ພາກກາງໃຊ້ທຶນພັດທະນາພື້ນຖານໂຄງລ່າງແລ້ວເກືອບ 300 ຕື້ກີບ

0
1724

ໂດຍ: ພິມ​ພອນ

   6 ເດືອນ​ຕົ້ນ​ພາກ​ກາງ ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຕາມ​ແຜນ­ການ​ລົງ­ທຶນ​ຂອງ​ລັດ­ຖະ­ບານ​ເປັນ​ມູນ​ຄ່າ​ເກືອບ 300 ຕື້​ກີບ ໃນ​ນັ້ນ​ໄດ້​ສຸມ​ໃສ່​ວຽກ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ຖະ­ໜົນ​ຫົນ­ທາງ​ເປັນ​ຫຼັກ ເພື່ອ​ໃຫ້​ເສດ­ຖະ­ກິດ​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ​ໍ່​ເນື່ອງ.

   ຕາມ​ການ​ເປີດ­ເຜີຍ​ຂອງ​ທ່ານ ສົມ​ດີ ດວງ​ດີ ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ: ເນື່ອງ​ຈາກ​ພາກ​ກາງເປັນ​ເຂດ​ຈຸດ​ສຸມ​ທີ່​ສຳ­ຄັນ​ມີ​ທີ່​ຕັ້ງລຽບ​ຕາມ​ລຳ​ນ້ຳ­ຂອງ, ຖື​ເປັນ​ສູນກາງ​ທາງ​ດ້ານ​ການ­ເມືອງ, ເສດຖະ​ກິດ, ວັດ­ທະ­ນະທຳŒສັງ­ຄົມ ຊຶ່ງມີ​ແມ່­ນ້ຳ​ໃຫຍ່​ຫຼາຍ​ສາຍ​ໄຫຼ​ຜ່ານ​ທີ່ສາ­ມາດ​ສ້າງ​ເງື່ອນ­ໄຂ​ອຳ­ນວຍຄວາມ​ສະ­ດວກ​ໃນ​ການ​ຜະ­ລິດ ໂດຍ​ສະ­ເພາະ​ແມ່ນ​ການ​ຜະ­ລິດ​ສະບຽງ​ອາ­ຫານ, ການ​ຜະ­ລິດ​ເຂົ້າ ເປັນ​ສິນ­ຄ້າ ເພື່ອ​ຫັນ​ເປັນ​ອຸດ​ສາຫະ​ກຳ​ທີ່​ທັນ​ສະ­ໄໝ ແລະ ເພີ່ມຄວາມ​ສາ­ມາດ​ໃນ​ການ​ສົ່ງ​ອອກສິນ­ຄ້າ.

   ນອກ­ຈາກ​ນັ້ນ ພາກ​ກາງ​ກໍ​ຍັງ ຖື​ວ່າ​ເປັນ​ຈຸດ​ບໍ­ລິ­ການ​ຜ່ານ​ທີ່​ສຳຄັນ​ເພາະ​ການ​ພັດ­ທະ­ນາ​ພື້ນ­ຖານໂຄງ​ລ່າງ​ໄລ­ຍະ​ຜ່ານ​ມາ​ຖື​ວ່າ​ມີ ການ​ພັດ­ທະ­ນາ​ໄວ​ເຊັ່ນ: ການ​ກໍ່ ສ້າງ​ຂົວ​ຂ້າມ​ນ້ຳ­ຂອງ, ບັນ­ດາ ເສັ້ນ­ທາງ ແລະ ດ່ານ​ສາ­ກົນ​ຕ່າງໆກໍ​ໄດ້​ຮັບ​ການ​ປັບ­ປຸງ​ໃຫ້​ດີ​ຂຶ້ນ, ພ້ອມ​ດຽວ​ກັນ​ນັ້ນ, ການ​ປະ­ຕິ­ບັດໂຄງ­ການ​ລົງ­ທຶນ​ຂອງ​ລັດ​ໄລ­ຍະ 6 ເດືອນ ບັນ­ລຸ 722 ໂຄງ­ການ ລວມ​ມູນ​ຄ່າ 288,44 ຕື້​ກີບ ເທົ່າກັບ 57% ຂອງ​ແຜນ­ການ​ປີ, ໃນນັ້ນ ເປັນ​ທຶນ​ພາຍ​ໃນ 165,31 ຕື້​ກີບ ແລະ ທຶນ​ຕ່າງ­ປະ­ເທດ 123,12 ຕື້​ກີບ.

   ໃນ​ນີ້ ແມ່ນ​ສຸມ​ໃສ່​ການ​ພັດ​ທະນາ​ພື້ນ­ຖານ​ໂຄງ​ລ່າງ​ຖະ­ໜົນ​ຫົນທາງ​ເປັນ​ຫຼັກເປັນ­ຕົ້ນ​ການ​ກໍ່­ສ້າງສ້ອມ­ແປງ​ເສັ້ນ­ທາງ​ຫຼວງ​ແຫ່ງ ຊາດ​ເລກ​ທີ 11 ຕອນ​ເໜືອ ແຕ່​ເກົ້າລ້ຽວ​ຫາ​ເມືອງ​ສັງ​ທອງ​ຍາວ 82 ກິ­ໂລ­ແມັດ ມາ​ຮອດ​ປະ­ຈຸ​ບັນ​ສຳເລັດ​ແລ້ວ 68% ແລະ ນອກ​ນັ້ນ​ຍັງ ເລີ່ມ​ປັບ­ປຸງ​ເສັ້ນ­ທາງ​ລຽບ​ຕີນ​ພູເຂົາ​ຄວາຍ ຊຶ່ງ​ເປັນ​ການ​ເຊື່ອມ​ຕໍ່​ລະ­ຫວ່າງ​ທາງ​ເລກ 10 ກັບ​ທາງເລກ​ທີ 13 ໃຕ້ ຈາກ​ເມືອງ​ທຸ­ລະ­ຄົມແຂວງ​ວຽງ​ຈັນ ໄປ​ຫາ​ເມືອງ​ປາກງື່ມ​ຍາວ 50 ກິ­ໂລ­ແມັດ, ສ່ວນ​ໂຄງການ​ກໍ່­ສ້າງ​ເສັ້ນ­ທາງ​ດົງ​ບັງŒນາສາ­ລາŒກະ­ເສດ​ນາ​ບົງດຽວ­ນີ້​ປະຕິ​ບັດ​ໄດ້ 68,78%, ເສັ້ນ­ທາງ ແຕ່ເມືອງ​ຈຳ​ພອນ​ຫາ​ຊາຍ​ແດນ​ແທງທຸຍ​ຄືບ​ໜ້າ​ແລ້ວ42%.

   ນອກ­ຈາກ​ນັ້ນ ຍັງ​ມີ​ໂຄງ­ການ ກໍ່­ສ້າງ​ທາງ​ຫຼວງ​ແຫ່ງ​ຊາດ 1E ແຂວງ​ບໍ​ລິ​ຄຳ​ໄຊ​ໄດ້ 44%, ໂຄງການ​ປ້ອງ​ກັນ​ຕາ­ຝັ່ງ​ເຈື່ອນ​ແຕ່​ທ່າດ່ານŒປາກ​ນ້ຳ​ຊັນສຳ­ເລັດ​ແລ້ວ 50%, ສ່ວນ​ທາງ​ເລກ 20 ດ່ານໜອງ​ມ້າ​ຊາຍ​ແດນ​ຫວຽດ­ນາມŒແຍກ​ທາງ​ໂຮ່​ຈີ​ມິນ​ບ້ານ​ກະ​ເຕະ ໄດ້78,9%, ໂຄງ­ການ​ກໍ່­ສ້າງ​ທາງປູ­ຢາງ ແຕ່​ສາມ​ແຍກ​ທາງ​ເລກ​ທີ 13 ໃຕ້Œບ້ານ​ບໍ່​ແໜ່ງ ເມືອງ​ຫີນບູ ຄືບ​ໜ້າ​ແລ້ວ 66,8%.

   ຢ່າງ­ໃດ​ກໍ​ຕາມ ທ່ານ ສົມ​ດີ ດວງ​ດີ ຍັງ​ໃຫ້​ຮູ້​ອີ​ກວ່າ: ເພື່ອ​ຢາກເຮັດ​ໃຫ້​ແຜນ­ການ​ປີ​ບັນ­ລຸ​ຜົນ​ສຳເລັດ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຈຳ​ຕ້ອງເອົາ­ໃຈ­ໃສ່​ສືບ­ຕໍ່​ກໍ່­ສ້າງ​ເສັ້ນ­ທາງທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ສຳເລັດ​ຕາມ​ແຜນ­ການ, ສຸມ​ໃສ່​ສືບ­ຕໍ່ສ້ອມ­ແປງ​ທາງ​ປູ­ຢາງ ແລະ ທາງ ດິນ​ແດງ​ທີ່​ເປ່​ເພ​ເສຍ​ຫາຍ​ໃຫ້​ສາມາດ​ສັນ­ຈອນ​ໄປ​ມາ​ໄດ້​ສະ­ດວກ ແລະ ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ບັນ­ດາໂຄງ­ການ​ລົງ­ທຶນ​ຂອງ​ລັດ​ທີ່​ສະພາອະ­ນຸ­ມັດ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ເປັນ­ຕົ້ນແມ່ນ​ບັນ­ດາ​ໂຄງ­ການ​ລົງ­ທຶນ​ຂອງລັດ​ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ໂຄງ­ການ​ທີ່​ຍັງ​ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະຕິ​ບັດ​ໃຫ້​ໄດ້​ລົງ­ມື​ຕາມ​ແຜນ­ການ, ພ້ອມ​ນັ້ນຍັງ​ໃຫ້​ເອົາ­ໃຈ­ໃສ່​ຕິດ ຕາມ ແລະ ກວດ­ກາ​ບັນ­ດາ​ໂຄງການ​ເພື່ອ​ຫຼີກ­ເວັ້ນ​ການ​ປະ­ຕິ­ບັດໂຄງ­ການ​ນອກ​ແຜນ​ອັນ​ເປັນ​ສາເຫດ​ທີ່​ພາ­ໃຫ້​ເກີດ​ມີ​ໜີ້​ຄຸມ​ເຄືອ ແລະ ສຸມ​ໃສ່​ການ​ແກ້​ໄຂ​ບັນ­ດາ​ໜີ້ສິນ​ທີ່​ຍັງ​ຄ້າງ​ໃຫ້​ໝົດ​ໄປ​ເທື່ອ​ລະໜ້ອຍ.

ທີ່ມາ http://www.sedthakid.la/khao/18732.spc