spot_img
Homeຂ່າວພາຍ​ໃນສປຊ ແນະນໍາລາວ ຕ້ອງສົ່ງເສີມການຜະລິດ ແລະ ເພີ່ມຄ່າແຮງງານ ດັນເສດຖະກິດເຕີບໂຕ!

ສປຊ ແນະນໍາລາວ ຕ້ອງສົ່ງເສີມການຜະລິດ ແລະ ເພີ່ມຄ່າແຮງງານ ດັນເສດຖະກິດເຕີບໂຕ!

Published on

ຂປລ. ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນຫລຸດລົງຈາກອັດຕາສເລັ່ຍເກືອບ 8% ຕໍ່ປີ ມາເປັນເປັນ 6.4% ​ໃນປີ 2015 ຜ່ານ​​ຍັງຖືວ່າເປັນອັດຕາທີ່ສູງຖ້າປຽບທຽບກັບບັນດາປະເທດອື່ນໆ ໃນອາຊີປາຊີ​​ຟິກ ເນື່ອງຈາກວ່າ​​ແຫລ່ງລາຍຮັບສ່ວນໃຫຍ່ ຍັງມາຈາກພະລັງງານແລະ ບໍ່ແຮ່ເປັນຕົ້ນຕໍ. ຂະນະທີ່ ຂະແໜງກະສິກໍາ ໄດ້ມີການຈ້າງ​​ແຮງງານ 2/3 ຂອງແຮງງານທັງໝົດ ພົບວ່າ ຜົນຜະລິດຍັງຕໍ່າ.

ອົງການສະຫະປະຊາຊາດປະຈໍາລາວ ໄດ້ຈັດງານຖະແຫລງຂ່າວ ກ່ຽວກັບການເພີ່ມຜົນຜະລິດແມ່ນກຸນແຈ ສູ່ການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ໃນອາຊີປາຊີຟິກ ໃນວັນທີ 5 ພຶດສະພາ ນີ້ ທີ່ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ທ່ານ ອາລເບີໂຕ ອິສກັດ ພະແນກນະໂຍບາຍເສດຖະກິດມະຫາພາກແລະ ພັດທະນາຂອງອົງການສະຫະປະຊາຊາດ.ການຖະແຫລງຂ່າວ ໄດ້ມີການລາຍງານວ່າ: ຄວາມຕ້ອງການພາຍໃນປະເທດ, ພາກພື້ນແລະ ການເພີ່ມຄ່າແຮງງານແມ່ນໝາກຫົວໃຈ ຂອງການເຕີບໂຕແບບສົມສ່ວນແລະ ການພັດທະນາແບບຍືນຍົງຂອງພາກພື້ນ. ດັ່ງທີ່ຫລາຍປະເທດເລີ່ມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເພື່ອໃຫ້ສໍາເລັດພາຍໃນປີ 2030, ບາດກ້າວຕໍ່ໄປຂອງການເຕີບ​​ໂຕທາງດ້ານ​​ເສດຖະກິດ ໃນອາຊີປາຊີຟິກ ຄວນໄດ້ຮັບການຊຸກຍູ້ຈາກໝາກຜົນຂອງການຜະລິດຢ່າງກວ້າງຂວາງ.

ອົງການສະຫະປະຊາຊາດ​​ເພື່ອການພັດທະນາເສດຖະກິດແລະ ສັງຄົມ ຢູ່ອາຊີປາຊີຟິກ ໄດ້ເນັ້ນໝັກ ໃນບົດສໍາຫລວດເສດຖະກິດແລະ ສັງຄົມອາຊີປາຊີຟິກ ປີ 2016 ນີ້ ວ່າ: ການສົ່ງເສີມການຜະລິດດັ່ງກ່າວ, ຕ້ອງໄດ້ນໍາໃຊ້ງົບປະມານເພີ່ມຂຶ້ນແລະ ສອດສ່ອງກັບເປົ້າໝາຍ, ການພັດທະນາທັກສະ, ປັບປຸງພື້ນຖານໂຄງລ່າງແລະ ຍົກສູງການຜະລິດດ້ານກະສິກໍາ ພ້ອມນີ້ ຍັງໄດ້ແນະນໍາໃຫ້ສຸມໃສ່ການວາງຍຸດທະສາດເຊິ່ງຈະຊ່ວຍປັບປຸງຄຸນນະພາບຂອງການເຕີບໂຕທາງດ້ານເສດຖະກິດໄປສູ່ການສົມສ່ວນແລະ ຄວາມຍືນຍົງ. ນັບແຕ່ປີ 2008 ​ເປັນຕົ້ນມາ, ທົ່ວພາກພື້ນພົບວ່າ: ​ເສດຖະກິດໄດ້ມີການຂະຫຍາຍຕົວຊ້າລົງ ໂດຍສ່ວນໜຶ່ງແມ່ນມາຈາກການຜະລິດຫລຸດລົງ.

ສະເພາະການເຕີບ​ໂຕເສດຖະກິດຂອງສປປ ລາວ ແມ່ນໄດ້ຫລຸດເຊັ່ນດຽວກັນ ຈາກອັດຕາສະເລັ່ຍ 8% ຕໍ່ປີມາເປັນ 6,4% ​ໃນປີ 2015 ​ແຕ່ຍັງຖືວ່າມີອັດຕາການເຕີບທີ່ສູງ ຖ້າສົມທຽບກັບປເທດອື່ນໆ. ໃນນັ້ນ, ລາຍຮັບທີ່ຍູ້ເສດຖະກິດສ່ວນໃຫຍ່ແມ່ນຂະແໜງພະລັງແລະ ບໍ່ແຮ່ ເປັນຫລັກ ສ່ວນຂະແໜງການກະສິກໍາ ໄດ້ມີການຈ້າງ​​ແຮງງານ ປະມານ 2/3 ຂອງແຮງງານທັງໝົດແຕ່ວ່າຜົນຜະລິດຊໍ້າພັດຍັງຕໍ່າ.ແນວໃດກໍດີສິ່ງທີ່ຍັງເປັນບູລິມະສິດ ແມ່ນຫລາກຫລາຍທາງດ້ານເສດຖະກິດແລະ ອຸດສາຫະກໍາເພີ່ມຂຶ້ນໃນນີ້ການພັດທະນາການທ່ອງທ່ຽວແລະ ການຜະລິດໂດຍໃຊ້ແຮງງານເຊັ່ນ: ການຜະລິດເສື້ອຜ້າແລະ ການບໍລິການຈະຊ່ວຍຂະຫຍາຍໂອກາດການຈ້າງງານເພີ່ມຂຶ້ນ.

ອົງການສະຫະປະຊາຊາດຍັງແນະນໍາແລະໃຫ້ເອົາໃຈ​​ເປັນພິເສດວ່າ: ​ເພີ່ມຄວາມພະຍາຍາມກະຕຸ້ນຄວາມຕ້ອງການພາຍໃນແລະ ພາກພື້ນ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ, ຄວນສຸມໃສ່ສົ່ງເສີມການຜະລິດແລະ ການເພີ່ມຄ່າແຮງງານ.

ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກ່າວວ່າ: ລັດຖະບານເລີ່ມດໍາເນີນການ ສົ່ງເສີມຄວາມຕ້ອງການພາຍໃນພາກພື້ນຮຽບຮ້ອຍແລ້ວ ສະນັ້ນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 8 ຂອງ ສປປ ລາວ​​ ໄດ້ເນັ້ນໃສ່ນັກລົງທຶນພາຍໃນພາກພື້ນເພື່ອຂະຫຍາຍໂອກາດການພັດທະນາເສດຖະກິດແລະ ການເງິນສໍາລັບ ສປປ ລາວ ສິ່ງສໍາຄັນ ​​ໃນການຫລຸດຜ່ອນຄວາມບໍ່ສະເໝີພາບ ແມ່ນການເພີ່ມມູນຄ່າໃຊ້ຈ່າຍທາງສັງຄົມແລະ ການສ້າງຄວາມຫລາກຫລາຍທາງດ້ານເສດຖະກິດ. ​ໃນໄລຍະຜ່ານມາ ການເຕີບໂຕທາງດ້ານເສດຖະກິດ ທີ່ສູງຂອງປະເທດຍັງບໍ່ທັນພຽງພໍ ໃນການແກ້ໄຂຄວາມທຸກຍາກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...