spot_img
Home​ຂ່າວທ່ອງທ່ຽວຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ຖ້ຳມະຫັດສະຈັນ ເທິງດິນແດນແຫ່ງຖ້ຳ

ຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ຖ້ຳມະຫັດສະຈັນ ເທິງດິນແດນແຫ່ງຖ້ຳ

Published on

ທ່ອງທ່ຽວກັບລາວໂພສຕວັນນີ້ ເຮົາຈະພາທຸກທ່ານຂຶ້ນເໜືອໄປທີ່ແຂວງ ອຸດົມໄຊ ໄປທ່ຽວຖ້ຳທີ່ມີຄວາມງາມ ຈົນຂຶ້ນຊື່ວ່າເປັນຖ້ຳມະຫັດສະຈັນ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ.

ຖ້ຳຈອມອອງນີ້ ໄດ້ຄົ້ນພົບໃນປີ ຄສ 2005 ແລະ ເປີດບໍລິການປີ ຄສ 2007. ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ. ດັ່ງນັ້ນ, ປະຊາຊົນເຂດຈອມອອງ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ. ແຕ່ທາງພະແນກທ່ອງທ່ຽວໄດ້ໂຄສະນາໃຫ້ເອີ້ນຊື່ວ່າ ຖ້ຳຈອມອອງ ຕາມຊື່ຂອງບ້ານ ຈົນເຖິງປັດຈຸບັນນີ້.

ບ້ານຈອມອອງອີກປະຫວັດໜຶ່ງທີ່ເອີ້ນວ່າ ຈອມອອງ ຍ້ອນວ່າ: ຄຳວ່າ “ ຈອມ ’’ ເປັນພາສາກຶມມຸ ເຊິ່ງແປວ່າ ຕິດຕາມໄປ, ນຳກົ້ນໄປ, ສ່ວນຄຳວ່າ “ ອອງ ” ແປວ່າ ໂຕຕໍ່ດິນ, ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ ໄດ້ໄປຄ້ອງຕໍ່ ຫຼື ຫາເອົາຮັງໂຕຕໍ່ ໂດຍໄດ້ເອົາຍວງຝ້າຍນ້ອຍໆອ່ອນໆມັດອາຫານໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປຫາຮັງ ແລ້ວປະຊາຊົນກໍນຳໂຕຕໍ່ນັ້ນໄປ ຈຶ່ງໄປພົບເຫັນເຂດພື້ນທີ່ດັ່ງກ່າວເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ. ຕໍ່ມາຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ແລ້ວຈິ່ງເອີ້ນວ່າ ບ້ານຈອມອອງ ຈົນເຖິງປັດຈຸບັນ.

ຖ້ຳຈອງອອງຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທດສະບານ ເມືອງໄຊ 45 ກິໂລແມັດ ໄປທາງແຂວງອຸດົມໄຊ  24 ກິໂລແມັດ ເປັນທາງປູຍາງ ແຍກເຂົ້າເໜືອບ້ານ ນ້ຳບໍຕາໄກ ປະມານ 21 ກິໂລແມັດ ເປັນທາງດີນແດງ ອັດແໜ້ນ ຈາກບ້ານຈອມອອງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ( ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລນເຂົ້າເຖິງບໍລິເວນຖ້ຳ ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບນິເວດທຳມະຊາດທີ່ອັດສະຈັນ, ມີຫຼາຍຊ່ອງທາງເຂົ້າ-ອອກພາຍໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 – 50 ແມັດແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟປະດັບຢ່າງສວຍງາມ. ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ໄດ້ສຳຫຼວດ 4 ປີ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ ປະຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...