spot_img
Homeຂ່າວການສຶກສານະຄອນຫຼວງວຽງຈັນຄວ້າອັນດັບ 1 ສອບເສັງນັກຮຽນເກັ່ງຊັ້ນປະຖົມລະດັບຊາດ

ນະຄອນຫຼວງວຽງຈັນຄວ້າອັນດັບ 1 ສອບເສັງນັກຮຽນເກັ່ງຊັ້ນປະຖົມລະດັບຊາດ

Published on

ສຳ­ເລັດ​ການ​ສອບ­ເສັງ​ນັກຮຽນ​ເກັ່ງ​ຊັ້ນ​ປະ­ຖົມ​ທົ່ວ​ປະ­ເທດ​ສົກຮຽນ 2015-Œ2016 ພາຍ­ຫຼັງ​ໄດ້ດຳ­ເນີນ​ມາ​ແຕ່​ວັນ​ທີ 27-Œ29 ເມ­ສາ 2016

ນະ­ຄອນ­ຫຼວງ​ວຽງ​ຈັນ​ຄວ້າອັນ​ດັບ 1 ໃນ 2 ວິ­ຊາ​ຄື: ວິ­ຊາ​ພາສາ​ລາວ ແລະ​ໂລກ​ອ້ອມ​ຕົວ​ເຮົາ, ສ່ວນ​ວິ­ຊາ​ຄະ­ນິດ­ສາດ​ຕົກ​ເປັນ​ຂອງແຂວງ​ຊຽງ​ຂວາງ.

ພິ­ທີ​ມອບ​ຮັບ​ຂອງ​ລາ­ງວັນ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ເມ­ສາຜ່ານ​ມາ​ທີ່​ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ​ທະຍາ​ສາດ​ການ​ສຶກ​ສາ​ແຫ່ງ​ຊາດ​ພາຍຫຼັງ​ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 27 ເມສາ 2016 ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ບົວ​ລານ ສິ­ລິ​ປັນ­ຍາ ລັດຖະ​ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ສຶກສາ​ທິ​ການ ແລະ​ກີ­ລາ, ທ່ານ ມີ​ທອງ ສຸ­ວັນ​ວິ​ໄຊ ຫົວ­ໜ້າ​ກົມ​ອະ­ນຸ­ບານ ແລະ​ປະ­ຖົມ​ສຶກ​ສາ​ກະ­ຊວງ​ສຶກ​ສາ​ທິການ ແລະ​ກີ­ລາ​ພ້ອມ​ດ້ວຍ​ຫົວ­ໜ້າກົມ, ຮອງ​ກົມ​ອ້ອມ​ຂ້າງ​ກະ­ຊວງ​ສຶກສາ​ທິ​ການ ແລະ​ກີ­ລາ, ຄູŒອາ­ຈານນຳ­ພາ, ນ້ອງ​ນັກ­ຮຽນ​ເກັ່ງ ແລະພໍ່Œແມ່​ຜູ້​ປົກ­ຄອງ​ເຂົ້າ​ຮ່ວມ.

ທ່ານ ມີ​ທອງ ສຸ­ວັນ​ວິ​ໄຊ ໃຫ້​ຮູ້ວ່າ: ແຕ່​ລະ​ແຂວງ​ໄດ້​ສົ່ງ​ນັກ​ສອບເສັງ​ເພື່ອ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ 3 ວິຊາ, ວິ­ຊາ​ລະ 1 ຄົນ​ຄື: ວິ­ຊາ​ພາ­ສາລາວ 1 ຄົນ, ຄະ­ນິດ­ສາດ 1 ຄົນ ແລະ​ວິ­ຊາ​ໂລກ​ອ້ອມ​ຕົວ 1 ຄົນ ທີ່​ມາ​ຈາກ 17 ແຂວງ ແລະ 1 ນະ ຄອນ​ຫຼວງ​ຈຳ­ນວນ 54 ຄົນ, ຍິງ 35 ຄົນ, ມາ​ຈາກ​ໂຮງ­ຮຽນ​ລັດ 38 ຄົນ, ເອ­ກະ​ຊົນ 16 ຄົນ, ໃນ​ນັ້ນ​ມີ ນັກ​ສອບ­ເສັງ​ວິ­ຊາ​ພາ­ສາ​ລາວ 18 ຄົນ, ຍິງ 14 ຄົນ, ວິ­ຊາ​ຄະ­ນິດ­ສາດ 18 ຄົນ, ຍິງ 8 ຄົນ ແລະ​ວິ­ຊາໂລກ​ອ້ອມ​ຕົວ 18  ຄົນ, ຍິງ 13 ຄົນ ຊຶ່ງ​ການ​ສອບ­ເສັງ​ນັກ­ຮຽນ​ເກັ່ງຊັ້ນ​ປະ­ຖົມ​ສຶກ​ສາ​ລະ­ດັບ​ຊາດ​ໃນສົກ­ຮຽນ​ນີ້, ວິ­ຊາ​ພາ­ສາ​ລາວ​ໄດ້​ຄະ  ແນນ​ສູງ​ສຸດ 7,99 ຄະ­ແນນ ແລະຄະ­ແນນ​ຕ່ຳ​ສຸດ 4,78 ຄະ­ແນນ, ວິຊາ​ຄະ­ນິດ­ສາດ​ໄດ້​ຄະ­ແນນ​ສູງ​ສຸດ 8 ຄະ­ແນນ  ແລະ​ຄະ­ແນນ​ຕ່ຳ​ສຸດ 1 ຄະ­ແນນ​ວິ­ຊາ​ໂລກ​ອ້ອມ​ຕົົວ​ເຮົາ​ໄດ້ຄະ­ແນນ​ສູງ​ສຸດ 7,9 ຄະ­ແນນ ແລະຄະ­ແນນ​ຕ່ຳ​ສຸດ 1,5 ຄະ­ແນນ, ສຳລັບ​ນັກ​ສອບ­ເສັງ​ທີ່​ໄດ້​ເປັນ​ນັກ­ຮຽນເກັ່ງ​ລະ­ດັບ​ຊາດ (ຄະ­ແນນ 7 ຂຶ້ນໄປ) ມີ​ທັງ​ໝົດ 9 ຄົນ, ຍິງ 5  ຄົນ.

ສຳ­ລັບ​ຜົນ​ການ​ສອບ­ເສັງ​ນັກ ຮຽນ​ເກັ່ງ​ສົກ­ຮຽນ 2015Œ2-016 ນີ້, ປາ­ກົດ​ວ່າ​ອັນ​ດັບ​ທີ 1 ວິ­ຊາ​ພາສາ​ລາວ​ແມ່ນ ນາງ ໄພ­ລິນ ບໍ­ລິ­ບູນຈາກ​ໂຮງ­ຮຽນ​ສິນ​ໄຊ​ເມືອງ​ຈັນ­ທະບູ​ລີ​ນະ­ຄອນ­ຫຼວງ​ວຽງ​ຈັນ, ວິ­ຊາ​ຄະນິດ​ສາດ​ແມ່ນ ນາງ ນິ​ລັນດອນ ໄຊ​ຍະ​ຈິດ ຈາກ​ໂຮງ­ຮຽນ ເຈນນິ​ດາ ເມືອງ​ແປກ ແຂວງ​ຊຽງ​ຂວາງ ແລະ​ວິ­ຊາ​ໂລກ​ອ້ອມ​ຕົວ​ເຮົາ​ແມ່ນ ນາງ ເພັດ​ມະ­ນີ ປະ­ສິດ​ພັນ ຈາກໂຮງ­ຮຽນ​ສັນ­ທະ­ລັກ ເມືອງ​ໄຊ ເສດ​ຖາ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...