ຫຼັງຈາກທີ່ຄິ້ມໄດ້ຄືນດີກັບບີ້ແລ້ວ ຄິ້ມກໍ່ແບ່ງໃຈອອກເປັນສອງ ແລະ ຄິ້ມໄດ້ມີການວາງແຜນເປັນຢ່າງດີໃນການຄົບຫາກັບນ້ອຍ ແລະ ບີ້ ຈົນບໍ່ມີພິລຸດໃດໆ ໃຫ້ທັງສອງສາວນັ້ນຈັບໄດ້ ພວກເຂົາທັງສາມຄົນເໝືອນມີຄວາມສຸກດີ ແລະ ຄິ້ມເໝືອນເປັນຜູ້ຊາຍທີ່ໂຊກດີເພາະມີຜູ້ຍິງທີ່ຕົນຮັກທັງສອງຄົນຢູ່ໃກ້ຕົວບໍ່ວ່າຈະໄປຫຼິ້ນບ້ານໃຕ້ກໍ່ຊື່ນໃຈ ມາຫຼິ້ນບ້ານເໜືອກໍ່ສຸກໃຈແຕ່ໃນໃຈເລິກໆແລ້ວຄິ້ມຮູ້ສຶກອຶດອັດໃຈຫຼາຍກ່ວາຄວາມສຸກທີ່ໄດ້ມາ ແຕ່ລາວກໍ່ເລືອກທີ່ຈະໃຫ້ມັນເປັນແບບນີ້ ຍ້ອນວ່າລາວບໍ່ຢາກປ່ອຍໃຫ້ຄົນໃດຄົນໜຶ່ງຕ້ອງຫລຸດມືໄປ
ແລງວັນໜຶ່ງຄິ້ມໄດ້ໄປຮັບນ້ອຍໄປກິນເຂົ້າປຽກຍາມແລງແຖວສີຫອມ ຮ້ານເຂົ້າປຽກແຊບຂາປະຈຳທີ່ທັງສອງມັກໄປກິນ ໃນຂະນະທີ່ພວກເຂົາກຳລັງນັ່ງກິນເຂົ້າປຽກນັ້ນ ຄິ້ມກໍ່ໄດ້ຢຸດນິ້ງ ແລະ ຈ້ອງເບິ່ງໜ້ານ້ອຍທີ່ພວມກົ້ນໜ້າກິນເຂົ້າປຽກຄວາມແຊ໊ບຊ້ອຍດ້ວຍສາຍຕາສົງສານ ແລະ ຖາມນ້ອຍໄປວ່າ:
ຄິ້ມ: ນ້ອຍ! ຖ້າວັນໜຶ່ງເຈົ້າຈັບໄດ້ວ່າຂ້ອຍຂີ້ຕວະເຈົ້າ…ເຈົ້າຍັງຈະຮັກຂ້ອຍບໍ່
ນ້ອຍແນມເບິ່ງໜ້າຄິ້ມແບບໜ້າຕາເສີຍແລ້ວຕອບວ່າ: ອື່ມ…! ຍັງບໍ່ຮູ້! ແລ້ວແຕ່ວ່າເລື່ອງທີ່ຄິ້ມຕວະນ້ອຍນັ້ນມັນຮ້າຍແຮງພຽງໃດ? ຖ້າເປັນເລື່ອງທຳມະດາກໍ່ບໍ່ເປັນຫຍັງ! ນ້ອຍເຂົ້າໃຈ ເພາະທຸກຄົນຕ້ອງມີເລື່ອງຂີ້ຕວະຢູ່ແລ້ວ ບໍ່ມີໃຜດອກເວົ້າຄວາມຈິງທຸກເລື່ອງ… ວ່າບໍ່? ເອ໋ະ… ຫຼື ວ່າຄິ້ມມີຫຍັງຈະບອກນ້ອຍບໍ່…ຮຶ ນ້ອຍແນມໜ້າຄິ້ມດ້ວຍສີໜ້າສົງໃສ
ຄິ້ມແກ່ວງຫົວ ແລະ ຍິ້ມແກ້ເຂີນເລັກໜ້ອຍແລ້ວຕອບກັບໄປວ່າ: ບໍ່!ບໍ່… ຖາມໄວ້ຊື່ໆ ເພື່ອເຕືອນຕົວເອງ (ປາກເວົ້າໄປແບບນັ້ນແຕ່ໃນໃຈຄິດວ່າ: ຖ້າກູເວົ້າຄວາມຈິງມື້ໃດກູຕາມແນ້…ເຮີ້ຍ)
ເມື່ອກິນເຂົ້າແລ້ວ ຄິ້ມກໍ່ພານ້ອຍຂີ່ລົດຫຼິ້ນຕາມພາສາຄົນຮັກຄູ່ອື່ນໆທີ່ເຂົາເຮັດກັນທົ່ວໄປ ແລ້ວຄ່ອຍມາສົ່ງນ້ອຍຢູ່ຫ້ອງ ນັ່ງຫຼິ້ນນຳບຶດໜຶ່ງ ແລ້ວກໍ່ຂັບລົດກັບເຮືອນ
ທຸກຄັ້ງທີ່ຄິ້ມໄປຫຼິ້ນກັບນ້ອຍ ຄິ້ມຈະປິດສຽງໂທລະສັບ ເຖິງບີ້ຈະພະຍາຍາມໂທຫາພຽງໃດ, ສົ່ງຂໍ້ຄວາມຫາພຽງໃດ ຄິ້ມກໍ່ຈະບໍ່ຮັບສາຍ ຈະບໍ່ຕອບຂໍ້ຄວາມເດັດຂາດ ຈົນກ່ວາຕົນເອງຈະຢູ່ຄົນດຽວ ແລະ ກັບຮອດເຮືອນ ແລ້ວ ຈິ່ງໂທໄປອະທິບາຍກັບບີ້ຕາມພາຍຫຼັງ ແລະ ບີ້ກໍ່ເຊື່ອທີ່ຄິ້ມບອກທຸກຄັ້ງ
ເມື່ອວານພານ້ອຍໄປກິນເຂົ້າ ມື້ນີ້ກໍ່ເປັນຄິວຂອງບີ້ ທີ່ຄິ້ມຈະພາໄປກິນເຂົ້າ ຕອນ 17:00 ໂມງ ຄິ້ມໄດ້ໂທຫານ້ອຍເພື່ອສັ່ງຄວາມໄວ້ວ່າ: “ນ້ອຍ! ແລງນີ້ຂ້ອຍຈະປິດໂທລະສັບສາກແບັດມ້ຽນບາດເຕັມແລ້ວຂ້ອຍຈິ່ງຈະເປີດເຄື່ອງ ປະມານ 22:00ໂມງເດີ້ ລະຂ້ອຍຈິ່ງຈະໂທຫາເຈົ້າກ່ອນນອນເດີ້ ດຽວປະມານ 6ໂມງແລງ ຂ້ອຍຈະປິດໂທລະສັບສາກລະເດີ້ ເຈົ້າບໍ່ຕ້ອງໂທມາຫາຂ້ອຍກະໄດ້ເດີ້” ເມື່ອນ້ອຍໄດ້ຍິນຄິ້ມບອກແບບນັ້ນລາວກໍ່ຮັບປາກວ່າຈະເຮັດຕາມທີ່ຄິ້ມບອກ ຄິ້ມຮູ້ສຶກໂລ່ງໃຈທີ່ໄດ້ຍິນນ້ອຍຕອບມາແບບນັ້ນ ເພາະລາວໝັ້ນໃຈວ່ານ້ອຍຈະຕ້ອງເຮັດຕາມທີ່ລາວບອກ ເມື່ອວາງໂທລະສັບຈາກນ້ອຍຄິ້ມກໍ່ໄປອາບນ້ຳແຕ່ງຫລໍ່ແລ້ວກໍ່ຟ້າວຂັບລົດໄປຮັບເອົາ ບີ້ ເພື່ອໄປກິນເຂົ້າ ບີ້ເປັນຄົນທີ່ແຕ່ງຕົວດົນຫຼາຍ ຄິ້ມນັ່ງຖ້າເປັນຊົ່ວໂມງກ່ວາຈະແລ້ວ ແຕ່ທຸກຄັ້ງບີ້ກໍ່ແຕ່ອອກມາງາມ ບໍ່ເສຍແຮງທີ່ຄິ້ມນັ່ງລໍຖ້າເລີຍ
ເວລາ 20:00ໂມງ ພວກເຂົາໄດ້ໄປຮອດຮ້ານອາຫານແຖວແຄມຂອງຮ້ານປະຈຳທີ່ພວກເຂົາມັກໄປກິນ ພວກເຂົາໃຊ້ເວລາກິນເຂົ້າຢູ່ໃນຮ້ານປະມານ 1 ຊົ່ວໂມງ ແລ້ວກໍ່ຢ້າຍໄປຍ່າງທີ່ປະຕູໄຊ ຕອນນັ້ນເປັນເວລາ 21:15ໂມງ ພວກເຂົາມີຄວາມສຸກຫຼາຍເມື່ອເວລາໄປຫຼິ້ນນຳກັນ ບີ້ ແລະ ຄິ້ມໄດ້ນັ່ງລົມກັນທີ່ຕັ່ງຫີນໃກ້ນ້ຳພຸ ໃນຂະນະທີ່ນັ່ງຕາກລົມເຢັນເບິ່ງນ້ຳພຸຢູ່ນັ້ນ ບີ້ກໍ່ຂໍ້ຫຼິ້ນໂທລະສັບຄິ້ມ! ເຊິ່ງຄິ້ມກໍ່ຂັດໃຈບໍ່ໄດ້ ເພາະຢ້ານບີ້ຈັບພິລຸດໄດ້ ຄິ້ມໄດ້ຈົກໂທລະສັບອອກຈາກຖົງໂສ້ງແລ້ວຢື່ນໃຫ້ບີ້ ໃນຂະນທີ່ຢື່ນໂທລະສັບໃຫ້ບີ້ ໃຈຄິ້ມກໍ່ສັ່ນໆ ແລະ ພາວະນາໃນໃຈວ່າ: “ສາທຸ! ຂໍຢ່າໃຫ້ນ້ອຍໂທເຂົ້າມາຕອນນີ້ເດີ້ ແລະ ຂໍໃຫ້ບີ້ຢ່າຫຼິ້ນໂທລະສັບຕົວເອງດົນ” ພໍບີ້ໄດ້ໂທລະສັບຈາກມືຄິ້ມແລ້ວ ສິ່ງທຳອິດທີ່ລາວເຮັດແມ່ນກວດເບິ່ງເບີ ຕາມມາແມ່ນກວດເບິ່ງຂໍ້ຄວາມ ແຕ່ບໍ່ເຫັນມີເບີສາວ ແລະ ຂໍ້ຄວາມເລີຍແມ່ນແຕ່ຂໍ້ຄວາມດຽວ ບີ້ດໍ່ແປກໃຈກ່ອງຂໍ້ຄວາມແມ່ນແຕ່ຂໍ້ຄວາມຕົນເອງທີ່ສົ່ງຫາຄິ້ມສະບັບໜຶ່ງກໍ່ບໍ່ມີ ບີ້ເລີຍຖາມຄິ້ມວ່າ: ຄິ້ມ! ຂໍ້ຄວາມໄປໃສໝົດຄືບໍ່ມີຈັກສະບັບ ເຈົ້າລືບມັນຫວາ…
ຄິ້ມກໍ່ຕອບແບບໜ້າຕາເສີຍ: ແມ່ນລະ! ຂໍ້ຄວາມມັນເຕັມຂ້ອຍເລີຍລົບຖິ້ມສະ! ມັນຈັດເກັບຫຍັງບໍ່ໄດ້ແລ້ວ (ພໍເວົ້າສຸດຄິ້ມກໍ່ໂລ່ງໃຈ ຫຼັກຖອນຫາຍໃຈເບົາໆ… ເຮິ້ຍ…! ລອດຕາຍໄປ) ພວກເຂົານັ່ງຫຼິ້ນນຳກັນນັ່ງຢອກກັນຄິ້ມຈົນລືມເບິ່ງເວລາ ແລ້ວກໍ່ຮອດເວລາ 22:00ໂມງ ຕຳຫຼວດກໍ່ມາບອກວ່າສວນຈະປິດແລ້ວໃຫ້ທຸກຄົນກັບເມືອ ຄິ້ມຈິ່ງສະດຸ້ງຮູ້ສຶກຕົວຂຶ້ນ ວ່າຕົນເອງຕ້ອງໂທຫານ້ອຍ ແຕ່ຕອນນີ້ລາວຍັງບໍ່ເມືອຮອດເຮືອນທີ່ສຳຄັນໂທລະສັບບີ້ກໍ່ຍັງຫຼິ້ນຢູ່ ຄິ້ມອຸທານໃນໃຈວ່າ: ຕ່າຍຫ່າແທ້ໆ! ສິຂໍໂທລະສັບກັບບີ້ມາປິດໄວ້ກ່ອນ ກໍ່ຢ້ານບີ້ບໍ່ໃຫ້ ຢ້ານບີ້ຈັບພິລຸດໄດ້ ຫົວໃຈຄິ້ມຮ້ອນຮົນກົ້ນຮ້ອນລຸກນັ່ງລຸກນັ່ງ ເໝືອນຄົນມີຄວາມພິດ ລາວໄດ້ຊວນບີ້ກັບເມືອ ແຕ່ບີ້ບໍ່ທັນຢາກກັບ ບີ້ຂໍເວລາຈາກຄິ້ມຕື່ມອີກ 10 ນາທີ.
ດ້ານນ້ອຍທີ່ນອນຖ້າສາຍໂທລະສັບຈາກຄິ້ມກໍ່ປະຕິບັດຕາມຄິ້ມບອກທຸກຢ່າງ ນ້ອຍໄດ້ແນມເບິ່ງໂມງ ເຫັນເປັນ 22:15ໂມງ ແລ້ວ ນ້ອຍກໍ່ຄິດອອກໄດ້ວ່າຄິ້ມຈະເປີດໂທລະສັບຕອນນັ້ນ ເມື່ອກາຍເວລາໄປແລ້ວ 15 ນາທີ ຄິ້ມກໍ່ຍັງບໍ່ທັນໂທມາຫາຕົນເອງ ນ້ອຍກໍ່ເລີຍເປັນຝ່າຍໂທໄປຫາແທນ ໃນໃຈນ້ອຍຄິດວ່າຈະໂທໄປເຊີໄພ້ຄິ້ມ ເໝືອນດັ່ງທີ່ເຄີຍເຮັດຜ່ານມາ ໂດຍທີ່ນ້ອຍບໍ່ຮູ້ມາກ່ອນເລີຍວ່າລາວຈະພົບເລື່ອງເຊີໄພ້ຈົນເຮັດໃຫ້ຫົວໃຈຕົວເອງເດືອບວາຍຕາຍ ໃນຂະນະທີ່ບີ້ກຳລັງຫຼິ້ນເກມຢູ່ນັ້ນ ໂທລະສັບຄິ້ມກໍ່ມີສາຍໂທເຂົ້າ ໂຊຊື່ວ່າ ນ້ອຍ ບີ້ກໍ່ຮັບສາຍທັນທີ ດ້ວຍຄວາມສົງໄສວ່າສາຍທີ່ໂທເຂົ້າມາແມ່ນໃຜ? ເປັນຍິງ ຫຼື ຊາຍ ຄິ້ມຈະຍາດເອົາໂທລະສັບຈາກບີ້ກໍ່ບໍ່ທັນ ທັງສອງສາວໄດ້ລົມກັນແລ້ວ ຄິ້ມເຮັດຫຍັງບໍ່ໄດ້ເລີຍນອກຈາກນັ່ງກົ້ມໜ້າ ບໍ່ກ້າແນມເບິ່ງໜ້າບີ້ ຫູຂອງລາວໄດ້ຍິນແຕ່ສຽງຮ້າຍໆ ທີ່ດັງໃສ່ໂທລະສັບ ເປັນຄຳເວົ້າຮ້າຍເວົ້າດ່າຈາກປາກບີ້ ດັງມາເປັນບາດ ເປັນບາດ ຄິ້ມໄດ້ແຕ່ຄິດໃນໃຈວ່າ ຕາຍແທ້ແບບນີ້… ແລະ ກຽມໃຈຮັບກຳທີ່ຕົນເອງກໍ່ຂຶ້ນ.
ໃນທີ່ສຸດ ທັງບີ້ ແລະ ນ້ອຍກໍ່ໄດ້ຮູ້ຄວາມຈິງວ່າຕົນເອງບໍ່ແມ່ນໜຶ່ງດຽວໃນໃຈຄິ້ມ ແລ້ວເລື່ອງລາວຈະເປັນແນວໃດຕໍ່ນັ້ນ ອ່ານຕໍ່ມື້ອື່ນ
ແຕ່ງໂດຍ: ປັອກເລັກ ລາວໂພສຕ