Homeຂ່າວການພັດທະນາຫົວໜ້າກົມຄຸ້ມຄອງແຮງງານເຜີຍ ຍັງ​ມີ​​ສະພາບການເອົາ​ລັດ-​ເອົາ​ປຽບ ແຮງງານຈຳນວນ​ຫລາຍ​!

ຫົວໜ້າກົມຄຸ້ມຄອງແຮງງານເຜີຍ ຍັງ​ມີ​​ສະພາບການເອົາ​ລັດ-​ເອົາ​ປຽບ ແຮງງານຈຳນວນ​ຫລາຍ​!

Published on

ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໃຫ້​ສຳພາດ​ເມື່ອບໍ່​ດົນ​ມາ​ນີ້​ວ່າ: ​ໄລຍະຜ່ານ​ມາ, ການ​ປົກ​ປ້ອງ​ແຮງ​ງານຢູ່​ລາວ​ເຮົາ ກໍ​​ໄດ້​ຮັບ​ການ​ເອົາ​ໃຈ​​ໃສ່ ​ແລະ ມີການ​ປັບປຸງດີ​ຂຶ້ນ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ, ດ້ວຍລະບົບ​ການ​ຮ່ວມ​ມື​​ສາມ​ຝ່າຍ​ຄື: ລັດຖະບານ, ຜູ້ອອກ​ແຮງ​ງານ ​ແລະ ​ຜູ້​ໃຊ້​ແຮງ​ງານ,ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສອດຄ່ອງ​ກັບ​ລະດັບ​ຄ່າ​ຄອງ​ຊີບ​ຂັ້ນ​ພື້ນຖານ ຈາກ 626.000 ກີບ/​ເດືອນ ມາ​​ເປັນ 900.000 ກີບ/​ເດືອນ ​ແລະ ​ໄດ້​ເອົາ​ໃຈ​ໃສ່​ກວດກາ​ການຈັດ​ຕັ້ງ​ປະຕິບັດ​ ກົດໝາຍ​ວ່າ​ດ້ວຍ​​ແຮງ​ງານ​ ຢູ່​ໃນ​ຫົວໜ່ວຍ​ແຮງ​ງານ​ຕ່າງໆ 6.580 ກວ່າ​ແຫ່ງ, ລົງ​ໂຄສະນາ​ເຜີຍ​ແຜ່​ ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ ​ແລະ​ ບັນດາ​ນິຕິ​ກຳ​ກ່ຽວ​ກັບ​ສິດ, ພັນທະ, ໜ້າ​ທີ່, ຄວາມ​ປອດ​ໄພ ​ແລະ ສຸຂະພາບ​ແຮງ​ງານ​ ຫົວໜ່ວຍ​ແຮງ​ງານ​ຕ່າງໆ​​ເກືອບ 1 ພັນ​ແຫ່ງ, ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ແຮງ​ງານ​ ໄດ້​ຮັບ​ການ​ແກ້​ໄຂ​ຫລາຍ​ກໍລະ​ນີ​ເຮັດ​ໃຫ້​ສິດ ​ແລະ ຜົນ​ປະ​​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ ​ແລະ ຜູ້​ໃຊ້​ແຮງ​ງານ​ໄດ້​ຮັບ​ກາ​ນປົກ​ປ້ອງ​ຕາມ​ລະບຽບ​ກົດໝາຍ, ​ແຜນ​ງານ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ປົກປ້ອງ ​ແລະ ລົບ​ລ້າງ​ການ​ນຳ​ໃຊ້​ແຮງ​ງານ​ເດັກ, ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ກວ້າງຂວາງ ​​ເປັນ​ຕົ້ນ ​ແມ່ນ​ການ​ປະຕິບັດ​ໂຄງການ​ກອງ​ທຶນ​ສະ​ກັດ​ກັ້ນ​ ການ​​ໄປ​ອອກ​ແຮງ​ງານ​ຢູ່​ປະ​ເທດ​ໃກ້​ຄຽງ​ແບບ​ຜິດ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ ​ຢູ່​ບັນດາ​ແຂວງ​ຕ່າງໆ, ມາຮອດປັດຈຸບັນ ທົ່ວປະເທດມີແຮງງານທີ່ມີວຽກເຮັດງານທຳ (ແຮງງານໃນລະບົບ) 551.254 ຄົນ, ໃນນັ້ນ ເປັນລັດຖະກອນ 161.527 ຄົນ, ແຮງງານວິສາຫະກິດ 389.727 ຄົນ, ຊຶ່ງປະກອບມີຫົວໜ່ວຍແຮງງານທັງໝົດ 45.527 ແຫ່ງໃນທົ່ວປະເທດ.

ທ່ານ ພົງ​ໄຊ​ສັກ ກ່າວ​ວ່າ: ​ແຕ່ຄຽງ​ຄູ່​ກັນ​ນີ້ ຍັງມີ​ຫລາຍ​ບັນຫາ ​ແລະ ​ສິ່ງ​ທ້າ​ທາຍຕ່າງໆ ​ທີ່​ຈະ​ຕ້ອງ​ຮີບ​ຮ້ອນ​ແກ້​ໄຂ ​ເປັນ​ຕົ້ນ ການ​ປົກ​ປ້ອງ​ສິດ, ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ ​ແລະ ຜູ້​ໃຊ້​ແຮງ​ງານ​ ຕາມ​ລະບຽບ​ກົດໝາຍ​ວ່າ​ດ້ວຍ​​ແຮງ​ງານ ​ຍັງ​ບໍ່​ທັນ​ເຂັ້ມ​ງວດ​ເທົ່າ​ທີ່​ຄວນ ​ເຮັດ​ໃຫ້​ເກີດ​ມີ​ຊ່ອງ​ຫວ່າງ ​ແລະ ມີ​ປະກົດ​ການ​ຫຍໍ້​ທໍ້​ເອົາ​ລັດ-​ເອົາ​ປຽບ​ກັນ ລະຫວ່າງ​ຜູ້​ອອກ​ແຮງ​ງານ ​ແລະ ຜູ້​ໃຊ້​ແຮງ​ງານ, ການ​ປະສານ​ງານ ​ແລະ ວິທີ​​ເຮັດ​ວຽກຂອງ​ອົງການ​ສາມ​ຝ່າຍ​ ຍັງ​ບໍ່​ທັນ​ເຂັ້ມ​ແຂງ​ເທົ່າ​ທີ່​ຄວນ ​ແລະ ​ເພື່ອ​ເປັນ​ການ​​ແກ້​ໄຂ​ບັນຫາ​ ທີ່​ຍັງ​ຄົງ​ຄ້າງ​ດັ່ງກ່າວ​, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື​ ກົມ​ຄຸ້ມ​ຄອງ​ແຮງ​ງານ ກະຊວງ​ແຮ​ງງານ ​ແລະ ສະຫວັດດີ​ການ​ສັງຄົມ ຈະ​ຕ້ອງ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ເຊັ່ນ: ​ເອົາ​ໃຈ​ໃສ່​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ໃຊ້​ແຮງ​ງານ ​ແລະ ຜູ້​ອອກ​ແຮງ​ງານ​ຕາມ​ລະບຽບ​ກົດໝາຍ​ວ່າ​ດ້ວຍ​​ແຮງ​ງານ ​ແລະ ລຶບ​ລ້າງ​ການ​ນຳ​ໃຊ້​​ແຮງ​ງານ​ເດັກ​ໃຫ້​ໄດ້​ໂດຍ​ພື້ນຖານ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...