Homeຂ່າວຕ່າງປະເທດ5 ເກາະໃນໝູ່ເກາະໂຊໂລມອນຈົມມະຫາສະໝຸດປາຊີຟິກ

5 ເກາະໃນໝູ່ເກາະໂຊໂລມອນຈົມມະຫາສະໝຸດປາຊີຟິກ

Published on

ຜົນການສຶກສາຂອງຄະນະນັກວິໄຈໃນອົດສະຕຣາລີພົບວ່າ 5 ເກາະຂອງໝູເກາະໂຊໂລມອນໃນມະຫາສະໝຸດປາຊີຟິກຈົມລົງໄປເພາະລະດັບນໍ້າທະເລສູງຂຶ້ນ ແລະ ການກັດເຊາະຕາຝັ່ງ ຂະນະທີ່ 6 ເກາະສ່ຽງຈົມລົງໃນອະນາຄົດ.

ຜົນການສຶກສາທີ່ຕີພິມໃນວາລະສານເອັນໄວຣອນເມນທັລຣີເຊີດເລດເຕີລະບຸວ່າ ມີເກາະຢ່າງໜ້ອຍ 5 ເກາະທາງຕອນເໜືອຂອງໝູເກາະໂຊໂລມອນທີ່ຫາຍໄປ ເປັນເກາະປະກາຮັງທີ່ບໍ່ມີຄົນອາໄສຢູ່ ແຕ່ຊາວປະມົງໃຊ້ເປັນທີ່ພັກຊົ່ວຄາວ ແລະ ບໍ່ແມ່ນເກາະນ້ອຍໆ ເພາະມີເນື້ອທີ່ບໍ່ຕໍ່າກວ່າ 30 ໄລ່ ຂະນະທີ່ອີກ 6 ເກາະກຳລັງຖືກເຊາະຕາຝັ່ງແບບຮຸນແຮງ ໜຶ່ງໃນນັ້ນມີບ້ານເຮືອນປະມານ 10 ຫຼັງຖືກກະແສນໍ້າພັດລົງທະເລລະຫວ່າງປີ 2011-2015 ໝູ່ບ້ານຫຼາຍແຫ່ງທີ່ຕັ້ງມາຕັ້ງແຕ່ປີ 1935 ຖືກເຊາະຕາຝັ່ງຈົນຕ້ອງອົບພະຍົມໄປຕັ້ງຊຸມຊົນໃໝ່.

ຄະນະວິໄຈເຕືອນວ່າ ໝູ່ເກາະໂຊໂລມອນເປັນຈຸດທີ່ລະດັບນໍ້າທະເລສູງຂຶ້ນຫຼາຍກວ່າອັດຕາສະເລ່ຍທົ່ວໂລກເຖິງ 3 ເທົ່າ ສ່ຽງເກີດນໍ້າຖ້ວມ ແລະ ຕາຝັ່ງຖືກເຊາະໃນວົງກວ້າງ ຜົນການວິເຄາະພາບຖ່າຍທາງອາກາດ ແລະ ພາບຖ່າຍດາວທຽມຕັ້ງແຕ່ປີ 1947 ເຖິງ 2014 ປະກອບກັບຂໍ້ມູນຂອງຊາວບ້ານພົບວ່າ ຈຸດທີ່ຮັບພະລັງງານຄື້ນສູງສ່ຽງຖືກເຊາະຕາຝັ່ງຫຼາຍທີ່ສຸດ ເນື່ອງຈາກເປັນຈຸດທີ່ເກີດປະຕິກິລິຍາເສີມກັນລະຫວ່າງລະດັບນໍ້າເທເລສູງຂຶ້ນ ແລະ ຄື້ນກະທົບຝັ່ງ ປະກົດການນີ້ກຳລັງເກີດຂຶ້ນທົ່ວໂລກ ແຕ່ຍັງບໍ່ມີມາດຕະການຮັບມືໃນລະດັບໂລກ ມີແຕ່ການແກ້ບັນຫາສະເພາະໜ້າຂອງແຕ່ລະຂຸມຊົນເທົ່ານັ້ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...