spot_img
Homeນານາສາລະ8 ວິທີປ້ອງກັນສມາຣ໌ທໂຟນຈາກການຖືກລັກຂໍ້ມູນ ຫຼື ຖືກ Hack

8 ວິທີປ້ອງກັນສມາຣ໌ທໂຟນຈາກການຖືກລັກຂໍ້ມູນ ຫຼື ຖືກ Hack

Published on

ສຳລັບຫານໃຊ້ງານສມາຣ໌ທໂຟນ ແລະ ແທັບເລັດໃນປະຈູບັດຫຼາຍຄົນກັງວົນກັບປັນຫາເລື່ອງຄວາມປອດໄພ ແລະ ບັນຫາຄວາມເປັນສ່ວນໂຕ ໂດຍສະເພາະປັນຫາ Malwere ຫຼືການຖືກ ແຫັກ Hack ຂໍ້ມູນສຳຄັນລວມໄປເຖິງຂໍ້ມູນຕ່າງໆ ເຊັ່ນ ລະຫັດບັດເຄຣດິ, ຂໍ້ມູນບັນຊີທະນາຄານ,ໂປຣຟາຍລ ສ່ວນຕົວ ແລະ  ອື່ນໆ.
ແລ້ວເຮົາມີວິທີປ້ອງກັນສມາຣ໌ທໂຟນ ຈາກພວກມິດສາຊິດໄດ້ແນວໃດ?
ມື້້ນີ້ເຮົາມີ 8 ວິທີປ້ອງກັນສມາຣ໌ທໂຟນຈາກການຖືກລັກຂໍ້ມູນ ຫຼື ຖືກ Hack ມາແນະນຳໄປ ອ່ານກັນເລີຍ

1 ທີ່ຜູ້ໃຊ້ງານສມາ໌ທໂຟນ ຫຼື ແທັບເລັດທຸກຄົນທີ່ຄວນປະຕິບັດນັ້ນຄືການຕັ້ງຄ່າລະຫັດຜ່ານ ສຳລັບການລັອກເຄື່ອງເພາະວິທີນີເປັນວິທີເບື້ອງຕົ້ນໃນການປ້ອງກັນວ່າຈະມີແຕ່ເຮົາເທົ່ານັ້ນທີ່ສາມາດໃຊ້ງານໄດ້ ແລະ ຄວນຕັ້ງລະຫັດຜ່ານທີ່ຄາດເດົາໄດ້ຍາກ.

2 ນອກຈາກການຕັ້ງລະຫັດຜ່ານສຳລັບລັອກເຄື່ຶອງແລ້ວຄວນທີ່ຈະກວດສອບວ່າສມາຣ໌ທໂຟນ ຫຼື ແທັບເລັດນັ້ນລັອກໜ້າຈໍອັດຕະໂນມັດ ເຊິ່ງເວລາທີ່ເໝາະສົມນັ້ນແມ່ນ 3-5 ນາທີ.

3 ຕິດຕັ້ງແອັຟ ແອັຟທີ່ຮັກສາຄວາມປອດໄພເຂົ້າປ້ອງກັນມັນແມ່ນ ແອັຟທຳຄວາມສະອາດໄຟລແຄ໌ສ ແລະ ລົບປະຕິວັດການໃຊ້ເວັບບຣາວເຊີ້ ແບບນີ້ເປັນຕົ້ນ.

4 ດາວນ໌ໂຫຼດແອັບ ທີ່ຕ້ອງການຈາກ OS store ຫຼື Google Play Store …ຂອງຕົນເອງໂດຍກົງ ນອກຈາກນີ້ຄວນສັງເກດເບິ່ງທີ່ມາ, ຜູ້ພັດທະນາ ແລະ ຣີວີວຈາກຜູ້ໃຊ້ງານ ລວມໄປເຖິງຊືື່ແອັຟ.

5 ອັບດເດລະບົບປະຕິບັດການໃຫ້ໃໝ່ຢູ່ຈະຫຼອດເວລາ ເພາະເວີຣຊັ່ນເກົ່າອາດຈະມີຂໍ້ບົກຜ່ອງ ດັ່ງນັ້ນຈິ່ງໝັ່ນກວດສອບຂ່າວສານການອັບເດດຢູ່ສະເໝີເພື່ອຄວາມປອດໄພ ແລະ ປັບປຸງລະບົບການທຳງານຂອງສມາຣ໌ທໂຟນ ຫຼື ແທບເລັດ ໃຫ້ມີປະສິດທີພາບຫຼາຍຂື້ນ.

6 ລະວັງ ອີເມລ ຫຼື ຂໍ້ຄວາມທີ່ບໍ່ຮູ້ແຫຼ່ງທີ່ມານອກຈາກນີ້ບາງຂໍ້ຄວາມຍັງມີ Link ຊວນໃຫ້ເປີດອ່ານເຊັ່ນ: ເຈົ້າໄດ້ຮັບລາງວັນ, ເຈົ້າມີເຊິຄ໌ທີ່ຍັງບໍ່ໄດ້ຮັບກະລູນາກົດລະຫັດບັນຊີ ແບບນີ້ເປັນຕົ້ນນອກຈາກຜູ້ໃຊ້ງານຄວນໝັ່ນກວດສອບຄ່າບໍລິການໂທລະສັບຂອງຕົນຢູ່ສະເໝີ ວ່າມີຄວາມຜິດປົກກະຕິໃດໆເກີດຂື້ນຫຼືບໍ່ ຖ້າມີຄວາມຜິດປົກກະຕີຄວນແຈ້ງຜູ້ບໍລິການເຄືອຂ່າຍດ່ວນ.

7 ຫຼີກລ້ຽງການເຈວເບຣກ(Jailbreak) ເພາະເມື່ອເຮົາເຈວເບຣກໄປຂໍ້ກຳນົດດ້ານຄວາມປອດໄພຕ່າງໆ ຈະຖືກຍົກເລີກ ເຊິ່ງການເຈວເບຣກເຮັດໃຫ້ຜູ້ໃຊ້ງານສມາຣ໌ມໂຟນເຂົ້າເຖີງລະບົບປະຕິບັດການ ລວມເຖິງຟັງຊັ່ນແອັບຕ່າງໆໄດ້ໂດຍກົງ ດັ່ງນັ້ນຫາກຜູ້ໃຊ້ງານມີຄວາມຮູ້ບບໍ່ພຽງພໍຈະເຮັດໃຫ້ເກີດຄວາມເສຍຫາຍໃນພາຍຫຼັງໄດ້.

8 ຫຼີກລ້ຽງການຕັ້ງຄ່າການເຊື່ອມຕໍ່ອັດຕະໂນມັດທູກປະເພດ ເຊັ່ນ: Bluetooth, Wi-Fi, NFC ແລະ ຄວນຈະປິດການເຊື່ອມຕໍ່ທຸກຄັ້ງເມືອເຊົາໃຊ້ງານ ຢ່າງໃດກໍ່ຕາມເມື່ອຕ້ອງການເຊື່ອມຕໍ່ສັນຍານ Wi-Fi ເຮົາຕ້ອງຄຳນິງສະເໝີວ່າເຄືອຂ່າຍສາທາລະນະ ມັກບໍ່ມີການປ້ອງກັນ ແລະ ມາດຕະການຄວາມປອດໄພທີ່ດີພໍ ແລະ ຄວນຫຼີກລ້ຽງການໂອນເງີນຜ່ານໂທລະສັບ.

ຂໍ້ມູນຈາກ: ບີລາຍ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...