spot_img
Homeຂ່າວພາຍ​ໃນລັດຖະບານຊຸດໃໝ່ ວາງ 6 ແຜນວຽກຈຸດສຸມ ພັດທະນາເສດຖະກິດ - ສັງຄົມ!

ລັດຖະບານຊຸດໃໝ່ ວາງ 6 ແຜນວຽກຈຸດສຸມ ພັດທະນາເສດຖະກິດ – ສັງຄົມ!

Published on

ກອງປະຊຸມຄັ້ງປະຖົມມະລືກຂອງ ຄະນະລັດຖະບານ ຊຸດທີ VIII ໄດ້ປຶກສາຫາລືຫຼາຍບັນຫາ ເປັນຕົ້ນແມ່ນການແກ້ໄຂຄວາມທຸກຍາກ ແລະ ສ້າງລາຍຮັບແບບຍືນຍົງ ໃຫ້ແກ່ປະຊາຊົນບັນດາເຜົ່າ ຂະນະທີ່ປະທານປະເທດເນັ້ນ 7 ບັນຫາ ໃຫ້ລັດຖະບານຊຸດໃໝ່ຕ້ອງເອົາໃຈໃສ່.

ກອງປະຊຸມຄັ້ງປະຖົມມະລືກຂອງ ຄະນະລັດຖະບານ ຊຸດທີ VIII ໄດ້ໄຂຂຶ້ນໃນວັນທີ 29 ເມສາຜ່ານມານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍມີ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດໃຫ້ກຽດເຂົ້າຮ່ວມ, ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກ ແລະ ສະມາຊິກລັດຖະບານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ເພື່ອຮັບປະກັນໃຫ້ ການປະຕິບັດບັນດາຄາດໝາຍ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ ກໍຄືຄາດໝາຍຂອງແຜນພັດທະນາເສດ ຖະກິດ – ສັງຄົມແຫ່ງຊາດ 5 ປີ ເທື່ອທີ VIII ໃຫ້ປະກົດຜົນເປັນຈິງ, ລັດຖະບານຊຸດໃໝ່ ໄດ້ກຳນົດຈັດຕັ້ງປະຕິບັດ ໃຫ້ສຳເລັດການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ, ເອົາປະເທດຫຼຸຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ, ຊຸກຍູ້ໃຫ້ມີເສດຖະກິດເຕີບໂຕຢ່າງຕໍ່ ເນື່ອງ ບໍ່ໃຫ້ຫຼຸຸດ 7,5% ຕໍ່ປີ, GDP ຕໍ່ຫົວຄົນໃນປີ 2020 ໃຫ້ບັນລຸ 3.190 ໂດລາ, ລາຍຮັບງົບປະມານໃຫ້ບັນລຸ 23 – 25% ຂອງ GDP, ໃຫ້ມູນຄ່າການສົ່ງອອກ ໃຫ້ຂະຫຍາຍຕົວບໍ່ຫຼຸຸດ 15%, ອັດຕາຄວາມທຸກຍາກ ຂອງປະຊາກອນໃຫ້ຫຼຸຸດ 10%.

ເພື່ອບັນລຸບັນດາໂຕເລກ ຄາດໝາຍດັ່ງກ່າວ, ແຜນ 5 ປີ ໄດ້ວາງ 3 ເປົ້າໝາຍໃຫຍ່ຄື:
ເປົ້າໝາຍທີ 1: ໃຫ້ເສດຖະກິດແຫ່ງຊາດເຕີບໂຕຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດູນ.
ເປົ້າໝາຍທີ 2: ພັດທະນາຊັບພະຍາກອນມະນຸດ, ພັດທະນາວັດທະນະທຳ, ສັງຄົມ ໃຫ້ມີຄຸນນະພາບ, ແກ້ໄຂ ຄວາມທຸກຍາກໃຫ້ເປັນຮູບປະທຳ, ສ້າງຄວາມສະເໝີພາບລະຫວ່າງຍິງ – ຊາຍ, ຊົນເຜົ່າຢ່າງທົ່ວເຖິງ.
ເປົ້າໝາຍທີ 3: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະ ສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ, ກຽມພ້ອມຮັບມືກັບໄພພິບັດທຳມະຊາດ ແລະ ການ ປ່ຽນແປງຂອງດິນຟ້າອາກາດ ທີ່ອາດເກີດຂຶ້ນຢ່າງມີປະສິດທິພາບ.

ໃນ 3 ເປົ້າໝາຍນີ້, ໄດ້ ມີ 20 ແຜນງານຈຸດສຸມ ເພື່ອຈັດຕັ້ງປະຕິບັດ. ເພື່ອເຮັດໃຫ້ບັນດາຄາດ ໝາຍທີ່ກ່າວມານັ້ນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຈິງ, ລັດຖະບານຊຸດນີ້ ມີໜ້າທີ່ ແລະ ມີຄວາມຮັບຜິດຊອບຕໍ່ 6 ແຜນວຽກຈຸດສຸມດັ່ງນີ້:
ໜຶ່ງ, ຕັ້ງໜ້າປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຮອບດ້ານ ໂດຍ ເພີ່ມທະວີວຽກງານສຶກສາ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ນຳໃຊ້ກຳລັງແຮງສັງລວມທົ່ວປວງຊົນ ເພື່ອຮັບປະກັນໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸຸດໜ້ອຍຖອຍລົງ.
ສອງ, ຕ້ອງຖືເອົາວຽກງານແກ້ໄຂຄວາມທຸກຍາກ ແລະ ສ້າງລາຍຮັບແບບຍືນຍົງ ໃຫ້ປະຊາຊົນບັນດາເຜົ່າ ເປັນພື້ນຖານໃຫ້ແກ່ການນຳພາປະເທດຊາດ ຫຼຸຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2020, ຕ້ອງສຸມທຸກກຳລັງ ແລະ ຄວາມສາມາດເຂົ້າໃສ່ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາຊົນຢ່າງແຂງແຮງ, ໂດຍຕິດພັນກັບການຈັດສັນອາຊີບ-ບ່ອນທຳມາຫາກິນ ແລະ ພູມລຳເນົາຄົງທີ່; ຕັ້ງໜ້າສືບຕໍ່ຫັນລົງກໍ່ສ້າງຮາກຖານ ພັດທະນາຊົນນະບົດຮອບດ້ານ ຕາມທິດສ້າງຊົນນະບົດໃໝ່, ໂດຍສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ຍູ້ແຮງການພັດທະນາເຂດແຄວ້ນ ແລະ ຫັນເປັນຕົວເມືອງ ໃຫ້ມີຄວາມກົມກຽວ ເພື່ອຫຼຸຸດຜ່ອນຄວາມແຕກ ໂຕນທາງດ້ານການພັດທະນາ ລະຫວ່າງຕົວເມືອງກັບຊົນນະບົດ.
ສາມ, ລັດຖະບານ ຈະເພີ່ມທະວີການຈັດຕັ້ງນຳພາ ແລະ ອຳນວຍຄວບຄຸມ ການພັດທະນາເສດຖະກິດໃຫ້ມີ ທ່ວງທ່າຂະຫຍາຍຕົວໃໝ່ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ, ຮັບປະກັນໃຫ້ເສດຖະກິດມະຫາພາກມີ ຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ, ຕິດພັນກັບການຫັນເປັນອຸດສາຫະກຳ ແລະ ທັນສະ ໄໝ, ຍູ້ແຮງການພັດທະນາກະສິກຳ ໂດຍສະເພາະການຜະລິດກະສິກຳສະອາດ ຕິດພັນກັບການປຸງແຕ່ງແຕ່ຫົວທີ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ໂດຍສະເພາະການຈັດຕັ້ງປະຕິບັດໂຄງ ການ ຜະລິດເພື່ອຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ເຂັ້ມແຂງ, ສາມາດແຂ່ງຂັນກັນກັບຕ່າງປະເທດ ແລະ ກາຍເປັນຖານການຜະລິດ ແລະ ຖານການເກັບລາຍຮັບທີ່ໝັ້ນຄົງ; ສົ່ງເສີມທຸລະກິດການຄ້າ ແລະ ການບໍລິການ ແລະ ພັດທະນາດ້ານການທ່ອງທ່ຽວ ໃຫ້ເປັນອຸດສາຫະກຳ.
ສີ່, ສຸມໃສ່ການພັດທະນາ ຂົງເຂດວັດທະນະທຳ – ສັງຄົມ ໃຫ້ຫຼາຍຂຶ້ນຕື່ມ ໂດຍຕ້ອງສົມທົບຢ່າງກົມກຽວລະຫວ່າງ ການພັດທະນາເສດຖະກິດ ກັບການພັດທະນາສັງຄົມ, ຖືເອົາການສຶກສາ ແລະ ພັດທະນາ ຊັບພະຍາກອນມະນຸດ ເປັນປັດໄຈຕັດສິນການພັດທະນາປະເທດຊາດ, ສືບຕໍ່ປະຕິຮູບລະບົບການສຶກສາ ໃຫ້ເຂັ້ມແຂງກວ່າເກົ່າ ແລະ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດ – ສັງຄົມ, ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານ ດ້ານການສຶກສາໃຫ້ທົ່ວເຖິງ. ຖືສຳຄັນການບໍລິການດ້ານສາທາລະນະສຸກ ໂດຍສືບຕໍ່ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານດ້ານສາທາລະນະສຸກ ໃຫ້ໄປເຖິງເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອຮັບປະກັນໃຫ້ ປະຊາຊົນບັນດາເຜົ່າ ໄດ້ຮັບການບໍລິການທີ່ມີຄຸນນະພາບຢ່າງທົ່ວເຖິງ; ຍົກລະດັບການບໍລິການ ທາງດ້ານສະຫວັດດີ ການສັງຄົມ ແລະ ທຸກຄົນໄດ້ ເຂົ້າເຖິງ.
ຫ້າ, ສືບຕໍ່ປັບປຸງກົນໄກ, ລະບອບລະບຽບການບໍລິຫານລັດ ແລະ ແບບແຜນວິທີເຮັດວຽກໃຫ້ເຂັ້ມແຂງ, ທັນສະໄໝ ແລະ ຄ່ອງຕົວຫຼາຍຂຶ້ນ, ຄຽງຄູ່ ໄປກັບການປັບປຸງ ແລະ ສ້າງກົດໝາຍ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດວຽກງານຂອງລັດ, ການເຄື່ອນໄຫວຂອງພາກທຸລະກິດ ແລະ ການບໍລິການປະຊາຊົນເພື່ອເຮັດ ໃຫ້ການຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມມີຄວາມສັກສິດ, ວ່ອງໄວ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ.
ຫົກ, ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ; ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ທ່ານ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ລັດຖະບານຕ້ອງເອົາໃຈໃສ່ດັ່ງນີ້:
ໜຶ່ງ, ພວກເຮົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ເອກະພາບວ່າ: ພວກເຮົາຢູ່ໃນຈຸດຫົວລ້ຽວຫົວຕໍ່ ໃນການ ປ່ຽນແປງເນື້ອໃນ ແລະ ແບບແຜນວິທີນຳພາຂອງສູນກາງພັກ ກໍຄືໃນການເຄື່ອນໄຫວຂອງບັນດາອົງການລັດ, ໃນນັ້ນ ມີການເຄື່ອນໄຫວບໍລິຫານຄຸ້ມຄອງຂອງລັດຖະບານ ຕາມທິດຍົກສູງປະສິດທິພາບການ ຄຸ້ມຄອງບໍລິຫານລັດດ້ວຍກົດໝາຍ. ເພື່ອຜ່ານຜ່າຈຸດທີ່ເປັນຫົວລ້ຽວຫົວຕໍ່ດັ່ງກ່າວ.
ສອງ, ສະເໜີບັນດາສະຫາຍ ຄົ້ນຄວ້າຢ່າງລະອຽດຮອບຄອບ ແລະ ດຳເນີນການປັບປຸງສັບຊ້ອນ ກົງຈັກຂອງບັນດາກະຊວງ ແລະ ຄະນະກຳມະການທຽບເທົ່າຂອງລັດຖະບານ ໄປພ້ອມໆກັບການຄົ້ນ ຄວ້າປັບປຸງກົງຈັກບໍລິຫານຢູ່ຂັ້ນທ້ອງຖິ່ນຮາກຖານ ໂດຍຄຳນຶງເຖິງບັນດາຫຼັກການພື້ນຖານທົ່ວໄປ, ທັງແທດກັບສະພາບຄວາມຕ້ອງການຕົວຈິງ, ເພື່ອສ້າງກົງຈັກບໍລິຫານທີ່ເປັນລະບົບເອກະພາບ, ກະທັດຮັດ, ໜັກແໜ້ນ, ມີລະບົບລະບຽບການຮັດກຸມ.
ສາມ: ຮີບຮ້ອນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ທັງຮັບປະກັນສະກັດກັ້ນ ແລະ ແກ້ໄຂການກະທຳ ຂອງບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ທີ່ເປັນການບືນເລິກລະເມີດວິໄນແຜນການ-ການເງິນ, ກໍ່ໃຫ້ເກີດ ຄວາມສ່ຽງສູ່ວິກິດການເພີ່ມຂຶ້ນ, ຟື້ນຟູ, ສ້າງໃຫ້ພື້ນຖານເສດຖະກິດ ເຂົ້າສູ່ການພັດທະນາປົກກະຕິ ແລະ ສົມດຸນໂດຍໄວ.
ສີ່: ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸຸດໜ້ອຍຖອຍລົງ ແລະ ມີການຫັນປ່ຽນຢ່າງຈະແຈ້ງ, ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ອາດຊະຍາກຳ, ອຸບັດເຫດ, ການຄ້າມະນຸດ, ການລັກລອບໄປອອກແຮງງານຢູ່ ຕ່າງປະເທດ ແລະ ບັນຫາຫຍໍ້ທໍ້ອື່ນໆ.
ຫ້າ: ລັດຖະບານ ເອົາໃຈໃສ່ຮັບປະກັນໃນການຄຸ້ມຄອງຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນຂອງວົງຄະນາຍາດແຫ່ງ ຊາດ ເປັນຕົ້ນແມ່ນດິນ, ແຫຼ່ງນ້ຳ, ປ່າໄມ້ບໍ່ແຮ່… ຢ່າງປະຢັດ, ຄຸ້ມຄ່າ, ມີປະສິດທິຜົນສູງສຸດ ແລະ ຍືນຍົງ.
ຫົກ: ເພີ່ມທະວີການຊີ້ນຳບັນຊາແຕ່ເທິງລົງລຸ່ມ ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍ ບັນດາວຽກງານຈຸດສຸມຕົ້ນຕໍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ແຂງແຮງ, ຮັບປະກັນການປະຕິບັດ ບັນດາຄາດໝາຍສູ້ຊົນດ້ານຕ່າງໆ ໃຫ້ບັນລຸຕາມທີ່ລັດຖະບານວາງອອກ.
ເຈັດ: ສະມາຊິກລັດຖະບານແຕ່ລະສະຫາຍ ຕ້ອງເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ຍົກລະດັບຕົນເອງ ຢ່າງຕໍ່ເນື່ອງ, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆ ໃນຂົງເຂດວຽກງານຂອງຕົນ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...