spot_img
Homeຂ່າວການພັດທະນາຫາລືກັບສື່ມວນຊົນ ເພື່ອການມີສ່ວນຮ່ວມໃນວຽກງານປ້ອງກັນໄວໜຸ່ມຍິງຖືພາແຕ່ອາຍຸຍັງນ້ອຍ ຢູ່ ສປປ.ລາວ

ຫາລືກັບສື່ມວນຊົນ ເພື່ອການມີສ່ວນຮ່ວມໃນວຽກງານປ້ອງກັນໄວໜຸ່ມຍິງຖືພາແຕ່ອາຍຸຍັງນ້ອຍ ຢູ່ ສປປ.ລາວ

Published on

ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ.ລາວ ສູນຂ່າວສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ພ້ອມດ້ວຍສື່ມວນຊົນລາວທຸກຂະແໜງການ ໄດ້ຮ່ວມເວທີສົນທະນາ ປຶກສາຫາລືໃນຫົວຂໍ້ ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງເພື່ອປ້ອງກັນການຖືພາແຕ່ຍັງໜຸ່ມ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 29 ເມສາ 2016 ທີ່ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ດຣ. ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທ່ານນາງ ເຟຣເດີຣິກາ ເມເຈີ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ.ລາວ ມີຜູ້ຕາງໜ້າສູນຂ່າວສານການແພດ-ສຸຂະສຶກສາ ບັນດາສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອເພີ່ມຄວາມຮູ້ ຄວາມເຂົ້າໃຈໃຫ້ສື່ມວນຊົນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ ໂດຍສະເພາະແມ່ນບັນຫາການຖືພາແຕ່ອາຍຸຍັງນ້ອຍ ເພື່ອໃຫ້ສື່ມວນຊົນມີສ່ວນຮ່ວມໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສູ່ຮາກຖານທ້ອງຖິ່ນຕ່າງໆໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ແທດເໝາະກັບສະພາບໂຕຈິງ ເຊິ່ງການສົ່ງເສີມ ແລະ ເພີ່ມຄວາມຮັບຮູ້ຕໍ່ຄວາມສໍາຄັນຂອງການສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ແລະ ຫຼຸດຜ່ອນການຖືພາແຕ່ຍັງໜຸ່ມ ຢູ່ ສປປ.ລາວ ທັງນີ້ ໄວໜຸ່ມແມ່ນໄລຍະຂອງຊີວິດທີ່ພວມເຕີບໂຕຈາກເດັກນ້ອຍກາຍເປັນຜູ້ໃຫຽ່ ເຊິ່ງໄລຍະດັ່ງກ່າວ ເປັນໄລຍະທີ່ມີການປ່ຽນແປງທາງດ້ານຮ່າງກາຍ ແລະ ຈິດໃຈ ເນື່ອງຈາກໄວໜຸ່ມແມ່ນມີຄວາມສໍາຄັນຕໍ່ການສ້າງອະນາຄົດຂອງຊາດ ປະເທດລາວເປັນປະເທດທີ່ມີເອກະລັກ 1 ໃນ 4 ຄົນ ເປັນໄວກວມເອົາ 60% ຂອງປະຊາກອນທັງໝົດທີ່ມີອາຍຸຕໍ່າກວ່າ 25 ປີ ເຖິງວ່າສິ່ງດັ່ງກ່າວຈະນໍາມາເຊິ່ງໂອກາດທີ່ດີກໍຕາມ ແຕ່ຍັງຕ້ອງການເອົາໃຈໃສ່ ແລະ ການສົ່ງເສີມຈາກສັງຄົມ.

ທ່ານ ດຣ. ພັດ ເກິ່ງຊາເນດ ໄດ້ກ່າວວ່າ ຢູ່ ສປປ.ລາວ ການຖືພາແຕ່ຍັງໜຸ່ມເປັນເລື່ອງປົກກະຕິ ສປປ.ລາວ ມີອັດຕາການແຕ່ງງານໃນໄວໜຸ່ມສູງທີ່ສຸດໃນຂົງເຂດ ອີງຕາມດັດຊະນີໝາຍສັງຄົມລາວ (LSIS) 2011-2012 ໄວໜຸ່ມຍິງ 1 ໃນ 5 ຄົນ ອາຍຸລະຫວ່າງ 15-19 ປີ ແມ່ນໄດ້ແຕ່ງງານແລ້ວ ແລະ ເຄິ່ງນຶ່ງຂອງແມ່ຍິງທີ່ມີອາຍຸ 25 ປີ ແມ່ນໄດ້ແຕ່ງງານແຕ່ຕອນອາຍຸ 18 ປີ ເຊິ່ງການແຕ່ງງານແຕ່ຍັງໜຸ່ມເຮັດໃຫ້ເກີດການຖືພາແຕ່ຍັງໜຸ່ມ ສປປ.ລາວ ມີອັດຕາການເກີດສູງທີ່ສຸດໃນຂົງເຂດ ມີໄວໜຸ່ມຍິງ 94 ຄົນໃນ 1.000 ຄົນ ອາຍຸລະຫວ່າງ 15-19 ປີ ແມ່ນໄດ້ເກີດລູກແລ້ວ ໃນລະຫວ່າງໄວໜຸ່ມຍິງທີ່ບໍ່ມີການສຶກສາ ການເກີດແຕ່ຍັງໜຸ່ມມີສູງເຖິງ 190 ຄົນຕໍ່ 1.000 ຄົນ ການເຂົ້າເຖິງຂໍ້ມູນຂ່າວສານ-ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຮວມທັງການວາງແຜນຄອບຄົວ ສາມາດຊ່ອຍໄວໜຸ່ມໃຫ້ມີສຸຂະພາບດີ ສືບຕໍ່ການສຶກສາ ແລະ ປະກອບສ່ວນເຂົ້າໃນກໍາລັງການເຮັດວຽກ ແລະ ການພັດທະນາປະເທດ.

ເຖິງວ່າມີຄວາມຄືບໜ້າໃນການປັບປຸງສຸຂະພາບຂອງແມ່ຍິງ ແລະ ໄວໜຸ່ມຍິງເມື່ອປີຜ່ານມາ ບັນຫາທ້າທາຍຍັງມີຢູ່ ເພື່ອເພີ່ມທະວີການປັບປຸງສຸຂະພາບ ແລະ ການເປັນຢູ່ທີ່ດີຂອງແມ່ຍິງ ແລະ ເດັກນ້ອຍ ລັດຖະບານລາວ ໄດ້ເພີ່ມທະວີຄວາມພະຍາຍາມໃນການຮັບປະກັນການເຂົ້າເຖິງຂໍ້ມູນ ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງເທົ່າທຽມກັນ ຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານສໍາລັບການບໍລິການແບບເຊື່ອມສານສຸຂະພາບຈະເລີນພັນ ແມ່ ເດັກເກີດໃໝ່ ແລະ ເດັກນ້ອຍ 2016-2025 ໄດ້ວາງວິໄສທັດ ແລະ ຂອບງານທີ່ຈະແຈ້ງເພື່ອປັບປຸງສຸຂະພາບຂອງແມ່ຍິງຢູ່ ສປປ.ລາວ.

ຂະນະທີ່ທ່ານນາງ ເຟຣເດີຣິກາ ເມເຈີ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ.ລາວ ກໍໄດ້ກ່າວວ່າ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແມ່ນຢູ່ໃຈກາງຂອງວຽກງານຂອງອົງການ UNFPA ເພື່ອແກ້ໄຂບັນຫາເຫຼົ່ານີ້ດ້ວຍການສຸມໃສ່ການປ້ອງກັນ ແລະການຕື່ມເຕັມສິດທິຂອງໄວໜຸ່ມຍິງ ເຊິ່ງຮວມມີການສົ່ງເສີມເພດສຶກສາຮອບດ້ານ ທັງພາຍໃນ ແລະ ນອກໂຮງຮຽນ ສະໜອງຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເພື່ອຊ່ອຍປ້ອງກັນການຖືພາແຕ່ຍັງນ້ອຍ ເມື່ອໄວໜຸ່ມຍິງຖືພາ ຊີວິດຂອງລາວກໍຈະປ່ຽນແປງ ລາວອາດຈະອອກຈາກໂຮງຮຽນ ແລະ ໂອກາດມີວຽກເຮັດງານທໍາກໍຈໍາກັດ ລາວຈະມີຄວາມສ່ຽງສູງຕໍ່ຄວາມທຸກຍາກ ແລະ ກີດກັນທາງສັງຄົມ ສຸຂະພາບຂອງລາວກໍຈະຖືກກະທົບຈາກອາການສົນທີ່ເກີດຈາກການຖືພາ ແມ່ທີ່ອາຍຸຍັງນ້ອຍແມ່ນບໍ່ມີຄວາມຮູ້ພຽງພໍທີ່ຈະລ້ຽງດູ ແລະໃຫ້ນົມລູກເກີດໃໝ່ ນອກຈາກນີ້ ອາການສົນທີ່ເກີດຈາກການຖືພາ ແລະ ເກີດລູກຍັງເປັນສາເຫດຫຼັກທີ່ເຮັດໃຫ້ໄວໜຸ່ມຍິງເສຍຊີວິດຢູ່ ສປປ.ລາວ ເຊິ່ງໃນທຸກອາທິດ ມີໄວໜຸ່ມຍິງສອງຄົນ ເສຍຊີວິດເນື່ອງຈາກການຖືພາ.

ຂ່າວ/ພາບ: ເທບພະວົງ

ຂ່າວຈາກ:ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...