Homeຂ່າວການພັດທະນາສປປລາວ ມີກໍາແຮງງານໄວຫນຸ່ມ 3 ລ້ານກວ່າຄົນ

ສປປລາວ ມີກໍາແຮງງານໄວຫນຸ່ມ 3 ລ້ານກວ່າຄົນ

Published on

ທ່ານ ນາງໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການກຽມຄວາມພ້ອມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24 ແລະ ກອງປະຊຸມປິ່ນອອ້ມຕ່າງໆ ທີ່ຈະໄດ້ຈັດຂື້ນໃນ ວັນທີ 10 ພຶດສະພາ 2016 ທີ່ນະຄອນຫຼວງວຽງຈັນ.

ແຮງງານແມ່ນກຳລັງຊັບພະຍາກອນມະນຸດທີ່ສຳຄັນ, ເປັນໃຈກາງ, ເປັນຂໍກຸນແຈຂອງການພັດທະນາ ແລະ ເປັນກຳລັງຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຊຶ່ງມາຮອດປະຈຸບັນ ສປປ ລາວ ມີພົນລະເມືອງທີ່ຢູ່ໃນເກນອາຍຸອອກແຮງງານປະມານ 3.754.294 ຄົນ, ໂຄງປະກອບຂອງກໍາລັງແຮງງານທີ່ເຮັດວຽກໃນຂົງເຂດກະສິກໍາ 65,3 %, ອຸດສາຫະກໍາ 11,4 % ແລະ ຂົງເຂດບໍລິການ 23,3 %, ຄາດຄະເນຮອດປີ 2020 ກໍາລັງແຮງງານຈະເພີ້ມຂື້ນ ເປັນປະມານ 4,7 ລ້ານຄົນ. ໃນຍຸກຂອງການເຊື່ອມໂຍງບັນຫາແຮງງານແມ່ນໜຶ່ງໃນອົງປະກອບຂອງເສົາຄໍ້າທາງດ້ານວັດທະນາທໍາ-ສັງຄົມຂອງອາຊຽນ, ຊຶ່ງການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນເປົ້າໝາຍລວມກໍ່ແມ່ນການສ້າງອາຊຽນເປັນຖານການຜະລິດອັນດຽວ, ຕະຫຼາດດຽວ ໂດຍຈະມີການເຄື່ອນຍ້າຍຢ່າງເສລີ ໃນ 5 ອົງປະກອບຄື: ສິນຄ້າ, ບໍລິການ, ທືນ, ຖານການຜະລິດ ແລະ ເຄື່ອນຍ້າຍແຮງງານທີ່ມີສີມື.

ສະນັ້ນ, ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ນີ້ ເປັນກອງປະຊຸມຄັ້ງທໍາອິດຂອງ AEC ດ້ານແຮງງານ ຊື່ງບັນດາປະເທດອາຊຽນຈະພິຈາລະນາຮັບຮອງເອົາຫລາຍບັນຫາທີ່ສໍາຄັນ ທີ່ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມເສດຖະກິດອາຊຽນ ຕິດພັນກັບບັນຫາແຮງງານເປັນຕົ້ນ:

– ຂໍ້ແນະນຳສຳລັບລະບົບການຮັບຮູ້ ແລະ ຢັ້ງຢືນມາດຕະຖານສີມື ຢູ່ອາຊຽນ ASEAN Guiding Principles for Quality Assurance and Recognition of Competency Certification Systems.
– ຂໍ້ແນະນຳຂອງອາຊຽນ ສຳລັບຄວາມຮັບຜິດຊອບທາງສັງຄົມໃນດ້ານແຮງງານຂອງພາກສ່ວນ ອື່ນໆ ASEAN Guideline for Corporate Social Responsibility (CSR)
– ການຄຸ້ມຄອງ ແລະ ໂຄງສ້າງດ້ານມາດຕະຖານສີມືແຮງງານອາຊຽນ ASEAN Qualification Reference Framework ( AQRF);
– ບົດລາຍງານກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນຄັ້ງທີ 11 ແລະ 12 (SLOM);
– ແຜນປະຕິບັດງານລັດຖະມົນຕີແຮງງານອາຊຽນ 2016-2020 ( ALMM Work Programme);
– ແຜນປະຕິບັດງານຂອງຄະນະກຳມະການສະເພາະກິດເຈົ້າຫນ້າທີ່ອາວຸໂສແຮງງານອາຊຽນ 2016-2020 ( SLOM- WG);
– ແຜນປະຕິບັດງານຂອງຄະນະກຳມະການວ່າດ້ວຍແຮງງານເຄື່ອນຍ້າຍອາຊຽນ 2016-2020 Work Plan (ACMW);
– ແຜນປະຕິບັດງານຂອງເຄືອຂ່າຍວຽກງານຄວາມປອດໄພ ແລະ ສຸຂະພາບອາຊຽນ 2016-2020
ASEAN-OSHNET Plan of Actions ( ASEAN-OSHNET).
– ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີແຮງງານອາຊຽນ ແລະ ຖະແຫຼງການຮ່ວມມືຂອງລັດຖະມົນຕີແຮງງານອາຊຽນ ບວກ 3.
– ປະເມີນຄືນ ແລະ ຮັບຮອງເອົາບັນດາໂຄງການຮ່ວມມືກັບ 3 ປະເທດຄູ່ເຈລະຈາ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ )
– ຖະແຫຼງການວຽງຈັນວ່າດ້ວຍ “ ການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ “ Decent work Promotion Transition from Informal Employment to Formal Employment In ASEAN. ຊຶ່ງຖະແຫຼງການນີ້ແມ່ນຄວາມພະຍາຍາມຂອງ ສປປ ລາວ ໂດຍອີງໃສ່ມະຕິກອງປະຊຸມໃຫ່ຍຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ X, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8, ເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການ ສປຊ ແລະ ສົນທິສັນຍາຂອງອົງການແຮງງານສາກົນ ເລກທີ 122 ກ່ຽວກັບການຈ້າງງານ ( ILO Convention N. 122 on Employment ) ແລະ ແຜນວຽກທີ່ມີຄຸນຄ່າ ແລະເປັນທໍາຂອງອົງການແຮງງານສາກົນ (ILO).
– ອີງໃສ່ສະພາບເງື່ອນໄຂຄວາມເປັນຈິງການດໍາລົງຊີວິດ ແລະ ການປະກອບອາຊີບຂອງພົນລະເມືອງລາວໃນປະຈຸບັນຕາມ ສາມຂະແໜງການໂຄງປະກອບເສດຖະກິດຂ້າງເທິງນັ້ນ, ສະນັ້ນ ເຫັນວ່າພົນລະເມືອງສ່ວນໃຫ່ຍຍັງແມ່ນເຮັດວຽກນອກລະບົບ, ເປັນຊາວກະສິກອນ, ຜູ້ປະກອບການອິດສະຫຼະ, ເປັນຜູ້ເຮັດວຽກຊ່ວຍຄອບຄົວ ຊື່ງສ່ວນໃຫ່ຍບໍ່ໄດ້ຮັບການປົກປ້ອງຄຸ້ມຄອງຈາກກົດໝາຍ ແລະ ບໍ່ສາມາດເຂົ້າເຖິງລະບົບສະຫວັດດີການສັງຄົມ/ ປະກັນສັງຄົມ ເຮັດໃຫ້ແຮງງານເຫຼົ່ານັ້ນ ບໍ່ມີຫຼັກຄໍ້າປະກັນພື້ນຖານໃນຊີວິດ.

ສະນັ້ນ, ຖ້າຫາກພວກເຮົາຫາກສາມາດຫັນປ່ຽນການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບໃຫ້ຫລາຍຂື້ນ ຈະເຮັດໃຫພົນລະເມືອງພວກເຮົາມີວຽກເຮັດງານທໍາທີ່ໜັ້ນຄົງ, ມີລາຍໄດ້ທີ່ສົມເຫດສົມຜົນ, ມີຫັຼກຄໍ້າປະກັນພື້ນຖານ ໃນຊີວິດໄດ້ຮັບການຄຸ້ມຄອງຈາກລະບົບປະກັນສັງຄົມ ຊື່ງປະຈຸບັນພວກເຮົາມີ 8 ອຸດໜູນເຊັ່ນ: ການອູດໜູນປິ່ນປົວສຸຂະພາບ, ອອກລູກ ຫຼື ຫຼຸລູກ, ອຸປະຕິເຫດແຮງງານ, ປ່ວຍການ, ບຳນານ, ເສຍຊີວິດ, ອູດໜູນຄອບຄົວຂອງຜູ້ປະກັນຕົນ, ວ່າງງານ.

ທ່ານ ນ. ໃບຄຳ ຂັດທິຍະ ຍັງໄດ້ກ່າວຕື່ມອີກວ່າ: ຫຼັງຈາກກອງ ປະຊຸມສໍາ ເລັດ ສປປ ລາວ ພວກເຮົາຈະໄດ້ສືບຕໍ່ເປັນປະທານທາງ ດ້ານແຮງງານ ອາຊຽນ ຈົນຮອດປີ 2018 ແລະ ຈະມອບຕໍ່ໃຫ້ປະເທດມາເລເຊຍ, ສະນັ້ນ ໃນໄລຍະທີ່ເປັນປະທານນີ້ ທາງເຈົ້າໜ້າທີ່ອາວຸໂສ, ທັງລະດັບລັດຖະມົນຕີ ຈະໄດ້ມີການເຄື່ອນໄຫວຢ່າງແຂງແຮງ ແລະ ເປັນເຈົ້າການໃນທີພາກພື້ນ ແລະ ສາກົນ ເພື່ອປະຕິບັດພັນທະໃນຖານະເປັນຜູ້ປະສານງານດ້ານແຮງງານ ອາຊຽນ.
ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ, ຄາດໝາຍທີ່ກຳນົດໄວ້, ຮັບກັນຄວາມສະຫງົບ , ຄວາມເປັນລະບຽບຮຽບຮ້ອຍໄດ້ທັງເນື້ອໃນ ແລະ ພິທີການພວກເຮົາໄດ້ມີການກະກຽມຄວາມພ້ອມຮອບດ້ານ ດ້ວຍກການແຕ່ງຕັ້ງບັນດາອະນຸກຳມະການຕ່າງຯຊຶ່ງປະກອບມີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມນໍາບັນດາອະນຸກຳມະການເຫຼົ່ານັ້ນໄດ້ມີການຂຶ້ນແຜນວຽກ, ແຜນບຸກຄະລາກອນ ແລະ ແຜນງົບປະມານ , ໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ, ແຕ່ລະບຸກຄົນໄປຈັດຕັ້ງປະຕິບັດ ໂດຍມີການຊີ້ນຳ, ຕິດຕາມ, ກວດກາຢ່າງເປັນປົກກະຕິຈາກການນຳຂອງກະຊວງ ຊື່ງມາຮອດປະຈຸບັນເຫັນວ່າມີຄວາມພ້ອມສົມຄວນທີ່ຈະກ້າວເຂົ້າສູ່ການເປັນເຈົ້າພາບກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ່ 24 , ກອງປະຊຸມລັດຖະມົນຕີແຮງງານອາຊຽນ ບວກ 3 ຄັ້ງທີ່ 9 ແລະ ກອງປະຊຸມປິ່ນອອ້ມຕ່າງຯ.

ສະນັ້ນ, ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນອົງການຈັດຕັ້ງພັກ, ລັດ, ສັງຄົມ, ສື່ມວນຊົນ ແລະ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະ ແມ່ນຊາວນະຄອນຫຼວງວຽງຈັນ ຈົ່ງໄດ້ຮ່ວມກັນ ສະໜັບສະໜູນອໍານວຍຄວາມສະດວກ ແລະ ເປັນເຈົ້າພາບທີ່ດີເພື່ອເປັນການເສີມສ້າງຄວາມສາມັກຄີມິດຕະພາບ, ຍົກສູງບົດບາດຂອງ ສປປ ລາວ ແລະ ເສີມຂະຫຍາຍການທ່ອງທ່ຽວທີ່ມີສ່ວນຮ່ວມຂອງພົນລະເມືອງໃຫ້ນັບມື້ຫຼາຍຂື້ນ.

ຂໍຂອບໃຈ
ພາບ-ຂ່າວ: ເພັດສະໄໝ ພິມມະສອນ

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...