Homeຂ່າວການພັດທະນາກະສິກຳ​ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ມ້ຽນ​ມັດ​ຜົນ​ຜະລິດລະດູແລ້ງ ຕິດ​ພັນ​ກະກຽມ​ຜະລິດ​ລະດູຝົນ

ກະສິກຳ​ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ມ້ຽນ​ມັດ​ຜົນ​ຜະລິດລະດູແລ້ງ ຕິດ​ພັນ​ກະກຽມ​ຜະລິດ​ລະດູຝົນ

Published on

ເພື່ອຍູ້ແຮງການຜະ­ລິດລະ­ດູ­ຝົນ ໂດຍສະ­ເພາະເຂົ້າ­ນາປີ 2016 ໃຫ້ບັນ­ລຸໃນເນື້ອ­ທີ່ 787 ພັນເຮັກ­ຕາ ດ້ວຍສະ­ມັດ­ຖະ­ພາບສະ­ເລ່ຍບໍ່ຫຼຸດ 4,24 ໂຕນຕໍ່ເຮັກ­ຕາ ແລະຜົນຜະ­ລິດບໍ່ຫຼຸດ 3,4 ລ້ານກວ່າໂຕນ ປະ­ກອບ­ສ່ວນໃຫ້ແກ່ການຜະ­ລິດເຂົ້າລວມຂອງປີໃຫ້ໄດ້ 4,2 ລ້ານ ໂຕນຂຶ້ນໄປນັ້ນ, ລັດຖະມົນຕີກະ­ຊວງກະ­ສິ­ກຳ-ປ່າ­ໄມ້ (ກປ) ໄດ້ເນັ້ນໃຫ້ພາກ­ສ່ວນກ່ຽວ­ຂ້ອງທົ່ວປະ­ເທດເອົາ­ໃຈ­ໃສ່ໃນຫຼາຍບັນ­ຫາສຳ­ຄັນເປັນ­ຕົ້ນ: ລົງຊຸກ­ຍູ້ປະ­ຊາ­ຊົນຂຸ້ນ­ຂ້ຽວເກັບ ມ້ຽນເຂົ້າ­ນາ­ແຊງ ແລະພືດລະ­ດູ­ແລ້ງໃຫ້ສຳ­ເລັດໃນທ້າຍ ເດືອນພຶດ­ສະ­ພາ, ສືບ­ຕໍ່ບຸກທະ­ລຸຢ່າງແຂງ­ແຮງກວ່າເກົ່າໃນການຫັນເອົາພະ­ນັກ­ງານລົງນຳ­ພາຊາວກະ­ສິ­ກອນຕົກ­ກ້າ ແລະ ປັກດຳເຂົ້າ­ນາປີຢ່າງຊ້າໃຫ້ສຳ­ເລັດ ພາຍໃນອາ­ທິດທີ 3 ຂອງເດືອນສິງ­ຫາ 2016.

ອີງຕາມຄຳສັ່ງຂອງທ່ານລັດຖະມົນຕີກະ­ຊວງກະ­ສິ­ກຳ-ປ່າໄມ້ກ່ຽວກັບການເພີ່ມທະ­ວີຄວາມຮັບ­ຜິດ­ຊອບຕໍ່ການເກັບມ້ຽນຜົນຜະ­ລິດລະ­ດູ­ແລ້ງຕິດພັນກັບການກະ­ກຽມເຂົ້າສູ່ການຜະ­ລິດລະດູຝົນປີ 2016 ນີ້ຮູ້ວ່າ: ເພື່ອຍູ້ແຮງການຜະ­ລິດລະ­ດູ­ຝົນ ໂດຍສະ­ເພາະເຂົ້າ­ນາປີ 2016 ໃຫ້ບັນ­ລຸໃນ ເນື້ອ­ທີ່ 787 ພັນເຮັກ­ຕາ ດ້ວຍສະ­ມັດ­ຖະ­ພາບສະ­ເລ່ຍບໍ່ຫຼຸດ 4,24 ໂຕນຕໍ່ເຮັກ­ຕາ ແລະຜົນຜະລິດບໍ່ຫຼຸດ 3,4 ລ້ານກວ່າໂຕນ ປະ­ກອບສ່ວນໃຫ້ແກ່ການຜະ­ລິດເຂົ້າລວມຂອງປີໃຫ້ໄດ້ 4,2 ລ້ານໂຕນຂຶ້ນໄປ, ຮັບໃຊ້ການບໍ­ລິ­ໂພກພາຍໃນໄດ້ຢ່າງໜັກແໜ້ນ ແລະທັງເປັນສິນ­ຄ້າສົ່ງອອກດ້ວຍການປຸກ­ລະ­ດົມຂະບວນທົ່ວປວງຊົນຢ່າງຟົດຟື້ນນັ້ນ, ໃຫ້ພາກ­ສ່ວນກ່ຽວ­ຂ້ອງຈົ່ງຮີບ ຮ້ອນເປັນເຈົ້າການສົມ­ທົບກັບພະແນກ ກະ­ສິ­ກຳ ແລະປ່າ­ໄມ້ປະ­ຈຳແຂວງ, ນະຄອນຫຼວງເອົາ­ໃຈ­ໃສ່ລົງຊຸກ­ຍູ້ປະ­ຊາ­ຊົນຂຸ້ນ­ຂ້ຽວເກັບກ່ຽວມ້ຽນມັດເຂົ້າ­ນາ­ແຊງ ແລະພືດລະ­ດູ­ແລ້ງໃຫ້ສຳ­ເລັດໃນທ້າຍເດືອນພຶດ­ສະ­ພາ, ນຳໃຊ້ມາດຕະ­ການຕ່າງໆເພື່ອຫຼີກລຽງຜົນກະ­ທົບຈາກສະພາບຝົນ­ຕົກໃນເດືອນພຶດ­ສະ­ພາອັນຈະເຮັດໃຫ້ຄຸນນະພາບຂອງເຂົ້າຕົກ­ຕໍ່າ ແລະເຊື່ອມຄຸນ, ພ້ອມກັນນັ້ນກໍ່ຕ້ອງຮີບຮ້ອນກະ­ກຽມເຂົ້າສູ່ການຜະ­ລິດລະ­ດູຝົນ 2016 ໃຫ້ທັນກັບວັນເປີດຂະບວນການຜະ­ລິດລະ­ດູ­ຝົນໃນຂອບເຂດທົ່ວປະເທດ (ວັນທີ 15 ພຶດ­ສະ­ພາ 2016).

ນອກນີ້ ແມ່ນໃຫ້ສືບ­ຕໍ່ບຸກທະ­ລຸຢ່າງແຂງ­ແຮງກວ່າເກົ່າໃນການຫັນເອົາພະ­ນັກ­ງານລົງນຳ­ພາຊາວກະ­ສິ­ກອນຕົກ­ກ້າ ແລະ ປັກດຳເຂົ້າ­ນາປີຢ່າງຊ້າໃຫ້ສຳ­ເລັດພາຍໃນອາ­ທິດທີ 3 ຂອງເດືອນສິງ­ຫາ 2016, ພ້ອມດຽວກັນກໍຕ້ອງໄດ້ຊຸກ­ຍູ້ສົ່ງ­ເສີມໃຫ້ຊາວກະ­ສິ­ກອນປູກພືດຜັກທີ່ເປັນທ່າ­ແຮງໃນທ້ອງ­ຖິ່ນຕົນ ເພື່ອຕອບສະ­ໜອງການບໍ­ລິ­ໂພກໃຫ້ແກ່ສັງ­ຄົມໄດ້ຢ່າງພໍພຽງ ທັງເປັນສິນ­ຄ້າສົ່ງອອກ, ໃຫ້ພາກ­ສ່ວນກ່ຽວ­ຂ້ອງກຳ­ນົດເຂດຈຸດສຸມຕົວແບບ ລວມທັງບ້ານ 3 ສ້າງ ແລະ ບ້ານຈຸດສຸມພັດ­ທະ­ນາປະ­ຕິ­ບັດຕາມທິດ ນຳທີ່ວ່າ “ທຸກວຽກຈຸດສຸມສຳ­ຄັນຕ້ອງ ມີຜູ້ເຮັດຕົວຈິງ ແລະມີຜູ້ຮັບ­ຜິດ­ຊອບນຳ ພາ-ຊີ້ນຳເປັນປະ­ຈຳ”, ສະ­ເພາະເຂດຈຸດ ສຸມຕ້ອງຮັບ­ປະ­ກັນສະ­ມັດ­ຖະ­ພາບສະ ເລ່ຍບໍ່ໃຫ້ຫຼຸດ 5,5 ໂຕນຕໍ່ເຮັກ­ຕາ ໂດຍມີການນຳໃຊ້ແນວພັນໃໝ່ທີ່ໃຫ້ຜົນຜະ­ລິດສູງ, ນຳໃຊ້ກົນຈັກ ແລະເຕັກ­ນິກກະ­ເສດສຸມຢ່າງຖືກ­ຕ້ອງຕາມທິດຫັນເປັນອຸດສາຫະກຳ ແລະທັນສະ­ໄໝ.

ໃຫ້ສືບ­ຕໍ່ຫັນເອົາວິ­ຊາການລົງຫາຈຸດສຸມກຸ່ມບ້ານ ເພື່ອນຳ­ພາປະ­ຊາ­ຊົນເຮັດຕົວຈິງຕາມທິດນຳທີ່ວ່າ “ນຳ­ພາປະ­ຊາຊົນປູກ, ລ້ຽງ ແລະຖ່າຍທອດເຕັກ­ນິກວິຊາການໃຫ້ປະ­ຊາ­ຊົນ” ຕິດພັນກັບການປຸກ­ລະ­ດົມປະ­ຊາ­ຊົນຂົນຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຊີ­ວະພາບລົງໃສ່ນາຕາມທິດກະ­ສິ­ກຳສະ­ອາດ, ເອົາ­ໃຈ­ໃສ່ໂຄ­ສະ­ນາເຜີຍ­ແຜ່ເຕັກ­ນິກໃໝ່ໂດຍຜ່ານສື່ຕ່າງໆ ຢ່າງເປັນຂະບວນຕໍ່ເນື່ອງ, ໃຫ້ກຳ­ນົດຄວາມຕ້ອງ­ການປັດໄຈການຜະ­ລິດ ໂດຍສະ­ເພາະແນວພັນ, ຝຸ່ນ, ຢາປາບສັດ­ຕູພືດ, ທຶນ­ຮອນຂອງຊາວກະ­ສິ­ກອນ ແລະ ຈຸດສຸມສິນ­ຄ້າປາຍແຫຼມ ເພື່ອເປັນບ່ອນອີງໃນການສະ­ເໜີໃຫ້ທະ­ນາ­ຄານສະໜອງສິນເຊື່ອແກ່ຊາວກະ­ສິ­ກອນ, ພ້ອມກັນນັ້ນ ກໍຕ້ອງມີມາດຕະ­ການທີ່ເໝາະສົມເພື່ອກະ­ກຽມຮັບມືກັບໄພທຳມະຊາດ, ໃຫ້ຊຸກ­ຍູ້ສົ່ງ­ເສີມຊາວກະ­ສິ­ກອນຂະ­ຫຍາຍພັນສັດ, ພັນປາ ລວມທັງພັດທະນາອາ­ຫານສັດ ແລະອາ­ຫານປາ, ພ້ອມສືບ­ຕໍ່ເຝົ້າລະ­ວັງການແຜ່ລະ­ບາດຂອງພະ­ຍາດສັດຕິດພັນກັບການປຸກລະດົມຂະບວນການສັກຢາປ້ອງກັນສັດລ້ຽງໃຫ້ໄດ້ໃນອັດ­ຕາສ່ວນສູງ ໂດຍຖືເອົາວັນທີ 11 ພະ­ຈິກເປັນວັນສ້າງຂະບວນການສັກຢາກັນພະ­ຍາດສັດໃຫ້ກວ້າງ­ຂວາງໃນທົ່ວປະ­ເທດ.

ສຳ­ລັບການຜະ­ລິດລະ­ດູ­ແລ້ງສົກປີ 2015-2016 ນີ້, ອົງ­ການປົກ­ຄອງທ້ອງ­ຖິ່ນແຕ່ລະຂັ້ນທີ່ໄດ້ຕັ້ງ­ໜ້າປຸກລະດົມຊຸກ­ຍູ້ຊາວກະ­ສິ­ກອນ ແລະປະ­ຊາ­ຊົນບັນ­ດາ­ເຜົ່າໃນທ້ອງ­ຖິ່ນຂອງຕົນລົງ­ມືທຳການຜະ­ລິດແຕ່ຕົ້ນລະ­ດູການຢ່າງເປັນຂະບວນຟົດ­ຟື້ນ ສາ­ມາດປັກດຳນາ­ແຊງ ໄດ້ 99.315 ເຮັກ­ຕາ ແລະປູກພືດລະດູແລ້ງໄດ້ 136.762 ເຮັກ­ຕາ, ມາຮອດປະ­ຈຸບັນ ຊາວກະ­ສິ­ກອນໃນຂອບເຂດທົ່ວປະ­ເທດ ຍັງສືບ­ຕໍ່ບົວ­ລະ­ບັດຮັກ­ສາເຂົ້າ­ນາ­ແຊງ ແລະ ພືດລະ­ດູ­ແລ້ງຂອງຕົນຢ່າງເປັນເຈົ້າການ, ພ້ອມກັນນັ້ນ ກໍສຳ­ເລັດການເກັບກ່ຽວມ້ຽນມັດເຂົ້າ­ນາແຊງໃນບາງທ້ອງ­ຖິ່ນລວມ 42.450 ເຮັກ­ຕາເທົ່າກັບ 43%.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...