ອ່ານຕໍ່ຈາກສະບັບກ່ອນ
ເມື່ອໄປຮອດລົດ ຄິ້ມໄດ້ໄຂປະຕູລົດໃຫ້ ນ້ອຍກໍ່ເຂົ້າໄປນັ່ງໃນລົດ ຈາກນັ້ນຄິ້ມກໍ່ຍ່າງໄປນັ່ງທີ່ບ່ອນຄົນຂັບ ແລະ ຟ້າວຂັບລົດອອກໄປດ້ວຍຄວາມໄວ ດ້ວຍອາລົມທີ່ໂມໂຫ ນ້ອຍກໍ່ນັ່ງມິດບໍ່ປາກຫຍັງ ເມື່ອຂັບລົດໄປຮອດທາງເຂົ້າຄິ້ມໄດ້ຈອດລົດ ແລະ ເວົ້າຕຳນິໃຫ້ນ້ອຍ, ຖາມນ້ອຍວ່ານ້ອຍເປັນຫຍັງຄືໄປສະຖານທີ່ແບບນັ້ນ, ຄືໄປເຕັ້ນກັບຜູ້ຊາຍຄົນອື່ນແຖມຍັງໃຫ້ເຂົາຫອມແກ້ມອີກ, ນ້ອຍບໍ່ປາກມີແຕ່ຈ້ອງເບິ່ງໜ້າຄິ້ມ ແລະ ໄດ້ຍິນສຽງຄິ້ມຈົ່ມແວ້ວໆເຂົ້າຫູໄປເຂົ້າຫູຊາຍອອກຫູຂວາ ໃນຂະນະທີ່ຄິ້ມກຳລັງເວົ້າໃຫ້ນ້ອຍຢູ່ນັ້ນ ນ້ອຍກໍ່ເອົາມືໄປປິດປາກຄິ້ມໄວ້ເບົາໆ ພ້ອມເວົ້າດ້ວຍນຳສຽງລົວໆຄືຄົນເມົາວ່າ:
ນ້ອຍ: ເຖົ້າຄິ້ມ! ຈົ່ມປານຜູ້ເຖົ້າ…ເຮີ້ຍ! ໜວກຫູຈິບຫາຍເລີຍ ເມື່ອເວົ້າສຸດນ້ອຍກໍ່ລັບ ແລ້ວມືທີ່ປິດປາກຄິ້ມໄວ້ກໍ່ຄ່ອຍໆໄຫຼລົງມາຕົກທີ່ຂາຄິ້ມ, ຄິ້ມທີ່ກຳລັງໃຈຮ້າຍໃຫ້ນ້ອຍຢູ່ກໍ່ເຊົາໃຈຮ້າຍໃຫ້ທັນທີ ລາວຈ້ອງເບິ່ງໜ້ານ້ອຍທີ່ກຳລັງລັບໄຫລດ້ວຍຄວາມຮັກແພງ ຄິ້ມໄດ້ເອົາມືລູບທີ່ຫົວນ້ອຍເບົາໆ ແລ້ວໂນ້ມມາຈູບໜ້າຜາກນ້ອຍຄ່ອຍໆ ຈາກນັ້ນກໍ່ຂັບລົດເມື່ອສົ່ງທີ່ຫ້ອງ ເມື່ອຮອດຫ້ອງແຖວ ລາວໄດ້ຊອກເອົາກະແຈທີ່ຢູ່ໃນກະເປົານ້ອຍແລ້ວໄຂຫ້ອງ ຄິ້ທໄດ້ພະຍຸງນ້ອຍເຂົ້າໄປໃນຫ້ອງນອນ ແລະ ນຳຮ່າງທີ່ລັບໄຫລຂອງນ້ອຍນອນລົງທີ່ຕຽງ ລາວໄດ້ປົດເກີບໃຫ້ ເປີດພັດລົມໃຫ້ ໃນຂະນະດຽວກັນນັ້ນລາວໄດ້ຢືນແນມເບິ່ງຮູບຮ່າງນ້ອຍແຕ່ຫົວຢັນຕືນ ຄິ້ມຮູ້ສຶກຮ້ອນເນື້ອຮ້ອນຕົວ ໃນສະໝອງລາວຄິດເລື່ອງນັ້ນ ແຕ່ໃຈລາວບອກວ່າ “ອົດໄວ້ຄິ້ມ! ບໍ່ເຮັດ! ບໍ່ສວາຍໂອກາດ!” ຄິ້ມລັກກືນນ້ຳລາຍຫຼາຍຄັ້ງ ໃຈໜຶ່ງກະບອກວ່າ “ເຮັດແມ໊ະ” ໃຈໜຶ່ງພັດບອກວ່າ “ຢ່າໃດ໋ມຶງ” ຄວາມຄິດຂອງລາວດ້ານດີກັບດ້ານຊົ່ວມັນຕໍ່ສູ້ກັນປະມານເກືອບ 3 ນາທີ ແຕ່ສຸດທ້າຍຄິ້ມກໍ່ບໍ່ເຮັດ ເພາະລາວເຄີຍສັນຍາກັບນ້ອຍໄວ້ວ່າລາວບໍ່ຈະບໍ່ລ່ວງເກີນນ້ອຍເດັດຂາດຖ້ານ້ອຍບໍ່ຍິນຍອມໃຫ້ລາວເອງ ຄິ້ມເລີຍຕັດສິນໃຈອອກມານອນທີ່ໂຊຟາບ່ອນຮັບແຂກ ພໍຮອດເວລາຕອນ 2:00ໂມງເຊົ້າ ນ້ອຍຮູ້ສຶກປວດເບົາລາວເລີຍຕື່ນຂຶ້ນມາກາງເດິກເມື່ອລາວມືນຕາຂຶ້ນມາກໍ່ຮູ້ສຶກວ່າຕົວເອງຢູ່ຫ້ອງນອນແລ້ວ ລາວໄດ້ແນມຊ້າຍແນມຂວາແຕ່ບໍ່ເຫັນໃຜ ມີແຕ່ຕົນເອງຢູ່ໃນຫ້ອງ ແລ້ວເປິ້ນໄປໃສ (ຄືນນີ້ເປິ້ນໄປກັບຄຳແສງ) ຈາກນັ້ນນ້ອຍກໍ່ຍ່າງອອກຫ້ອງເພື່ອໄປເຂົ້າຫ້ອງນ້ຳ ເມື່ອໄຂປະຕູອອກມາລາວແນມເຫັນໄຟທີ່ບ່ອນຮັບແຂກເປີດຢູ່ລາວເລີຍຍ່າງໄປເບິ່ງປະກົດວ່າເຫັນຄິ້ມນອນຂົດຂາຢູ່ ນ້ອຍຢືນເບິ່ງແລະ ຍີ້ມເບົາໆ ຈາກນັ້ນກໍ່ໄປເຂົ້າຫ້ອງນ້ຳກ່ອນ ເມື່ອເຮັດທຸລະຂອງຕົນເອງສຳເລັດ ນ້ອຍກໍ່ຟ້າວຍ່າງມາຫາຄິ້ມທີ່ໂຊຟາແລ້ວລາວກໍ່ຍ່າງໄປຈົກເອົາຜ້າຫົ່ມທີ່ຕູ້ມາຫົ່ມໃຫ້ຄິ້ມ ນ້ອຍໄດ້ນັ່ງລົງທີ່ພື່ນແລ້ວແນມເບິ່ງໜ້າຄິ້ມດ້ວຍຄວາມຮູ້ສຶກທັງສຸກ ແລະ ທຸກ ພ້ອມທັງຄິດໃນໃຈວ່າ “ເຈົ້າເປັນຄົນທີ່ຂ້ອຍຮັກທີ່ສຸດ ແລະ ເປັນຫຍັງເຈົ້າຕ້ອງເຮັດໃຫ້ຂ້ອຍເສຍໃຈທີ່ສຸດ ຂ້ອຍຕ້ອງເຮັດແບບໃດເຈົ້າຈິ່ງຈະເລີກກັບເຂົາ ຊິວິດຄູ່ຂອງເຮົາຈິ່ງຈະກັບມາມີຄວາມສຸກຄືເກົ່າ”
ພໍຮອດຮຸ່ງເຊົ້າຄິ້ມຕື່ນນອນຂຶ້ນມາ ລາວເຫັນນ້ອຍນັ່ງລັບທີ່ພື້ນໂດຍຫົວຂອງນ້ອຍໄດ້ພາດທີ່ໂຊຟາທີ່ລາວນອນ ຄິ້ມໄດ້ປຸກນ້ອຍໃຫ້ຕື່ນຂຶ້ນ ນ້ອຍຮູ້ເມື່ອມາລາວໄດ້ເງີຍຂຶ້ນໜ້າເບິ່ງໜ້າຄິ້ມທີ່ພວມແນມເບິ່ງໜ້ານ້ອຍ ນ້ອຍເລີຍຍິ້ມໃຫ້ແລ້ວກ່າວຄຳວ່າສະບາຍດີຕອນເຊົ້າ ຈາກນັ້ນຄິ້ມກໍ່ບອກໃຫ້ນ້ອຍຂຶ້ນມານັ່ງເທິງໂຊຟານຳລາວ ພວກເຂົາໄດ້ລົມກັນ:
ຄິ້ມ: ເຈົ້າມານອນຢູ່ນີ້ໄດ້ແນວໃດ! ຂ້ອຍຈື່ໄດ້ວ່າໃຫ້ເຈົ້ານອນໃນຫ້ອງນອນພຸ້ນ
ນ້ອຍ: ອໍ… ຄືຂ້ອຍຕື່ນນອນມາຕອນເດິກແລ້ວມາເຫັນເຈົ້ານອນຂົດຂາຢູ່ນີ້ຂ້ອຍເລີຍເອົາຜ້າມາຫົ່ມໃຫ້ ຂ້ອຍເຫັນເຈົ້ານອນຄົນດຽວຢ້ານເຈົ້າເຫງົາ! ຂ້ອຍເລີຍນອນເປັນເພື່ອນສະ!
ຄິ້ມຈ້ອງເບິ່ງໜ້ານ້ອຍ: ຮຶ! ເຈົ້າຕ້ອງຕອບຂ້ອຍມາເດີ້ເລື່ອງມື້ຄືນນີ້! ບັກນັ້ນແມ່ນໃຜ! ກິກເຈົ້າເບາະ! ບອກມາ
ນ້ອຍເຮັດໜ້າຕາຕື່ນ: ບໍ່! ບໍ່ແມ່ນກິກຂ້ອຍ! ເຈິກັນໃນຫັ້ນຊື່ໆ ບໍ່ມີຫຍັງເກີນເລີຍ
ຄິ້ມເຮັດສຽງເຂັ້ມໆ: ບໍ່ມີຫັຍງເກີນເລີຍຄືໃຫ້ມັນຫອມແກ້ມເຈົ້າ ຂ້ອຍເຫັນໃດ໋
ນ້ອຍ: ບໍ່ມີຫັຍງແທ້ໄວ້ໃຈໄດ້! ບໍ່ເຊື່ອຖາມເປິ້ນກັບຄຳແສງໂລດ ທີ່ເຈົ້າເຫັນບໍ່ແມ່ນລາວຈະຫອມແກ້ມຂ້ອຍ ລາວກົ້ມມາຊື່ມໃສ່ຫູຂ້ອຍ ວ່າຄົນທີ່ເປັນແຟນເຈົ້າເປັນຜູ້ຊາຍທີ່ໂຊກດີ ລາວອິດສາເດ້! ເທົ່ານີ້ແຫລະ ເຈົ້າເຂົ້າມາບໍ່ຫ້າບໍ່ສິບລະໄປຕີລາວໂລດ!
ຄິ້ມ:ແມ່ນແທ້ນິ! ໃຜສິຮູ້ແນວຄົນມັນຫຶງເນາະ! ຄິດວ່າມັນສິມາຍາດແຟນຄົນງາມຂ້ອຍ! ຂ້ອຍກະຈັດໄປສະ
ນ້ອຍໄດ້ນັ່ງຄ້ຳແກ້ມ ແລະ ແນມເບິ່ງໜ້າຄິ້ມພ້ອມທັງເວົ້າໃຫ້ “ຫວງບໍ່ເຂົ້າທ່າ”
ຕໍ່ມາວັນໜຶ່ງເປິ້ນ ແລະ ນ້ອຍໄດ້ໄປລົມວຽກກັບເຈົ້າຂອງບ້ານພັກທີ່ຄິ້ມກັບບີ້ມັກໄປໃຊ້ບໍລິການເປັນປະຈຳ ເຊິ່ງທາງບ້ານພັກຈະໃຫ້ທາງບໍລິສັດທີ່ນ້ອຍເຮັດວຽກ ເຮັດໂຄສະນາ, ເຮັດປ້າຍໄຟ, ເຮັດໂບຊົວ ແລະ ເຮັດນາມບັດໃຫ້ ຕອນນັ້ນເປັນເວລາປະມານ 18:30ໂມງ ພວກເຂົາໃຊ້ເວລາຫຼັງເລີກວຽກໄປລົມ ເພາະຕອນເວັນເຈົ້າຂອງບ້ານພັກດັ່ງກ່າວບໍ່ມີເວລາລົມ ເພາະລາວກໍ່ເຮັດວຽກເຊັ່ນດຽວກັນ ເຊິ່ງລາວມີເວລາລົມນຳແຕ່ຕອນເວລາເລີກວຽກເທົ່ານັ້ນ ເຊິ່ງເປິ້ນ ແລະ ນ້ອຍໄດ້ອະທິບາຍກ່ຽວກັບລາຍລະອຽດຕ່າງໆຂອງງານ ເມື່ອລົມວຽກແລ້ວ ທາງເຈົ້າຂອງບ້ານພັກກໍ່ຊວນກິນເຂົ້າແລງນຳເລີຍ ເຊິ່ງເປິ້ນກັບນ້ອຍກໍ່ປະຕິເສດບໍ່ໄດ້ ພວກເຂົາທັງກິນທັງລົມຈົນຮອດເວລາ20:00ໂມງ ໃນຕອນທີ່ຍ່າງອອກມາເພື່ອກັບເມືອນ້ອຍກັບເປິ້ນໄດ້ເຫັນຄິ້ມກຳລັງຄວງບີ້ມາເປີດຫ້ອງທີ່ເຄົາເຕີ້ ທັງສີ່ຄົນໄດ້ພົບກັນ ໜ້າຕໍ່ໜ້າ ຕາຕໍ່ຕາ ຄິ້ມເມື່ອເຫັນໜ້ານ້ອຍກັບເປິ້ນລາວຮູ້ສຶກຕົກໃຈແຮງເໝືອນກັນກັບເປິ້ນ ແລະ ນ້ອຍ ສ່ວນບີ້ແມ່ນເຮັດສີໜ້າເຢາະເຢີ້ຍໃສ່ນ້ອຍກັບເປິ້ນກ່ອນຈະຫັນໜ້າໄປເວົ້າກັບພະນັກງານຕ້ອນຮັບວ່າ:
ບີ້: ໄວໆແນ່ນ້ອງ! ອ້າຍເພິ່ນຫິວແຮງແລ້ວ! ຈາກນັ້ນພະນັກງານຕ້ອນຮັບກໍ່ຍ່າງມາເຊີນຄິ້ມກັບບີ້ໄປທີ່ຫ້ອງ ບີ້ໄດ້ດຶງແຂນຄິ້ມໄປ ແຄ່ຄິ້ມຢຶດຕົວໄວ້ ຄິ້ມໄດ້ແນມເບິ່ງໜ້ານ້ອຍທີ່ໜ່ວຍຕາເຕັມໄປດ້ວຍນ້ຳຕາຫຸ້ມປໍ້ຄິ້ມຮູ້ເລີຍວ່າ…ແຕ່ບີ້ກໍ່ດຶງຄິ້ມໄປພ້ອມທັງເວົ້າວ່າ: ຄິ້ມຢ່າໄປສົນໃຈຄົນອື່ນເລີຍ! ຕອນນີ້ເປັນເວລາຂຶ້ນສະຫວັນຂອງເຮົາ ຕອນນັ້ນບີ້ຮູ້ສຶກດີໃຈສຸດໆທີ່ໄດ້ຫັກໜ້ານ້ອຍ ນ້ອຍກັບເປິ້ນກໍ່ບໍ່ເວົ້າຫຼາຍເລື່ອງພວກເຂົາບໍ່ປາກຟ້າວຍ່າງໄປທີ່ລົດແລ້ວຟ້າວຂັບລົດອອກໄປທັນທີ ຄິ້ມຢືນຊຶງດົນເຕີມ ບີ້ເອງກໍ່ເລີ່ມຫງຸດງິດທີ່ເຫັນຄິ້ມເປັນແບບນັ້ນ ລາວເລີຍຖາມຄິ້ມອອກໄປວ່າ:
ບີ້: ສະຫຼຸບສິເອົາແນວໃດ! ສິໄປຫຼືບໍ່ໄປ ຖ້າບໍ່ໄປຈະໄດ້ຄືນຫ້ອງເພິ່ນ! ເຫັນບໍ່ເພິ່ນຢືນຖ້າຢູ່ນິ
ຄິ້ມຫັນໄປເວົ້າກັບບີ້: ຂໍໂທດເດີ້! ມື້ນີ້ຂ້ອຍບໍ່ມີອາລົມພາເຈົ້າຂຶ້ນສະຫວັນແລ້ວ
ບີ້ ເມື່ອໄດ້ຍິນຄິ້ມເວົ້າແບບນີ້ເລີຍຊີ້ໜ້າດ່າຄິ້ມໄປດ້ວຍຄວາມໂມໂຫວ່າ: ບັກບ້າ! ກູບໍ່ແມ່ນຜູ້ຍິງຂາຍໂຕໃດ໋! ເວລາມຶງຢາກມຶງພາກູມາ! ບາດນັ້ນລະມຶງມາຫັກໜ້າກູແບບນີ້ກູອາຍເຂົາໃດ໋! ມຶງຢ້ານອີ່ນັ້ນຈົນຂອງມຶງບໍ່ແຂງພຸ້ນຫວະ
ຄິ້ມກໍ່ຮູ້ສຶກໂມໂຫທີ່ບີ້ດ່າຕົວເອງຕໍ່ໜ້າພະນັກງານຕ້ອນຮັບດ້ວຍຄຳບໍ່ສຸພາບ ແລະ ມັນກໍ່ຫຼາຍຄັ້ງແລ້ວທີ່ບີ້ມັກໃຊ້ຄຳບໍ່ສຸພາບກັບຄິ້ມ ບອກເທື່ອໃດກໍ່ບໍ່ຈື່ ບໍ່ມີການປ່ຽນແປງເລີຍ ຄິ້ມເລີຍເວົ້າອອກໄປດ້ວຍນ້ຳສຽງໂມໂຫວ່າ: ເຊົາ! ບໍ່ຕ້ອງລົມກັນເລີຍ! ນັບແຕ່ມື້ນີ້ເປັນຕົ້ນໄປເຮົາຂາດກັນເລີຍ.
ບີ້ແຮງເກີດຄວາມໂມໂຫໂທໂສລາວໄດ້ເອົາກະເປົາຟາດຄິ້ມຢ່າງແຮງພ້ອມທັງເວົ້າວ່າ: ບັກຊົ່ວ, ບັກໜ້າຕົວເມຍມຶງໄດ້ກູລ່ະມຶງສິຖິ້ມກູຫວາ! ມຶງຊົ່ວ! ມັກຊາດໝາ, ມຶງໄດ້ກູແລ້ວມຶງບໍ່ຮັບຜິດຊອບ
ຄິ້ມທົນບໍ່ໄຫວເລີຍປັດກະເປົາບີ້ອອກໄປແລ້ວເວົ້າວ່າ: ໂອ້ຍ…ທົນບໍ່ໄຫວແລ້ວ! ຜູ້ຍິງເລະເທະຄືເຈົ້າຂ້ອຍບໍ່ເອົາມາເປັນແມ່ຂອງລູກຂ້ອຍດອກ! ຖ້າເຈົ້າຢາກໄດ້ຄວາມຮັບພິຊອບຈາກຂ້ອຍເຈົ້າກໍ່ລອງໄປຂໍເອົາກັບຜູ້ຊາຍທຸກຄົນທີ່ເຈົ້າເຄີຍນອນນຳເບິ່ງເດີ້ ສິມີບັກໃດ໋ມັນພ້ອມຮັບຜິດຊອບເຈົ້າແນ່ ເຊິ່ງໜຶ່ງໃນນັ້ນບໍ່ແມ່ນຂ້ອຍແນ່ນອນ!
ເມື່ອເວົ້າຈົບຄິ້ມກໍ່ຟ້າວແລ່ນໄປທີ່ລົດ ແລ້ວຂັບລົດອອກໄປໂດຍໄວ ບີ້ແລ່ນນຳທັງນ້ຳຕາ ໂດຍລາວບໍ່ແຄສາຍຕາຂອງຄົນທີ່ແນມເບິ່ງລາວເລີຍ ຄິ້ມຟ້າວຂັບລົດໄປທີ່ຫ້ອງນ້ອຍເພື່ອໄປປັບຄວາມເຂົ້າໃຈແຕ່…
“ຄົນໃດທີ່ປ່ອຍໃຫ້ຄວາມໂມໂຫໂທໂສເຂົ້າຂອບງຳຈິດໃຈ ມັນເໝືອນນຳຄວາມເຈັບປວດມາໃຫ້ຕົວເອງ”
ເລື່ອງລາວໃກ້ຈະຮອດຕອນຈົບແລ້ວ ເລື່ອງລາວຮັກສາມເສົ້າຈະເປັນແນວໃດຕ້ອງຕິດຕາມວັນຕໍ່ໄປ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌