ອ່ານຕໍ່ຈາກສະບັບກ່ອນ
ຄິ້ມໄດ້ໄປສົ່ງບີ້ທີ່ເຮືອນ ເມື່ອຮອດໜ້າບ້ານ ພວກເຂົາກໍ່ລົງຈາກລົດ ແລ້ວບີ້ກໍ່ໃຊ້ມືທັງສອງເບື້ອງມາທຸບຕີຄິ້ມ ທັງທຸບຕີ ທັງຮ້າຍດ່າທັງໄຫ້ດ້ວຍອາລົມໂມໂທໂສ, ໜ້າມືດຕາມົວຂາດສະຕິ ພວກເຂົາໄດ້ຜິດຖຽງກັນສຽງດັງໂວຍວາຍ ເຊິ່ງວັນນັ້ນພໍ່ແມ່ຂອງບີ້ກໍ່ບັງເອີນບໍ່ຢູ່ເຮືອນເພາະພວກເພິ່ນໄປບຸນເຮືອນພີ່ນ້ອງ ເຫຼືອພຽງນ້ອງສາວທີ່ຢູ່ໃນເຮືອນອອກມາສ່ອງເບິ່ງເຫດການທີ່ປ່ອງຢ້ຽມດ້ວຍຄວາມຕົກໃຈ ພ້ອມຄົນຂ້າງບ້ານກໍ່ພາກັນຢືນເບິ່ງທີ່ແຄມຮົ້ວ ໂດຍບໍ່ມີໃຜກ້າເຂົ້າມາຫ້າມ
ບີ້: ເຈົ້າມັນຜູ້ຊາຍຊົ່ວ, ຜູ້ຊາຍບໍ່ຮູ້ຈັກພໍ, ຜູ້ຊາຍຂີ້ຕັວະຕໍແຫລ, ເຈົ້າບອກຂ້ອຍວ່າເຈົ້າເລີກກັບມັນແລ້ວແຕ່ເປັນຫຍັງຂ້ອຍຍັງເຫັນເຈົ້າຫາມັນ, ຮະ! ເຈົ້າປະໃຫ້ຂ້ອຍເຫງົາ, ປະໃຫ້ຂ້ອຍຄອງ, ເຈົ້າວ່າຂ້ອຍບໍ່ມີຫົວໃຈຫວະ! ຂ້ອຍເຈັບເປັນໃດ໋
ຄິ້ມກໍ່ຮູ້ສຶກໃຈຮ້າຍໃຫ້ບີ້ ເຊັ່ນກັນ ການປະພຶດໂຕຂອງບີ້ມື້ນີ້ມັນຫ່ວຍທີ່ສຸດທີ່ເຄີຍເຫັນມາ ເຊິ່ງມັນເປັນການບໍ່ໃຫ້ກຽດຜູ້ຊາຍຢ່າງລາວເລີຍ ຄິ້ມໄດ້ຈັບມືບີ້ທັງສອງເບື້ອງທີ່ກຳລັງທຸບຕີຕົນເອງອອກ ແລະ ໄດ້ກຳແຂນໄວ້ແໜ້ນ ຕາຄິ້ມຈ້ອງໃສ່ຕາບີ້ດ້ວຍແວວຕາທີ່ໂມໂຫ ແລະ ເວົ້າສຽງໜັກໆຮ້າຍໆກັບ ບີ້ ໄປວ່າ:
ຄິ້ມ: ພໍ! ຢຸດບ້າໄດ້ແລ້ວ! ຖ້າເຈົ້າຍັງບໍ່ເຊົາບ້າໄປໄລ່ກັດຄົນອື່ນແບບນີ້ ເຮົາກໍ່ບໍ່ຈຳເປັນຕ້ອງມາຄົບກັນອີກ! ຂ້ອຍບໍ່ມັກຜູ້ຍິງເອົາແຕ່ໃຈ! ຂາດສະຕິແບບນີ້! ໄວ້ໃຫ້ເຈົ້າມີສະຕິກ່ວານີ້, ຄິດໄດ້ກ່ວານີ້ ແລ້ວເຮົາຈິ່ງມາເວົ້າກັນ!
ພໍແຕ່ເວົ້າແລ້ວ ຄິ້ມ ກໍ່ຊຸກບີ້ອອກຈາກຕົວ ແລ້ວຟ້າວຈັບລົດຂັບອອກໄປ ບີ້ເອງຍິ່ງຄຽດໃຫ້ຄິ້ມຕື່ມອີກລາວໄດ້ຮ້ອງດ່າ, ຮ້ອງໄລ່ຄິ້ມ ເມື່ອຄິ້ມໄປວິດໜ້າບ້ານນ້ອງສາວຂອງບີ້ທີ່ຢູ່ໃນເຮືອນຟ້າວແລ່ນອອກມາຫາເອື້ອຍທີ່ກຳລັງນັ່ງຄຸເຂົ່າຮ້ອງໄຫ້ທີ່ໜ້າບ້ານແບບບໍ່ອາຍສາຍຕາຄົນກາຍທາງທີ່ເຂົາແນມເບິ່ງເລີຍ.
ຄິ້ມຟ້າວຂັບລົດເມືອເຮືອນ ເມື່ອຮອດເຮືອນລາວກໍ່ຟ້າວຍ່າງເຂົ້າຫ້ອງນອນແບບບໍ່ແນມເບິ່ງໜ້າໃຜເລີຍ ທີ່ຫ້ອງນອນລາວຟ້າວອັດປະຕູ ແລະ ຍ່າງໄປທີ່ຕຽງນອນ ແລະ ລົ້ມຕົວນອນລົງ ເອົາມືກ່າຍໜ້າພາກ ມື້ນີ້ລາວຮູ້ສຶກປວດຫົວຫຼາຍ ຫົດຫູ່ໃຈຫຼາຍ ຄິດໜັກ ລາວໄດ້ປິດໂທລະສັບໄວ້ ບໍ່ມີອາລົມຈະເວົ້ານຳໃຜທັງນັ້ນ
ມື້ຕໍ່ມາທີ່ທະນາຄານຊ່ວງເວລາພັກທ່ຽງກິນເຂົ້າສວາຍ ຄຳແສງ ທີ່ນັ່ງກິນເຂົ້າກັບ ຄິ້ມ ໄດ້ຮູ້ເລື່ອງລາວທັງໝົດຈາກປາກຂອງເປິ້ນ ຄຳແສງແນມເບິ່ງໜ້າຄິ້ມທີ່ເຕັມໄປດ້ວຍຄວາມເສົ້າໝອງຂອບຕາດຳ, ໜ້າສີດເຫຼືອງ, ແວວຕາເສົ້າໆ ຄຳແສງຖອນຫາຍໃຈ ແລ້ວເອີ່ຍກັບໝູ່ໄປວ່າ:
ຄຳແສງ: ເຮີ້ຍ! ຢ່າວ່າຊັ້ນວ່າຊີ້ເດີ້! ເຮົາວ່າຖ້າມັນເຮັດໃຫ້ໂຕເປັນທຸກຫຼາຍຂະໜາດນີ້ ໂຕກະເລືອກເອົາໃຜຈັກຄົນໜຶ່ງລະກະແລ້ວຕວະ
ຄິ້ມແນມເບິ່ງໜ້າຄຳແສງແລ້ວຖອນຫາຍໃຈ ພ້ອມຕອບໄປວ່າ: ເຮົາກະຄິດແບບນັ້ນລ່ະ! ແຕ່ມັນຕ້ອງໃຊ້ເວລາ ເພາະຖ້າຈະໃຫ້ເຮົາຕັດໃຜຄົນໜຶ່ງອອກຈາກຊີວິດຕອນນີ້ເຮົາກໍ່ເຮັດບໍ່ໄດ້ນ່ະ! ຖ້າສິຕັດນ້ອຍຖິ້ມ ລາວກໍ່ບໍ່ໄດ້ເຮັດຜິດຫຍັງ! ຖ້າສິຕັດບີ້ຖິ້ມ ບີ້ກໍ່ບໍ່ໄດ້ຜິດຫັຍງ
ຄຳແສງ: ສະຫລຸບວ່າໂຕຜິດຊັ້ນຫວະ!
ຄິ້ມ: ແມ່ນ! ເຮົາຜິດເອງ! ຜິດທີ່ໃຈເຮົາບໍ່ແຂງພໍ! ເຮົາບໍ່ຄວນກັບໄປຄົບກັບຄົບບີ້ຄືນຕັ້ງແຕ່ທຳອິດ ເຮົາບໍ່ຄວນປ່ອຍເນື້ອປ່ອຍໃຈ ຈົນທະຫລຳເລິກແບບນີ້! ບີ້ເປັນຄົນທີ່ເຮົາເຄີຍຮັກ ແລະ ຕອນນີ້ເຮົາກໍ່ຍັງຮັກເຖິງຈະບໍ່ຮັກເທົ່າເມື່ອກ່ອນກໍ່ຕາມ, ສ່ວນນ້ອຍເປັນຄົນດີທີ່ເຮົາຮັກເຊັ່ນກັນ, ໂອ້ຍ! ເຮົາປວດຫົວ ເຮົາຕັດໃຈຖິ້ມໃຜບໍ່ໄດ້ໃນຕອນນີ້. ຖ້າມີໃຜບາງຄົນຍອມຮັບເລື່ອງນີ້ໄດ້ກໍ່ຄົງດີ
ຄຳແສງ: ຫູ້…! ຊີວິດໂຕນິສັບສົນຫຼາຍເດີ້! ນີ້ແຫລະ ຫາເຫົາໃສ່ຫົວນ່ະ ມີຜູ້ດຽວກໍ່ອຸກຜູ້ດຽວ! ມີຫຼາຍຄົນກໍ່ອຸກຫຼາຍຄົນ,
ແຕ່ສຳລັບນ້ອຍຄວາມຄິດໃນໃຈລາວຕອນນີ້ແມ່ນມຸ້ງແຕ່ຢາກເອົາຊະນະບີ້ ແລະ ພ້ອມເຮັດທຸກທາງທີ່ຈະໄດ້ຄິ້ມມາຄອບຄອງພຽງຄົນດຽວ ນ້ອຍໄດ້ຊອກຫາຕົວຊ່ວຍຈາກ Google ລາວເອົາວັນເດືອນປີເກີດຂອງຄິ້ມໄປທຳນາຍລັກສະນະນິໄສເພື່ອສຶກສາວ່າຜູ້ຊາຍຄືຄິ້ມມັກຫຍັງບໍ່ມັກຫຍັງ ນິໄສເປັນແນວ ເຖິງມັນຈະບໍ່ຖືກ 100% ແຕ່ກໍ່ເຮັດໃຫ້ນ້ອຍມີຂໍ້ມູນກ່ຽວກັບຕົວຄິ້ມໄວ້ໃນມືເພີ້ມຂຶ້ນ, ນອກຈາກນັ້ນນ້ອຍກໍ່ໄປຊອກອ່ານບັນດາ “ວິທີເຮັດໃຫ້ແຟນຮັກແຟນຫຼົງ”, “ວິທີມັດໃຈຄົນຫຼາຍໃຈໃຫ້ຢູ່ມື” ແລະ ອື່ນໆ ເມື່ອລາວໄດ້ຂໍ້ມຸນອັນເປັນປະໂຫຍດແລ້ວ ນ້ອຍກໍ່ເລີ່ມປະຕິບັດຕາມທັນທີ ກ່ອນອື່ນໝົດລາວເລີ່ມປັບປຸງສະໄຕຣ໌ກາຍແຕ່ງຕົວຂອງລາວຈັດເຕັມເສື້ອຜ້າໜ້າຜົມ ຈົນເຮັດໃຫ້ລາວມີບຸກຄະລິດທີ່ດູດີໂດດເດັ່ນຈາກສາວທຳມະດາລຽບງ່າຍກາຍມາເປັນສາວຣຸກໝັ້ນໃຈຫຼາຍຂຶ້ນ ຈົນເປັນທີ່ດຶງດູດສາຍຕາແກ່ຄົນທີ່ພົບເຫັນ, ເລື່ອງນິໄສນ້ອຍມີຕົ້ນທຶນທີ່ດີຢູ່ແລ້ວເພາະເປັນຄົນ ຄວບຄຸມອາລົມໄດ້ ແຕ່ສິ່ງທີ່ລາວຈະເຮັດເພີ່ມແມ່ນເປັນຄົນມີເຫດຜົນ, ເອົາໃຈ, ເຂົ້າໃຈ, ໃຈດີກັບຄົນຮັກຫຼາຍຂຶ້ນ ເມື່ອລາວປັບປຸງຕາມຄຳແນະນຳຂອງຕຳລາແລ້ວລາວກໍ່ກຽມພ້ອມລຸຍ!
4 ວັນແລ້ວທີ່ພວກເຂົາບໍ່ໄດ້ຕິດຕໍ່ກັນນັບຈາກມື້ທີ່ເກີດເລື່ອງຂຶ້ນ ໃນທີ່ສຸດສຽງໂທລະສັບນ້ອຍກໍ່ດັງຂຶ້ນ ນ້ອຍກໍ່ຟ້າວຮັບທັນທີເພາະເບີທີ່ໂທມາແມ່ນເບີຄິ້ມ ຄິ້ມເວົ້າສຽງຄ່ອຍໆຄ້າງໆຄາໆ ເພື່ອກ່າວຄຳຂໍໂທດ ແລະ ບໍ່ຂໍແກ້ຕົວກັບນ້ອຍ ແລະ ບໍ່ຂໍເວົ້າຍັງຫຼາຍ ເພາະລາວຮູ້ແລ້ວວ່ານ້ອຍຄົງບໍ່ໃຫ້ອະໄພລາວ ແຕ່ທັນບໍ່ເປັນຢ່າງທີ່ຄິດໄວ້ເມື່ອນ້ອຍເວົ້າກັບຄືນມາຄິ້ມຮູ້ສຶກແປກໃຈ ແລະ ຕົກໃຈຢ່າງແຮງ ເພາະນອກຈາກນ້ອຍຈະບໍ່ຮ້າຍບໍ່ໂທດຄິ້ມແລ້ວ ນ້ອຍຍັງໃຫ້ອະໄພຄິ້ມ ບອກຄິ້ມວ່າເຂົ້າໃຈໃນຕົວຄິ້ມທຸກຢ່າງ ເວົ້າດ້ວຍນ້ຳສຽງໃຈເຢັນເປັນມິດ ເຊິ່ງມັນເຮັດໃຫ້ຄິ້ມດີໃຈສຸດຂີດ ເມື່ອເລີກວຽກຕອນແລງລາວຟ້າວຂັບລົດໄປຮັບນ້ອຍທີ່ຫ້ອງການເພື່ອພາໄປກິນເຂົ້າແລງສະຫຼອງການກັບມາຄືນດີກັນທັນທີ ຄັ້ງທຳອິດໃນຫຼາຍວັນທີ່ພວກເຂົາບໍ່ໄດ້ພົບກັນເມື່ອຄິ້ມເຫັນໜ້ານ້ອຍທີ່ຢືນຢີ້ມໃສ່ທີ່ໜ້າຫ້ອງການຄິ້ມຮູ້ສຶກຕະລຶງໃນຄວາມງາມຂອງນ້ອຍ ລາວຮູ້ສຶກແປກໃຈ ໃນການປັບປຸງຕົວຂອງນ້ອຍ ແຕ່ລາວກໍ່ດີໃຈທີ່ເຫັນນ້ອຍປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ.
ທີ່ຮ້ານອາຫານປະຈຳທີ່ພວກເຂົາມັກໄປກິນ ໃນຂະນະທີ່ພວກເຂົາກຳລັງນັ່ງກິນເຂົ້າ ຄິ້ມໄດ້ຈ້ອງເບິ່ງໜ້ານ້ອຍ ແລະເວົ້າອອກໄປວ່າ:
ຄິ້ມ: ນ້ອຍ! ເຈົ້າເຊົາຄຽດໃຫ້ຂ້ອຍລະບໍ່
ນ້ອຍຈ້ອງເບິ່ງໜ້າຄິ້ມຄືນແລະ ຕອບຄິ່ມໄປຢ່າງສະຫຼາດວ່າ: ເຮົາຈະບໍ່ເວົ້າເຖິງເລື່ອງນີ້ອີກ! ຫຼາຍວັນທີ່ເຮົາບໍ່ໄດ້ຕິດຕໍ່ກັນມັນເຮັດໃຫ້ຂ້ອຍໄດ້ທົບທວນຫຼາຍໆຢ່າງ ຂ້ອຍມາຄິດໃໝ່ວ່າ ຂ້ອຍຈະເຮັດທຸກຢ່າງເພື່ອໃຫ້ເຈົ້າມີຄວາມສຸກ ແລະ ສະບາຍໃຈທີ່ສຸດເມື່ອມາຫາຂ້ອຍ, ຂ້ອຍຈະຢູ່ໃນສ່ວນຂອງຂ້ອຍ ຈະບໍ່ໄປນຳລາວີຜູ້ສາວຄົນໃດຂອງເຈົ້າ ແຕ່ມີສິ່ງໜຶ່ງທີ່ຂ້ອຍຢາກຂໍກັບເຈົ້າ ຂໍໃຫ້ເຈົ້າຄິດຮອດຂ້ອຍທຸກຄັ້ງເມື່ອເວລາທີ່ມີລົມສາຍພັດຜ່ານ ແລະ ຂ້ອຍຢາກໃຫ້ເຈົ້າຮູ້ວ່າຄືນໃດທີ່ມີດາວຢູ່ຟ້າແປວ່າຄືນນັ້ນເຈົ້າຍັງມີຂ້ອຍຢູ່ໃກ້ໆ!
ຄິ້ມນັ່ງຟັງນ້ອຍເວົ້າດ້ວຍຄວາມຊາບຊຶ້ງໃຈ ຄຳເວົ້າຂອງນ້ອຍມັນຊຶມເຂົ້າໄປທີ່ຄົ້ວຫົວໃຈຂອງຄິ້ມ ມັນຍິ່ງເຮັດໃຫ້ລາວຮັກນ້ອຍຫຼາຍຂຶ້ນ, ແພງນ້ອຍຫຼາຍຂຶ້ນ ແລະ ຮູ້ສຶກວ່ານ້ອຍຄືຜູ້ຍິງທີ່ເຂົ້າໃຈລາວທີ່ສຸດ ແລະ ລາວກໍ່ຮູ້ສຶກສະບາຍໃຈທຸກຄັ້ງທີ່ຢູ່ກັບນ້ອຍ ພ້ອມທັງຄິດລະອາຍໃຈທີ່ເປັນຕົ້ນເຫດເຮັດໃຫ້ນ້ອຍເສຍໃຈ, ສຳລັບນ້ອຍເອງຖືວ່າການທີ່ລາວເຮັດແບບນີ້ມັນໄດ້ຜົນຮັບສຳເລັດເປັນຢ່າງດີຖືວ່ານ້ອຍຕອນນີ້ມີຄະແນນນຳບີ້ໄປອີກກ້າວແລ້ວ.
ແລ້ວບີ້ຈະມີວິທີການແກ້ເກມນ້ອຍຄືນແນວໃດນັ້ນຕ້ອງຕິດຕາມສະບັບຕໍ່ໄປ
ຈຳໄວ້ວ່າ…ຜູ້ຊາຍເຂົາຈະມັກຜູ້ຍິງທີ່ຢູ່ນຳແລ້ວຮູ້ສຶກສະບາຍໃຈທີ່ສຸດ!
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌