່ ເກີນອອກໄປຄື ຈຳນວນຫົກສິບ ຫົກລ້ານຫົກແສນຫົກສິບພັນຫົກ ຮ້ອຍຫົກສິບກີບນັ້ນແມ່ນຈະຕົກ ເປັນພູດຂອງຂອງລູກທ້າວພະຫັດ ທັງສອງຄົນ.
ການກຳນົດກົດໝາຍ ຫຼື ສ້າງ ກົດໝາຍອອກມາແບບນີ້ ຜູ້ຂຽນ ຄິດວ່າ ຈຸດປະສົງຂອງຜູ້ສ້າງກົດ ໝາຍຢາກໃຫ້ກົດໝາຍນີ້ປົກປ້ອງ ແລະຄຸ້ມຄອງສິດທິຂອງຜູ້ເປັນລູກ ເພາະເຖິງແມ່ນວ່າເຈົ້າມູນມໍລະ ດົກຈະແມ່ນເຈົ້າຂອງກຳມະສິດ ທີ່ມີສິດເຕັມຕົວກ່ຽວກັບຊັບສິນ ຂອງຕົນກໍຕາມ ແຕ່ກົດໝາຍຍັງ ຕ້ອງໃຫ້ເຈົ້າກຳມະສິດໄດ້ຄຳນຶງ ເຖິງລູກຂອງຕົນເອງກ່ອນຈະ ມອບຊັບ, ຍົກຊັບ ຫຼື ເຮັດພິໄນກຳ ໃຫ້ບຸກຄົນອື່ນ ຫຼື ພາກສ່ວນອື່ນ ຊຶ່ງນີ້ກໍແຕກຕ່າງຈາກກົດໝາຍ ຂອງຕ່າງປະເທດທີ່ໃຫ້ຄວາມສຳ ຄັນກ່ຽວກັບກຳມະສິດ ຫຼື ສິດໃນ ຄວາມເປັນເຈົ້າຂອງຊັບສິນດັ່ງ ກ່າວນັ້ນທີ່ຈະມີສິດເຕັມຕົວ ຫຼື ສາ ມາດມອບຊັບ, ຍົກຊັບ ຫຼື ເຮັດ ພິໄນກຳໃຫ້ບຸກຄົນໃດກໍໄດ້ໂດຍບໍ່ ຄຳນຶງເຖິງກໍລະນີໃດໆ ຜູ້ຂຽນໄດ້ ຂຽນປຽບທຽບກົດໝາຍລາວເຮົາ ກັບຕ່າງປະເທດນີ້ກໍບໍ່ໄດ້ໝາຍ ຄວາມວ່າກົດໝາຍໃດຈະດີກວ່າ ກັນ ຫຼື ຖືກຕ້ອງກວ່າກັນ ເພາະກົດ ໝາຍຂອງແຕ່ລະປະເທດທີ່ຖືກ ສ້າງຂຶ້ນມານັ້ນ ກໍເພື່ອໃຫ້ຖືກຕ້ອງ ແລະສອດຄ່ອງກັບສັງຄົມ ແລະ ວັດທະນະທຳຂອງປະເທດນັ້ນໆ.
ຂໍ້ມູນຈາກ: ເສດຖະກິດ-ສັງຄົມ