spot_img
Homeນານາສາລະຄໍາຂວັນຂອງນະຄອນຫຼວງວຽງຈັນ

ຄໍາຂວັນຂອງນະຄອນຫຼວງວຽງຈັນ

Published on

ຄໍາຂວັນຂອງນະຄອນຫຼວງວຽງຈັນ: ນະຄອນຫຼວງວຽງຈັນ ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫວ້ຫໍພະແກ້ວ ຊົມສວນປະຕູໄຊ ໄຫວ້ພະທາດຫຼວງມິ່ງຂວັນ ຊົມວິວທິວທັດ ແຄມຂອງ ຫາດຊາຍສີທອງດອນຈັນ ຊີມລົດອາຫານນາໆຊາດ ເທິງຫໍຜາສາດສີ່ສິບຊັ້ນ ພັກຜ່ອນເທິງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ.

ກຳແພງນະຄອນວຽງຈັນ: ໄດ້ປ່ຽນມາເປັນນະຄອນຫຼວງວຽງຈັນ ເມື່ອປີ ຄສ. 2003. ມີເນື້ອທີ່ 3.920 ກມ2. ມີປະຊາກອນ 650.600 ຄົນ. ມີ 9 ຕົວເມືອງຄື: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເຊດຖາ, ສີສັດຕະນາກ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສັງທອງ ແລະ ເມືອງປາກງື່ມ. ມີສະຖານທີ່ການສຶກສາຊັ້ນສູງ, ຊັ້ນກາງ ແລະ ຊັ້ນຕົ້ນ ທີ່ສຳຄັນ ຂອງລັດຖະບານ 20 ກວ່າແຫ່ງ, ກວມ 50 ສ່ວນຮ້ອຍ ຂອງການສຶກສາທົ່ວປະເທດ. ວັດ 130 ແຫ່ງ. ຕະຫຼາດໃຫຍ່ 8 ແຫ່ງ. ຂົວຂ້າມນ້ຳຂອງ 1 ແຫ່ງ. ຂົວຂ້າມນ້ຳງື່ມ 2 ແຫ່ງ. ແມ່ນ້ຳສາຍສຳຄັນໄດ້ແກ່: ແມ່ນ້ຳຂອງ, ນ້ຳງື່ມ, ນ້ຳຫຸມ, ນ້ຳສັກ, ຫ້ວຍໝາກນາວ, ຫ້ວຍໝາກຮຽວ. ໃນປະຫວັດສາດ ເມື່ອຫຼາຍຮ້ອຍປີ ຫຼື ພັນປີມາແລ້ວມີຊື່ວ່າ ເມືອງວຽງຄຳ (ປະຈຸບັນ ຊື່ວ່າບ້ານວຽງຄຳ ຢູ່ແຂວງວຽງຈັນ ແຄມນ້ຳງື່ມ). ເຈົ້າໄຊຍະເສດຖາທິລາດ ໄດ້ຍົກຍ້າຍນະຄອນຫຼວງຈາກ ຊຽງທອງ (ຫຼວງພະບາງ) ມາວຽງຈັນໃນປີ ຄສ. 1560 ແລະ ໄດ້ສ້າງຫໍໂຮງເຊັ່ນ: ຫໍພະແກ້ວ, ຫໍພະແຊກຄຳ, ພະທາດຫຼວງ. ຫຼໍ່ພະພຸດທະຮູບຂະໜາດໃຫຍ່ ດ້ວຍທອງສຳລິດ ເຊັ່ນ: ພະອົງຕື້, ພະສຸກ, ພະເສີມ, ພະໃສ ເປັນຕົ້ນ. ໃນສະໄໝນີ້ໄດ້ມີ ການສ້າງສາ ແລະ ສ້ອມແປງວັດວາຕ່າງໆຫຼາຍແຫ່ງ, ລວມທັງສ້າງກຳແພງເມືອງ ທີ່ກໍ່ດ້ວຍດິນຈີ່ ແລະ ດິນໜຽວ.

ນະຄອນຫຼວງວຽງຈັນ: ເປັນໃຈກາງ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳລາວ ຕັ້ງແຕ່ສະໄໝນັ້ນເປັນຕົ້ນມາ ແລະ ເລີ່ມເສື່ອມໂຊມລົງ ເມື່ອປະເທດລາວ ແຕກແຍກອອກເປັນສາມອານາຈັກ, ຊຶ່ງຕໍ່ມາໄດ້ຕົກເປັນຫົວເມືອງຂຶ້ນຂອງສະຫຍາມ ໃນປີ ຄສ. 1779. ຈາກນັ້ນ ນະຄອນວຽງຈັນທີ່ເຄີຍຮຸ່ງເຮືອງມາໄດ້ຫຼາຍສະຕະວັດ ກໍ ໄດ້ຖືກເຜົາຜານຈົນຮາບກ້ຽງ ໃນສະໄໝສົງຄາມ ລະຫວ່າງ ເຈົ້າອະນຸວົງ, ກະສັດອົງສຸດທ້າຍ ແຫ່ງຣາຊະວົງວຽງຈັນ ກັບກອງທັບສະຫຍາມ ເມື່ອປີ ຄສ.1826-1828. ບໍ່ພຽງແຕ່ ວັດວາ ຫໍໂຮງອັນວິຈິດງົດງາມຖືກມ້າງເພທຳລາຍ ເທົ່ານັ້ນ, ປະຊາຊົນລາວ ຍັງຖືກກວາດຕ້ອນໄປຍັງສະຫຍາມ ແລະ ໄດ້ກາຍເປັນພົນລະເມືອງໄທ ໃນເວລາຕໍ່ມາ.

ວຽງຈັນເປັນເມືອງຮ້າງ: ເປົ່າແປນຢູ່ຫຼາຍສິບປີ ນັບແຕ່ປີ ຄສ.1829 ເຖິງທ້າຍສະຕະວັດທີ່ 19 (ຄສ. 1893) ເມື່ອຝຣັ່ງເຂົ້າມາຍຶດເອົາເປັນຫົວເມືອງຂຶ້ນ. ນັບແຕ່ ນັ້ນມາ, ນະຄອນວຽງຈັນຈິ່ງຄ່ອຍໆຟື້ນຊີບຄືນ, ໄດ້ມີການສ້າງສາບູລະນະວັດວາອາຣາມ ທີ່ຍັງເຫຼືອເຊັ່ນ: ໃນປີ ຄສ.1928 ໄດ້ສ້ອມແປງ ຫໍພະແກ້ວ ແລະ ພະທາດຫຼວງ.

ປະຈຸບັນວຽງຈັນ ເປັນນະຄອນຫຼວງ ຂອງ ສປປ ລາວ, ທັງເປັນຫົວໜ່ວຍສຳຄັນຂອງ ການປົກຄອງທີ່ເອີ້ນວ່າ: ນະຄອນຫຼວງວຽງຈັນ. ມີພົນລະເມືອງໜາແໜ້ນ ກວ່າໝູ່ຄື 166 ຄົນ/ກມ2 (ຄວາມໜາແໜ້ນຕ່ຳສຸດແມ່ນ ແຂວງອັດຕະປື ແລະ ແຂວງເຊກອງ ຄື: 10,5 ຄົນ/ກມ2). ນະຄອນຫຼວງວຽງຈັນ ຕັ້ງຢູ່ລະຫວ່າງພື້ນທີ່ ຮາບພຽງ ຂອງລ່ອງແມ່ນ້ຳຂອງ ແລະ ນ້ຳງື່ມ: ມີທົ່ງຮາບວຽງຈັນ ທີ່ເໝາະສົມແກ່ການປູກຝັງ-ລ້ຽງສັດ, ຊຶ່ງອ້ອມດ້ວຍພູເຂົາຄວາຍ ຕໍ່ໃສ່ສາຍພູງູ.

ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...