spot_img
Homeຂ່າວການພັດທະນາກະຊວງໄປສະນີຯ ເປີດນໍາໃຊ້ໂປຣແກຣມ ອ່ານອອກສຽງເປັນພາສາລາວ ອຳນວຍຄວາມສະດວກ ແກ່ຄົນພິການຕາ!

ກະຊວງໄປສະນີຯ ເປີດນໍາໃຊ້ໂປຣແກຣມ ອ່ານອອກສຽງເປັນພາສາລາວ ອຳນວຍຄວາມສະດວກ ແກ່ຄົນພິການຕາ!

Published on

ຂປລ. ກະຊວງໄປສະນີ ​​ໂທລະຄົມມະນາຄົມແລະ ການສື່ສານຮ່ວມກັບສະມາຄົມຄົນພິການຕາລາເປີດນໍາໃຊ້​​ໂປຣແກຣມອ່ານອອກສຽງເປັນພາສາລາວ ​​ໃນລະບົບຄອມພິວເຕີ ໃນວັນທີ 9 ພຶດສະພາ 2016 ນີ້ຢູ່ນະຄອນຫລວງວຽງຈັນເຊິ່ງໂປຣແກມດັ່ງກ່າວແມ່ນໃຊ້ໃນການອ່ານຂໍ້ຄວາມພາສາລາວໃຫ້ເປັນສຽງຄໍາ​​ເວົ້າ ທັງຈະເຮັດໜ້າທີ່ສົມທຽບຂໍ້ຄວາມທີ່ຈະອ່ານ ໃສ່ກັບຖານຂໍ້ມູນສຽງທີ່ມີລະບົບໂປຣແກຣມ, ຈາກນັ້ນກໍສະແດງສຽງຄໍາເວົ້າທີ່ສອດຄ່ອງກັບຂໍ້ຄວາມອ່ານອອກມາ. ວິທີການນີ້ແມ່ນເຕັກນິກໃໝ່ທີ່ມີຄວາມຊັດເຈນຫລາຍທີ່ສຸດ ຈາກການນໍາໃຊ້ໂປຣແກຣມດັ່ງກ່າວເຊິ່ງສາມາດອ່ານທຸກຂໍ້ຄວາມທີ່ສະແດງໃນໜ້າຄອມພິວເຕີ ຫລື ຕາມຈຸດທີ່ລູກສອນເມົ້າຊີ້ໄປ​ ​ແລະ ຍັງສາມາດສະແດງສຽງຂອງຕົວອັກສອນ ໃນເວລາກົດປຸ່ມແປ້ນພິມຂອງມັນ.

ທ່ານ ພົນປະສິດ ພິດສະໄໝ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານໄດ້ກ່າວວ່າ: ​ເປັນເວລາສອງປີກວ່າ ທີ່ພາກສ່ວນກ່ຽວຂ້ອງ ໄດ້ດຳເນີນການຄົ້ນຄວ້າພັດທະນາ, ປັດຈຸບັນໄດ້ສຳເລັດການສ້າງໂປຣແກຣມນີ້ອອກມາ, ພາຍຫລັງທີ່ມີການຕິດຕັ້ງແລະ ຝຶກອົບຮົມນຳໃຊ້ໃຫ້ແກ່ສະມາຄົມຄົນພິການຕາລາໃນໄລຍະໜຶ່ງ ກໍເຫັນວ່າໄດ້ຮັບການຕອບຮັບຈາກຜູ້ນຳໃຊ້ ກໍຄືຄົນພິການຕາເປັນຢ່າງດີເຮັດໃຫ້ເຂົາເຈົ້າສາມາດນຳໃຊ້ຄອມພິວເຕີ ຊອກຫາຂໍ້ມູນທາງອິນເຕີເນັດແລະ ສາມາດພິມພາສາລາວໃນຄອມພິວເຕີໄດ້. ຈາກການນຳໃຊ້ໂປຣແກຣມນີ້ເຮັດໃຫ້ນັກຮຽນຄົນພິການຕາ ສາມາດທີ່ຈະເຂົ້າຮຽນຮ່ວມກັບນັກຮຽນທົ່ວໄປໃນໂຮງຮຽນສາມັນໄດ້ເພາະຜ່ານມາໄດ້ມີການທົດລອງຮຽນຮ່ວມກັນ ຢູ່ມະຫາວິທະຍາໄລແຫ່ງຊາດ.

ທ່ານ ພົນປະສິດ ພິດສະໄໝກ່າວຕື່ມອີກວ່າ: ເຖິງແມ່ນໂປຣແກຣມທີ່ພັດທະນາຂຶ້ນມານີ້ ຈະສາມາດນຳໃຊ້ແຕ່ໃນອຸປະກອນຄອມພິວເຕີກໍຕາມແຕ່ທາງກະຊວງ ຍັງມີແຜນສືບຕໍ່ພັດທະນາໃຫ້ສາມາດນຳໃຊ້ໃນລະບົບມືຖື​ ​ເພາະການນຳໃຊ້ໃນລະບົບມືຖືໄດ້ ບໍ່ພຽງແຕ່ຈະສ້າງຄວາມສະດວກໃຫ້ຄົນພິການຕາເທົ່ານັ້ນແຕ່ຍັງຈະໄດ້ກຸ່ມຜູ້ຊົມໃຊ້ອື່ນໆອີກໂດຍສະເພາະຜູ້ຊົມໃຊ້ອາຍຸສູງ. ໂຄງການພັດທະນາໂປແກຣມ ອ່ານອອກສຽງພາສາລາວ​ ​ແມ່ນໜຶ່ງໃນການຜັນຂະຫຍາຍແຜນຍຸດທະສາດຂອງການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວ ສານຂອງກະຊວງໄປສະນີແລະໂທລະຄົມມະນາຄົມແລະ ການສື່ສານພາຍໃຕ້ແນວຄວາມຄິດສ້າງດີຈີຕອນຂອງທຸກຄົນ.

ສໍາລັບຄົນທົ່ວໄປແລ້ວອາດຈະມີຫລາຍທາງເລືອກທີ່ຈະຊອກຫານໍາໃຊ້ສິ່ງທີ່ງ່າຍ, ສະດວກແລະ ທັນສະໄໝແຕ່ສໍາລັບຄົນພິການຕານັ້ນເຖິງແມ່ນວ່າເຕັກໂນໂລຊີຈະ​ສັສົນປານໃດກໍຕາມ ຂໍພຽງແຕ່ມີໂອກາດກໍຈະບໍ່ຫລົດລະຄວາມພະຍາຍາມທີ່ຈະຮຽນຮູ້ນໍາໃຊ້, ສະນັ້ນທາງໂຄງການອະນຸຍາດໃຫ້ທຸກພາກສ່ວນ ໄດ້ນໍາເອົາໂປແກຣມໄປນໍາໃຊ້ໂດຍບໍ່ໄດ້ເສຍຄ່າ, ພ້ອມທັງ ເປີດໂອກາດໃຫ້ບັນດານັກຄົ້ນຄ້ວາຕ່າງໆເອົາໂປຣແກຣມໄປປະຍຸກນໍາໃຊ້ ຫລື ພັດທະນາຕໍ່ໍ່ເພື່ອສ້າງຄວາມສາມາດຂອງການນໍາໃຊ້ໂປແກຼມໃຫ້ມີຄວາມຫລາກຫລາຍ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...