Homeຂ່າວເຫດການຖະແຫລງການຮ່ວມລະຫວ່າງ ສປປ ລາວ ແລະ ສປ ຈີນ ຄັ້ງວັນທີ 4 ພຶດສະພາ 2016 ທີ່ນະຄອນຫລວງປັກກິ່ງ

ຖະແຫລງການຮ່ວມລະຫວ່າງ ສປປ ລາວ ແລະ ສປ ຈີນ ຄັ້ງວັນທີ 4 ພຶດສະພາ 2016 ທີ່ນະຄອນຫລວງປັກກິ່ງ

Published on

1. ໂດ​ຍຕອບ​ສະໜອງຕາມ​ຄຳ​ເຊີນຂອງ ສະຫາຍ ສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່ ຄະນະກໍາມະການສູນ​ກາງ​ພັກກອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ​ປະຊາຊົນ​ລາວ ​ໄດ້​ຢ້ຽມຢາມ​ສັນຖະວະ​ໄມຕີ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ​ແຕ່​ວັນ​ທີ 03-05 ພຶດສະພາ 2016.

ໃນ​ໄລຍະ​ການ​ຢ້ຽມຢາມ, ສະຫາຍ ບຸນຍັງ ວໍລະຈິດ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ປະຊາຊົນ​ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສ ປປ ລາວ ​ໄດ້​ພົບ​ປະເຈລະຈາ​ຢ່າງ​ເປັນ​ທາງ​ການ ​ກັບ ສະຫາຍ ສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່ ຄະນະກໍາມະການສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ; ພົບປະຫາລືກັບ ສະຫາຍ ລີ​ເຄີສຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປ ຈີນ; ສະຫາຍ ຈາງ​ເຕີຈຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ປະທານ​ຄະນະປະຈຳ​ສະພາ​ຜູ້​ແທນປະຊາຊົນ​ທົ່ວ​ປະ​ເທດຈີນ ແລະ ​ສະຫາຍ ລິວຢຸນຊານ, ກໍາມະການປະຈໍາກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ. ໃນການພົບປະທີ່ດໍາເນີນໄປພາຍໃຕ້​ບັນ​ຍາ​ກາດ​ ແຫ່ງ​ໄມຕີ​ຈິດ​ມິດຕະພາບອັນສະໜິດສະໜົມ, ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້ກັນ​ຊາບ​ ກ່ຽວ​ກັບ​ ສະພາບ​ການທີ່ພົ້່ນເດັ່ນ​ຂອງ​​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ, ​ທັງໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນນຳ​ກັນ ​ແລະ ໄດ້ບັນລຸຄວາມ​ເຫັນ ເປັນ​ເອກະ​ພາບ​ກັນຢ່າງກວ້າງຂວາງກ່ຽວກັບ ການສືບຕໍ່ເສີມຂະຫຍາຍ ສາຍພົວພັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກ​ໃນ​ສະພາບ​ການ​ໃໝ່ ແລະ ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ສອງ​ຝ່າຍຕ່າງ​​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ນອກຈາກຢ້ຽມຢາມນະຄອນຫລວງປັກກິ່ງແລ້ວ, ສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ແທນ ຍັງໄດ້ຢ້ຽມຢາມແຂວງ ຢູນນານ.

2. ສອງຝ່າຍ ສະແດງຄວາມປິຕິຊົມຊຶ່ນ ຕໍ່ຜົນສໍາເລັດອັນໃຫຍ່ຫລວງ ໃນພາລະກິດສ້າງສາສັງຄົມນິຍົມ ຂອງແຕ່ລະປະເທດ, ໃນພາລະກິດປະຕິຮູບເປີດປະຕູສູ່ພາຍນອກຂອງຈີນ ແລະ ພາລະກິດການປ່ຽນແປງໃໝ່ ຂອງລາວ.  

ຝ່າຍຈີນ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດອັນຈົບງາມ ໃນການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດ ສະໄໝທີ VIII ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນໜັກແໜ້ນຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ຈະສາມາດບັນລຸໜ້າທີ່ ແລະ ເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ ແລະ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງການ ສ້າງສາປະເທດສັງຄົມນິຍົມ ໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸດຕິທໍາ ແລະ ສີວິໄລ.

ຝ່າຍລາວ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຝ່າຍຈີນ ທີ່ໄດ້ເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XIII ຢ່າງຈົບງາມ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳ ພາອັນໜັກແໜ້ນ ຂອງ ພັກກອມມູນິດຈີນ, ປະຊາຊົນຈີນ ຈະປະສົບຜົນສຳເລັດ ໃນການສ້າງສັງຄົມອີ່ມໜຳສຳລານຮອບດ້ານ, ການລົງເລິກປະຕິຮູບຮອບດ້ານ, ການປົກຄອງລັດດ້ວຍກົດໝາຍຮອບດ້ານ ແລະ ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ; ບັນລຸເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ ແລະ ກົມກຽວປອງດອງ. 

3. ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55​ ປີ, ສອງຝ່າຍ ໄດ້ຫວນຄືນປະຫວັດສາດ ທີ່ສະຫງ່າລາສີຂອງ ປະຊາຊົນສອງຊາດ ໃນສະໄໝການຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດ ແລະ ໃນໄລຍະແຫ່ງການສ້າງສາສັງຄົມນິຍົມ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ໄດ້ສະຫລຸບຖອດຖອນບົດຮຽນ ແຫ່ງການຂະຫຍາຍຕົວຂອງສາຍພົວພັນ ລາວ-ຈີນ ແລະ ເຫັນວ່າ ສອງປະເທດ ລາວ-ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ, ມີອຸດົມການ​ທີ່​ສອດຄ່ອງ​ກັນ, ​​ມີ​ອະນາຄົດຊະ​ຕາ​ກຳ​ກ່ຽວພັນກັນ ແລະ ມີເສັ້ນທາງ​​ແຫ່​ງ ການ​ພັດທະນາ​ທີ່​ຄ້າຍຄຽງກັນ, ເຊິ່ງແມ່ນພື້ນຖານດ້ານການເມືອງອັນສໍາຄັນ ໃນການພັດທະນາສາຍພົວພັນ ລາວ-ຈີນ. ສອງຝ່າຍກຳແໜ້ນ ທິດທາງແຫ່ງການເສີມຂະຫຍາຍສາຍພົວພັນນໍາກັນ, ໂດຍຍຶດໝັ້ນການຊຸກຍູ້ການຮ່ວມມື ທີ່ເປັນຮູບປະທຳໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນ ໃນກິດຈະການພາກພື້ນ ແລະ ສາກົນ, ເສີມຂະຫຍາຍມິດຕະພາບທີ່ດີ ລະຫວ່າງ ປະຊາຊົນສອງຊາດໃຫ້ໜັກແໜ້ນ, ຊຸກຍູ້ສາຍພົວພັນ ລາວ-ຈີນ ໃຫ້ໄດ້ຮັບຜົນສຳເລັດອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລ້ຳຄ່າລວມຂອງ ສອງພັກ, ສອງລັດ ລາວ-ຈີນ.

ສອງຝ່າຍຢືນຢັນຄືນວ່າ, ລາວ-ຈີນ ໃນຖານະເປັນປະເທດສັງຄົມນິຍົມ, ເປັນຄູ່ຮ່ວມຊະຕາກຳ ທີ່ມີຄວາມໝາຍຍຸດທະສາດ ຈະສືບຕໍ່ຢືດໝັ້ນການພົວພັນຕາມທິດ​ນຳໝັ້ນຄົງ​ຍາວ​ນານ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ມື​ຮອບດ້ານ ບົນຈິດ​ໃຈ​ແຫ່ງການເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ຄູ່​ຮ່ວມ​ມື​ທີ່​ດີ; ລົງເລິກການຮ່ວມມືແລກ ປ່ຽນໃນຂົງເຂດຕ່າງໆຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍ​ເຫລືອ​ກັນ​ ​ແລະ ມີຄວາມເຊື່ອໝັ້ນກັນໃນລະດັບສູງນັ້ນ ໃຫ້ກ້າວສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ​ປະກອບສ່ວນອັນສໍາຄັນເຂົ້າ​ໃນ​ການປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ​ແລະ ການ​ພັດ​ທະນາ​ໃນພາກພື້ນ ແລະ ໃນໂລກ.

4. ສອງຝ່າຍເຫັນດີເປັນເອກະພາບກັນວ່າ ຈະນຳໃຊ້ມາດຕະການທີ່ມີປະສິດທິຜົນຕົວຈິງ ເພື່ອລົງເລິກການຮ່ວມມືໃນຂົງເຂດ ດັ່ງລຸ່ມນີ້:

1/. ຮັກສາມູນ​ເຊື້​ອ​​ການໄປມາຫາສູ່ກັນຢ່າງເປັນປະຈຳ ຂອງ ການ​ນຳ​ຂັ້ນ​ສູງ​ ຂອງ ສອງ​ພັກ, ສອງ​ລັດ, ​​​ແລກປ່ຽນຄຳ​ຄິດ​ເຫັນຢ່າງ​ເລິກເຊິ່ງ ກ່ຽວ​ກັບ ​ບັນຫາ​ສຳຄັນ​ຂອງ​ການ​ພົວພັນ​ສອງຝ່າຍ ກໍຄື ສະພາບການໃນພາກພື້ນ ແລະ ສາກົນ ຢ່າງທັນ​ການ; ​ເພີ່​ມທະວີ​ການປະສານ​ງານໃນບັນຫາຍຸດ​ທະ​ສາດ, ເຮັດໃຫ້ຄວາມ​ເຊື່​ອໝັ້ນເຊິ່ງກັນແລະກັນ​ດ້ານ​ການ​ເມືອງມີຄວາມເລິກເຊິ່ງ ແລະ ກຳແໜ້ນທິດທາງ ການເສິີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ຈີນ.

2/. ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ໄລຍະສົກປີ 2016-2020 ໃຫ້ໄດ້ດີ, ສືບຕໍ່ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີລະຫວ່າງ ​ສອງ​ພັກ, ລົງເລິກ​​ແລກປ່ຽນບົດ ຮຽນກ່ຽວກັບ ວຽກງານການກໍ່ສ້າງພັກ​ ແລະ ວຽກງານ​ຄຸ້ມຄອງພັກ-ຄຸ້ມຄອງ​ລັດ, ລົງເລິກການ ຮ່ວມມືໃນການຝຶກ​ອົບຮົມພະນັກງານ​ພັກ–ລັດ, ຊຸກຍູ້ການ​ຮ່ວມ​ມືແ​ລກປ່ຽນລະຫວ່າງ ​ບັນດາ​ອົງການອ້ອມ​ຂ້າງຂອງ ສູນ​ກາງ​ພັກທັງສອງ ແລະ ລະຫວ່າງບັນດາອົງຄະນະພັກແຂວງທີ່ມີຊາຍແດນຕິດຈອດກັນຂອງສອງຝ່າຍ.

3/. ​ສືບຕໍ່ລົງເລິກການພົວພັນມິດຕະພາບ ລະຫວ່າງສະພາແຫ່ງຊາດລາວກັບ ສະພາປະຊາຊົນທົ່ວປະເທດຈີນ, ສູນກາງແນວລາວສ້າງຊາດ ກັບ ສະພາປຶກສາການເມືອງປະຊາຊົນທົ່ວປະເທດຈີນ, ເພີ່ມທະວີການແລກປ່ຽນ ການໄປມາຫາສູ່ກັນ ລະຫວ່າງອົງການກ່ຽວຂ້ອງ, ຊຸກຍູ້ການປະສານງານ ດ້ານນະໂຍບາຍ ແລະ ແລກປ່ຽນປະສົບປະການ, ຮ່ວມກັນເສີມຂະຫຍາຍບົດບາດອັນສຳຄັນ ໃນການຊຸກຍູ້ການສ້າງສາ ລະບອບສັງຄົມນິຍົມຂອງສອງປະເທດ ແລະ ການເສີມຂະຫຍາຍສາຍພົວພັນ ລາວ-ຈີນ.

4/. ໃນຂົງເຂດເສດຖະກິດ-ການຄ້າ, ສືບຕໍ່ຍຶດໝັ້ນຫລັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເນັ້ນໜັກປະສິດທິຜົນຕົວຈິງ, ຫລາຍຮູບຫລາຍແບບ ແລະ ພ້ອມກັນພັດທະນາ, ເປີດກວ້າງບໍລິມາດ ການຮ່ວມມືທີ່ເປັນຮູບປະທຳ, ຍົກສູງລະດັບ ແລະ ຄຸນນະພາບໃນການຮ່ວມມື.

–  ເພີ່ມທະວີການປະສານສົມທົບໃນດ້ານຍຸດທະສາດ ໃນການພັດທະນາ ແລະ ຮ່ວມມືໃນດ້ານການຜະລິດ, ຊຸກຍູ້ຍຸດທະສາດ“ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ການປ່ຽນຈາກປະເທດ ທີ່ບໍ່ມີຊາຍແດນຕິດຈອດທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນ” ຂອງລາວ, ການປະສານສົມທົບ ລະຫວ່າງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລາວ ກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XIII ຂອງຈີນ; ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສ້າງແຜນແມ່ບົດການຮ່ວມມື ກ່ຽວກັບ ການຮ່ວມກັນຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ໃຫ້ສໍາເລັດໂດຍໄວ, ນຳໃຊ້ມາດຕະການຕົວຈິງ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ ແລະ ການລົງທຶນ ຂອງ ສອງປະເທດ.

–  ເສີມຂະຫຍາຍຢ່າງເຕັມສ່ວນບົດບາດຂອງ ຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລາວ-ຈີນ ແລະ ກົນໄກການຮ່ວມມືອື່ນໆ, ເພີ່ມທະວີການປະສານງານຢ່າງຄົບຊຸດ ໃນການຮ່ວມມືໃຫ້ເປັນຮູບປະທຳ ໃນຂົງເຂດຕ່າງໆ ຂອງ ສອງຝ່າຍ; ຊຸກຍູ້ສືບຕໍ່ເຊັນແຜນ​ແມ່​ບົດ​ການຮ່ວມ​ມື​ດ້ານ​ເສດຖະກິດ-​ເຕັກນິກ ລາວ- ຈີນ ສົກປີ 2016-2020, ກຳນົດເປົ້າໝາຍ, ຂົງເຂດຈຸດສຸມ ແລະ ບັນຊີບັນດາໂຄງການຂອງການຮ່ວມມື ສອງຝ່າຍ.

–  ຮັບປະກັນການຈັດຕັ້ງຜັນຂະຫຍາຍ ໂຄງການໃຫຍ່ທີ່ສຳຄັນ ໃນການຮ່ວມມືໃຫ້ດຳເນີນໄປດ້ວຍດີ; ຊຸກຍູ້ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ສ້າງຕັ້ງບໍລິສັດຮ່ວມທຶນ ແລະ ວຽກງານກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ດີ; ຊູກຍູ້ໂຄງການກໍ່ສ້າງເຂດພັດທະນາ ກວມລວມ ໄຊເສດຖານະຄອນຫລວງວຽງຈັນ ໃຫ້ມີຄວາມຄືບໜ້າໃໝ່. ຝ່າຍຈີນ ສົ່ງເສີມ ແລະ ສະໜັບສະໜູນ ບັນດາວິສາຫະກິດ ທີ່ມີຄວາມສາມາດ ແລະ ຄວາມເຊື່ອຖື ເພື່ອສ້າງຕັ້ງເຂດຮ່ວມມືເສດຖະກິດ-ການຄ້າ ຢູ່ ສ ປປ ລາວ; ຝ່າຍຈີນ ຍິນດີຈະແບ່ງປັນປະສົບການ ໃນການສ້າງເຂດເສດຖະກິດພິເສດ ແລະ ເຂດເສດ ຖະກິດ-ເຕັກນິກພັດທະນາໃໝ່ ໃຫ້ຝ່າຍລາວ; ເລັ່ງລັດຊຸກຍູ້ການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕັນ-ບໍ່ຫານ ລາວ-ຈີນ, ຊຸກຍູ້ການເສີມຂະຫຍາຍທ່າແຮງດ້ານເສດຖະກິດ ຂອງ ສອງປະເທດ ແລະ ເອື້ອອຳ ນວຍໃຫ້ແກ່ການຄ້າ-ການລົງທຶນ ແລະ ການໄປມາຫາສູ່ກັນ ຂອງ ປະຊາຊົນສອງປະເທດ.

–  ສືບຕໍ່ດຳເນີນການຮ່ວມມືໃນຂົງເຂດພະລັງງານ, ຝ່າຍຈີນ ສົ່ງເສີມ ແລະ ສະໜັບສະໜູນ ໃຫ້ວິສາຫະກິດ ແລະ ອົງການການເງິນ-ການທະນາຄານຂອງຈີນ ເຂົ້າຮ່ວມຍຸດທະສາດແຫ່ງການພັດທະນາດ້ານພະລັງງານຂອງລາວ, ຜັນຂະຫຍາຍສັນຍາການຮ່ວມມືລົງທຶນ ທີ່ໄດ້ລົງນາມກັນແລ້ວ ໃຫ້ໄດ້ດີ ເພື່ອບັນລຸການສ້າງລາຍຮັບຮ່ວມກັນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີການພັດທະນາຢ່າງຍາວນານ.

–  ເພີ່ມທະວີການແລກປ່ຽນບົດຮຽນໃນຂະແໜງການກະສິກຳ, ສືບຕໍ່ຮ່ວມມືໃນການຝຶກອົບຮົມ ຊັບພະຍາກອນມະນຸດ, ຊຸກຍູ້ການຮ່ວມມືການຄ້າຂາຍຜົນຜະລິດກະສິກຳສະອາດ, ສືບຕໍ່ເພີ່ມທະວີການຮ່ວມມື ໃນດ້ານຕ່າງໆ ເຊັ່ນ: ການກວດກາ ແລະ ກັກກັ້ນສຸຂະນາໄມພຶດ ແລະ ສັດ, ການປ້ອງກັນ ຄວບຄຸມພະຍາດສັດ – ພືດພັນຂ້າມແດນ, ນໍາໃຊ້ເຕັກນິກໃນຂົງເຂດກະສິກໍາ ໃນການເພາະແນວພັນ, ເຄື່ອງກົນຈັກອຸປະກອນກະສິກຳ, ການຄົ້ນຄວ້າ ແລະ ພັດທະນາແຫລ່ງພະລັງງານມາຈາກທາດຊີວະມວນຂອງພືດ ແລະ ສັດ ແລະ ການຮ່ວມມືໃນຂົງເຂດອື່ນໆ.

5/. ​ຮ່ວມ​ມືຢ່າງແໜ້ນແຟ້ນດ້ານ​ປ້ອງ​ກັນຊາ​ດ-ປ້ອງກັນຄວາມສະຫົງບ, ຮັກສາການໄປມາຫາສູ່ກັນ ຂອງການນຳຂັ້ນສູງ ແລະ ເປີດກວ້າງການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງ ສອງກອງທັບ, ເພີ່ມທະວີການຮ່ວມມືແລກປ່ຽນແບບມິດຕະພາບ ຮັກສາຄວາມສະຫງົບຕາມຊາຍແດນ, ການຝຶກ ອົບຮົມພະນັກງານ, ການຝຶກຊ້ອມການທະຫານ, ວຽກງານການເມືອງ ແລະ ການຮ່ວມມືແລກປ່ຽນ ໃນຂົງເຂດອື່ນໆ, ເພີ່ມທະວີ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮັກສາຄວາມປອດໄພຫຼາຍຝ່າຍ.

6/. ລົງເລິກການຮ່ວມມືໃນການປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພ, ເພີ່ມທະວີການຮ່ວມມື ໃນການຄຸ້ມຄອງຊາຍແດນ ແລະ ການຮ່ວມມືໃນການສ້າງຄວາມສາມາດໃນການປະຕິບັດກົດໝາຍ, ສະກັດກັ້ນ ແລະ ຕ້ານລັດທິກໍ່ການຮ້າຍ ແລະ ການກໍ່ອາຊະຍາກຳຂ້າມຊາດ ເຊັ່ນ: ຢາເສບຕິດ, ການນຳໃຊ້ອິນເຕີເນັດ ແລະ ການຕົວະຕົ້ມຫລອກລວງທາງສື່ອອນລາຍ, ການຄ້າມະນຸດ ແລະ ອື່ນໆ ເພື່ອປົກປັກຮັກສາ ຄວາມປອດໄພແຫ່ງຊາດ ແລະ ຄວາມໝັ້ນຄົງທາງສັງຄົມຂອງສອງປະເທດ; ນຳໃຊ້ມາດຕະການທີ່ມີປະສິດທິຜົນ ໃນການປົກປ້ອງຄວາມປອດໄພຂອງພົນລະເມືອງ, ອົງການຈັດຕັ້ງ ແລະ ໂຄງການກໍ່ສ້າງສຳຄັນຂອງກັນ ແລະ ກັນຢ່າງຈິງຈັງ; ເພີ່ມທະວີການຮ່ວມມື ໃນຂອບກົນໄກການປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພ ຕາມລຳແມ່ນ້ຳຂອງ, ຕັ້ງໜ້າຊຸກຍູ້ການສ້າງສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພ ຕາມລຳແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ, ເຊິ່ງເປັນການປະກອບສ່ວນອັນໃໝ່ ເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຕາມລຳແມ່ນ້ຳດັ່ງກ່າວ ແລະ ພາກພື້ນ.

7/. ເປີດກວ້າງການພົວພັນລະຫວ່າງປະຊາຊົນ, ເພີ່ມທະວີ ການຮ່ວມມືໃນຂົງເຂດ​ວັດທະນະທຳ, ການສຶກສາ, ສາທາລະນະ​ສຸກ, ກິລາ, ທ່ອງທ່ຽວ, ສື່​ມວນ​ຊົນ​ ຂ່າວສານ ​ແລະ ​ຂົງ​ເຂດ​ອື່ນ​ໆຂອງສອງຝ່າຍ ແລະ ດຳເນີນການຮ່ວມມື ແລກປ່ຽນລະຫວ່າງອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ແມ່ຍິງ ຂອງສອງປະເທດ; ເລັ່ງລັດລົງນາມສັນຍາ ແຜນປະຕິບັດງານຮ່ວມມື ຂົງເຂດວັດທະນະທຳສົກປີ 2016-2018 ແລະ ຊຸກຍູ້ການດໍາເນີນວຽກງານຂອງ ສູນວັດທະນະທຳຈີນ ທີ່ ສປປ ລາວ; ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືຂົງເຂດການສຶກສາ ຂອງສອງປະເທດໃຫ້ດີ, ຊຸກຍູ້ສອງຝ່າຍ ໃຫ້ມີການຮ່ວມມື ແລະ ແລກປ່ຽນໃນຂົງເຂດການສິດສອນພາສາຈີນ ແລະ ລາວ, ແລກປ່ຽນນັກຮຽນ-ນັກສຶກສາ ແລະ ການສ້າງໂຮງຮຽນຮ່ວມກັນ ແລະ ອື່ນໆ, ສືບຕໍ່ແລກປ່ຽນອາສາສະໝັກໜຸ່ມນ້ອຍ ແລະ ຮ່ວມກັນຈັດກິດຈະກຳ ໃນປີແຫ່ງການແລກປ່ຽນດ້ານການສຶກສາອາຊຽນ-ຈີນ.

8/. ເປີດກວ້າງການຮ່ວມມື ລະຫວ່າງ ທ້ອງຖິ່ນ ຂອງ ສອງປະເທດ, ໂດຍສະເພາະ ແມ່ນການຮ່ວມມື ແລກປ່ຽນລະຫວ່າງ ບັນດາແຂວງ ທີ່ຢູ່ລຽບຕາມຊາຍແດນ, ເສີມຂະຫຍາຍຢ່າງເຕັມສ່ວນ ບົດບາດຂອງກົນໄກການຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ກັບ ແຂວງຢູນນານຂອງ ຈີນ; ປະສົມປະສານ ການດຳເນີນການຮ່ວມມື ຕ້ານຢາເສບຕິດ ແລະ ພັດທະນາຂະແໜງການ ປູກພືດທົດແທນ ຢູ່ຕາມເຂດຊາຍແດນໃຫ້ຫຼາຍຂຶ້ນ.

5. ຝ່າຍຈີີນຢືນຢັນຄືນ ໃນການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງ ສ ປປ ລາວ. ຝ່າຍລາວຢືນຢັນຄືນ ໃນການຢຶດໝັ້ນນະໂຍບາຍປະເທດຈີນດຽວ ຢ່າງໜັກແໜ້ນ, ສະໜັບສະໜູນການພົວພັນສອງຝັ່ງທະເລ ໃຫ້ພັດທະນາໄປຢ່າງສັນຕິ ແລະ ສະໜັບສະໜູນພາລະກິດອັນສໍາຄັນ ໃນການທ້ອນໂຮມປະເທດຊາດຈີນ, ເດັດດ່ຽວຄັດຄ້ານ ທຸກການເຄື່ອນໄຫວໃນທຸກຮູບແບບ ທີ່ເປັນການແບ່ງແຍກ “ ໄຕ້ຫວັນເປັນເອກະລາດ”.

6. ສອງຝ່າຍ ຕີລາຄາສູງຕໍ່ການຮ່ວມມື ໃນວຽກງານຂອງພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ, ທັງໄດ້ຢືນຢັນຄືນວ່າ ຈະສືບຕໍ່ເພີ່ມ​ທະວີ​ການ​ປະສານງານ ​ແລະ ສົມທົບ​ກັນ ​ໃນ​ຂອບກົນ​ໄກພະຫຸ​ພາຄີ​ຕ່າງໆ ​ເຊັ່ນ: ອົງການສະຫະປະຊາຊາດ, ອົງການການຄ້າໂລກ, ກອງປະຊຸມອາຊີ- ເອີຣົບ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ຈີນ–ອາ​ຊຽນ, ອາ​ຊຽນ–ຈີນ–ຍີ່ປຸ່ນ-​ເກົາຫລີ​ໃຕ້, ເວທີປຶກສາຫາລືຂົງ ເຂດອາຊຽນ, ກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການ​ຮ່ວມ​ມື​ໃນ​​​ອະນຸ​ພາກ​ພື້ນ​ແມ່​ນໍ້າຂອງ ແລະ ກົນ​ໄກ​ຮ່ວມ​ມື​ອື່ນ​ໆ ເພື່ອປະກອບສ່ວນສຳຄັນ ໃນການປົກປັກຮັກສາສັນ ຕິພາບ,  ຄວາມໝັ້ນຄົງ ແລະ ການພັດທະນາ ຂອງ ພາກພື້ນ ແລະ ສາກົນ. ຝ່າຍຈີນ ສະໜັບສະໜູນການ ເປັນປະທານໝູນວຽນອາ ຊຽນຂອງ ສປປ ລາວ ໃນປີ 2016, ຍີນດີ ປະສານສົມທົບກັບຝ່າຍລາວ ໃນການຈັດກອງປະຊຸມຜູ້ນຳ ຂອງບັນດາປະເທດອາຊີຕາເວັນອອກ ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ຝ່າຍລາວຍິນດີຮ່ວມກັບຝ່າຍຈີນ ໃນການຈັດກິດຈະກຳ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງ ການເປັນຄູ່ຮ່ວມເຈລະຈາ ອາຊຽນ-ຈີນ ຄົບ ຮອບ 25 ປີ ໃຫ້ໄດ້ດີ, ຊຸກຍູ້ການພົວພັນອາຊຽນ-ຈີນ ໃຫ້ນັບມື້ນັບມີການພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນດີ ເປັນເອກະພາບນໍາກັນວ່າ ການປົກປັກຮັກສາສັນຕິ ພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາໃນທະເລຈີນໃຕ້ ແມ່ນສອດຄ່ອງກັບຜົນປະໂຫຍດລວມ ຂອງບັນດາປະເທດ ໃນພາກພື້ນ, ທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ໂດຍຜ່ານການເຈລະຈາປຶກສາຫາລື, ປະຕິບັດຖະແຫລງການແຫ່ງການປະພຶດຂອງ ບັນດາຝ່າຍໃນທະເລຈີນໃຕ້ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ປຶກສາຫາລືເທື່ອລະກ້າວ, ເປັນເອກະພາບກັນ ເພື່ອກ້າວໄປເຖິງການ ບັນລຸຫລັກການແຫ່ງການປະພຶດ ຂອງ ບັນດາຝ່າຍໃນທະເລຈີນໃຕ້ (COC) ໂດຍໄວ.

7. ໃນໄລຍະການຢ້ຽມຢາມ, ສອງຝ່າຍ ໄດ້ລົງນາມ ແຜນການຮ່ວມມືລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມູນິດຈີນ ໄລຍະສົກປີ 2016-2020, ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ – ເຕັກນິກ ລະຫວ່າງລັດຖະບານລາວ ແລະ ລັດຖະບານຈີນ, ບົດບັນທຶກຄວາມ ເຂົ້າໃຈ ກ່ຽວກັບການຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ ແລະ ການລົງທຶນ ແລະ ​​ເອກະສານ​ຮ່ວມ​ມື​ອື່ນໆອີກ ລວມທັງໝົດ ຈໍານວນ 10 ​ສະບັບ.

8. ສອງຝ່າຍ ສະແດງຄວາມເພິ່ງພໍໃຈຕໍ່ ໝາກຜົນ ຂອງ ການຢ້ຽມຢາມ ສປ ຈີນ ຂອງສະຫາຍ ບຸນຍັງ ວໍລະຈິດ, ​ເລຂາທິ​ການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູ​ນກາງ​ ພັກປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສ ປປ ລາວ ໃນຄັ້ງນີ້, ເຫັນດີເປັນເອກະພາບກັນວ່າ ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ​ການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູ​ນກາງ​ ພັກປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ​ ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ສະຫາຍ ສີ​ຈິນຜິ​ງ, ​ເລຂາທິ​ການ​ໃຫຍ່ ຄະນະກໍາມະການ​ສູ​ນກາງ​ພັກກອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ ແລະ ພັກ​ກອມ​ມູນິດຈີນ, ລັດຖະບານ ​ແລະ ປະຊາຊົນ​ຈີນ​ ທີ່​ໄດ້​​ໃຫ້​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​​, ສົມກຽດ ​ແລະ ​ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດ​ມິດຕະພາບ ແລະ ໄດ້​ເຊື້ອ​ເຊີນ ​ສະຫາຍ ສິຈິນຜິ​ງ, ເລຂາທິ​ການ​ໃຫຍ່, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ ຢ້ຽມຢາມ ສປປ ລາວ. ສະ​ຫາຍ ສິຈິນຜິ​ງ ໄດ້​ສະ​ແດ​ງຄວາມຂອບ​ໃ​ຈຕໍ່​ການ​ເຊື້ອ​ເຊີນ ​ຂອງ​ ສະ ຫາຍ ບຸນຍັງ ວໍລະຈິດ. ​

        ທີ່ ປັກກິ່ງ, ວັນ​ທີ 04 ພຶດສະພາ 2016

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...