Homeລວມກົດຫມາຍລາວໃບຂັບຂີ່ໝົດອາຍຸ ປະກັນໄພຄຸ້ມຄອງບໍ່?

ໃບຂັບຂີ່ໝົດອາຍຸ ປະກັນໄພຄຸ້ມຄອງບໍ່?

Published on

ໃນ​ກໍ­ລະ­ນີ​ທີ່​ຜູ້​ຊື້​ປະ­ກັນ​ໄພລົດ​ຫາກ​ໄດ້​ເຮັດ​ປະ­ກັນ​ໄພ​ກັບ​ບໍ​ລິສັດ​ປະ­ກັນ​ໄພ ແລະ​ຕໍ່​ມາ​ກໍ​ໄດ້​ມີອຸ­ບັດ­ເຫດ​ເກີດ​ຂຶ້ນ​ໃນ​ກໍ­ລະ­ນີ​ດັ່ງ

ກ່າວ​ນີ້​ຖາມ​ວ່າ​ຜູ້​ຮັບ­ປະ­ກັນ​ໄພ ຫຼື ບໍ­ລິ­ສັດ​ປະ­ກັນ​ໄພ​ຈະ​ຮັບ­ຜິດ­ຊອບ​ຕໍ່ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ ຫຼື ບໍ່? ຊຶ່ງ​ເວົ້າ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສັງ ຄົມ​ຕົວ​ຈິງ​ແລ້ວ​ປະ­ເດັນ​ດັ່ງ­ກ່າວ ນີ້​ກໍ​ຍັງ​ເປັນ​ປະ­ເດັນ​ທີ່​ຫຼາຍໆ​ຄົນ ໃຫ້​ຄວາມ​ສົນ­ໃຈ ແລະ​ຖຽງ​ກັນຢ່າງ​ຫຼວງ­ຫຼາຍ​ຢູ່​ເນື່ອງ​ຈາ​ກວ່າ ອີງ​ຕາມ​ກົດ­ໝາຍ​ການ​ປະ­ກັນ​ໄພ ຂອງ​ລາວ​ເອງ​ແລ້ວ​ກໍ​ບໍ່​ມີ​ມາດ­ຕາ ໃດ​ທີ່​ລະ­ບຸ ຫຼື ອະ­ທິ­ບາຍ​ກ່ຽວ​ກັບປະ­ກັນ​ດັ່ງ­ກ່າວ​ນີ້​ເລີຍ ຍິ່ງ​ໄປ​ກວ່າ ນັ້ນ​ປະ­ເດັນ​ດັ່ງ­ກ່າວ​ນີ້​ຍັງ​ຖື​ວ່າ ເປັນ​ປະ­ເດັນ​ທີ່​ບໍ່​ໄດ້​ຖືກ​ຮັບ­ຮອງ ຫຼື ບໍ່​ໄດ້​ເຮັດ​ຂຶ້ນ​ຢ່າງ​ເປັນ​ເອ­ກະ​ພາບກັນ​ໃນ​ລະ­ຫວ່າງ​ແຕ່​ລະ​ບໍ­ລິ­ສັດ​ປະ ກັນ​ໄພ ຫຼື ແຕ່​ລະ​ຜູ້​ຮັບ­ປະ­ກັນ​ໄພເອງ​ອີກ​ດ້ວຍ ຊຶ່ງ​ຜູ້​ຮັບ­ປະ­ກັນ​ໄພ ບາງ​ບໍ­ລິ­ສັດ​ກໍ​ຄຸ້ມ​ຄອງ​ໃນ​ກໍ­ລະ­ນີ​ທີ່ເກີດ​ອຸ­ບັດ­ເຫດ​ແຕ່​ໃບ​ຂັບ​ຂີ່​ຂອງ​ຜູ້ ຂັບ​ຂີ່​ຍານ­ພາ­ຫະ­ນະ​ນັ້ນ​ໄດ້​ໝົດ​ອາຍຸ​ລົງແຕ່​ບາງ​ບໍ­ລິ­ສັດ​ກັບ​ປະ­ຕິ­ເສດຄວາມ​ຮັບ­ຜິດ­ຊອບ​ດັ່ງ­ກ່າວ ຊຶ່ງ​ນີ້ ກໍ​ແມ່ນ​ບັນ­ຫາ​ຍ້ອນ​ວ່າ​ລະ­ບຽບການ​ກ່ຽວ​ກັບ​ການ​ປະ­ກັນ​ໄພ​ຂອງ ແຕ່​ລະ​ບໍ­ລິ­ສັດ​ຄວນ​ຈະ​ມີ​ລະ­ບຽບການ​ທີ່​ຄື​ກັນ ແລະ​ຕ້ອງ​ຖືກ­ຕ້ອງ ແລະ​ສອດ­ຄ່ອງ​ກັບ​ຫຼັກ​ກົດ­ໝາຍ ໂດຍ​ສະ­ເພາະ​ກໍ​ແມ່ນ​ກົດ­ໝາຍການ​ປະ­ກັນ​ໄພ​ເອງ ແລະ​ກົດ­ໝາຍການ​ຈະ­ລາ­ຈອນ​ທາງ­ບົກ​ອີກ​ດ້ວຍ ດັ່ງ­ນັ້ນ​ໃນ​ມື້­ນີ້​ຜູ້​ຂຽນ​ຈິ່ງ​ຂໍ​ຍົກ​ເອົາກໍ­ລະ­ນີ​ຂອງ​ກົດ­ໝາຍ​ຕ່າງ­ປະ­ເທດມາ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ເຂົ້າ­ໃຈ​ເພີ່ມເຕີມ​ກ່ຽວ​ກັບ​ປະ­ເດັນ​ດັ່ງ­ກ່າວ​ນີ້ ຕື່ມ​ໃນ​ຕ່າງ­ປະ­ເທດ​ສຳ­ລັບ​ກໍ​ລະນີ​ດັ່ງ­ກ່າວ​ນີ້​ແມ່ນ​ຖື​ວ່າ​ບໍ­ລິ­ສັດ ຫຼື  ຜູ້​ຮັບ­ປະ­ກັນ​ໄພ​ຈະ​ຄຸ້ມ​ຄອງ ຫຼື  ເວົ້າ ອີກ​ຢ່າງ​ໜຶ່ງ​ກໍ​ຄື​ວ່າ​ບໍ­ລິ­ສັດ​ຈະ​ເປັນ ຜູ້​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່ເກີດ​ຂຶ້ນ​ຈາກ​ອຸ­ບັດ­ເຫດ​ໃນ​ກໍ­ລະ­ນີ ທີ່​ຜູ້​ຊື້​ປະ­ກັນ​ໄພ​ມີ​ໃບ​ຂັບ​ຂີ່​ທີ່​ໝົດ ອາ­ຍຸ​ແລ້ວ ໂດຍ​ທີ່​ໃຊ້​ເຫດ­ຜົນ​ວ່າ ຫາກ​ຜູ້​ທີ່​ຊື້​ປະ­ກັນ​ໄພ​ມີ​ໃບ​ຂັບ​ຂີ່​ປະເພດ​ດຽວ​ກັນ​ກັບ​ຍານ­ພາ­ຫະ­ນະ​ທີ່ ຂັບ​ຂີ່​ຢູ່​ນັ້ນ​ກໍ​ຖື​ວ່າ​ຜູ້​ຊື້​ປະ­ກັນ​ໄພ​ຮູ້ເຖິງ​ກົດ​ລະ­ບຽບ​ການ​ສັນ­ຈອນ ຕາມ​ທ້ອງ​ຖະ­ໜົນ ແລະ​ມີ​ຄວາມສາ­ມາດ​ຂັບ​ຂີ່​ຍານ­ພາ­ຫະ­ນະ​ດັ່ງກ່າວ ຊຶ່ງ​ຖືກ​ຮັບ­ຮອງ​ຈາກ​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ຢ່າງ​ຖືກ­ຕ້ອງຕາມ​ກົດ­ໝາຍ ດັ່ງ­ນັ້ນ ຫາກ​ໃບຂັບ​ຂີ່​ໝົດ​ອາ­ຍຸ​ກໍ​ບໍ່​ໄດ້​ໝາຍ​ຄວາມ ວ່າ​ຜູ້​ຂັບ​ຂີ່​ຈະ​ຕ້ອງ​ລືມ ຫຼື ບໍ່​ຮູ້​ກົດລະ­ບຽບ​ຂອງ​ການ​ສັນ­ຈອນ​ແຕ່ ຢ່າງ­ໃດ​ພຽງ​ແຕ່​ຜູ ູ້​ຊື້​ປະ­ກັນ​ໄພ​ທີ່​ມີ ໃບ​ຂັບ​ຂີ່​ທີ່​ໝົດ​ອາ­ຍຸ​ນັ້ນ​ກໍ​ຕ້ອງ​ໄປຕໍ່​ອາ­ຍຸ​ຂອງ​ໃບ​ຂັບ​ຂີ່​ຕາມ​ລະ­ບຽບການ​ຕາມ​ກຳ­ນົດ​ເວ­ລາ ດັ່ງ­ນັ້ນ ຈິ່ງ​ເປັນ​ຫຼັກ​ໃຫ້​ແກ່​ຜູ້​ຮັບ­ປະ­ກັນໄພ ຫຼື ບໍ­ລິ­ສັດ​ປະ­ກັນ​ໄພ​ແຕ່​ລະ​ບໍ​ລິສັດ­ຈະ​ຕ້ອງ​ກຳ­ນົດ​ໃຫ້​ຕ້ອງ​ມີ ຄວາມ​ຄຸ້ມ​ຄອງ ຫຼື ຄວາມ​ຮັບ​ຜິດ ຊອບ​ໃນ​ກໍ­ລະ­ນີ​ທີ່​ມີ​ຄວາມ​ເສຍຫາຍ​ໃນ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ເຖິງ​ແມ່ນ ວ່າ​ຢູ່​ຕ່າງ­ປະ­ເທດ​ຈະ​ລະ­ບຸ​ໃຫ້​ກໍ​ລະນີ​ດັ່ງ­ກ່າວ​ນີ້ ບໍ­ລິ­ສັດ​ປະ­ກັນ​ໄພ​ຕ້ອງມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ອຸ­ບັດ­ເຫດ​ກໍ ຕາມ​ແຕ່​ຕາມ​ກົດ­ໝາຍ​ລາວ​ເອງ​ກໍບໍ່​ໄດ້​ລະ­ບຸ​ບັນ­ຫາ​ດັ່ງ­ກ່າວ​ນີ້​ໄວ້​ແຕ່ຢ່າງ­ໃດ ຊຶ່ງ​ຫາກ​ເກີດ​ຂໍ້​ຂັດ​ແຍ່ງເກີດ​ຂຶ້ນ​ກໍ​ຕ້ອງ​ແມ່ນ​ພາກ­ສ່ວນ​ທີ່ກ່ຽວ­ຂ້ອງ ຫຼື ສານ​ເປັນ​ຜູ້​ເຮັດ​ໜ້າທີ່​ພິ­ຈາ­ລະ­ນາ​ວ່າ​ໃຜ ຫຼື ຝ່າຍ​ໃດຄວນ​ຈະ​ຮັບ­ຜິດ­ຊອບ​ໃນ​ກໍ­ລະ­ນີ​ດັ່ງກ່າວ​ນີ້​ແທ້.

ດັ່ງ­ນັ້ນ ສິ່ງ​ທີ່​ສຳ­ຄັນ ແລະ​ຈຳເປັນ​ທີ່​ສຸດ​ສຳ­ລັບ​ທັງ​ສອງ​ຝ່າຍ ນັ້ນ​ກໍ​ຄື​ຝ່າຍ​ຜູ້​ຮັບ­ປະ­ກັນ ຫຼື ບໍ​ລິສັດ​ປະ­ກັນ​ໄພ ແລະ​ຜູ້​ຊື້​ປະ­ກັນ​ໄພ ຫຼື ຝ່າຍ​ລູກ​ຄ້າ​ເອງ​ກໍ​ຕ້ອງ​ໄດ້​ບອກກ່າວ​ຄວາມ​ເປັນ, ເງື່ອນ­ໄຂ​ຕ່າງໆ ຫຼື ກໍ­ລະ­ນີ​ການ​ໄດ້​ສິດ, ກໍ­ລະ­ນີ​ການເສຍ​ສິດ​ຮຽກ­ຮ້ອງ​ຕ່າງໆ​ທີ່​ກ່ຽວ ກັບ​ການ​ປະ­ກັນ​ໄພ​ນັ້ນ​ໃຫ້​ແກ່​ອີກຝ່າຍ​ໜຶ່ງ​ຮັບ​ຮູ້​ກ່ອນ​ການ​ຕັດ­ສິນໃຈ​ເຮັດ​ສັນ­ຍາ​ປະ­ກັນ​ໄພ​ນຳ​ກັນ ຈິ່ງ​ຈະ​ບໍ່​ມີ​ບັນ­ຫາ ຫຼື ຂໍ້​ຂັດ​ແຍ່ງ ເກີດ​ຂຶ້ນ.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...