Homeນານາສາລະເສື້ອໄໝ ສິ້ນໄໝ ກັບ ວິທີການດູແລຮັກສາ

ເສື້ອໄໝ ສິ້ນໄໝ ກັບ ວິທີການດູແລຮັກສາ

Published on

ຄົນລາວສ່ວນຫຼາຍນິຍົມເຄື່ອງນຸ່ງຫົ່ມທີ່ເຮັດຈາກແພໄໝ ບໍ່ວ່າຈະເປັນສິ້ນໄໝ, ເສື້ອໄໝ ເຖິງມັນຈະມີລາຄາສູງ ແຕ່ກໍ່ສົມກັບຄວາມງາມ ວັນນີ້ເຮົາເລີຍມີວິທີຮັກສາແພໄໝຢ່າງຖືກວິທີມາຝາກ ເພື່ອເຮັດໃຫ້ທ່ານມີຜ້າແພໄໝງາມໆໄວ້ໃຊ້ໄດ້ດົນ ເຊິ່ງຈະມີແນວໃດແນ່ນັ້ນເຮົາມາອ່ານພ້ອມກັນເລີຍ

1. ຢ່າໃຫ້ໄໝເຂົ້າໃກ້ນ້ຳຫອມ: ເຄມີໃນນໍ້າຫອມຈະເຮັດໄໝເກີດຮອຍດ່າງ ແລະ ເສຍຫາຍບໍ່ຕ່າງຈາກເຄື່ອງປະດັບປະເພດຕ່າງໆ ສະນັ້ນ, ທ່ານໃດມັກໃສ່ນ້ຳຫອມຕ້ອງລະວັງເປັນພິເສດ.

2. ໃຊ້ແຜ່ນແປະດູດເຫື່ອ: ເສື້ອໄໝສ່ວນໃຫຍ່ໜາ ແລະ ບໍ່ລະບາຍອາກາດ ເຮັດໃຫ້ກ້ອງແຂນເກີດເຫື່ອໄດ້ງ່າຍ ແຖມຍັງຖິ້ມຄາບເຫຼືອງ ຄາບດ່າງ ເຮັດໃຫ້ເສຍທັງເສື້ອ, ເສຍທັງບຸກຄະລິກ ເຊິ່ງການໃຊ້ແຜ່ນຊັບເຫື່ອຕິດກ້ອງແຂນສາມາດຊ່ວຍໄດ້ ຖ້າໃຜບໍ່ມີກໍສາມາດໃຊ້ແຜ່ນອະນາໄມບາງໆຕິດແທນກໍແລ້ວກັນ.

3. ຊັກເສື້ອໄໝດ້ວຍຢາສະຜົມເດັກ ຫຼືນ້ຳຢາຊັກຊຸດຊັ້ນໃນດ້ວຍນ້ຳເຢັນ: ບໍ່ຈໍາເປັນຕ້ອງເອົາໄປຊັກຢູ່ຮ້ານທຸກຄັ້ງພໍໃຫ້ສິ້ນເປືອງ ຖ້າເສື້ອໄໝ, ສິ້ນໄໝໂຕໃດບໍ່ມີຂອບ, ມີແຖບເປັນສີກໍສາມາດຊັກເອງໄດ້ດ້ວຍສະບູແຫຼວອ່ອນໆ ຫຼືນ້ຳຢາຊັກຊຸດຊັ້ນໃນ ເພາະມີຄ່າ PH ທີ່ພໍເໝາະພໍດີ ແລະທີ່ສຳຄັນຫ້າມຊັກດ້ວຍນ້ຳອຸ່ນເພາະຈະເຮັດໃຫ້ເນື້ອຜ້າເສຍຮູບຊົງ.

4. ນ້ຳຢາປັບຜ້ານຸ້ມຢ່າໄດ້ເອົາມາແຕະ: ເກັບໄວ້ໃຊ້ກັບຜ້າຊະນິດອື່ນດີກວ່າ ສ່ວນຊຸດໄໝ ແລະຜ້າຢີນຢ່າໄດ້ໃຊ້ເດັດຂາດ ເພາະເຄມີຈາກນ້ຳຢາປັບຜ້ານຸ້ມຈະທຳລາຍໄຍຜ້າປະເພດດັ່ງກ່າວ.

5. ຕາກສິ້ນໄໝ ເອົາຕີນສິ້ນຂຶ້ນເທິງສະເໝີ: ຕີນສິ້ນມັກອອກສີ ມັນອາດຈະຊຶມໄປທີ່ຜືນກໍເປັນໄດ້ (ຈາກປະສົບການຈິງເລີຍ)

6. ຢ່າຕາກຊຸດໄໝໃສ່ແດດກ້າ: ເພາະໄໝຈະກະດ້າງ ບໍ່ງາມ ແລະຝຸ່ຍ. ຄວນຕາກໄວ້ໃນຮົ່ມບ່ອນທີ່ມີລົມລ່ວງກໍພໍ.

7. ລີດຕອນຊຸ່ມພໍໝາດໆ: ບໍ່ຈໍາເປັນຕ້ອງສີດນໍ້າຢາລີດຜ້າກໍໄດ້ ພຽງແຕ່ລີດສິ້ນໄໝຕອນທີ່ຍັງຊຸ່ມໆ (ບໍ່ແມ່ນປຽກເດີ) ຈະຊ່ວຍໃຫ້ລີດໄດ້ແຈບດີ ແລະລຽບງາມ. ຫຼັງຈາກນັ້ນກໍເອົາໄປພຶງຕາກອີກຄັ້ງໃຫ້ແຫ້ງດີ

8. ເກັບຊຸດໄໝໄວ້ໃນຖົງສະເພາະ: ເພື່ອປ້ອງກັນຄວາມຊຸ່ມ, ຝຸ່ນໄຮຕ່າງໆ ທັງຢືດອາຍຸການໃຊ້ງານໃຫ້ຢູ່ໄດ້ດົນ.

ຂໍ້ມູນຈາກ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...