Homeລວມກົດຫມາຍລາວກົດ­ໝາຍວ່າ​ດ້ວຍ​ມູນ​ມໍ­ລະ­ດົກ: ການແບ່ງປັນມູນມໍລະດົກລະຫວ່າງຜົວ ຫຼື ເມຍທີ່ຍັງມີຊີວິດຢູ່ ແລະລູກ

ກົດ­ໝາຍວ່າ​ດ້ວຍ​ມູນ​ມໍ­ລະ­ດົກ: ການແບ່ງປັນມູນມໍລະດົກລະຫວ່າງຜົວ ຫຼື ເມຍທີ່ຍັງມີຊີວິດຢູ່ ແລະລູກ

Published on

ສະ­ບາຍ­ດີ​ຜູ້​ອ່ານ​ທຸກໆ​ທ່ານ​ມື້ນີ້ ເຮົາ​ຈະ​ມາ​ລົງ​ເລິກ​ເຖິງ​ກົດ­ໝາຍວ່າ​ດ້ວຍ​ມູນ​ມໍ­ລະ­ດົກ ແລະ​ການສືບ​ມູນ​ມໍ­ລະ­ດົກ ຊຶ່ງ​ກົດ­ໝາຍ​ດັ່ງກ່າວ​ນີ້​ແມ່ນ​ເປັນ​ກົດ­ໝາຍ​ທີ່​ຄຸ້ມ ຄອງ​ກ່ຽວ​ກັບ​ການ​ແບ່ງ­ປັນ​ຊັບ ສິນ, ສິນ​ສົມ​ສ້າງ, ຊັບ​ເດີມ ແລະອື່ນໆ​ໃຫ້​ແກ່​ຜູ້​ທີ່​ມີ​ສິດ​ສືບ​ທອດ​ມູນມໍ­ລະ­ດົກ​ພາຍ­ຫຼັງ​ທີ່​ເຈົ້າ​ມູນ​ໄດ້​ເສຍຊີ­ວິດ ຫຼື ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ວ່າພາຍ­ຫຼັງ​ທີ່​ເຈົ້າ​ຂອງ​ຊັບ​ສິນ​ນັ້ນ​ໄດ້ເສຍ​ຊີ­ວິດ​ລົງ​ໄປ.

     ຕາມ​ປົກ­ກະ­ຕິ​ແລ້ວ​ຜູ້​ທີ່​ມີ​ສິດ ສືບ​ທອດ​ມູນ​ມໍ­ລະ­ດົກ​ກໍ​ແມ່ນ​ຜົວ ຫຼື ເມຍ​ຝ່າຍ​ທີ່​ຍັງ​ມີ​ຊີ­ວິດ​ຢູ່ ແລະບັນ­ດາ​ລູກ (ລູກ​ຄີງ, ລູ­ກລ້ຽງ ແລະ​ລູກ​ນ້າ) ແຕ່​ໃນ​ບົດ​ນີ້​ຜູ້​ຂຽນ ຈະ​ຍັງ​ບໍ່​ທັນ​ໄດ້​ລົງ​ເລິກ ຫຼື ຈຳ­ແນກສິດ​ຂອງ​ການ​ໄດ້​ຮັບ​ມູນ​ມໍ­ລະ­ດົກ ຂອງ​ລູກ​ແຕ່​ລະ​ປະ­ເພດ​ເທື່ອ ຊຶ່ງບົດ​ນີ້​ພຽງ​ແຕ່​ຈະ​ກ່າວ​ເຖິງ​ບັນ­ດາລູກ​ຄີງ ແລະ​ຜົວ ຫຼື ເມຍ​ຝ່າຍ​ທີ່​ຍັງ ມີ​ຊີ­ວິດ​ຢູ່​ກ່ຽວ​ກັບ​ສິດ​ທີ່​ໄດ້​ຮັບ​ໃນ ການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ວ່າ​ຈະແບ່ງ​ກັນ​ຄື​ແນວ­ໃດ​ຕາມ​ກົດ­ໝາຍ.

ຕົວ­ຢ່າງ: ຫາ​ກວ່າ​ທ້າວ ກ ກ່ອນ​ແຕ່ງ­ງານ​ກັບ​ນາງ ຂ ທ້າວ ກ ມີ​ລົດ​ກະ­ບະ​ໜຶ່ງ​ຄັນ​ພ້ອມ​ທັງ​ເງິນຈຳ­ນວນ​ຊາວ​ລ້ານ​ກີບ ສ່ວນ​ນາງ ຂ ເອງ​ກ່ອນ​ການ​ແຕ່ງ­ດອງ​ກັບ ທ້າວ ກ ນາງ ຂ ກໍ​ມີ​ຊັບ​ສິນ ຫຼື ເອີ້ນ​ໃນ​ຊື່​ທາງ​ດ້ານ​ຂອງ​ກົດ­ໝາຍ ກໍ​ຄື​ຊັບ​ເດີມ​ຄື: ລົດ​ເກງ​ໜຶ່ງ​ຄັນ ແລະ​ເງິນ​ຈຳ­ນວນ​ສາມ​ສິບ​ລ້ານກີບ ພາຍ­ຫຼັງ​ທີ່​ທັງ​ສອງ​ຄົນ​ນີ້​ໄດ້ ແຕ່ງ­ງານ​ກັນ​ໄດ້​ປະ­ມານ​ສິບ​ປີ​ແລ້ວທັງ​ສອງ​ມີ​ລູກ​ຊາຍ​ສອງ​ຄົນ​ອາ­ຍຸ ແປດ​ປີ ແລະ​ຫົກ​ປີ​ຫຼັງ​ຈາກ​ນັ້ນ ທ້າວ ກ ເກີດ​ການ​ປ່ວຍ​ໂຊ ແລະ ສຸດ​ທ້າຍ​ທ້າວ ກ ກໍ່​ໄດ້​ເສຍ​ຊີ­ວິດລົງ ຊຶ່ງ​ໃນ​ຊ່ວງ​ໄລ­ຍະ​ເວ­ລາ​ທີ່​ທັງ ສອງ​ຄົນ​ນີ້​ແຕ່ງ­ດອງ ຫຼື ເປັນ​ຜົວ ເມຍ​ກັນ​ນັ້ນ​ທັງ​ສອງ​ມີ​ສິນ​ສົມ​ສ້າງນຳ​ກັນ​ຄື: ເຮືອນ​ສອງ​ຫຼັງ, ດິນເປົ່າ​ຫວ່າງ​ສອງ​ຕອນ​ລົດ​ຟໍ​ຈູນ​ເນີ ສອງ​ຄັນ ແລະ​ເງິນ​ອີກ​ຈຳ­ນວນສອງ​ຮ້ອຍ​ລ້ານ​ກີບ  ແລະ​ທ້າວ ກ ເອງ​ກ່ອນ​ຈະ​ເສຍ​ຊີ­ວິດ​ກໍ​ບໍ່​ໄດ້ ຂຽນ​ພິ​ໄນ​ກຳ​ຍົກ​ຊັບ ຫຼື ມອບ​ຊັບໃຫ້​ແກ່​ບຸກ­ຄົນ​ໃດ​ດັ່ງ­ນັ້ນ​ໃນ​ທາງກົດ­ໝາຍ​ແລ້ວ​ໃນ​ກໍ­ລະ­ນີ​ດັ່ງ­ກ່າວ ນີ້​ຈະ​ແບ່ງ​ສິນ​ທັງ​ໝົດ​ນີ້​ແນວ­ໃດ? ແລະ​ຈະ​ແບ່ງ​ໃຫ້​ບຸກ­ຄົນ​ໃດ​ແດ່?

ອີງ​ຕາມ​ມາດ­ຕາ 12 ຂອງ​ກົດ ໝາ­ຍວ່າ​ດ້ວຍ​ການ​ສືບ​ທອດ​ມູນ​ມໍ ລະ​ດົກ​ຄື: ການ​ແບ່ງ­ປັນ​ມູນ​ມໍ​ລະດົກ​ລະ­ຫວ່າງ​ຜົວ ຫຼື ເມຍ​ທີ່​ຍັງ​ມີ​ຊີ ວິດ​ຢູ່ ແລະ​ລູກ​ທີ່​ໄດ້​ລະ­ບຸ​ໄວ້​ວ່າ ໃນ​ກໍ­ລະ­ນີ​ທີ່​ຜົວ ຫຼື ເມຍ​ຫາກ​ໄດ້ ເສຍ​ຊີ­ວິດ​ໄປ​ໂດຍ​ໄດ້​ປະ​ເມຍ ຫຼື ຜົວ ແລະ​ລູກ​ໄວ້​ກໍ​ແມ່ນ​ລູກ​ເປັນ​ຜູ້ມີ​ສິດ​ຮັບ​ມູນ​ມໍ­ລະ­ດົກ​ທີ່​ເປັນ​ຊັບເດີມ​ຂອງ​ຜູ້​ທີ່​ເສຍ​ຊີ­ວິດ​ສາມ​ສ່ວນສີ່ ແລະ​ອີກ​ໜຶ່ງ​ສ່ວນ​ສີ່​ແມ່ນ​ເມຍ ຫຼື ຜົວ​ທີ່​ຍັງ​ມີ​ຊີ­ວິດ​ຢູ່​ເປັນ​ຜູ້​ຮັບສ່ວນ​ສິນ​ສົມ​ສ້າງ​ນັ້ນ​ແມ່ນ​ໃຫ້​ແບ່ງ ປັນ​ເຄິ່ງ​ຄື: ເຄິ່ງ​ໜຶ່ງ​ໃຫ້​ເມຍ ຫຼື ຜົວ ທີ່​ຍັງ​ມີ​ຊີ­ວິດ​ຢູ່ ແລະ​ອີກ​ເຄິ່ງ​ໜຶ່ງ ນັ້ນ​ແມ່ນ​ໃຫ້​ແບ່ງ­ປັນ​ແກ່​ພວກ​ລູກເປັນ​ພູດ​ສະ­ເໝີ​ກັນ ຊຶ່ງ​ເມຍ ຫຼື ຜົວ ທີ່​ຍັງ​ມີ​ຊີ­ວິດ​ຢູ່​ນັ້ນ​ມີ​ສິດ​ຄຸ້ມ​ຄອງ​ຊັບ​ທີ່​ຕົກ​ທອດ​ເປັນ​ຂອງ​ລູກ​ທີ່​ຍັງບໍ່​ທັນ​ເຖິງ​ກະ­ສຽນ­ອາ­ຍຸ.

ເມື່ອ​ເຮົາ​ເອົາ​ມາດ­ຕາ​ນີ້​ຂອງກົດ­ໝາຍ​ວ່າ​ດ້ວຍ​ການ​ສືບ​ທອດມູນ​ມໍ­ລະ­ດົກ​ມາ​ພິ­ຈາ­ລະ­ນາ​ກັບ​ຕົວຢ່າງ​ຂອງ​ທ້າວ ກ ທີ່​ຍົກ​ຂຶ້ນ​ມາ​ກໍ ສາ­ມາດ​ແບ່ງ­ປັນ​ຊັບ​ສິນ ຫຼື ມູນ​ມໍລະ​ດົກ​ໄດ້​ດັ່ງ­ນີ້​ຄື: ກ່ຽວ​ກັບ​ຊັບ​ສິນ ເດີມ ຫຼື ຊັບ​ເດີມ​ຂອງ​ທ້າວ ກ ມີ​ຄື: ລົດ​ກະ­ບະ​ໜຶ່ງ​ຄັນ ແລະ​ເງິນ​ຊາວລ້ານ​ກີບ ໃນ​ນັ້ນ​ຜູ້​ເປັນ​ເມຍ​ຈະ​ໄດ້ ເງິນ​ຈຳ­ນວນ​ຫ້າ​ລ້ານ​ກີບ ນັ້ນ​ກໍເທົ່າ​ກັບ​ໜຶ່ງ​ສ່ວນ​ສີ່​ຂອງ​ຊາວ​ລ້ານ ກີບ ສ່ວນ​ເງິນ​ທີ່​ຍັງ​ເຫຼືອ​ສິບ​ຫ້າລ້ານ​ກີບ ແມ່ນ​ມອບ​ໃຫ້​ລູກ​ທັງສອງ​ຄົນ​ແບ່ງ­ປັນ​ຄົນ​ລະ​ເຄິ່ງ ນອກຈາກ​ນີ້​ລົດ​ກະ­ບະ​ກໍ​ຕ້ອງ​ປະ​ເມີນມູນ​ຄ່າ​ເປັນ​ເງິນ​ວ່າ​ລາ­ຄາ​ເທົ່າ­ໃດແລ້ວ​ຈິ່ງ​ແບ່ງ​ໃຫ້​ເມຍ​ໜຶ່ງ​ສ່ວນ​ສີ່ ຂອງ​ຈຳ­ນວນ​ທີ່​ປະ​ເມີນ​ໄດ້​ນັ້ນ ສ່ວນ​ທີ່​ຍັງ​ເຫຼືອ​ສາມ​ສ່ວນ​ແມ່ນ​ຕົກ ເປັນ​ພູດ​ຂອງ​ລູກ​ທັງ​ສອງ​ຄົນ.

ນອກ­ຈາກ​ການ​ໄດ້​ຮັບ​ຊັບ​ເດີມ ຂອງ​ຜູ້​ທີ່​ເສຍ​ຊີ­ວິດ​ແລ້ວ​ຍັງ​ຕ້ອງມາ​ເບິ່ງ​ສິນ​ສົມ​ສ້າງ​ທີ່ ທ້າວ ກ ແລະ​ນາງ ຂ ໄດ້​ຮ່ວມ​ກັນ​ສ້າງ­ສາມາ​ວ່າ​ມີ​ຈຳ­ນວນ​ເທົ່າ­ໃດ​ຄື: ເຮືອນສອງ​ຫຼັງ, ດິນ​ເປົ່າ​ຫວ່າງ​ສອງຕອນ, ລົດ​ຟໍ​ຈູນ​ເນີ​ສອງ​ຄັນ ແລະເງິນ​ອີກ​ຈຳ­ນວນ​ສອງ​ຮ້ອຍ​ລ້ານກີບ ໃນ​ກໍ­ລະ­ນີ​ກົດ­ໝາຍ​ໄດ້​ລະ­ບຸວ່າ​ຈະ​ຕ້ອງ​ແບ່ງ​ສິນ​ສົມ​ສ້າງ​ໃຫ້ ນາງ ຂ ເຄິ່ງ​ໜຶ່ງ​ຂອງ​ຈຳ­ນວນ​ສິນສົມ​ສ້າງ​ທັງ​ໝົດ​ຄື: ນາງ ຂ ຈະ​ໄດ້ເຮືອນ​ໜຶ່ງ​ຫຼັງ​ດິນ​ເປົ່າ​ຫວ່າງ​ໜຶງຕອນ​ລົດ​ຟໍ​ຈູນ​ເນີ​ໜຶ່ງ​ຄັນ ແລະເງິນ​ຈຳ­ນວນ​ໜຶ່ງ​ຮ້ອຍ​ລ້ານ​ກີບ ສ່ວນ​ອີກ​ເຄິ່ງ​ໜຶ່ງ​ຂອງ​ສິນ​ສົມ​ສ້າງທັງ​ໝົດ​ນັ້ນ​ແມ່ນ​ຕົກ​ເປັນ​ພູດ​ຂອງລູກ​ທັງ​ສອງ​ຄົນ.

ໃນ​ກໍ­ລະ­ນີ​ຂອງ​ຄອບ­ຄົວ​ທ້າວ ກ ແລະ​ນາງ ຂ ນີ້​ແມ່ນ​ມີ​ລູກ​ສອງຄົນ​ທີ່​ຍັງ​ບໍ່​ທັນ​ເຖິງ​ກະ­ສຽນ­ອາ­ຍຸ ຫຼື ໝາຍ​ຄວາມ​ວ່າ​ລູກ​ອາ­ຍຸ​ຍັງ​ບໍ່ ຮອດ​ສິບ​ແປດ​ປີ​ດັ່ງ­ນັ້ນ​ເຖິງ​ວ່າ​ມູນມໍ­ລະ­ດົກ​ທັງ​ໝົດ​ດັ່ງ­ກ່າວ​ຈະ​ຖືກ ແບ່ງ­ປັນ​ໃຫ້​ແກ່ ນາງ ຂ ແລະ ພວກ​ລູກ​ຢ່າງ​ຄັກ­ແນ່​ແລ້ວ​ກໍ​ຕາມ ແຕ່​ນາງ ຂ ກໍ​ຍັງ​ມີ​ສິດ​ຄຸ້ມ​ຄອງ​ຊັບສິນ​ສ່ວນ​ທີ່​ຕົກ​ເປັນ​ຂອງ​ລູກ​ດັ່ງ­ກ່າວນັ້ນ​ຕໍ່​ໄປ​ຈົນ​ກວ່າ​ພວກ​ລູກ​ນັ້ນ​ຈະ ເຖິງ​ກະ­ສຽນ­ອາ­ຍຸ​ສິບ​ແປດ​ປີ.

ນີ້​ແມ່ນ​ຕົວ­ຢ່າງ​ຂອງ​ການ​ແບ່ງປັນ​ມູນ​ມໍ­ລະ­ດົກ​ລະ­ຫວ່າງ​ຜົວ ຫຼື ເມຍ​ທີ່​ຍັງ​ມີ​ຊີ­ວິດ​ຢູ່ ແລະ​ລູກ​ແລ້ວບົດ​ຕໍ່ໆ​ໄປ​ຜູ້​ຂຽນ​ຈະ​ໄດ້​ນຳ​ເອົາ​ບັນຫາ​ອື່ນ​ທີ່​ກ່ຽວ​ກັບ​ການ​ແບ່ງ­ປັນມູນ​ມໍ­ລະ­ດົກ​ນີ້​ມາ​ຕື່ມ​ເພື່ອ​ໃຫ້​ພວກ ທ່ານ​ໄດ້​ເຂົ້າ­ໃຈ​ເລິກ­ເຊິ່ງ​ກ່ຽວ​ກັບກົດ­ໝາຍ​ດັ່ງ­ກ່າວ​ນີ້.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...