Homeນານາສາລະເຕັກນິກການປູກເຂົ້ານາແຊງ ແບບນາຫວ່ານ

ເຕັກນິກການປູກເຂົ້ານາແຊງ ແບບນາຫວ່ານ

Published on

ວິ­ທີ​ການ​ປູກ​ເຂົ້າ​ແບບ​ນາ ຫວ່ານ​ຖ້າ​ຢາກ​ໄດ້­ຜົນ​ຜະ­ລິດ​ທີ່​ສູງ ນັ້ນ​ຕ້ອງ​ມີ​ເຕັກ­ນິກ, ວິ­ທີ​ການ ແລະຂັ້ນ​ຕອນ​ລະ­ອຽດ​ພໍ​ສົມ­ຄວນ

​ຄື​ດັ່ງ ຄອບ­ຄົວ​ຂອງ ທ່ານ ລຳ​ແວວ ສິນ ຖາ­ວອນ ບ້ານ​ຫາດ​ຄຳ​ຮຽງ ເມືອງເຊ​ບັ້ງ­ໄຟ ແຂວງ​ຄຳ​ມ່ວນ ເປັນຄອບ­ຄົວ​ຕົວ​ແບບ​ໃນ​ການ​ຜະ­ລິດເຂົ້າ​ບ້ານ​ຫາດ​ຄຳ​ຮຽງ ຊຶ່ງ​ທ່ານ ໄດ້​ແນະ­ນຳ​ກ່ຽວ​ກັບ​ວິ­ທີ​ການ ແລະ ເຕັກ­ນິກ​ຈາກ​ບົດ­ຮຽນ​ຕົວ​ຈິງ​ຂອງ ທ່ານ​ເອງ ແລະ​ບົດ­ຮຽນ​ທີ່​ທາງ​ວິ ຊາ​ການ​ຈາກ​ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ກໍ​ຄື​ຂະ­ແໜງ​ກະ­ສິ­ກຳ​ທີ່​ໄດ້ ຖ່າຍ​ຖອດ​ມາ ເພື່ອ​ແນ­ໃສ່​ໃຫ້​ຊາວ ກະ­ສິ­ກອນ​ໃນ​ເຂດ​ອື່ນໆ​ໄດ້​ນຳ ເອົາ​ເຕັກ­ນິກ​ດັ່ງ­ກ່າວ​ໄປ​ໃຊ້ ແລະຜັນ​ຂະ­ຫຍາຍ​ສູ່​ເຂດ​ອື່ນໆ.

24fb7b7ee1be4802425fa21400981534_L

ຂັ້ນ​ຕອນ​ທີ 1 ການ​ກະ­ກຽມ​ດິນ ຊຶ່ງ​ນາ​ທີ່​ຈະ​ປູກ​ເຂົ້າ​ແບບ​ນາ­ຫວ່ານ ຕ້ອງ​ເປັນ​ນາ​ພຽງ ສາ­ມາດ​ຂັງ ແລະ​ປ່ອຍ​ນ້ຳ​ເຂົ້າ​ອອກ​ໄດ້​ຢ່າງ ສະ­ດວກ, ດິນ​ຕ້ອງ​ເປັນ​ປະ­ເພດ​ດິນ ໜຽວ ຖ້າ​ເປັນ​ດິນ­ຊາຍ​ແມ່ນ​ຈະ ລຳ­ບາກ​ໃນ​ການ​ຜະ­ລິດ ແລະ​ບໍ່​ໄດ້ ຜົນ​ດີ​ເທົ່າ​ທີ່​ຄວນ, ກ່ອນ​ເວ­ລາ​ຈະໄຖ ແລະ​ຄາດ​ນາ​ແມ່ນ​ຕ້ອງ​ປ່ອຍ ນ້ຳ​ເຂົ້າ​ປະ​ໄວ້​ປະ­ມານ 1Œ2 ຄືນ ເພື່ອ​ໃຫ້​ດິນ​ອ່ອນ ຫຼັງ​ຈາກ​ໄຖ​ແລ້ວປັບ​ໜ້າ­ດິນ​ໃຫ້​ລະ­ອຽດ, ສະ​ໝ່ຳ​ສະເໝີ ແລະ​ປ່ອຍ​ນ້ຳ​ອອກ​ເພື່ອ​ບໍ່​ໃຫ້ ນ້ຳ​ຫຼາຍ​ເກີນ​ໄປ​ແລ້ວ​ຫວ່ານ​ປຸ໋ຍ ສູດ 16Œ20Œ00 ຮອງ​ພື້ນ​ໃນ​ອັດ ຕາ 2,02 ກິ​ໂລ​ຕໍ່​ຕາ​ແມັດ.

ຂັ້ນ​ຕອນ​ທີ 2 ແມ່ນ​ນຳ​ເອົາ ເຂົ້າ​ແນວ​ພັນ​ມາ​ບົ່ມ ຊຶ່ງ​ແນວ​ພັນ ເຂົ້າ​ຕ້ອງ​ເປັນ​ແນວ​ພັນ​ທີ່​ດີ ຫຼື ແນວ ພັນ​ປັບ­ປຸງ​ທີ່​ຫາ​ໄດ້​ຈາກ​ສູນ​ຜະ­ລິດ ແນວ​ພັນ​ທີ່​ໄດ້​ມາດ­ຕະ­ຖານ ຫຼື​ຜະລິດ​ເອງ​ແມ່ນ​ຕ້ອງ​ມີ​ຂໍ້​ມູນ​ຜະ­ລິດ ແນວ​ພັນ​ທີ່​ສົມ­ບູນ ຈິ່ງ​ສາ­ມາດ​ນຳ ມາ​ຜະ­ລິດ​ໄດ້ ແຕ່​ໃນ​ນັ້ນ​ແມ່ນ​ຕ້ອງ ໄດ້​ອີງ­ໃສ່​ສະ­ພາບ​ຂອງ​ອາ­ກາດ ເຊັ່ນ​ຖ້າ​ອາ­ກາດ​ໜາວ​ແມ່ນ​ຕ້ອງ ໄດ້​ແຊ່​ນ້ຳ​ປະ­ມານ 2 ຄືນ​ແລ້ວ ນຳ​ມາ​ບົ່ມ​ອີກ 2 ຄືນ, ຖ້າ​ອາ­ກາດ ຮ້ອນ​ແມ່ນ​ໃຫ້​ແຊ່ 1 ຄືນ ແລະ​ບົ່ມ ໄວ້ 1 ຄືນ​ກໍ​ສາ­ມາດ​ວ່ານ​ໄດ້ ແຕ່ ກ່ອນ​ຈະ​ວ່ານ​ແມ່ນ​ໃຫ້​ສັງ­ເກດ​ວ່າ ນາ​ມີ​ຕົມ​ຫຼາຍ ຫຼື ໜ້ອຍ ຖ້າ​ມີ​ຕົມ ຫຼາຍ​ແມ່ນ​ປະ​ໄວ້​ປະ­ມານ 5 ນາ­ທີ ແລ້ວ​ຈິ່ງ​ຫວ່ານ ເພື່ອ​ບໍ່​ໃຫ້​ເມັດ​ເຂົ້າ ຈົມ​ຫຼາຍ​ຖ້າ​ເມັດ​ເຂົ້າ​ຈົມ​ຫຼາຍ ເກີນ​ໄປ​ຈະ​ເຮັດ​ໃຫ້​ເມັດ​ເຂົ້າ​ເໜົ່າ ເປື່ອຍ.

ຂັ້ນ​ຕອນ​ທີ 3 ແມ່ນ​ຂັ້ນ​ຕອນ ການ​ໃສ່​ປຸ໋ຍ ຫຼັງ​ຈາກ​ຫວ່ານ​ແລ້ວ ປະ­ມານ 2Œ3 ອາ­ທິດ ຫຼື ເຂົ້າ​ປົ່ງ ໃບ 2Œ3 ໃບ​ແມ່ນ​ໃຫ້​ປ່ອຍ​ນ້ຳ​ເຂົ້າ ແຕ່​ບໍ່​ໃຫ້​ຫຼາຍ​ເກີນ​ໄປ ແລ້ວ​ໃສ່​ປຸ໋ຍເລັ່ງ​ໃນ​ອັດ­ຕາ​ສ່ວນ 40Œ50 ກິ​ໂລຕໍ່​ເຮັກ­ຕາ ຈາກ​ນັ້ນ​ສັງ­ເກດ​ເບິ່ງ​ວ່າ ຖ້າ​ເຂົ້າ​ດູດ​ຊຶມ​ປຸ໋ຍ​ເຂົ້າ​ລໍ່​ລ້ຽງ​ລຳ ຕົ້ນ​ແລ້ວ​ໃຫ້​ປ່ອຍ​ນ້ຳ​ເຂົ້າ​ປະ­ມານ 10Œ20 ຊັງ​ຕີ​ແມັດ ເພື່ອ​ປ້ອງ​ກັນ ບໍ່​ໃຫ້​ຫຍ້າ​ເກີດ ແລະ​ຮັກ­ສາ​ນ້ຳ ໃນ​ລະ­ດັບ​ດັ່ງ­ກ່າວ​ໄວ້​ຈົນ​ກວ່າ ເຂົ້າ​ມານ​ແລ້ວ ຫຼື ໃກ້​ຈະ​ອອກ​ຮວງ ແມ່ນ​ໃຫ້​ໃສ່​ປຸ໋ຍ​ເລັ່ງ​ຕື່ມ​ອີກ​ໃນ​ປະລິ​ມານ 30-Œ40 ກິ​ໂລ​ຕໍ່​ເຮັກ­ຕາ ເປັນ​ຄັ້ງ​ສຸດ​ທ້າຍ.

ພຽງ​ປະ­ຕິ­ບັດ​ຕາມ​ຂັ້ນ​ຕອນຂ້າງ​ເທິງ​ນີ້​ທ່ານ​ກໍ່​ຈະ​ໄດ້​ຮັບ​ຜົນຜະ­ລິດ​ສູງ​ຄື​ດັ່ງ​ຄອບ­ຄົວ​ຂອງ ທ່ານ ລຳ​ແວວ ສິນ​ຖາ­ວອນ ທີ່​ນຳ ໃຊ້​ເຕັກ­ນິກ​ດັ່ງ­ກ່າວ​ນີ້​ເຂົ້າ​ໃນ​ການຜະ­ລິດ​ນາ­ແຊງ​ແບບ​ນາ­ຫວ່ານ​ທີ່​ມີ ຕົ້ນ​ທຶນ​ຕ່ຳ​ຫຼຸດ​ການ​ໃຊ້​ແຮງ​ງານ ແລະໄດ້​ຮັບ​ຜົນ​ຜະ­ລິດ​ສູງ ໂດຍ​ສະ ເລ່ຍ​ແມ່ນ​ໄດ້​ຮັບ​ຜົນ​ຜະ­ລິດ 5,7 ໂຕນ​ຕໍ່​ເຮັກ­ຕາ. ຈາກ​ບົດ­ຮຽນ​ດັ່ງ­ກ່າວ​ນີ້​ຈິ່ງ​ເຮັດ​ໃຫ້​ຄອບ­ຄົວ​ຂອງ ທ່ານ ລຳ​ແວວ ເປັນ​ຄອບ­ຄົວ​ຕົວ ແບບ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ​ຂອງ ບ້ານ​ຫາດ​ຄຳ​ຮຽງ ເມືອງ​ເຊ​ບັ້ງ ໄຟ ແຂວງ​ຄຳ​ມ່ວນ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...