Homeຂ່າວພາຍ​ໃນເພີ່ມ​ຜົນ​ຜະ­ລິດ​ໜຶ່ງ​ຊ່ອງ​ທາງ​ຍູ້​ການ​ເຕີບ​ໂຕ​ເສດ­ຖະ­ກິດ

ເພີ່ມ​ຜົນ​ຜະ­ລິດ​ໜຶ່ງ​ຊ່ອງ​ທາງ​ຍູ້​ການ​ເຕີບ​ໂຕ​ເສດ­ຖະ­ກິດ

Published on

ຜົນ​ສຳ​ຫຼວດ​ສະ­ພາບ​ເສດ­ຖະ­ກິດ-ສັງ­ຄົມ ອາ­ຊີ-ປາ​ຊີ​ຟິກ​ຊີ້​ວ່າການ​ເພີ່ມ​ຜົນ​ຜະ­ລິດ​ແມ່ນ​ກະແຈ​ສູ່​ການ​ຊຸກ­ຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະກິດຂະ­ນະ​ທີ່​ຄວາມ​ຕ້ອງ​ກາຍ​ພາຍ​ໃນ​ປະ­ເທດແລະ​ພາກ​ພື້ນ ແລະ ​ການ​ເພີ່ມ​ຄ່າ​ແຮງ​ງານ​ແມ່ນໝາກ​ຫົວ­ໃຈ​ຂອງ​ການ​ເຕີບ​ໂຕ​ແບບ​ມີ​ສ່ວນ​ຮ່ວມ ແລະ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ.

ວັນ​ທີ 5 ພຶດ­ສະ­ພາ​ຜ່ານ​ມາ​ອົງ­ການ​ສະ­ຫະ​ປະຊາ​ຊາດ (ສປຊ) ປະ­ຈຳ​ລາວ ໄດ້​ຈັດ​ພິ­ທີ​ເຜີຍ­ແຜ່ປຶ້ມ​ສຳ​ຫຼວດ​ສະ­ພາບ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ອາ­ຊີ ແລະ​ປາ​ຊີ​ຟິກປະ­ຈຳ​ປີ 2016 ພາຍ​ໃຕ້​ການ​ເປັນ ປະ­ທານ​ຮ່ວມ​ຂອງ ທ່ານ ດຣ. ລີ​ເບີ ລີ​ບົວ ປາວ ຫົວ­ໜ້າ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ແຫ່ງ​ຊາດແລະ​ທ່ານ ຊາ​ລສ ໂຊ​ເວ​ລ ຮັກ­ສາ​ການ​ຜູ້​ອຳນວຍ​ການ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດເພື່ອ​ການພັດ­ທະ­ນາ​ປະ­ຈຳ​ລາວພ້ອມ​ດ້ວຍ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າຮ່ວມ.

ທ່ານ ດຣ. ລີ​ເບີ ລີ​ບົວ​ປາວໄດ້​ກ່າວວ່າ: ບາດ­ກ້າວ​ຂອງ​ການ​ເຕີບ​ໂຕ​ທາງດ້ານ​ເສດ­ຖະ­ກິດ​ໃນ​ອາ­ຊີ-ປາ​ຊີ​ຟິກຄວນ ໄດ້​ຮັບ​ການ​ຂັບ​ເຄື່ອນ​ຈາກ​ຜົນ​ໄດ້​ຮັບຈາກ​ການ​ຜະ­ລິດ​ຢ່າງ​ກວ້າງ­ຂວາງ, ອົງການ​ສະ­ຫະ​ປະ­ຊາ​ຊາດເພື່ອ​ການ​ພັດ​ທະ ນາ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ອາ­ຊີ ແລະ​ປາຊີ​ຟິກ​ໄດ້​ເນັ້ນ​ໜັກ​ໃນ​ເອ­ກະ­ສານ​ປຶ້ມ​ສຳຫຼວດ​ສະ­ພາບ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ອາຊີ ແລະ​ປາ​ຊີ​ຟິກ​ປະ­ຈຳ​ປີ 2016 ວ່າ: ການສົ່ງ­ເສີມ​ການ​ຜະ­ລິດ​ດັ່ງ­ກ່າວ​ຕ້ອງ​ໄດ້ນຳ​ໃຊ້​ງົບ­ປະ­ມານ​ເພີ່ມ​ຂຶ້ນ ແລະ ​ສອດຄ່ອງ​ກັບ​ເປົ້າ​ໝາຍ, ພັດ­ທະ­ນາ​ທັກ​ສະ, ປັບ­ປຸງ​ພື້ນ­ຖານ​ໂຄງ​ລ່າງ ແລະ​ຍົກ​ສູງການ​ຜະ­ລິດ​ດ້ານ​ກະ­ສິ­ກຳ, ພ້ອມ​ກັນ​ນັ້ນໃນ​ຫົວ­ຂໍ້​ການ​ສົ່ງ­ເສີມ​ການ​ຜະ­ລິດ ເພື່ອການ​ເຕີບ​ໂຕ​ແບບ​ສົມ­ສ່ວນ ແລະ​ການ​ພັດທະ​ນາ​ແບບ​ຍືນ​ຍົງ​ຂອງ​ປຶ້ມ​ດັ່ງ­ກ່າວ​ຍັງເນັ້ນ​ຕື່ມ​ອີກ​ວ່າ­ການ​ວາງ​ຍຸດ​ທະ​ສາດຈະ​ຊ່ວຍ​ປັບ­ປຸງ​ຄຸນ​ນະ​ພາບ​ຂອງ​ການເຕີບ​ໂຕ​ທາງ​ດ້ານ​ເສດ​ທະ​ກິດ​ໄປ​ສູ່​ຄວາມສົມ­ສ່ວນ ແລະ​ຄວາມ​ຍືນ​ຍົງ.

ສຳ­ລັບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະ​ກິດ​ຂອງ ສປປ ລາວ ແມ່ນ​ຫຼຸດ​ລົງ​ຈາກອັດ­ຕາ​ເກືອບ 8% ຕໍ່​ປີ​ມາ​ເປັນ 6,4% ໃນ​ປີ 2015, ອັດ­ຕາ​ການ​ເຕີບ​ໂຕ​ນີ້​ແມ່ນ​ເນື່ອງ​ມາ​ຈາກ​ລາຍ​ຮັບ​ຈາກ​ພະ­ລັງ­ງານ​ໄຟ­ຟ້າແລະ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ເປັນ­ຕົ້ນ​ຕໍ, ແຕ່​ໃນ​ຂະ­ນະ​ດຽວ​ກັນ​ຂະ­ແໜງ​ກະ­ສິ­ກຳມີ​ການ​ຈ້າງ​ແຮງ​ງານ​ປະ­ມານ​ສອງ​ສ່ວນສາມ​ຂອງ​ແຮງ​ງານ​ທັງ​ໝົດ ແຕ່​ວ່າ​ຜົນການ​ຜະ­ລິດ​ຍັງ​ຕ່ຳ, ນອກ​ນັ້ນ​ສິ່ງ​ທີ່​ຍັງຄົງ​ເປັນ​ບຸ­ລິ­ມະ­ສິດ​ແມ່ນ​ຄວາມ​ຫຼາກ​ຫຼາຍທາງ​ດ້ານ​ເສດ­ຖະ­ກິດ ແລະ​ອຸດ­ສາ­ຫະ­ກຳທີ່​ເພີ່ມ​ຂຶ້ນ, ການ​ພັດ­ທະ­ນາ​ການ​ທ່ອງທ່ຽວ ແລະ​ການ​ຜະ­ລິດ​ໂດຍ​ໃຊ້​ແຮງ​ງານເຊັ່ນ​ວ່າ: ການ​ຜະ­ລິດ​ເສື້ອ​ຜ້າ​ຈະ​ຊ່ວຍ​ຂະຫຍາຍ​ໂອ­ກາດ​ການ​ຈ້າງ​ງານ​ເພີ່ມ​ຂຶ້ນ.

ຫຼັງ​ຈາກ​ນັ້ນ ທ່ານ ອາ​ລ​ເບີ​ໂຕ ອິ​ສ​ກັດຈາກ​ພະ​ແນກ​ນະ­ໂຍ­ບາຍ​ເສດ­ຖະ­ກິດ​ມະຫາ​ພາກ ແລະ​ການ​ພັດ­ທະ­ນາ​ຂອງ​ອົງການ​ສະ­ຫະ​ປະ­ຊາ​ຊາດ ເພື່ອ​ການ​ພັດ​ທະນາ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ອາ­ຊີ ແລະ​ປາ​ຊີຟິກ​ໄດ້​ຂຶ້ນ​ກ່າວ​ຜົນ​ການ​ສຳ​ຫຼວດ​ຂອງ ສປປ ລາວ ວ່າ: ສິ່ງ​ສຳ­ຄັນ​ໃນ​ການ​ຫຼຸດຜ່ອນ​ຄວາມ​ບໍ່​ສະ­ເໝີ­ພາບ​ແມ່ນ​ການ​ເພີ່ມຄ່າ​ໃຊ້​ຈ່າຍ​ທາງ​ສັງ­ຄົມ ແລະ​ການ​ສ້າງຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ເສດ­ຖະ­ກິດ, ແຕ່​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ­ຖະ­ກິດ​ທີ່ສູງ​ຂອງ​ປະ­ເທດ​ຍັງ​ບໍ່​ທັນ​ພຽງ­ພໍ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...