Homeຂ່າວຕ່າງປະເທດເຜີຍພົນລະເຮືອນເສຍຊີວິດ ແລະ ບາດເຈັບຫຼາຍສິບຄົນຈາກລະເບີດສອງຄັ້ງໃນຊີເຣຍ

ເຜີຍພົນລະເຮືອນເສຍຊີວິດ ແລະ ບາດເຈັບຫຼາຍສິບຄົນຈາກລະເບີດສອງຄັ້ງໃນຊີເຣຍ

Published on

ກຸ່ມສັງເກດການດ້ານສິດທິມະນຸດໃນຊີເຣຍລາຍງານວ່າ ເກີດລະເບີດສອງຄັ້ງທາງພາກກາງຂອງຊີເຣຍມື້ນີ້ ເຮັດໃຫ້ພົນລະເຮືອນເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ບາດເຈັບ 40 ຄົນ.

ສະຖານີໂທລະພາບຂອງທາງການລາຍງາຍວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບສາຫັດ 28 ຄົນຈາກເຫດລະເບີດໂຈມຕີແບບຂ້າຕົວຕາຍ ແລະ ລະເບີດລົດກາງຈັດຕະລັດໃນເຂດມູຄາຣັມ ອັລ-ຟໍການີໃນແຂວງຮອມສ໌ ພື້ນທີ່ດັ່ງກ່າວເຄີຍເປັນເຂດຄວບຄຸມຂອງລັດຖະບານປະທານາທິບໍດີບາຊາ ອັລ-ອັສຊາດຂອງຊີເຣຍໃນເຂດລະຫວ່າງເມືອງຮອມສ໌ກັບເມືອງພັລໄມຣາ ແລະ ກອງທັບຊີເຣີຍຢຶດຄືນມາຈາກກຸ່ມຕິດອາວຸດເມື່ອເດືອນທີ່ຜ່ານມາ ປະຈຸບັນລັດຖະບານຊີເຣຍຄວບຄຸມພື້ນທີ່ສ່ວນໃຫຍ່ຂອງຮອມສ໌ໄວ້ໄດ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...