Homeຂ່າວການສຶກສາ"ພິທີມອບ-ຮັບອາຄານໂຮງຮຽນມັດທະຍົມສົມບູນ ເມືອງວຽງໄຊ, ແຂວງຫົວພັນ ຫຼັງໃຫມ່"

“ພິທີມອບ-ຮັບອາຄານໂຮງຮຽນມັດທະຍົມສົມບູນ ເມືອງວຽງໄຊ, ແຂວງຫົວພັນ ຫຼັງໃຫມ່”

Published on

28

ວັນທີ 26 ເມສາ 2016 ທ່ານ ສຸວິດ ສີມະກຸນ ປະທານສະມາຄົມໄທ-ລາວເພື່ອມິດຕະພາບ ແລະ ທ່ານ ທອງສີ ອິນທະພົນ ອາດີດຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກຜູ້ແທນສະມາຄົມລາວ-ໄທເພື່ອມິດຕະພາບເຂົ້າຮ່ວມພິທີມອບ-ຮັບອາຄານຮຽນຫລັງໃຫ່ມຂອງໂຮງຮຽນມັດທະຍົມສົມບູນເມືອງວຽງໄຊ, ແຂວງຫົວພັນ
ໂດຍໄດ້ຮັບການຊ່ວຍເຫລືອຈາກກົມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດແຫ່ງ ລາຊາອານາຈັກໄທຊື່ງໄດ້ຈັດສັນຫງົບປະມ່ານກໍ່ສ້າງຈຳນວນ 8,035,262,955 ກີບ ( 32,390,188 ບາດ ) ຊື່ງເປັນອາຄານຮຽນ 2ຊັ້ນ, ມີ16ຫ້ອງຮຽນ, ຫ້ອງນ້ຳ 6ຫ້ອງ ລ່ວມທັງປັບປຸງລະບົບໄຟຟ້າ, ນ້ຳປະປາ, ກຳແພງ ແລະ ທີວທັດຂອງໂຮງຮຽນ
ໂຮງຮຽນແຫ່ງນີ້ເປັນໂຮງຮຽນແຫ່ງທີ2 ຂອງໂຄງການຮ່ວມມືລະຫວ່າງສາມາຄົມໄທ-ລາວເພື່ອມິດຕະພາບ ແລະ ສາມາຄົມລາວ-ໄທເພື່ອມິດຕະພາບ ແລະ ເປັນຂອງຂ້ວນທີ່ປະຊາຊົນໄທມອບໃຫ້ປະຊົນລາວໃນໂອກາດຄົບຮອບວັນສ້າງຕັ້ງ ສປປ ລາວຄົບຮອບ 40 ປີ.

ຂ່າວຈາກ: ຫົວພັນວັນນີ້ ແລະ ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...