Homeສຸຂະພາບ ແລະ ສີ່ງແວດລ້ອມຖ້າປັດສະວະ (ຍ່ຽວ) ຕອນກາງຄືນເກີນວັນລະ 2 ຄັ້ງ ເປັນປະຈຳ ບົ່ງບອກເຖິງພະຍາດຮ້າຍ!

ຖ້າປັດສະວະ (ຍ່ຽວ) ຕອນກາງຄືນເກີນວັນລະ 2 ຄັ້ງ ເປັນປະຈຳ ບົ່ງບອກເຖິງພະຍາດຮ້າຍ!

Published on

ການຍ່ຽວເປັນເລື່ອງປົກກະຕິຂອງແຕ່ລະຄົນ ເຊິ່ງໝາກໄຂ່ຫຼັງເຮັດໜ້າທີ່ການກັ່ນຕອງຂອງສຽງອອກຈາກຮ່າງກາຍໂດຍຜ່ານຂະບວນການທຳງານຂອງລະບົບປັດສະວະ ປົກກະຕິກະເພາະປັດສະວະຂອງຜູ້ໃຫຍ່ຈະມີຄວາມຈຸສຸດທິປະມານ 400-500 ຊີຊີ ໂດຍປົກກະຕິຜູ້ໃຫຍ່ຈະຂັບຖ່າຍປັດສະວະອອກວັນລະ 4-6 ຄັ້ງ ແລະ ປັດສະວະຕອນກາງຄືນປົກກະຕິປະມານ 1-2 ຄັ້ງເທົ່ານັ້ນ ຖ້າຫຼາຍກ່ວານັ້ນແມ່ນຜິດປົກກະຕິ ເຊິ່ງອາດມີຫຼາຍສາເຫດດັ່ງລຸ່ມນີ້:

• ສາເຫດຂອງການປັດສະວະເລື້ອຍໆໃນຕອນກາງຄືນ
1. ດື່ມນ້ຳຫຼາຍ ຫຼື ດື່ມເຄື່ອງດື່ມມຶນເມົາຫຼາຍເກີນໄປໃນຊ່ວງກ່ອນນອນກໍ່ຈະຕື່ນມາຍ່ຽວໃນຕອນກາງຄືນເລື່ອຍໆໄດ້.
2. ເປັນພະຍາດເຊັ່ນ: ເບົາຫວານ, ເບົາຈືດ, ທີ່ີມີປະລິມານປັດສະວະຫຼາຍ
3. ໂຣກຫົວໃຈ ທີ່ການເຮັດວຽກຂອງຫົວໃຈບົກຜ່ອງ ເນື່ອງຈາກວ່າໃນຊ່ວງຕອນເວັນເລືອດ ແລະ ນ້ຳຈະຄັງຢູ່ບໍລິເວນຂາ ເມື່ອເວລານອນເລືອດ ແລະ ນ້ຳຈະໄຫລກັບຫຼາຍກ່ວາຊ່ວງຕອນກາງວັນ ເຮັດໃຫ້ຜະລິດປັດສະວະຫຼາຍ
4. ຢາບາງຊະນິດມີຜົນໃນການຂັບນ້ຳຍ່ຽວອອກ ຫາກໄດ້ຮັບໃນກາງຄືນຈະເຮັດໃຫ້ມີການຍ່ຽວຕອນກາງຄືນຫຼາຍຂຶ້ນ
5. ກະເພາະປັດສະວະບີບຕົວໄວກ່ວາປົກກະຕິ ເຮັດໃຫ້ກະເພາະປັດສະວະບໍ່ສາມາດຮັບນ້ຳປັດສະວະໄດ້ຫຼາຍຄືຄົນປົກກະຕິທົ່ວໄປ
6. ຕ່ອມລູກໝາກໃຫຍ່ໃນຊາຍສູງອາຍຸ ທີ່ຖ່າຍປັດສະວະບໍ່ໝົດໃນຄັ້ງດຽວ ຫຼື ເກີດຄວາມຜິດປົກກະຕິຂອງກະເພາະປັດສະວະຮ່ວມອີກດ້ວຍ
7. ແມ່ຍິງໄວໝົດປະຈຳເດືອນ ທີ່ເຍື່ອຫຸ້ມບໍລິເວນຊ່ອງຄອດ ແລະ ທໍ່ຍ່ຽວບາງລົງ ໄວຕໍ່ການກະຕຸ້ນ
8. ໂຣກສະໝອງ ລະບົບປະສາດທີ່ສົ່ງຜົນຕໍ່ການເຮັດວຽກຂອງກະເພາະປັດສະວະເຊັ່ນ: ກ້ອນເນື້ອງອກ ຫຼື ໂຣກຂອງຫຼອດເລືອດສະໝອງ
9. ນອນບໍ່ລັບ ຕະຫລອດກໍ່ເປັນສາເຫດຂອງການຖ່າຍປັດສະວະເລື່ອຍໆ

• ຜົນກະທົບຂອງການລຸກຂຶ້ນມາຍ່ຽວຕອນເດິກເລື້ອຍໆ
ຜົນກະທົບໂດຍກົງທີ່ຕ້ອງລຸກມາຍ່ຽວຕອນເດິກເລື້ອຍໆຄື: ພັຫຜ່ອນບໍ່ພຽງພໍ, ເຮັດໃຫ້ປະສິດທິພາບໃນດາເຮັດວຽກຕອນກາງເວັນຫລຸດລົງ ສະໝອງບໍ່ປອດໂປ່ງຍ້ອນນອນບໍ່ອີ່ມ.

• ແນວທາງການກວດຮັກສາ 
ການຮັກສານັ້ນແມ່ນແພດຈະກວດຫາທີ່ມາຂອງງການຍ່ຽວທີ່ຜິດປົກກະຕິໃນຕອນກາງຄືນ ເມື່ອຮູ້ສາເຫດແລ້ວ ກໍ່ຈະຮັກສາຕາມສາເຫດທີ່ກວດພົບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...