spot_img
Homeນານາສາລະຄວນເຂັ້ມງວດ ຕໍ່ລົດບັນທຸກຫີນ-ຊາຍ ທີ່ສ້າງຄວາມເປິເປື້ອນ ໃຫ້ແກ່ເສັ້ນທາງ!

ຄວນເຂັ້ມງວດ ຕໍ່ລົດບັນທຸກຫີນ-ຊາຍ ທີ່ສ້າງຄວາມເປິເປື້ອນ ໃຫ້ແກ່ເສັ້ນທາງ!

Published on

ປັດຈຸບັນ, ພັກລັດຖະບານເຮົາ ໄດ້ສຸມທຶນຮອນອັນມະຫາສານ ເຂົ້າໃນການປັບປຸງກໍ່ສ້າງຖະໜົນຫົນທາງ ຢູ່ປະເທດເຮົາໃຫ້ດີຂຶ້ນ ດ້ວຍການປູຢາງ ຫລື ເບຕົງທີ່ມີຄວາມແໜ້ນໜາທົນທານ ໄດ້ມາດຕະຖານ ເພື່ອອຳນວຍຄວາມສະດວກ ໃນການສັນຈອນໄປມາ ລວມເຖິງການຂົນສົ່ງສິນຄ້າ. ແຕ່ເມື່ອເບິ່ງເຖິງ ການຮັກສາຄວາມສະອາດ ແມ່ນຍັງເຮັດໄດ້ໜ້ອຍ ໂດຍສະເພາະແມ່ນຢູ່ບັນດາຕົວເມືອງໃຫຍ່ຕ່າງໆ, ຄວາມເປິເປື້ອນຂອງຖະໜົນຫົນທາງ ແມ່ນເກີດຂຶ້ນຈາກຫລາຍສາເຫດ, ລວມເຖິງບັນຫາລົດບັນທຸກໜັກ ຂະໜາດຕ່າງໆ ນັບແຕ່ 6 ລໍ້– 10  ລໍ້ຫາ 12 ລໍ້ ຈຳນວນໜຶ່ງ ມີການແຂ່ງກັນບັນທຸກຫີນຊາຍ, ດິນແດງ ແລະ ອື່ນໆ ແລ່ນເຂົ້າອອກຈາກບໍ່ດິນ, ບໍ່ຫີນ ແລະ ສະໜາມກໍ່ສ້າງຢູ່ຫລາຍແຫ່ງ ຂອງໃຈກາງນະຄອນຫລວງວຽງຈັນ ໂດຍບໍ່ມີການຈຳກັດເວລາ ແລະ ບໍ່ມີຜ້າປົກປິດ ສົ່ງຜົນໃຫ້ເກີດມີເສັ້ນທາງເປິເປື້ອນຈາກຫີນ, ຊາຍ, ດິນແດງ ແລະ ຕົມ ທີ່ຟົ້ງອອກຈາກລົດລົງສູ່ທາງ ບໍ່ເວັ້ນແຕ່ລະວັນ ທັງໆທີ່ທາງການກໍໄດ້ມີຂໍ້ຫ້າມ ເຖິງຜູ້ປະກອບການ ຂົນສົ່ງດັ່ງກ່າວ ແຕ່ກໍບໍ່ມີໃຜເອົາຫົວຊາ ແລະ ກາຍເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດຄຳຂັວນ ສະອາດ ເຊິ່ງແມ່ນໜຶ່ງໃນ ຈຳນວນ 6 ທີ່ ນະຄອນຫລວງໄດ້ວາງອອກ.

ສ່ວນມາດຕະການ ທີ່ພາກສ່ວນກ່ຽວຂ້ອງວາງອອກ ເພື່ອແກ້ໄຂບັນຫາດັ່ງກ່າວ ກໍເຫັນວ່າເໝາະສົມ ແລະ ຖືກຕ້ອງແລ້ວເປັນຕົ້ນ: ໄດ້ຈັດສັນເສັ້ນທາງແລ່ນລົດບັນທຸກ ແລະ  ຈັດລົດໃຫ້ມີຂະໜາດເໝາະສົມ ເພື່ອບັນທຸກດິນ, ຫີນຊາຍ ເຂົ້າອອກຕົວເມືອງ. ກຳນົດໂມງເວລາໃນການແລ່ນລົດເຂົ້າອອກ ເພື່ອເວັ້ນບັນຫາລົດແອອັດ, ພ້ອມທັງວາງມາດຕະການໃຫ້ລົດບັນທຸກແຕ່ລະຄັນ ເວລາຂົນສົ່ງດິນ, ຫິນຊາຍ ຕ້ອງມີຜ້າປົກປິດ ເພື່ອຮັບປະກັນບໍ່ໃຫ້ດິນຕົກໃສ່ທາງ ແລະ ສ້າງຄວາມເປິະເປື້ອນ. ແຕ່ເມື່ອເບິ່ງຕົວຈິງແລ້ວ ການປະຕິບັດມາດຕະການດັ່ງກ່າວ ພັດຍັງບໍ່ເຂັ້ມງວດ, ລົດບັນທຸກສ່ວນຫລາຍ ຕ່າງກໍພາກັນແລ່ນ ຊີງບັນທຸກດິນຊາຍ ເຂົ້າອອກຈາກໂຄງການກໍ່ສ້າງດ້ວຍຄວາມໄວສູງ ນອກຈາກສົ່ງຜົນໃຫ້ເສັ້ນທາງເປີເປື້ອນແລ້ວ ຍັງມີຄວາມສ່ຽງຕໍ່ການເກີດອຸບັດເຫດ ແລະ ບັນຫາອື່ນໆຕາມພາຍຫລັງ.

ສະນັ້ນ ຈຶ່ງຮຽກຮ້ອງເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ລວມເຖິງຜູ້ປະກອບການລົດຂົນສົ່ງຫີນຊາຍ ຈັດຕັ້ງປະຕິບັດ ມາດຕະການດ່ັງກ່າວຢ່າງເຂັ້ມງວດ, ພ້ອມນີ້ຜູ້ປະກອບການຂົນສົ່ງ ກໍຕ້ອງມີສ່ວນຮ່ວມຕໍ່ການ ບົວລະບັດຮັກສາຄວາມສະອາດ ໃນຕົວເມືອງ ເຊັ່ນ: ທຸກຄັ້ງກ່ອນຈະອອກເຂດໂຄງການ ຕ້ອງອະນາໄມ ຕີນລົດໃຫ້ມີຄວາມສະອາດ, ໃນກໍລະນີທີ່ເສັ້ນທາງເປິເປື້ອນຍ້ອນການຂົນສົ່ງ ຫີນຊາຍ ກໍຕ້ອງມີ ສ່ວນຮັບຜິດຊອບ ໃນການສ້າງທາງໃຫ້ສະອາດ ແລະ ອື່ນໆ.

 

ທີ່ມາ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...